|
| 1 |
|
| ຂ້າແດ່ພຣະເຈົ້າ ເຫດໃດຈຶ່ງປະຖິ້ມຢ່າງນີ້? ຈະຄຽດຮ້າຍປະຊາຊົນຂອງພຣະອົງສືບໄປຫລືນີ້? |
|
| 2 |
|
| ຂໍຊົງໂຜດຈົດຈຳປະຊາຊົນຂອງພຣະອົງ ທີ່ພຣະອົງໄດ້ເລືອກເອົາແຕ່ດົນນານມາແລ້ວ ຄືພວກທີ່ພຣະອົງໄດ້ນຳອອກຈາກການເປັນທາດ ມາເປັນຊົນເຜົ່າຂອງພຣະອົງນັ້ນ. ຈົ່ງລະນຶກຄິດເຖິງພູເຂົາຊີໂອນ ຊຶ່ງຄັ້ງໜຶ່ງພຣະອົງເຄີຍສະຖິດຢູ່. |
|
| 3 |
|
| ຈົ່ງຍ່າງເລາະເບິ່ງສິ່ງຫັກເພພັງທັງໝົດນັ້ນດູ ສັດຕູຂອງພວກຂ້ານ້ອຍໄດ້ທຳລາຍທຸກສິ່ງໃນພຣະວິຫານໝົດສິ້ນ. |
|
| 4 |
|
| ພວກສັດຕູຂອງພຣະອົງໄດ້ໂຮຮ້ອງຢ່າງມີໄຊໃນສະຖານທີ່ບໍຣິສຸດຂອງພຣອົງ. ພວກເຂົາໄດ້ປັກທຸງໄວ້ໃນທີ່ນັ້ນ ເພື່ອເປັນເຄື່ອງໝາຍແຫ່ງໄຊຊະນະ. |
|
| 5 |
|
| ພວກເຂົານັ້ນ ເປັນເໝືອນຄົນຕັດໄມ້ ທີ່ກຳລັງປໍ້າຕົ້ນໄມ້ດ້ວຍຂວານຂອງພວກເຂົາ. |
|
| 6 |
|
| ດ້ວຍຂວານແລະຄ້ອນຕີນັ້ນ ພວກເຂົາໄດ້ລົງມື ທັບປະຕູໄມ້ທີ່ແກະສະຫລັກຈົນໝຸ່ນທະລາຍ. |
|
| 7 |
|
| ພວກເຂົາໄດ້ຈູດພຣະວິຫານຂອງພຣະອົງ ແລະໄດ້ທຳລາຍຄວາມສັກສິດແຫ່ງສະຖານທີ່ແຫ່ງພຣະນາມຂອງພຣະອົງນັ້ນເຖິງດິນ. |
|
| 8 |
|
| ພວກເຂົາໄດ້ກ່າວໃນໃຈວ່າ, “ພວກເຮົາຈະຢຽບຢໍ່າພວກເຂົາໃຫ້ໝົດສິ້ນໄປ.” ພວກເຂົາຈູດເຜົາສະຖານທີ່ຊຸມນຸມໃນດິນແດນທຸກໆບ່ອນ. |
|
| 9 |
|
| ພວກຂ້ານ້ອຍບໍ່ເຫັນໝາຍສຳຄັນທັງຫຼາຍຕໍ່ໄປ ບໍ່ມີຜູ້ທຳນວາຍຈັກຄົນທີ່ຫລົງເຫລືອຢູ່ໃນທ່າມກາງພວກຂ້ານ້ອຍ ແລະບໍ່ມີໃຜຮູ້ວ່າຍັງດົນປານໃດ. |
|
| 10 |
|
| ຂ້າແດ່ພຣະເຈົ້າ ສັດຕູຈະຫົວຂວັນໃສ່ດົນປານໃດ? ພວກເຂົາຈະໝິ່ນປະໝາດພຣະອົງສືບໄປຫລືນີ້? |
|
| 11 |
|
| ດ້ວຍເຫດໃດພຣະອົງຈຶ່ງບໍ່ຍື່ນມືເຂົ້າມາຊ່ວຍພວກຂ້ານ້ອຍ? ເພາະເຫດໃດພຣະອົງຈຶ່ງເອົາມືຂັດຫລັງໄວ້? |
