|
| 1 |
|
| ຕໍ່ໄປນີ້ແມ່ນລາຍຊື່ພວກລູກຊາຍຂອງຢາໂຄບ ທີ່ໄດ້ອົບພະຍົບພ້ອມເພິ່ນໄປຢູ່ໃນປະເທດເອຢິບ ມີດັ່ງນີ້: |
|
| 2 |
|
| ຣູເບັນ, ຊີເມໂອນ, ເລວີ, ຢູດາ, |
|
| 3 |
|
| ອິດຊາຄາ, ເຊບູໂລນ, ເບັນຢາມິນ, |
|
| 4 |
|
| ດານ, ເນັບທາລີ, ກາດ ແລະອາເຊ ແຕ່ລະຄົນເອົາລູກເມຍຂອງຕົນໄປນຳດ້ວຍ. |
|
| 5 |
|
| ພວກລູກຫລານທີ່ໄປກັບຢາໂຄບມີທັງໝົດ 70 ຄົນ. ສ່ວນລູກຊາຍອີກຜູ້ໜຶ່ງຂອງເພິ່ນນັ້ນແມ່ນໂຢເຊັບ ຜູ້ທີ່ໄດ້ໄປຢູ່ໃນປະເທດເອຢິບກ່ອນແລ້ວ. |
|
| 6 |
|
| ຫຼັງຈາກນັ້ນ ໂຢເຊັບກັບພວກອ້າຍນ້ອງ ແລະບັນດາຄົນໃນລຸ້ນດຽວກັນກໍໄດ້ຕາຍໄປ |
|
| 7 |
|
| ແຕ່ເນື່ອງຈາກວ່າ ຊາວອິດສະຣາເອນໃນລຸ້ນຕໍ່ມາມີລູກຫລາຍ ຈົນນັບມື້ນັບຫລາຍຂຶ້ນ ແລະທັງມີກຳລັງພົນເຂັ້ມແຂງ ພວກເຂົາຈຶ່ງແຜ່ຜາຍກະຈັດກະຈາຍກັນຢູ່ເຕັມປະເທດເອຢິບ. |
|
| 8 |
|
| ຕໍ່ມາ ໄດ້ມີກະສັດຟາໂຣຄົນໃໝ່ຂຶ້ນປົກຄອງປະເທດເອຢິບ. ກະສັດຟາໂຣຜູ້ນີ້ບໍ່ຮູ້ເລື່ອງຫຍັງກ່ຽວກັບໂຢເຊັບເລີຍ. |
|
| 9 |
|
| ເພິ່ນໄດ້ປະກາດຕໍ່ປະຊາຊົນຂອງຕົນວ່າ, “ເບິ່ງດູ ຄົນອິດສະຣາເອນນັບມື້ນັບຫລາຍຂຶ້ນ ແລະມີກຳລັງພົນເຂັ້ມແຂງ ຊຶ່ງພວກເຂົາຈະຂົ່ມຂູ່ພວກເຮົາ. |
|
| 10 |
|
| ໃນກໍລະນີເກີດເສິກຂຶ້ນ ພວກເຂົາອາດເຂົ້າຂ້າງຂອງສັດຕູ ແລະຫັນມາຕໍ່ສູ້ພວກເຮົາ ແລະອອກໄປຈາກ ປະເທດ. ບັດນີ້ ພວກເຮົາຕ້ອງຫາວິທີກຳຈັດຄົນພວກນີ້ບໍ່ໃຫ້ຫລາຍຂຶ້ນ.” |
|
| 11 |
|
| ດັ່ງນັ້ນ ຊາວເອຢິບຈຶ່ງແຕ່ງຕັ້ງຄົນຄຸມດູແລຊາວອິດສະຣາເອນ ໃຫ້ເຮັດວຽກໜັກຈົນໝົດເຮື່ອແຮງ ແລະໝົດກຳລັງໃຈ ພວກເຂົາໄດ້ສ້າງເມືອງປີທົມແລະເມືອງຣາມາເຊັດ ເພື່ອເປັນສາງໄວ້ເຂົ້າຂອງກະສັດຟາໂຣ. |
|
| 12 |
|
| ເຖິງແມ່ນວ່າ ຊາວເອຢິບຂົ່ມເຫັງຊາວອິດສະຣາເອນໜັກປານໃດກໍຕາມ ຈຳນວນຊາວອິດສະຣາເອນກໍຍິ່ງເພີ່ມທະວີຄູນຍິ່ງຂຶ້ນ ແລະແຜ່ຜາຍໄປທົ່ວປະເທດ ຈົນຊາວເອຢິບມີຄວາມຫວັ່ນເກງຊາວອິດສະຣາເອນ. |
|
| 13 |
|
| ຊາວເອຢິບໄດ້ເຮັດໃຫ້ຊີວິດຂອງຊາວອິດສະຣາເອນຂົມຂື່ນ ໂດຍບັງຄັບພວກເຂົາໃຫ້ເຮັດວຽກໜັກຢ່າງຂ້າທາດ |
