|
| 1 |
|
| ຂ້າແດ່ພຣະເຈົ້າຢາເວ ຂໍຊົງໂຜດຟັງແລະຕອບຂ້ານ້ອຍດ້ວຍ ເພາະຂາດທີ່ເພິ່ງແລະອິດອ່ອນກຳລັງ. |
|
| 2 |
|
| ເພາະຂ້ານ້ອຍສັດຊື່ຕໍ່ພຣະອົງ ຂໍຊົງໂຜດໃຫ້ຂ້ານ້ອຍພົ້ນຈາກຄວາມຕາຍແດ່ທ້ອນ ຂໍຊົງໂຜດຊ່ວຍຜູ້ຮັບໃຊ້ຢ່າງຂ້ານ້ອຍໃຫ້ພົ້ນໄພ ຄືຜູ້ທີ່ໄວ້ວາງໃຈໃນພຣະອົງນັ້ນ. ພຣະອົງເປັນພຣະເຈົ້າຂອງຂ້ານ້ອຍ. |
|
| 3 |
|
| ຂ້າແດ່ອົງພຣະຜູ້ເປັນເຈົ້າ ໂຜດເມດຕາແດ່ ຂ້ານ້ອຍພາວັນນາອະທິຖານຫາພຣະອົງຕະຫລອດວັນ. |
|
| 4 |
|
| ຂ້າແດ່ອົງພຣະຜູ້ເປັນເຈົ້າ ຂໍຊົງໂຜດໃຫ້ຜູ້ຮັບໃຊ້ໄດ້ຊົມຊື່ນຍິນດີ ເພາະຈິດໃຈຂອງຂ້ານ້ອຍຈົດຈໍ່ໃນພຣະອົງ. |
|
| 5 |
|
| ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະອົງດີຕໍ່ພວກຂ້ານ້ອຍແທ້ໆ ທັງຍົກໂທດໃຫ້ອະໄພແກ່ຂ້ານ້ອຍດ້ວຍ. ຊົງເຕັມໄປດ້ວຍຄວາມຮັກອັນໝັ້ນຄົງ ຕໍ່ທຸກຄົນທີ່ພາວັນນາອະທິຖານຫາພຣະອົງນັ້ນ. |
|
| 6 |
|
| ຂ້າແດ່ພຣະເຈົ້າຢາເວ ຂໍຊົງໂຜດຟັງຄຳພາວັນນາອະທິຖານແດ່ ຂໍຊົງໂຜດຟັງຂ້ານ້ອຍຮ້ອງຂໍໃຫ້ຊ່ວຍຊູແດ່ທ້ອນ. |
|
| 7 |
|
| ເມື່ອຂ້ານ້ອຍເດືອດຮ້ອນກໍຮ້ອງຫາພຣະອົງ ເພາະພຣະອົງຕອບຕາມຄຳພາວັນນາອະທິຖານໄດ້. |
|
| 8 |
|
| ຂ້າແດ່ອົງພຣະຜູ້ເປັນເຈົ້າ ບໍ່ມີພະໃດທີ່ເປັນດັ່ງພຣະອົງ ບໍ່ມີຜູ້ໃດເຮັດໃນສິ່ງທີ່ພຣະອົງເຮັດນັ້ນໄດ້. |
|
| 9 |
|
| ຂ້າແດ່ອົງພຣະຜູ້ເປັນເຈົ້າ ທຸກຊົນຊາດທີ່ພຣະອົງໄດ້ສ້າງຈະກົ້ມຂາບພຣະອົງ ພວກເຂົາຈະຮ້ອງເພງຍ້ອງຍໍສັນລະເສີນ ຖວາຍສະຫງ່າຣາສີແດ່ພຣະນາມຂອງພຣະອົງ. |
|
| 10 |
|
| ພຣະອົງຊົງຣິດອຳນາດແລະເຮັດສິ່ງອັດສະຈັນ ພຣະອົງເທົ່ານັ້ນທີ່ເປັນພຣະເຈົ້າ. |