|
| 12 |
|
| ພຣະອົງຄືກະສັດຂອງພວກຂ້ານ້ອຍແຕ່ເດີມ ພຣະອົງໄດ້ໃຫ້ຄວາມພົ້ນເທິງແຜ່ນດິນໂລກ. |
|
| 13 |
|
| ທະເລຖືກແຍກດ້ວຍຣິດທານຸພາບຂອງພຣະອົງ ແລະຢຽບທຳລາຍຫົວມັງກອນ ສັດໃຫຍ່ໃນທະເລ |
|
| 14 |
|
| ຄືໄດ້ຢຽບຫົວໂຕມັງກອນຊື່ວ່າ ເລວີອາທານ ແລະເອົາຊາກສົບນັ້ນໃຫ້ເປັນອາຫານຂອງສັດ ທີ່ຖິ່ນແຫ້ງແລ້ງກັນດານພຸ້ນ. |
|
| 15 |
|
| ພຣະອົງໄດ້ເຮັດໃຫ້ລຳນໍ້າແລະນໍ້າພຸຫລັ່ງໄຫລ ພຣະອົງເຮັດໃຫ້ແມ່ນໍ້າບົກແຫ້ງລົງໄດ້. |
|
| 16 |
|
| ພຣະອົງໄດ້ສ້າງກາງເວັນແລະກາງຄືນ ດວງອາທິດແລະດວງເດືອນກໍໄດ້ຖືກຕັ້ງໄວ້. |
|
| 17 |
|
| ພຣະອົງຈັດເຂດຕ່າງໆໄວ້ໃນແຜ່ນດິນໂລກ ຍາມຮ້ອນແລະຍາມໜາວກໍໄດ້ຖືກກຳນົດໄວ້. |
|
| 18 |
|
| ຂ້າແດ່ພຣະເຈົ້າຢາເວເອີຍ ແຕ່ໂຜດຈົດຈຳວ່າ ພວກສັດຕູໄດ້ຫົວຂວັນໃສ່ພຣະອົງ ພວກເຂົາດູໝິ່ນຫຍໍ້ຫຍັນພຣະນາມຂອງພຣະອົງ |
|
| 19 |
|
| ຂໍຢ່າລືມໄລປະຊາຊົນຂອງພຣະອົງຜູ້ທີ່ທຸກຍາກໄປຕະຫຼອດການ ຂໍຢ່າປະປ່ອຍຊີວິດນົກເຂົາຂອງພຣະອົງໃຫ້ແກ່ສັດຮ້າຍ. |
|
| 20 |
|
| ຂໍຊົງໂຜດຈື່ຈຳພັນທະສັນຍາຂອງພຣະອົງ ທີ່ມີໄວ້ກັບພວກຂ້ານ້ອຍແດ່ທ້ອນ ເພາະຕາມດິນແດນທຸກແຫ່ງທີ່ມືດນັ້ນ ກໍເຕັມແຕ່ການຮຸນແຮງ. |
|
| 21 |
|
| ຂໍຢ່າໃຫ້ຄົນທີ່ຖືກຂົ່ມເຫັງນັ້ນໄດ້ຮັບຄວາມອັບອາຍ ຂໍໃຫ້ຄົນທຸກແລະຄົນຂັດສົນໄດ້ຍ້ອງຍໍສັນລະເສີນພຣະອົງເຖີດ. |
|
| 22 |
|
| ຂ້າແດ່ພຣະເຈົ້າ ຂໍຊົງໂຜດລຸກຂຶ້ນຕໍ່ສູ້ຄະດີຂອງພຣະອົງ ແລະຈື່ວ່າຄົນບໍ່ນັບຖືພຣະອົງ ຫົວຂວັນໃສ່ພຣະອົງທຸກໆວັນ. |
|
| 23 |
|
| ຂໍຢ່າຊົງລືມສຽງໂຮຮ້ອງຢ່າງຮ້າຍກາດຂອງພວກສັດຕູຂອງພຣະອົງ ພວກເຂົາຮ້ອງຢ່າງລຽນຕິດຕໍ່ສູ້ພຣະອົງຢູ່. |
|
|
|
|