|
| 1 |
|
| ພຣະເຈົ້າຢາເວໄດ້ສັ່ງໂມເຊວ່າ, |
|
| 2 |
|
| “ຈົ່ງບອກຊາວອິດສະຣາເອນໃຫ້ກັບເມືອຕັ້ງຄ້າຍພັກຢູ່ຕໍ່ໜ້າຂອງປີຮາຮີໂຣດ; ລະຫວ່າງມິກໂດນກັບທະເລແດງ ແລະຢູ່ໃກ້ກັບ ບາອານເຊໂຟນ. |
|
| 3 |
|
| ແລ້ວກະສັດຟາໂຣກໍຈະຄິດວ່າ ຊາວອິດສະຣາເອນກຳລັງເດີນທາງວົນວຽນໄປມາຢູ່ໃນຂົງເຂດນີ້ ໂດຍມີຖິ່ນແຫ້ງແລ້ງກັນດານກີດກັ້ນໄວ້. |
|
| 4 |
|
| ເຮົາຈະເຮັດໃຫ້ລາວໃຈແຂງກະດ້າງດື້ດຶງຂຶ້ນອີກ ແລະໄລ່ຕິດຕາມພວກເຈົ້າມາ ແລະໄຊຊະນະຂອງເຮົາທີ່ມີຕໍ່ລາວ ແລະກອງທັບຂອງລາວ ຈະນຳກຽດສັກສີແລະຊື່ສຽງມາໃຫ້ເຮົາ. ແລ້ວຊາວເອຢິບກໍຈະໄດ້ຮູ້ວ່າ ເຮົາແມ່ນພຣະເຈົ້າຢາເວ.” ດັ່ງນັ້ນ ຊາວອິດສະຣາເອນຈຶ່ງເຮັດຕາມທີ່ໄດ້ກ່າວໄວ້ນັ້ນທຸກປະການ. |
|
| 5 |
|
| ເມື່ອກະສັດຟາໂຣແຫ່ງເອຢິບຮູ້ວ່າ ປະຊາຊົນອິດສະຣາເອນໄດ້ໜີໄປແລ້ວ, ກະສັດຟາໂຣ ແລະບັນດາຂ້າຣາຊການກໍປ່ຽນໃຈແລະສອບຖາມວ່າ, “ເປັນຫຍັງພວກເຮົາຈຶ່ງເຮັດຢ່າງນີ້? ພວກເຮົາໄດ້ປ່ອຍໃຫ້ຊາວອິດສະຣາເອນໜີໄປ ແລະພວກເຮົາກໍເສຍທາດຮັບໃຊ້ໄປໝົດ.” |
|
| 6 |
|
| ສະນັ້ນ ກະສັດຟາໂຣຈຶ່ງຈັດລົດຮົບແລະທະຫານຕຽມພ້ອມ. |
|
| 7 |
|
| ເພິ່ນໄດ້ເອົາລົດຮົບທັງໝົດອອກມາໃຊ້ ຊຶ່ງລວມທັງລົດຮົບດີທີ່ສຸດ ຫົກຮ້ອຍຄັນໂດຍມີນາຍທະຫານບັນຊາການ. |
|
| 8 |
|
| ພຣະເຈົ້າຢາເວໄດ້ເຮັດໃຫ້ກະສັດຟາໂຣໃຈແຂງກະດ້າງດື້ດຶງ ແລະໄລ່ຕິດຕາມຊາວອິດສະຣາເອນ ຊຶ່ງພວມເດີນທາງໄປຢ່າງມີໄຊ. |
|
| 9 |
|
| ກອງທັບເອຢິບຊຶ່ງມີທະຫານມ້າ ລວມທັງລົດຮົບແລະຄົນຂັບ ໄດ້ໄລ່ຕິດຕາມຊາວອິດສະຣາເອນມາ ແລະທັນພວກເຂົາຢູ່ໃກ້ກັບ ປີຮາຮີໂຣດ; ຄືຕໍ່ໜ້າບາອານເຊໂຟນ ຊື່ບ່ອນທີ່ພວກເຂົາໄດ້ຕັ້ງຄ້າຍພັກຢູ່ແຄມທະເລແດງ. |
