|
| 1 |
|
| ຂ້ານ້ອຍຮ້ອງທຸກຕໍ່ພຣະເຈົ້າດ້ວຍສຽງອັນດັງ, ຂ້ານ້ອຍຮ້ອງຫາຕໍ່ພຣະເຈົ້າດ້ວຍສຽງອັນດັງ ພຣະອົງໄດ້ຍິນສຽງຂອງຂ້ານ້ອຍ. |
|
| 2 |
|
| ເມື່ອຢູ່ໃນຄາວລຳບາກເດືອດຮ້ອນຂັດສົນ ຂ້ານ້ອຍກໍໄດ້ພາວັນນາອະທິຖານຕໍ່ອົງພຣະຜູ້ເປັນເຈົ້າ ຂ້ານ້ອຍຍົກມືຂຶ້ນພາວັນນາອະທິຖານຫາພຣະອົງທັງຄືນ ແຕ່ຄວາມເລົ້າໂລມໃຈກໍບໍ່ເຫັນມາປານນີ້. |
|
| 3 |
|
| ເມື່ອຂ້ານ້ອຍຄິດເຖິງພຣະເຈົ້າກໍຖອນຫາຍໃຈ ເມື່ອຄິດຕຶກຕອງກໍອ່ອນກຳລັງໃຈໄປດ້ວຍ. |
|
| 4 |
|
| ພຣະອົງເຮັດໃຫ້ຂ້ານ້ອຍນອນບໍ່ຫລັບທັງຄືນ ຂ້ານ້ອຍທຸກໃຈຫລາຍຈົນເວົ້າຈາຫຍັງບໍ່ໄດ້. |
|
| 5 |
|
| ຂ້ານ້ອຍຫວນຄິດເຖິງເມື່ອວັນຄືນທີ່ຜ່ານໄປ ແລະຈື່ຈຳເດືອນປີທີ່ຜ່ານມານັ້ນ. |
|
| 6 |
|
| ຂ້ານ້ອຍນອນໃຊ້ຄວາມຄິດຢ່າງໜັກ ທັງຄືນ ຂ້ານ້ອຍຄິດຕຶກຕອງແລະຖາມຕົນເອງດັ່ງນີ້: |
|
| 7 |
|
| “ອົງພຣະຜູ້ເປັນເຈົ້າຈະປະພວກເຮົາເລື້ອຍໆຊັ້ນບໍ? ພຣະອົງຈະບໍ່ພໍໃຈນຳອີກຕໍ່ໄປຫລືນີ້? |
|
| 8 |
|
| ພຣະອົງເຊົາຮັກພວກເຮົາແລ້ວຊັ້ນບໍ? ຄຳສັນຍາຂອງພຣະອົງບໍ່ຢັ້ງຢືນຕໍ່ໄປອີກຫລືນີ້? |
|
| 9 |
|
| ພຣະເຈົ້າຫລົງລືມພຣະຄຸນທີ່ມີຕໍ່ພວກເຮົາແລ້ວຫລືນີ້? ຄວາມໂກດຮ້າຍແທນຄວາມເມດຕາແລ້ວຫລືນີ້?” |
|
| 10 |
|
| ແລ້ວຂ້ານ້ອຍເວົ້າວ່າ, “ສິ່ງທີ່ເຮັດໃຫ້ປວດລ້າວທີ່ສຸດ ຄືວ່າພຣະເຈົ້າບໍ່ມີຣິດອຳນາດຕໍ່ໄປແລ້ວ.” |
|
| 11 |
|
| ຂ້ານ້ອຍຈະຈົດຈຳພຣະເຈົ້າຢາເວ ສິ່ງອັນຍິ່ງໃຫຍ່ທີ່ພຣະອົງໄດ້ກະທຳນັ້ນ. ຂ້ານ້ອຍຈະຄິດເຖິງການອັດສະຈັນ ທີ່ພຣະອົງໄດ້ເຮັດຜ່ານມານັ້ນ. |
|
| 12 |
|
| ຂ້ານ້ອຍຈະຄິດເຖິງທຸກສິ່ງທີ່ຊົງໄດ້ກະທຳ ຄິດຄຳນຶງເຖິງທຸກສິ່ງທີ່ປ່ຽມດ້ວຍຣິດທານຸພາບຂອງພຣະອົງ. |
|
| 13 |
|
| ຂ້າແດ່ພຣະເຈົ້າ ທຸກສິ່ງທີ່ພຣະອົງເຮັດກໍບໍຣິສຸດ ບໍ່ມີພະຕົນໃດທີ່ຍິ່ງໃຫຍ່ເໜືອກວ່າພຣະເຈົ້າຂອງພວກເຮົາໄດ້. |
|
| 14 |
|
| ພຣະອົງເປັນພຣະເຈົ້າທີ່ເຮັດການອັດສະຈັນທັງຫຼາຍ ບັນດາຊົນຊາດກໍໄດ້ເຫັນຣິດທານຸພາບອັນຍິ່ງໃຫຍ່ຂອງພຣະອົງ. |
|
| 15 |
|
| ດ້ວຍພຣະກຳລັງ ພຣະອົງໄດ້ຊົງໄຖ່ປະຊາຊົນຂອງພຣະອົງ ຄືບັນດາເຊື້ອສາຍຂອງຢາໂຄບແລະຂອງໂຢເຊັບ. |
|
| 16 |
|
| ຂ້າແດ່ພຣະເຈົ້າ ເມື່ອນໍ້າເຫັນພຣະອົງແລ້ວກໍເກີດຢ້ານກົວ ບ່ອນເລິກໃນທ້ອງທະເລກໍສັ່ນສະເທືອນດ້ວຍ. |
|
| 17 |
|
| ເມກໝອກໄດ້ຖອກເທຫ່າຝົນລົງມາ ຟ້າກໍຮ້ອງສຽງດັງກ້ອງກັງວານໄປ ທົ່ວທ້ອງຟ້ານະພາ ແລະຟ້າກໍແມບເຫລື້ອມໂດຍສົ່ງແສງໄປທົ່ວທຸກທິດ. |
|
| 18 |
|
| ຟ້າຜ່າໄດ້ສົ່ງສຽງຮ້ອງດັງກຶກກ້ອງອອກໄປ ແລະແສງຟ້າແມບເຫຼື້ອມເຮັດໃຫ້ໂລກຮຸ່ງສະຫວ່າງສະໄຫວ ແຜ່ນດິນໂລກກໍຫວັ່ນໄຫວສະທ້ານສະເທືອນ. |
|
| 19 |
|
| ພຣະອົງຍ່າງເທິງຄື້ນນໍ້າຂ້າມທ້ອງທະເລໄປ ແຕ່ບໍ່ມີຮອຍບາດຍ່າງຂອງພຣະອົງໃຫ້ປາກົດເປັນທີ່ເຫັນໄດ້. |
|
| 20 |
|
| ດັ່ງຄົນລ້ຽງແກະຜູ້ໜຶ່ງທີ່ນຳປະຊາຊົນຂອງຕົນ ໂດຍມີໂມເຊແລະອາໂຣນເປັນຜູ້ຮັບຜິດຊອບ. |
|
|
|
|