×

Lao ພຣະຄຳພີສັກສິ 2012

ເພງ ສັນລະເສີນ 88

1
ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງຄວາມພົ້ນ​ຂອງ​ຂ້ານ້ອຍ​ເອີຍ ຂ້ານ້ອຍ​ມາ​ເຝົ້າ ຢູ່​ຕໍ່ໜ້າ​ພຣະອົງ​ຮ້ອງໄຫ້​ທັງເວັນ​ທັງຄືນ.
2
ຂໍ​ຊົງ​ໂຜດ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ຂ້ານ້ອຍ​ດ້ວຍ ຂໍ​ຊົງ​ໂຜດ​ຟັງ​ຄຳຮ້ອງຂໍ​ຂອງ​ຂ້ານ້ອຍ​ແດ່ທ້ອນ.
3
ຄວາມ​ເດືອດຮ້ອນ​ຫຼາຍ​ຢ່າງ​ນັ້ນ​ໄດ້​ຕົກ​ຖືກ​ຂ້ານ້ອຍ​ແລ້ວ ຈົນ​ຂ້ານ້ອຍ​ເກືອບ​ຕາຍ.
4
ຂ້ານ້ອຍ​ເປັນ​ດັ່ງ​ຄົນ​ທີ່​ຢູ່​ໃກ້​ຄວາມຕາຍ; ກຳລັງ​ວັງຊາ​ທັງໝົດ​ກໍ​ສູນເສຍ​ໄປ​ສິ້ນ.
5
ຂ້ານ້ອຍ​ຖືກ​ປະຖິ້ມ​ໄວ້​ໃນ​ທ່າມກາງ​ຄົນຕາຍ ນອນ​ຢູ່​ໃນ​ຂຸມຝັງສົບ​ເໝືອນດັ່ງ​ຄົນ​ທີ່​ຖືກ​ຂ້າ ເປັນ​ຄົນ​ທີ່​ຖືກ​ປະຖິ້ມ​ແລະ​ຖືກ​ລືມໄລ​ໄປ​ໝົດ ເປັນ​ຄົນ​ທີ່​ພຣະອົງ​ຊ່ວຍເຫລືອ​ຫຍັງ​ບໍ່ໄດ້​ແລ້ວ.
6
ພຣະອົງ​ໄດ້​ໂຍນ​ຂ້ານ້ອຍ​ຖິ້ມ​ລົງ​ໃນ​ອຸບມຸງ​ເລິກ​ສຸດ ໃນ​ຂຸມ​ບ່ອນ​ມືດໜາ ແລະ​ເລິກ​ທີ່ສຸດ​ດ້ວຍ.
7
ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ໄດ້​ທັບເຕັງ​ຂ້ານ້ອຍ​ລົງ​ຢ່າງໜັກ ແລະ​ຂ້ານ້ອຍ​ຖືກ​ຢຽບ​ໃຫ້​ໝຸ່ນ​ດ້ວຍ​ຄື້ນ​ແຫ່ງ​ຄວາມ​ໂກດຮ້າຍ.
8
ພຣະອົງ​ໄດ້​ເຮັດ​ໃຫ້​ໝູ່ເພື່ອນ​ຜູ້​ໃກ້ຊິດ​ຂອງ​ຂ້ານ້ອຍ​ປະຖິ້ມ​ຂ້ານ້ອຍ​ໄປ ຂ້ານ້ອຍ​ຖືກ​ພວກເຂົາ​ກຽດຊັງ ແລະ​ຖືກ​ຂັງ​ໄວ້​ຈົນ​ໜີໄປ​ບໍ່ໄດ້
9
ສາຍ​ຕາ​ຂ້ານ້ອຍ​ກໍ​ຄ່ອຍໆ​ມືດມົວ​ໄປ ເພາະ​ຄວາມທຸກໃຈ​ໄດ້​ບີບຄັ້ນ​ຂ້ານ້ອຍ​ໄວ້ ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຮ້ອງຫາ​ພຣະອົງ​ຢູ່​ທຸກ​ວັນ ໂດຍ​ຍົກ​ມື​ຂຶ້ນ​ພາວັນນາ​ອະທິຖານ​ຫາ​ພຣະອົງ.
