Lao ພຣະຄຳພີສັກສິ 2012
|
| 1 |
| ພຣະເຈົ້າຊົງປົກຄອງ ໃນສະພາແຫ່ງສະຫວັນນັ້ນ ພຣະອົງພິພາກສາໃນທ່າມກາງບັນດາພະທັງຫຼາຍວ່າ, |
| 2 |
| “ພວກທ່ານຕ້ອງຢຸດຕິການຕັດສິນອັນບໍ່ຍຸດຕິທຳ ແລະຕ້ອງເຊົາເປັນພັກພວກຂອງຄົນຊົ່ວຮ້າຍ |
| 3 |
| ຈົ່ງປ້ອງກັນສິດທິຄົນທຸກຈົນແລະລູກກຳພ້າທັງຫລາຍ ຈົ່ງສຸພາບແກ່ຄົນຂັດສົນແລະຂາດທີ່ເພິ່ງ. |
| 4 |
| ຈົ່ງຊ່ວຍກູ້ເອົາຄົນອ່ອນແຮງແລະຄົນຍາກຈົນໃຫ້ພົ້ນ ຈາກອຳນາດຂອງບັນດາຄົນຊົ່ວຮ້າຍ. |
| 5 |
| ພວກເຈົ້າໂງ່ຈ້າ ແລະບໍ່ຮູ້ຈັກຫຍັງ ທັງຍ່າງໄປມາໃນຄວາມມືດ ແລະຄວາມຍຸດຕິທຳໄດ້ສູນເສຍໄປຈາກໂລກນີ້. |
| 6 |
| ເຮົາກ່າວວ່າ, ‘ພວກເຈົ້າຄືບັນດາພະທັງຫຼາຍ ເປັນພວກລູກຊາຍອົງສູງສຸດທັງໝົດ.’ |
| 7 |
| ແຕ່ພວກເຈົ້າພັດເປັນດັ່ງມະນຸດທຳມະດາ ແລະຈະສິ້ນຊີວາລົງດັ່ງເຈົ້າຊາຍຄົນໜຶ່ງ.” |
| 8 |
| ຂ້າແດ່ພຣະເຈົ້າ ຂໍຈົ່ງສະເດັດມາປົກຄອງໂລກນີ້ ເພາະຊົນຊາດທັງໝົດເປັນຂອງພຣະອົງ. |
| ບັນທຶກບັນທຶກ |
https://beblia.bible:81/BibleAudio/lao2012/psalms/082.mp3
150
82