|
| 10 |
|
| ເມື່ອຊາວອິດສະຣາເອນໄດ້ເຫັນກະສັດຟາໂຣກັບທະຫານຂອງເພິ່ນໄລ່ຕິດຕາມມາ; ພວກເຂົາຕ່າງກໍແຕກຕື່ນຕົກໃຈຢ່າງໜັກ ທັງຢ້ານທັງຮ້ອງຫາພຣະເຈົ້າຢາເວໃຫ້ຊ່ວຍເຫລືອ. |
|
| 11 |
|
| ພວກເຂົາຮ້ອງໃສ່ໂມເຊວ່າ, “ໃນປະເທດເອຢິບບໍ່ມີບ່ອນຝັງສົບບໍ? ເປັນຫຍັງຈຶ່ງພາພວກເຮົາມາຕາຍທີ່ຖິ່ນແຫ້ງແລ້ງກັນດານເຊັ່ນນີ້? ເບິ່ງພຸ້ນດູ ຜົນທີ່ທ່ານນຳພວກເຮົາອອກມາຈາກປະເທດເອຢິບ |
|
| 12 |
|
| ພວກເຮົາບອກທ່ານກ່ອນອອກມາຈາກປະເທດເອຢິບແລ້ວວ່າ ເຫດການເຊັ່ນນີ້ຈະເກີດຂຶ້ນ ບໍ່ແມ່ນບໍ? ພວກເຮົາໄດ້ບອກທ່ານແລ້ວວ່າ ຢ່າຫຍຸ້ງກ່ຽວກັບພວກເຮົາ ແລະປ່ອຍໃຫ້ພວກເຮົາເປັນທາດຮັບໃຊ້ຂອງຊາວເອຢິບຕໍ່ໄປ. ເປັນທາດຮັບໃຊ້ຢູ່ພຸ້ນ ກໍດີກວ່າມາຕາຍຢູ່ໃນກາງຖິ່ນແຫ້ງແລ້ງກັນດານເຊັ່ນນີ້.” |
|
| 13 |
|
| ແຕ່ໂມເຊຕອບວ່າ, “ຢ່າຢ້ານເລີຍ ຕັ້ງໃຈໃຫ້ດີ ແລະພວກເຈົ້າຈະໄດ້ເຫັນສິ່ງທີ່ພຣະເຈົ້າຢາເວກະທຳ ເພື່ອຊ່ວຍພວກເຈົ້າໃຫ້ພົ້ນໃນວັນນີ້ ພວກເຈົ້າຈະບໍ່ເຫັນຊາວເອຢິບເຫຼົ່ານີ້ອີກຈັກເທື່ອ. |
|
| 14 |
|
| ພຣະເຈົ້າຢາເວຈະສູ້ຮົບຕາງພວກເຈົ້າ ໂດຍທີ່ພວກເຈົ້າບໍ່ຕ້ອງເຮັດຫຍັງເລີຍ.” |
|
| 15 |
|
| ພຣະເຈົ້າຢາເວໄດ້ກ່າວຕໍ່ໂມເຊວ່າ, “ເປັນຫຍັງຈຶ່ງຮ້ອງຫາເຮົາໃຫ້ຊ່ວຍເຫລືອ? ບອກປະຊາຊົນມຸ້ງໜ້າຕໍ່ໄປ. |
|
| 16 |
|
| ຝ່າຍເຈົ້າ ເຈົ້າຈົ່ງຍົກໄມ້ຄ້ອນເທົ້າຂອງເຈົ້າຂຶ້ນ ແລະຊີ້ໄປເທິງໜ້ານໍ້າທະເລ ແລະມັນຈະແຍກນໍ້າອອກໃຫ້ເປັນທາງຍ່າງ ເພື່ອຊາວອິດສະຣາເອນຈະສາມາດຍ່າງເທິງພື້ນດິນແຫ້ງ ແລະຜ່ານໄປໄດ້. |
