|
| 1 |
|
| ພຣະເຈົ້າຢາເວໄດ້ບອກໂມເຊວ່າ, |
|
| 2 |
|
| “ຈົ່ງອຸທິດຖວາຍລູກຊາຍກົກທຸກຄົນແກ່ເຮົາ. ລູກຊາຍກົກຂອງຊາວອິດສະຣາເອນທຸກໆຄົນ ແລະສັດໂຕເຖິກຫົວປີທຸກໆໂຕເປັນຂອງເຮົາ.” |
|
| 3 |
|
| ແລ້ວໂມເຊກໍກ່າວແກ່ປະຊາຊົນວ່າ, “ຈົ່ງຈົດຈຳວັນນີ້ ເປັນວັນທີ່ພວກເຈົ້າທັງຫລາຍໄດ້ອົບພະຍົບອອກຈາກປະເທດເອຢິບ ບ່ອນທີ່ພວກເຈົ້າຕົກເປັນທາດຮັບໃຊ້ນັ້ນ. ວັນນີ້ເປັນວັນທີ່ພຣະເຈົ້າຢາເວ ໄດ້ນຳພວກເຈົ້າອອກມາໂດຍຣິດອຳນາດອັນຍິ່ງໃຫຍ່. ສະນັ້ນ ຢ່າກິນເຂົ້າຈີ່ມີເຊື້ອແປ້ງໃດໆ. |
|
| 4 |
|
| ພວກເຈົ້າກຳລັງອອກໄປຈາກປະເທດເອຢິບໃນເດືອນທີໜຶ່ງວັນນີ້ ຄືເດືອນອາບີບ. |
|
| 5 |
|
| ພຣະເຈົ້າຢາເວໄດ້ສັນຍາຢ່າງໜັກແໜ້ນກັບບັນພະບຸລຸດຂອງພວກເຈົ້າວ່າ ພຣະອົງຈະຍົກດິນແດນຂອງຊາວການາອານ, ຊາວຮິດຕີ, ຊາວອາໂມ, ຊາວຮີວີ ແລະຊາວເຢບຸດໃຫ້ພວກເຈົ້າ. ເມື່ອພຣະອົງໄດ້ນຳພວກເຈົ້າ ເຂົ້າໄປໃນດິນແດນອັນອຸດົມສົມບູນແລະຮັ່ງມີນັ້ນແລ້ວ ພວກເຈົ້າຕ້ອງສະຫລອງເທດສະການນີ້ທຸກໆປີໃນເດືອນທີໜຶ່ງ. |
|
| 6 |
|
| ຈົ່ງກິນເຂົ້າຈີ່ບໍ່ມີເຊື້ອແປ້ງເປັນເວລາເຈັດວັນ ແລະໃນວັນທີເຈັດໃຫ້ຈັດເທດສະການເພື່ອຍົກຍໍຖວາຍກຽດແກ່ພຣະເຈົ້າຢາເວ. |
|
| 7 |
|
| ໃນເວລາເຈັດວັນນີ້ ຢ່າກິນເຂົ້າຈີ່ມີເຊື້ອແປ້ງຢ່າງເດັດຂາດ ແລະທັງຢ່າໃຫ້ມີເຂົ້າຈີ່ທີ່ມີເຊື້ອແປ້ງໃດໆ ຕາມເຮືອນໃນດິນແດນທີ່ພວກເຈົ້າອາໄສຢູ່ນັ້ນ. |
|
| 8 |
|
| ໃນວັນເລີ່ມຕົ້ນເທດສະການ ຈົ່ງອະທິບາຍສູ່ພວກລູກຫລານຂອງພວກເຈົ້າຟັງວ່າ ພວກເຈົ້າເຮັດສິ່ງທັງໝົດນີ້ ກໍເພາະວ່າພຣະເຈົ້າຢາເວໄດ້ຊ່ວຍເຫລືອພວກເຈົ້າ ໃນສະໄໝທີ່ໜີອອກມາຈາກປະເທດເອຢິບນັ້ນ. |
|
| 9 |
|
