|
| 1 |
|
| ແລ້ວໂມເຊກັບຊາວອິດສະຣາເອນກໍໄດ້ຮ້ອງເພງນີ້ ສັນລະເສີນພຣະເຈົ້າຢາເວວ່າ, “ຂ້ານ້ອຍຈະຮ້ອງເພງຍ້ອງຍໍສັນລະເສີນພຣະເຈົ້າຢາເວ ເພາະໄຊຊະນະຂອງພຣະອົງຊ່າລືໄປທົ່ວເທິງແຜ່ນດິນໂລກ. ພຣະອົງໄດ້ໂຍນຝູງມ້າພ້ອມທະຫານທັງຫລາຍຂອງເອຢິບ ໃຫ້ມໍຣະນາໃນທ້ອງທະເລອັນໃຫຍ່ກວ້າງ. |
|
| 2 |
|
| ພຣະເຈົ້າຢາເວເປັນປ້ອມປ້ອງກັນຢ່າງເຂັ້ມແຂງ; ພຣະອົງເປັນແຫລ່ງແຫ່ງການຊ່ວຍກູ້ຈາກໂພຍໄພຮ້າຍ. ພຣະອົງເປັນພຣະເຈົ້າທີ່ຂ້ານ້ອຍຈະຍ້ອງຍໍສັນລະເສີນ; ເປັນພຣະເຈົ້າແຫ່ງພຣະບິດາ ຈຶ່ງຂໍຍົກຍໍພຣະຣິດທານຸພາບ. |
|
| 3 |
|
| ພຣະເຈົ້າຢາເວເປັນນັກຮົບຜູ້ຍິ່ງໃຫຍ່ ພຣະເຈົ້າຢາເວນັ້ນ ແມ່ນນາມອັນກຽງໄກຂອງພຣະອົງ. |
|
| 4 |
|
| ພຣະອົງໂຍນກອງທັບເອຢິບລົງໃນທ້ອງທະເລ; ພວກນາຍທະຫານທີ່ເກັ່ງກ້າ ຈຶ່ງຈົມລົງໃນນໍ້າ. |
|
| 5 |
|
| ທ້ອງທະເລອັນເລິກຈຶ່ງຫຸ້ມຫໍ່ເອົາພວກເຂົາ; ພວກເຂົາຈົມສູ່ພື້ນທະເລດັ່ງກ້ອນຫີນຈົມລົງດິ່ງໆ. |
|
| 6 |
|
| ຂ້າແດ່ພຣະເຈົ້າຢາເວ ມືຂວາຂອງພຣະອົງນັ້ນຊົງຣິດອຳນາດຍິ່ງ ຂ້າແດ່ພຣະເຈົ້າຢາເວ ມືຂວາຂອງພຣະອົງນັ້ນທຳລາຍພວກສັດຕູໃຫ້ໝຸ່ນທະລາຍໄປໄດ້. |
|
| 7 |
|
| ພຣະອົງໂຄ່ນລົ້ມສັດຕູໄດ້ດ້ວຍໄຊຊະນະອັນສະຫງ່າງາມ; ພຣະອົງເຜົາຜານພວກເຂົາດັ່ງເຟືອງດ້ວຍຄວາມຮ້າຍທີ່ລຸກໄໝ້. |
|
| 8 |
|
| ພຣະອົງເປົ່າທະເລດ້ວຍລົມຫາຍໃຈ ແລະນໍ້າຈຶ່ງກາຍເປັນຟອງສູງໃຫຍ່; ຟອງນໍ້າໄດ້ຢືນແຂງຄ້າງເໝືອນດັ່ງກຳແພງ. ທ້ອງທະເລອັນກວ້າງ ແລະເລິກຢ່າງເຫຼືອຫລາຍ; ກໍເລີຍກາຍຄ້າງແຂງແໜ້ນໜັກໄປຈົນສິ້ນ. |
|
| 9 |
|
| ສັດຕູເວົ້າວ່າ, ‘ຂ້ອຍຈະຕາມລ່າຈັບກຸມເອົາພວກເຂົາ ຂ້ອຍຈະແບ່ງປັນຊັບສິນຂອງພວກເຂົາໃຫ້ໄດ້; ແລະຢຶດເອົາສິ່ງທີ່ຂ້ອຍຕ້ອງການທັງໝົດໄປ ຂ້ອຍຈະຊັກດາບແລະຢຶດສິ່ງຂອງທີ່ພວກເຂົາມີນັ້ນ.’ |
|
| 10 |
|
| ເມື່ອພຣະອົງຫາຍໃຈ ພຽງຄັ້ງດຽວເທົ່ານັ້ນ ຊາວເອຢິບກໍຈົມລົງສູ່ທ້ອງທະເລທັງດີ້ນ. ພວກເຂົາຈົມລົງດິ່ງໆເໝືອນດັ່ງກ້ອນຂີ້ກົ່ວ ຕົນຕົວຈົມລົງສູ່ພື້ນທະເລກວ້າງຄຶກຄະນອງ. |
|
| 11 |
|
| ຂ້າແດ່ພຣະເຈົ້າຢາເວ ໃນບັນດາພະທັງຫລາຍນັ້ນໃຜແດ່ຄືພຣະອົງ? ແນ່ວແນ່ຄືພຣະອົງ ຜູ້ຍິ່ງໃຫຍ່ແລະບໍຣິສຸດດ້ວຍ. ພະໃດເຮັດການອັດສະຈັນຕ່າງໆໄດ້ແດ່? ແລະເຮັດການອັນໃຫຍ່ຍິ່ງໄດ້ດັ່ງພຣະອົງ? |
