|
| 1 |
|
| ໂອ ພຣະຜູ້ລ້ຽງຂອງອິດສະຣາເອນເອີຍ ຂໍຊົງໂຜດຮັບຟັງພວກຂ້ານ້ອຍດ້ວຍເຖີດ ຜູ້ລ້ຽງຝູງແກະຂອງພຣະອົງເອີຍ ໂຜດຟັງ ຄືຜູ້ນັ່ງເທິງບັນລັງເໜືອບັນດາເຄຣຸບ |
|
| 2 |
|
| ຜູ້ປາກົດພຣະອົງເອງແກ່ເຜົ່າເອຟຣາອິມ ແກ່ເຜົ່າເບັນຢາມິນແລະເຜົ່າມານາເຊນັ້ນ. ຂໍຊົງໂຜດໃຫ້ພວກຂ້ານ້ອຍເຫັນພຣະກຳລັງແດ່ ແລະມາຊ່ວຍພວກຂ້ານ້ອຍໃຫ້ພົ້ນແດ່ທ້ອນ. |
|
| 3 |
|
| ຂ້າແດ່ພຣະເຈົ້າ ຂໍຊົງໂຜດນຳພວກຂ້ານ້ອຍກັບຄືນມາ ຂໍຊົງໂຜດເມດຕາ ແລ້ວພວກຂ້ານ້ອຍກໍຈະໄດ້ພົ້ນ. |
|
| 4 |
|
| ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ດົນປານໃດທີ່ຍັງຊົງໂກດຮ້າຍ ຕໍ່ຄຳພາວັນນາອະທິຖານຂອງປະຊາຊົນພຣະອົງນັ້ນ? |
|
| 5 |
|
| ພຣະອົງໄດ້ເຮັດໃຫ້ພວກຂ້ານ້ອຍກິນເຂົ້າກັບນໍ້າຕາ ແລະເອົານໍ້າຕາເຕັມຈອກໃຫຍ່ມາໃຫ້ດື່ມ. |
|
| 6 |
|
| ພຣະອົງປ່ອຍໃຫ້ຊົນຊາດໃກ້ຄຽງມາຮຸກຮານດິນແດນ ແລະໃຫ້ພວກຂ້ານ້ອຍຖືກພວກເຂົາດູໝິ່ນ. |
|
| 7 |
|
| ຂ້າແດ່ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ເອີຍ ຂໍຊົງໂຜດນຳພວກຂ້ານ້ອຍກັບຄືນມາແດ່ທ້ອນ ຂໍຊົງໂຜດໃຫ້ຄວາມເມດຕາແກ່ພວກຂ້ານ້ອຍແດ່ ແລ້ວພວກຂ້ານ້ອຍກໍຈະພົ້ນໄພ. |
|
| 8 |
|
| ພຣະອົງໄດ້ເອົາເຄືອອະງຸ່ນອອກມາຈາກປະເທດເອຢິບ ແລ້ວພຣະອົງໄດ້ຂັບໄລ່ຊົນຊາດຕ່າງໆໜີ ຈາກດິນແດນຂອງພວກເຂົາແລະເອົາເຄືອອະງຸ່ນ ມາປູກໄວ້ແທນໃນດິນແດນນັ້ນ. |
|
| 9 |
|
| ພຣະອົງໄດ້ຖາງປ່າແລະພວນດິນຄືນໃໝ່ໃຫ້ດີ ສຳລັບໃຫ້ເຄືອອະງຸ່ນປົ່ງງາມດີ ມັນມີຮາກຢັ່ງລົງເລິກຫລາຍແລະແຜ່ຜາຍອອກໄປ ທົ່ວທັງຜືນແຜ່ນດິນນັ້ນ. |
|
| 10 |
|
| ຫົ່ມຂອງມັນປົກຫຸ້ມພູໄວ້ໄດ້ ແລະເຄືອຂອງມັນກໍປົກຄຸມຕົ້ນສົນໃຫຍ່ທີ່ສຸດໄດ້. |
|
| 11 |
|
| ສ່ວນງ່າໄດ້ແຜ່ໄປຮອດທະເລເມດີແຕຣາເນ ແລະໄປໄກສຸດຈົນຮອດແມ່ນໍ້າເອີຟຣັດ. |
|
| 12 |
|
| ເປັນຫຍັງພຣະອົງຈຶ່ງທຳລາຍຮົ້ວອ້ອມນັ້ນລົງ? ບັດນີ້ ໃຜໆຜ່ານໄປກໍລັກເອົາໝາກຂອງມັນໄດ້. |
|
| 13 |
|
| ແລ້ວຝູງໝູປ່າກໍໄດ້ມາຢຽບຢໍ່າທຳລາຍມັນລົງ ແລະສັດປ່າທັງຫລາຍກໍມາກັດກິນມັນດ້ວຍ. |
|
| 14 |
|
| ຂ້າແດ່ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ເອີຍ ຂໍຊົງໂຜດຫລຽວລົງຈາກສະຫວັນແລະມາຊ່ວຍຊູດ້ວຍ |
|
| 15 |
|
| ຂໍຊົງໂຜດມາຊ່ວຍເຄືອອະງຸ່ນທີ່ພຣະອົງຊົງໄດ້ປູກໄວ້ໃຫ້ພົ້ນໄພ ຄືເບ້ຍອະງຸ່ນທີ່ພຣະອົງໄດ້ໃຫ້ຈະເລີນໃຫຍ່ຈົນເຂັ້ມແຂງນັ້ນ. |
|
| 16 |
|
| ສັດຕູຂອງພວກຂ້ານ້ອຍໄດ້ຕັດມັນລົງແລະຈູດມັນຖິ້ມ ຂໍພຣະອົງຫລຽວເບິ່ງດ້ວຍຄວາມໂກດຮ້າຍແລະທຳລາຍພວກເຂົາດ້ວຍ |
|
| 17 |
|
| ຂໍຊົງໂຜດປົກປ້ອງຄຸ້ມຄອງປະຊາຊົນຂອງພຣະອົງທີ່ຊົງເລືອກເອົາ ຄືຊົນຊາດທີ່ພຣະອົງໄດ້ເຮັດໃຫ້ເຂັ້ມແຂງນັ້ນ. |
|
| 18 |
|
| ພວກຂ້ານ້ອຍຈະບໍ່ຫັນໜີໄປອີກຈັກເທື່ອ ຂໍຊົງໂຜດໃຫ້ມີຊີວິດຢູ່ແລະຈະໄດ້ຍ້ອງຍໍສັນລະເສີນພຣະອົງ. |
|
| 19 |
|
| ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ເອີຍ ຂໍຊົງໂຜດນຳພວກຂ້ານ້ອຍໃຫ້ກັບຄືນມາແດ່ທ້ອນ ຂໍຊົງໂຜດໃຫ້ຄວາມເມດຕາແກ່ພວກຂ້ານ້ອຍ ແລ້ວພວກຂ້ານ້ອຍກໍຈະໄດ້ພົ້ນໄພ. |
|
|
|
|