| ແລະສິ່ງນີ້ໃຫ້ເຮັດເປັນສັນຍາລັກຂອງພວກເຈົ້າ ເໝືອນສິ່ງໜຶ່ງທີ່ຜູກໄວ້ຕາມແຂນ ຫລືຄຽນໄວ້ທີ່ໜ້າຜາກ. ມັນຈະເຕືອນພວກເຈົ້າໃຫ້ສືບຕໍ່ເລົ່າ ແລະສຶກສາກົດບັນຍັດຂອງພຣະເຈົ້າຢາເວ; ເພາະວ່າພຣະເຈົ້າຢາເວໄດ້ນຳພວກເຈົ້າອອກມາຈາກປະເທດເອຢິບ ໂດຍຣິດອຳນາດອັນຍິ່ງໃຫຍ່ຂອງພຣະອົງ. |
|
| 10 |
|
| ຈົ່ງສະຫລອງເທດສະການນີ້ທຸກໆປີເມື່ອກຳນົດມາເຖິງ.” |
|
| 11 |
|
| ແລ້ວໂມເຊກໍໄດ້ກ່າວວ່າ, “ພຣະເຈົ້າຢາເວຈະນຳພວກເຈົ້າເຂົ້າໄປສູ່ດິນແດນການາອານ ບ່ອນທີ່ພຣະອົງໄດ້ສັນຍາໄວ້ຢ່າງໜັກແໜ້ນວ່າ ຈະຍົກໃຫ້ພວກເຈົ້າກັບບັນພະບຸລຸດຂອງພວກເຈົ້າ. ເມື່ອພຣະອົງມອບດິນແດນໃຫ້ພວກເຈົ້າແລ້ວ |
|
| 12 |
|
| ພວກເຈົ້າຕ້ອງຖວາຍລູກຊາຍກົກແກ່ພຣະເຈົ້າຢາເວ. ສັດໂຕເຖິກຫົວປີທຸກໆໂຕຂອງພວກເຈົ້າເປັນຂອງອົງພຣະຜູ້ເປັນເຈົ້າ. |
|
| 13 |
|
| ແຕ່ທຸກເທື່ອທີ່ມີລູກລໍໂຕເຖິກເກີດມາ ພວກເຈົ້າຕ້ອງເອົາແກະຫລືແບ້ໂຕເຖິກແລກເອົາໄວ້. ຖ້າພວກເຈົ້າບໍ່ຢາກແລກເອົາໄວ້ ກໍໃຫ້ຫັກຄໍໂຕລໍເຖິກນັ້ນຖິ້ມເສຍ. ພວກເຈົ້າຕ້ອງໄຖ່ຄືນລູກຊາຍກົກທຸກໆຄົນຂອງພວກເຈົ້າ. |
|
| 14 |
|
| ຕໍ່ໄປພາຍໜ້າ ເມື່ອລູກຫລານຂອງພວກເຈົ້າຖາມວ່າ, ‘ການເຮັດແບບນີ້ໝາຍຄວາມວ່າຢ່າງໃດ?’ ກໍໃຫ້ພວກເຈົ້າບອກພວກເຂົາວ່າ, ‘ດ້ວຍຣິດອຳນາດອັນຍິ່ງໃຫຍ່ຂອງພຣະເຈົ້າຢາເວ ພຣະອົງໄດ້ນຳພາພວກເຮົາອອກມາຈາກປະເທດເອຢິບ ບ່ອນທີ່ພວກເຮົາເຄີຍຕົກເປັນທາດຮັບໃຊ້. |
|
| 15 |
|
| ເມື່ອກະສັດຟາໂຣແຫ່ງເອຢິບໃຈແຂງກະດ້າງດື້ດຶງ ແລະບໍ່ຍອມປ່ອຍໃຫ້ພວກເຮົາໄປນັ້ນ ພຣະເຈົ້າຢາເວໄດ້ຂ້າລູກຊາຍກົກຫົວປີທັງໝົດຂອງຊາວເອຢິບຄື: ລູກຊາຍກົກຂອງຄົນແລະທັງລູກຫົວປີຂອງສັດໂຕເຖິກຄືກັນ. ດ້ວຍເຫດນີ້ ພວກເຮົາຈຶ່ງຕ້ອງຖວາຍບູຊາລູກຫົວປີຂອງສັດໂຕເຖິກແກ່ພຣະເຈົ້າຢາເວ, ແຕ່ສ່ວນລູກຊາຍກົກນັ້ນ ພວກເຮົາໄຖ່ຄືນໄວ້ໄດ້. |
