Lao ພຣະຄຳພີສັກສິ 2012
|
| 1 |
| ພຣະອົງໄດ້ສ້າງຮາກຖານຂອງນະຄອນ ໄວ້ເທິງພູເຂົາອັນສັກສິດນັ້ນ |
| 2 |
| ພຣະເຈົ້າຢາເວຮັກປະຕູນະຄອນເຢຣູຊາເລັມຫລາຍກວ່າທີ່ອື່ນໃດ ໃນດິນແດນອິດສະຣາເອນນັ້ນ. |
| 3 |
| ນະຄອນຂອງພຣະເຈົ້າເອີຍ ຈົ່ງຟັງສິ່ງອັດສະຈັນ ທີ່ພຣະອົງກ່າວເຖິງເຈົ້າ: |
| 4 |
| ເມື່ອເຮົາຈົດລາຍຊື່ຊົນຊາດທີ່ເຊື່ອຟັງເຮົາ ເຮົາຈະຮວມເອົາຊາວເອຢິບແລະຊາວບາບີໂລນດ້ວຍ ຊາວຟີລິດສະຕິນ, ຊາວຕີເຣແລະເອທີໂອເປຍ ຈະນັບເຂົ້າເປັນຊາວນະຄອນເຢຣູຊາເລັມດ້ວຍ. |
| 5 |
| ກ່ຽວກັບພູເຂົາຊີໂອນນັ້ນຈະມີຄຳກ່າວດັ່ງນີ້ວ່າ: ບັນດາຊົນຊາດທັງຫຼາຍເປັນຂອງພູນີ້ ແລະພຣະຜູ້ຊົງຣິດທານຸພາບຍິ່ງໃຫຍ່ ຈະເຮັດໃຫ້ພູນີ້ເຂັ້ມແຂງຂຶ້ນ. |
| 6 |
| ພຣະເຈົ້າຢາເວຈະຈົດລາຍຊື່ຄົນທັງຫລາຍ ແລະຮວມເອົາພວກເຂົາເຂົ້າເປັນປະຊາຊົນຂອງນະຄອນເຢຣູຊາເລັມດ້ວຍ. |
| 7 |
| ພວກເຂົາຕ່າງກໍຈະຟ້ອນ ແລະຮ້ອງລຳທຳເພງວ່າ, “ບໍ່ເກີດແຫ່ງພຣະພອນທັງສິ້ນກໍຢູ່ໃນພູເຂົາຊີໂອນ.” |
| ບັນທຶກບັນທຶກ |
https://beblia.bible:81/BibleAudio/lao2012/psalms/087.mp3
150
87