|
| 17 |
|
| ເຮົາຈະເຮັດໃຫ້ຊາວເອຢິບໃຈແຂງກະດ້າງດື້ດຶງຫລາຍຍິ່ງຂຶ້ນ ແລະພວກເຂົາຈະໄລ່ຕິດຕາມພວກເຈົ້າມາ ແລະເຮົາຈະໄດ້ຮັບສະຫງ່າຣາສີກຽດຕິຍົດ ເມື່ອເຮົາໄດ້ຊະນະກະສັດຟາໂຣ, ກອງທັບ, ທະຫານມ້າ, ລົດຮົບ, ພ້ອມຄົນຂັບຂອງລາວເທົ່ານັ້ນ. |
|
| 18 |
|
| ເມື່ອເຮົາໄດ້ໄຊຊະນະພວກເຂົາແລ້ວ ຊາວເອຢິບຈຶ່ງຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ.” |
|
| 19 |
|
| ສ່ວນເທວະດາຂອງພຣະເຈົ້າ ຕົນທີ່ເຄີຍນຳໜ້າຊາວອິດສະຣາເອນໄປ ກໍມາຢູ່ເບື້ອງຫລັງພວກເຂົາ. ເສົາເມກຊຶ່ງຢູ່ຂ້າງໜ້າກໍໄດ້ຍ້າຍກັບມາຂັ້ນທາງກາງ |
|
| 20 |
|
| ລະຫວ່າງຊາວເອຢິບແລະຊາວອິດສະຣາເອນ. ເສົາເມກນັ້ນໄດ້ເຮັດໃຫ້ດ້ານຂອງຊາວເອຢິບມືດ ແລະດ້ານຂອງຊາວອິດສະຣາເອນແຈ້ງ ເພື່ອສອງຝ່າຍຈະເຂົ້າປະເຊີນໜ້າກັນບໍ່ໄດ້. ເຫດການເປັນຢູ່ເຊັ່ນນີ້ຕະຫລອດຄືນ. |
|
| 21 |
|
| ໂມເຊໄດ້ເດ່ມືຂອງຕົນອອກໄປສູ່ທະເລ ແລະພຣະເຈົ້າຢາເວໄດ້ບັນດານ ໃຫ້ລົມຮ້ອນທາງທິດຕາເວັນອອກພັດທະເລຕະຫລອດຄືນ. ລົມໄດ້ພັດທະເລຢູ່ຢ່າງລຽນຕິດຈົນເຫັນພື້ນດິນແຫ້ງ. ນໍ້າໄດ້ແຍກອອກຈາກກັນເປັນທາງຍ່າງ |
|
| 22 |
|
| ແລະຊາວອິດສະຣາເອນໄດ້ຍ່າງເທິງພື້ນດິນແຫ້ງຜ່ານຂ້າມໄປ ໂດຍມີນໍ້າຂັ້ນທັງສອງຂ້າງເໝືອນກຳແພງ. |
|
| 23 |
|
| ຊາວເອຢິບໄລ່ຕິດຕາມຊາວອິດສະຣາເອນມາຢ່າງບໍ່ລົດລະ ໂດຍມີທັງທະຫານມ້າ, ລົດຮົບ, ພ້ອມຄົນຂັບມຸ້ງໜ້າເຂົ້າໄປໃນທະເລ. |
|
| 24 |
|
| ຕອນໃກ້ຮຸ່ງເຊົ້າ ພຣະເຈົ້າຢາເວໄດ້ສັງເກດເບິ່ງກອງທັບເອຢິບຈາກເສົາເມກ ແລະເສົາໄຟ. ສະນັ້ນ ພຣະອົງຈຶ່ງບັນດານໃຫ້ເກີດອົນລາຫົນຂຶ້ນໃນເຫຼົ່າທະຫານ. |