10
ການ​ອັດສະຈັນ​ນັ້ນ​ສຳລັບ​ຄົນ​ຕາຍ​ຊັ້ນບໍ? ພວກເຂົາ​ຄືນ​ຂຶ້ນ​ມາ​ແລະ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ໄດ້​ຫລືບໍ່?
11
ຄົນຕາຍ​ຈະ​ກ່າວ​ເຖິງ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ​ເປັນ​ບໍ? ພວກເຂົາ​ຈະ​ປະກາດ​ເຖິງ​ຄວາມຮັກ​ອັນ​ໝັ້ນຄົງ ຂອງ​ພຣະອົງ​ໃນ​ຂຸມຝັງສົບ​ໄດ້​ຫລື? ຫລື​ຈະ​ກ່າວ​ເຖິງ​ຄວາມ​ສັດຊື່​ຂອງ​ພຣະອົງ ໃນ​ແດນ​ແຫ່ງ​ຄວາມພິນາດ​ໄດ້​ຫລືບໍ່?
12
ພວກເຂົາ​ເຫັນ​ສິ່ງ​ອັດສະຈັນ​ທີ່​ພຣະອົງ​ໄດ້​ຊົງ​ກະທຳ ໃນ​ບ່ອນ​ແຫ່ງ​ຄວາມມືດ​ໄດ້​ຫລື? ຫລື​ພຣະຄຸນ​ຄວາມດີ​ໃນ​ແດນ​ຖືກ​ລືມໄລ​ໄດ້​ຫລື​ບໍ່?
13
ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຮ້ອງຫາ​ໃຫ້​ຊ່ວຍເຫຼືອ ຂ້ານ້ອຍ​ພາວັນນາ​ອະທິຖານ​ຫາ​ພຣະອົງ​ຢູ່​ທຸກໆເຊົ້າ.
14
ຂ້າແດ່​ພຣະເຈົ້າຢາເວ ເຫດໃດ​ພຣະອົງ​ຈຶ່ງ​ປະຖິ້ມ​ຂ້ານ້ອຍ? ເປັນຫຍັງ​ພຣະອົງ​ຈຶ່ງ​ຫັນໜ້າ​ໜີໄປ​ຈາກ​ຂ້ານ້ອຍ​ເສຍ?
15
ແຕ່​ຍັງ​ໜຸ່ມ​ນັ້ນ ຂ້ານ້ອຍ​ທົນທຸກ​ເກືອບ​ຕາຍ ອິດອ່ອນ​ໝົດ​ກຳລັງ ຍ້ອນ​ຖືກ​ລົງໂທດ​ຈາກ​ພຣະອົງ.
16
ຄວາມ​ກິ້ວໂກດ​ຂອງ​ພຣະອົງ​ຢຽບຢໍ່າ​ຂ້ານ້ອຍ​ລົງ ການ​ໂຈມຕີ​ອັນ​ໜັກ​ກໍ​ທຳລາຍ​ຂ້ານ້ອຍ​ແລ້ວ.
17
ຂ້ານ້ອຍ​ຖືກ​ອ້ອມຮອບ​ດັ່ງ​ນໍ້າ​ຖ້ວມ​ຕະຫລອດ​ວັນ ມັນ​ອ້ອມຮອບ​ຂ້ານ້ອຍ​ໄວ້​ທຸກ​ດ້ານ.
18
ພຣະອົງ​ໄດ້​ເຮັດ​ໃຫ້​ເພື່ອນ​ທີ່​ໃກ້ຊິດ ຂອງ​ຂ້ານ້ອຍ​ປະຖິ້ມ​ຂ້ານ້ອຍ​ໄປ ແລະ​ເພື່ອນ​ຂອງ​ຂ້ານ້ອຍ​ກໍ​ຄື​ຄວາມມືດ​ເທົ່ານັ້ນ.
Lao ພຣະຄຳພີສັກສິ 2012
@ 2012 United Bible Societies
:
ບັນທຶກບັນທຶກ