Lao ພຣະຄຳພີສັກສິ 2012
|
| 1 |
| ເປັນການດີແທ້ທີ່ໂມທະນາຂອບພຣະຄຸນພຣະເຈົ້າຢາເວ ເປັນການດີແທ້ທີ່ໄດ້ຍົກຍໍສັນລະເສີນພຣະນາມອົງສູງສຸດ. |
| 2 |
| ໃນທຸກໆເຊົ້າຈະໄດ້ປະກາດຄວາມຮັກອັນໝັ້ນຄົງ ແລະທຸກໆຄືນຈະໄດ້ປະກາດຄວາມສັດຊື່ຂອງພຣະເຈົ້າ |
| 3 |
| ດ້ວຍດົນຕຼີຈາກເຄື່ອງເສບເປັນສາຍ ໂດຍສຽງກິດຕາ ບັນເລງເພງພ້ອມ. |
| 4 |
| ຂ້າແດ່ພຣະເຈົ້າຢາເວ ການກະທຳອັນມີຣິດອຳນາດຂອງພຣະອົງ ເຮັດໃຫ້ຂ້ານ້ອຍດີໃຈຫລາຍ ເພາະສິ່ງທີ່ພຣະອົງໄດ້ກະທຳແກ່ຂ້ານ້ອຍ ຂ້ານ້ອຍຈຶ່ງຮ້ອງເພງຢ່າງເບີກບານມ່ວນຊື່ນ. |
| 5 |
| ຂ້າແດ່ພຣະເຈົ້າຢາເວ ກິດຈະການຂອງພຣະອົງຍິ່ງໃຫຍ່ ຄວາມນຶກຄິດຂອງພຣະອົງກໍເລິກສຸດຍອດ. |
| 6 |
| ອັນນີ້ເປັນສິ່ງທີ່ຄົນໂງ່ບໍ່ສາມາດຮູ້ຈັກ ຄົນເບົາປັນຍາບໍ່ສາມາດເຂົ້າໃຈໄດ້ |
| 7 |
| ຄົນຊົ່ວຮ້າຍອາດປົ່ງຂຶ້ນດັ່ງຕົ້ນຫຍ້າທັງຫລາຍ ຄົນທີ່ເຮັດຜິດອາດຈະເລີນຮຸ່ງເຮືອງຂຶ້ນກໍໄດ້ |
| 8 |
| ຂ້າແດ່ພຣະເຈົ້າຢາເວ ແຕ່ພວກເຂົາຈະຖືກທຳລາຍໃຫ້ດັບສູນໄປໝົດ ເພາະພຣະອົງຊົງຣິດອຳນາດຍິ່ງໃຫຍ່ຕະຫລອດການ. |
| 9 |
| ຂ້າແດ່ພຣະເຈົ້າຢາເວ ພວກຂ້ານ້ອຍຮູ້ວ່າສັດຕູຂອງພຣະອົງຈະຕາຍ ແລະຄົນຊົ່ວຮ້າຍທັງໝົດກໍຈະຕ້ອງພ່າຍແພ້. |
| 10 |
| ພຣະອົງໄດ້ໃຫ້ຂ້ານ້ອຍແຂງແຮງດັ່ງງົວປ່າ ແລະອວຍພອນໃຫ້ໄດ້ຮັບຄວາມສຸກ. |
| 11 |
| ຂ້ານ້ອຍໄດ້ເຫັນເຫຼົ່າສັດຕູພ່າຍແພ້ໄປ ແລະໄດ້ຍິນພວກຄົນຊົ່ວຮ້າຍຮ້ອງໄຫ້. |
| 12 |
| ຄົນຊອບທຳນັ້ນຈະຈະເລີນຂຶ້ນດັ່ງຕົ້ນຕານ ຈະໃຫຍ່ຂຶ້ນດັ່ງຕົ້ນແປກທີ່ເລບານອນນັ້ນ. |
| 13 |
| ພວກເຂົາເປັນດັ່ງຕົ້ນໄມ້ທີ່ປູກໄວ້ໃນວິຫານຂອງພຣະເຈົ້າຢາເວ ເກີດດອກອອກຜົນໃນເດີ່ນຂອງພຣະເຈົ້າຂອງພວກຂ້ານ້ອຍ. |
| 14 |
| ເມື່ອອາຍຸແກ່ກໍຍັງເກີດໝາກຢ່າງຫລວງຫລາຍ ໃບກໍຍັງຂຽວງາມດີທັງແຂງແຮງຢູ່ເລື້ອຍ. |
| 15 |
| ເພື່ອສະແດງວ່າພຣະເຈົ້າຢາເວຊົງທ່ຽງທຳ ພຣະອົງຊົງເປັນຫີນສີລາຂອງຂ້ານ້ອຍ ແລະໃນພຣະອົງນັ້ນບໍ່ມີຄວາມອະທຳ. |
| ບັນທຶກບັນທຶກ |
https://beblia.bible:81/BibleAudio/lao2012/psalms/092.mp3
150
92