|
| 11 |
|
| ຂ້າແດ່ພຣະເຈົ້າຢາເວ ຂໍຊົງໂຜດສັ່ງສອນສິ່ງທີ່ຢາກໃຫ້ຂ້ານ້ອຍເຮັດ ແລະຂ້ານ້ອຍຈະເຊື່ອຟັງດ້ວຍຈິງໃຈ ຂໍຊົງໂຜດບອກສອນຂ້ານ້ອຍໃຫ້ຮູ້ຮັບໃຊ້ພຣະອົງແດ່ ແລະຂ້ານ້ອຍກໍຈະໄດ້ຮັບໃຊ້ຢ່າງສຸດໃຈ. |
|
| 12 |
|
| ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຂ້ານ້ອຍເອີຍ ຂ້ານ້ອຍຈະສັນລະເສີນພຣະອົງດ້ວຍສຸດໃຈ ຂ້ານ້ອຍຈະປະກາດຄວາມຍິ່ງໃຫຍ່ຂອງພຣະອົງ ຕະຫລອດໄປເປັນນິດ. |
|
| 13 |
|
| ຄວາມຮັກອັນໝັ້ນຄົງຂອງພຣະອົງກໍຍິ່ງໃຫຍ່ສຳລັບຂ້ານ້ອຍ ພຣະອົງຊ່ວຍກູ້ຂ້ານ້ອຍໃຫ້ຫວິດຈາກຂຸມຝັງສົບແລ້ວ. |
|
| 14 |
|
| ຂ້າແດ່ພຣະເຈົ້າ ຄົນຈອງຫອງກຳລັງເຂົ້າມາຕໍ່ສູ້ຂ້ານ້ອຍ ຂ້ານ້ອຍມີເລື່ອງກັບໝູ່ຄົນທີ່ໂຫດຮ້າຍ ຄືຜູ້ທີ່ປອງທຳຮ້າຍເພື່ອຈະສັງຫານຂ້ານ້ອຍເສຍ ເປັນຜູ້ທີ່ບໍ່ເອົາໃຈໃສ່ຕໍ່ພຣະອົງເລີຍ. |
|
| 15 |
|
| ຂ້າແດ່ອົງພຣະຜູ້ເປັນເຈົ້າ ແຕ່ພຣະອົງເປັນພຣະເຈົ້າຊົງພຣະເມດຕາ ແລະຊົງພຣະຄຸນ ບໍ່ຮ້າຍງ່າຍ ແລະມີຄວາມຮັກອັນໝັ້ນຄົງ ແລະສັດຊື່ຢູ່ສະເໝີ. |
|
| 16 |
|
| ຂໍຊົງໂຜດຫັນມາຫາຂ້ານ້ອຍແລະໂຜດພຣະຄຸນໃຫ້ຂ້ານ້ອຍແດ່ ຂໍຊົງໂຜດຊູກຳລັງຂຶ້ນໃຫ້ພົ້ນຈາກໂພຍໄພແດ່ທ້ອນ ເພາະວ່າຂ້ານ້ອຍນີ້ກໍໄດ້ຮັບໃຊ້ພຣະອົງ ເໝືອນດັ່ງທີ່ແມ່ຂອງຂ້ານ້ອຍເຄີຍໄດ້ປະຕິບັດມານັ້ນ. |
|
| 17 |
|
| ຂໍຊົງໂຜດໃຫ້ໝາຍສຳຄັນແກ່ຂ້ານ້ອຍໄດ້ເຫັນພຣະຄຸນຄວາມດີຂອງພຣະອົງແດ່ ເພື່ອພວກທີ່ກຽດຊັງຂ້ານ້ອຍຈະໄດ້ອັບອາຍຂາຍໜ້າ ເມື່ອພວກເຂົາເຫັນວ່າພຣະເຈົ້າຢາເວໄດ້ຊົງໃຫ້ຄວາມເລົ້າໂລມໃຈແກ່ຂ້ານ້ອຍ ແລະໃຫ້ຄວາມຊ່ວຍເຫຼືອແກ່ຂ້ານ້ອຍ. |
|
|
|
|