|
| 14 |
|
| ຊາວເອຢິບໄດ້ບັງຄັບຊາວອິດສະຣາເອນ ໃຫ້ເຜົາດິນຈີ່ ແລະເຮັດວຽກກໍ່ສ້າງ ທັງເຮັດວຽກໜັກທຸກຊະນິດຢູ່ຕາມທົ່ງນາ ໂດຍບໍ່ມີຄວາມເມດຕາປານີແຕ່ຢ່າງໃດເລີຍ. |
|
| 15 |
|
| ຕໍ່ມາ ກະສັດຟາໂຣແຫ່ງເອຢິບໄດ້ສັ່ງຊີຟາຣາ ແລະປູອາ ນາງໝໍຕຳແຍຊາວເຮັບເຣີສອງຄົນວ່າ, |
|
| 16 |
|
| “ເມື່ອພວກເຈົ້າໄປຊ່ວຍເອົາລູກອອກໃຫ້ຍິງຊາວເຮັບເຣີ ຖ້າເດັກນ້ອຍເປັນຜູ້ຊາຍໃຫ້ຂ້າຖິ້ມ, ແຕ່ຖ້າເດັກນ້ອຍເປັນຜູ້ຍິງໃຫ້ປະໄວ້.” |
|
| 17 |
|
| ແຕ່ນາງໝໍຕຳແຍທັງສອງເປັນຄົນຢຳເກງພຣະເຈົ້າ. ພວກນາງບໍ່ໄດ້ເຮັດຕາມຄຳສັ່ງຂອງກະສັດຟາໂຣ ແລະປ່ອຍເດັກນ້ອຍຜູ້ຊາຍໃຫ້ມີຊີວິດຢູ່. |
|
| 18 |
|
| ເມື່ອເຫັນເປັນເຊັ່ນນີ້ ກະສັດຟາໂຣຈຶ່ງໄດ້ເອີ້ນນາງໝໍຕຳແຍທັງສອງມາ ແລະຖາມພວກເຂົາວ່າ, “ເປັນຫຍັງພວກເຈົ້າຈຶ່ງບໍ່ເຮັດຕາມຄຳສັ່ງ? ເປັນຫຍັງພວກເຈົ້າປ່ອຍໃຫ້ເດັກນ້ອຍຜູ້ຊາຍມີຊີວິດຢູ່?” |
|
| 19 |
|
| ພວກນາງຈຶ່ງຕອບວ່າ, “ຍິງຊາວເຮັບເຣີຕ່າງກັບຍິງຊາວເອຢິບ. ພວກເຂົາອອກລູກງ່າຍຫລາຍ. ກ່ອນທີ່ຜູ້ໃດຜູ້ໜຶ່ງໃນພວກຂ້ານ້ອຍຈະໄປເຖິງນັ້ນ ພວກເຂົາກໍໄດ້ອອກລູກກ່ອນແລ້ວ.” |
|
| 20 |
|
| ສະນັ້ນ ຊາວອິດສະຣາເອນຈຶ່ງມີຈຳນວນຄົນທະວີຄູນຂຶ້ນເລື້ອຍໆ ທັງມີກຳລັງເຂັ້ມແຂງຫລາຍ. |
|
| 21 |
|
| ເພາະນາງໝໍຕຳແຍທັງສອງຢຳເກງພຣະເຈົ້າ. ພຣະເຈົ້າຈຶ່ງດີຕໍ່ພວກນາງ ໂດຍໄດ້ໃຫ້ພວກນາງມີລູກຫລາຍຄົນ. |
|
| 22 |
|
| ແຕ່ກະສັດຟາໂຣກໍໄດ້ສັ່ງປະຊາຊົນຂອງຕົນວ່າ, “ລູກຜູ້ຊາຍທຸກໆຄົນຂອງຊາວເຮັບເຣີທີ່ເກີດໃໝ່ ໃຫ້ຖິ້ມລົງໃນແມ່ນໍ້ານິນ, ແຕ່ລູກຜູ້ຍິງຈົ່ງປະໄວ້ໃຫ້ມີຊີວິດຢູ່.” |
|
|
: |
| 1 | | 2 | | 3 | | 4 | | 5 | | 6 | | 7 | | 8 | | 9 | | 10 | | 11 | | 12 | | 13 | | 14 | | 15 | | 16 | | 17 | | 18 | | 19 | | 20 | | 21 | | 22 | 1
1
1 |
|
|---|
|
https://beblia.bible:81/BibleAudio/lao2012/exodus/001.mp3
40
1