|
| 25 |
|
| ພຣະອົງໄດ້ເຮັດໃຫ້ລໍ້ລົດຮົບຄາດິນ ແລະໝູນໄປໄດ້ຍາກເຕັມທີ. ເມື່ອເຫັນເປັນເຊັ່ນນັ້ນ ຊາວເອຢິບຈຶ່ງຮ້ອງວ່າ, “ພຣະເຈົ້າຢາເວກຳລັງເຂົ້າຂ້າງພວກອິດສະຣາເອນສູ້ຮົບພວກເຮົາ. ໃຫ້ພາກັນໜີອອກຈາກທີ່ນີ້ດຽວນີ້.” |
|
| 26 |
|
| ແລ້ວພຣະເຈົ້າຢາເວກໍໄດ້ສັ່ງໂມເຊວ່າ, “ເດ່ມືຂອງເຈົ້າອອກສູ່ທະເລ ແລະນໍ້າຈະໄຫລມາຖ້ວມຊາວເອຢິບ ພ້ອມທັງລົດຮົບແລະຄົນຂັບຂອງພວກເຂົາ.” |
|
| 27 |
|
| ສະນັ້ນ ໂມເຊຈຶ່ງເດ່ມືຂອງຕົນອອກສູ່ທະເລ ແລະແຕ່ເຊົ້າໆ ນໍ້າກໍໄດ້ໄຫລກັບຄືນເຂົ້າສູ່ລະດັບເດີມ. ຊາວເອຢິບພະຍາຍາມແລ່ນໜີເອົາຕົວລອດ ແຕ່ພຣະເຈົ້າຢາເວໄດ້ໂຍນພວກເຂົາຈົມລົງໃນທະເລ. |
|
| 28 |
|
| ນໍ້າໄຫລກັບຄືນມາຖ້ວມລົດຮົບພ້ອມຄົນຂັບຄື: ກອງທັບຊາວເອຢິບທັງໝົດ ຊຶ່ງໄລ່ຕິດຕາມຊາວອິດສະຣາເອນເຂົ້າໄປໃນທະເລ. ບໍ່ມີຜູ້ໃດລອດຊີວິດມາໄດ້ຈັກຄົນ. |
|
| 29 |
|
| ສ່ວນຊາວອິດສະຣາເອນນັ້ນກໍໄດ້ຍ່າງໄປເທິງພື້ນດິນແຫ້ງຢ່າງປອດໄພຄື: ບ່ອນມີນໍ້າຂັ້ນທັງສອງຂ້າງດັ່ງກຳແພງ. |
|
| 30 |
|
| ໃນວັນນັ້ນ ພຣະເຈົ້າຢາເວໄດ້ໂຜດຊ່ວຍປະຊາຊົນອິດສະຣາເອນ ໃຫ້ພົ້ນຈາກການຕິດຕາມທຳລາຍຂອງຊາວເອຢິບ. ຊາວອິດສະຣາເອນໄດ້ເຫັນຊາກສົບຂອງຊາວເອຢິບ ຢາຍເດຍລະດາດຢູ່ຕາມແຄມທະເລ. |
|
| 31 |
|
| ເມື່ອຊາວອິດສະຣາເອນໄດ້ເຫັນຣິດອຳນາດອັນຍິ່ງໃຫຍ່ ຊຶ່ງພຣະເຈົ້າຢາເວໄດ້ໄຊຊະນະຊາວເອຢິບເຊັ່ນນີ້ ພວກເຂົາຈຶ່ງຢ້ານຢຳພຣະເຈົ້າຢາເວ; ພວກເຂົາຕ່າງກໍມີຄວາມເຊື່ອໃນພຣະເຈົ້າຢາເວ ແລະໃນໂມເຊຜູ້ຮັບໃຊ້ຂອງພຣະອົງດ້ວຍ. |
|
|
|
|