|
| 1 |
|
| ຈົ່ງຮ້ອງເພງຢ່າງຊົມຊື່ນຍິນດີຖວາຍ ແດ່ພຣະເຈົ້າຂອງພວກເຮົາ. ຈົ່ງຮ້ອງເພງຍ້ອງຍໍສັນລະເສີນແກ່ພຣະເຈົ້າຂອງຢາໂຄບ. |
|
| 2 |
|
| ຈົ່ງເລີ່ມຕົ້ນບັນເລງດົນຕຼີແລະຕີກອງຢ່າງອອນຊອນ ຈົ່ງດີດກິດຕາແລະກະຈັບປີ່ |
|
| 3 |
|
| ຈົ່ງເປົ່າແກເປັນການສະຫລອງເທດສະການ ເມື່ອຮອດວັນເດືອນອອກໃໝ່ແລະດວງຈັນເຕັມດວງ. |
|
| 4 |
|
| ອັນນີ້ ເປັນກົດບັນຍັດຂອງຊາດອິດສະຣາເອນ ເປັນຂໍ້ຄຳສັ່ງແຫ່ງພຣະເຈົ້າຂອງຢາໂຄບ. |
|
| 5 |
|
| ພຣະອົງໄດ້ຕັ້ງໃຫ້ເປັນຂໍ້ຄຳສັ່ງຂອງໂຢເຊັບ ເມື່ອພຣະອົງໄດ້ໂຈມຕີດິນແດນຂອງເອຢິບນັ້ນ. ຂ້ອຍໄດ້ຍິນສຽງໜຶ່ງທີ່ບໍ່ມີຜູ້ໃດຮູ້ຈັກ ສຽງນັ້ນໄດ້ກ່າວຈາອອກມາດັ່ງນີ້: |
|
| 6 |
|
| “ເຮົາໄດ້ເອົາພາລະໜັກອອກຈາກບ່າພວກເຈົ້າ ເຮົາໄດ້ໃຫ້ພວກເຈົ້າວາງຫາບດິນຈີ່ລົງແລ້ວ. |
|
| 7 |
|
| ເມື່ອມີຄວາມເດືອດຮ້ອນພວກເຈົ້າໄດ້ເອີ້ນຫາເຮົາ ເຮົາກໍໄດ້ຊ່ວຍກູ້ເອົາພວກເຈົ້າໃຫ້ໄດ້ພົ້ນ. ຈາກທີ່ລັບລີ້ມີລົມພະຍຸ ເຮົາໄດ້ຕອບພວກເຈົ້າ ທີ່ແມ່ນໍ້າເມຣີບາ ເຮົາໄດ້ທົດລອງພວກເຈົ້າ. |
|
| 8 |
|
| ປະຊາຊົນຂອງເຮົາເອີຍ ຈົ່ງຟັງຄຳເຕືອນຂອງເຮົາ ຊາວອິດສະຣາເອນເອີຍ ເຮົາຢາກໃຫ້ພວກເຈົ້າຟັງເຮົາເວົ້າ |
|
| 9 |
|
| ໃນເຮືອນຂອງພວກເຈົ້າ ຢ່າໃຫ້ມີພະອື່ນໃດ ຢ່າໄດ້ຂາບໄຫວ້ມັນເດັດຂາດ |
|
| 10 |
|
| ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຜູ້ໄດ້ນຳພວກເຈົ້າອອກມາຈາກປະເທດເອຢິບນັ້ນ ຈົ່ງອ້າປາກຂອງເຈົ້າໃຫ້ກວ້າງແລະເຮົາຈະປ້ອນເຈົ້າໃຫ້ອີ່ມ. |
|
| 11 |
|
| ແຕ່ປະຊາຊົນຂອງເຮົາບໍ່ຍອມຮັບຟັງເຮົາເລີຍ ຊາວອິດສະຣາເອນບໍ່ເຄີຍເຊື່ອຟັງເຮົາຈັກເທື່ອ. |
|
| 12 |
|
| ສະນັ້ນ ເຮົາຈຶ່ງປ່ອຍໃຫ້ພວກເຂົາດື້ດຶງຕາມໃຈ ໃຫ້ເຮັດຕາມລຳພັງໃຈໃນສິ່ງທີ່ພວກເຂົາມັກ. |
|
| 13 |
|
| ເຮົາຢາກໃຫ້ປະຊາຊົນຂອງເຮົາຍອມເຊື່ອຟັງເຮົາ ຄືຢາກໃຫ້ເຊື່ອຟັງຖ້ອຍຄຳທີ່ເຮົາເວົ້າ |
|
| 14 |
|
| ແລ້ວເຮົາກໍຈະເອົາຊະນະສັດຕູຂອງພວກເຂົາໃຫ້ທັນທີ ແລະຈະປາບສັດຕູຂອງພວກເຂົາທັງໝົດໃຫ້ລາບຄາບ. |
|
| 15 |
|
| ຄົນທີ່ກຽດຊັງພຣະເຈົ້າຢາເວຈະຕ້ອງກົ້ມຂາບຕໍ່ໜ້າພຣະອົງຢ່າງໜ້າຊື່ໃຈຄົດ ແລະໂທດກຳຂອງພວກເຂົາຈະມີຢູ່ຕະຫລອດ. |
|
| 16 |
|
| ແຕ່ເຮົາຈະປ້ອນພວກເຈົ້າດ້ວຍເຂົ້າຊະນິດດີທີ່ສຸດ ແລະໃຫ້ກິນອີ່ມໜຳສຳລານດ້ວຍນໍ້າເຜິ້ງປ່າທີ່ມາຈາກຫີນ.” |
|
|
|
|