|
| 16 |
|
| ສິ່ງນີ້ຈະເປັນເຄື່ອງໝາຍຜູກໄວ້ທີ່ແຂນ ຫລືຄຽນໄວ້ທີ່ໜ້າຜາກຂອງພວກເຈົ້າ. ມັນຈະເຕືອນພວກເຮົາວ່າ ພຣະເຈົ້າຢາເວໄດ້ນຳພາພວກເຮົາອອກມາຈາກປະເທດເອຢິບ ດ້ວຍຣິດອຳນາດອັນຍິ່ງໃຫຍ່ຂອງພຣະອົງ.”’ |
|
| 17 |
|
| ເມື່ອກະສັດຟາໂຣແຫ່ງເອຢິບໄດ້ປ່ອຍປະຊາຊົນອິດສະຣາເອນໄປນັ້ນ ພຣະເຈົ້າບໍ່ໄດ້ນຳພາພວກເຂົາຂຶ້ນໄປທາງດິນແດນຟີລິດສະຕິນ ເຖິງແມ່ນວ່າທາງນັ້ນຈະເປັນທາງໃກ້ກໍຕາມ. ພຣະເຈົ້າຄິດໃນໃຈວ່າ, “ເຮົາບໍ່ຕ້ອງການໃຫ້ປະຊາຊົນຄິດປ່ຽນໃຈກັບຄືນໄປທີ່ປະເທດເອຢິບ ເມື່ອພວກເຂົາເຫັນວ່າພວກເຂົາຕ້ອງເຮັດເສິກ.” |
|
| 18 |
|
| ດັ່ງນັ້ນ ພຣະອົງຈຶ່ງນຳພວກເຂົາອ້ອມໄປທາງຖິ່ນແຫ້ງແລ້ງກັນດານ ແລະມຸ້ງໜ້າໄປສູ່ທະເລແດງ. ຊາວອິດສະຣາເອນຕ່າງກໍມີອາວຸດຄົບມືເພື່ອຕຽມສູ້ຮົບ. |
|
| 19 |
|
| ໂມເຊເອົາຊາກສົບຂອງໂຢເຊັບໄປນຳ ເພາະໂຢເຊັບໄດ້ສັ່ງໄວ້ຢ່າງໜັກແໜ້ນ. ເພິ່ນໄດ້ສັ່ງໄວ້ວ່າ, “ເມື່ອພຣະເຈົ້າມາຊ່ວຍກູ້ເອົາພວກເຈົ້າ ພວກເຈົ້າຕ້ອງນຳເອົາຊາກສົບຂອງຂ້ອຍໄປຈາກທີ່ນີ້.” |
|
| 20 |
|
| ຊາວອິດສະຣາເອນໄດ້ອົບພະຍົບຈາກທ້ອງຖິ່ນຊຸກໂກດ ໄປຕັ້ງຄ້າຍພັກຢູ່ໃນທ້ອງຖິ່ນເອທາມ ທີ່ແຄມຖິ່ນແຫ້ງແລ້ງກັນດານ. |
|
| 21 |
|
| ໃນລະຫວ່າງການເດີນທາງນັ້ນ ພຣະເຈົ້າຢາເວໄດ້ນຳໜ້າພວກເຂົາໄປ ໂດຍບັນດານໃຫ້ມີເສົາເມກຊີ້ທາງໄປໃນເວລາກາງເວັນ ແລະມີເສົາໄຟເຍືອງທາງໄປໃນເວລາກາງຄືນ ເພື່ອພວກເຂົາຈະເດີນທາງທັງກາງເວັນແລະກາງຄືນໄດ້. |
|
| 22 |
|
| ຕະຫລອດການເດີນທາງນັ້ນ ເສົາເມກໄດ້ຊີ້ທາງໃນເວລາກາງເວັນ ແລະເສົາໄຟໄດ້ຊີ້ທາງໃນເວລາກາງຄືນ. |
|
|
|
|