|
| 12 |
|
| ພຽງແຕ່ພຣະອົງຢຽດມືຂວາອອກໃສ່ ພື້ນດິນກໍໄດ້ຍະອອກກຶນກິນສັດຕູຈົນດັບສູນ. |
|
| 13 |
|
| ໂດຍສັດຊື່ຕໍ່ພຣະສັນຍາ ພຣະອົງຈຶ່ງໄດ້ ຊ່ວຍກູ້ແລະນຳພາປະຊາຊົນຂອງພຣະອົງ; ໂດຍກຳລັງອັນສູ້ຊົນຂອງພຣະອົງ ຈຶ່ງນຳພວກເຂົາສູ່ດິນແດນອັນສັກສິດໄດ້. |
|
| 14 |
|
| ເມື່ອຊົນຊາດທັງຫລາຍໄດ້ຍິນເລື່ອງ ກໍແຕກຕື່ນຕົກໃຈກົວ; ຄວາມຢ້ານກົວອັນໃຫຍ່ຫລວງ ໄດ້ຄວບຄຸມຊາວຟີລິດສະຕິນໄວ້. |
|
| 15 |
|
| ສ່ວນພວກເຈົ້ານາຍຊາວເອໂດມກໍຢ້ານໃຫຍ່; ຊາວໂມອາບຜູ້ເກັ່ງກ້າກໍເກີດຢ້ານໃຈສັ່ນເຊັນ. ສ່ວນຊາວການາອານຊໍ້າໝົດກຳລັງໃຈຫຼາຍ; ຕົກໃຈຢ້ານແລະໄຫວຫວັ່ນຍ້ອນຄວາມກົວ. |
|
| 16 |
|
| ຂ້າແດ່ພຣະເຈົ້າຢາເວ ພວກເຂົາເສຍຂວັນແລະຢ້ານກົວໃຫຍ່ ເມື່ອພວກເຂົາເຫັນພຣະເດຊານຸພາບ; ພວກເຂົາຢືນຢ່າງສິ້ນທ່າດ້ວຍຄວາມຢ້ານກົວ ຈົນກວ່າປະຊາຊົນຂອງພຣະອົງຜ່ານໄປໄດ້; ຄືປະຊາຊົນທີ່ພຣະອົງປົດປ່ອຍໃຫ້ມີອິດສະຫລະເສລີ ຈາກການເປັນທາດຮັບໃຊ້. |
|
| 17 |
|
| ພຣະອົງນຳພວກເຂົາ ເຂົ້າມາໃກ້ ແລະຕັ້ງໄວ້ທີ່ພູເຂົາສັກສິດ; ບ່ອນທີ່ພຣະເຈົ້າຢາເວໄດ້ເລືອກສັນເປັນບ່ອນສະຖິດຢູ່. ຄືໃນພຣະວິຫານທີ່ພຣະອົງໄດ້ສ້າງເອງ ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຢາເວເອງຈະເປັນກະສັດປົກຄອງສືບໆໄປເປັນນິດ.” |
|
| 18 |
|
|
|
| 19 |
|
| ເມື່ອທະຫານມ້າກັບລົດຮົບພ້ອມຄົນຂັບຊາວເອຢິບ ໄດ້ແລ່ນລົງໄປໃນທະເລນັ້ນ ພຣະເຈົ້າຢາເວໄດ້ບັນດານໃຫ້ນໍ້າໄຫລຄືນເຂົ້າກັນ ແລະຖ້ວມພວກເຂົາ, ແຕ່ສຳລັບຊາວອິດສະຣາເອນ ພວກເຂົາໄດ້ຍ່າງຂ້າມເທິງໜ້າດິນແຫ້ງໃນພື້ນທະເລໄປຢ່າງປອດໄພ. |
|
| 20 |
|
| ແລ້ວນາງມີຣີອາມ ເອື້ອຍອາໂຣນທີ່ເປັນຜູ້ທຳນວາຍກໍຕີກອງອອກໜ້າ ຕິດຕາມດ້ວຍຜູ້ຍິງທຸກຄົນທັງຕີກອງແລະຟ້ອນລຳ. |
|
| 21 |
|
| ນາງຮ້ອງເພງຊໍ້າໄປຊໍ້າມາວ່າ, “ຈົ່ງຍ້ອງຍໍສັນລະສັນພຣະເຈົ້າຢາເວດ້ວຍການຮ້ອງລຳທຳເພງ ເພາະໄຊຊະນະຂອງພຣະອົງ ຊ່າລືໄປທົ່ວໂລກ. ພຣະອົງໄດ້ໂຍນຝູງມ້າ ແລະທະຫານທັງຫລາຍ ໃຫ້ມໍຣະນາໃນທ້ອງທະເລອັນກວ້າງໃຫຍ່.” |
|
| 22 |
|
| ແລ້ວໂມເຊກໍໄດ້ນຳປະຊາຊົນອິດສະຣາເອນຈາກທະເລແດງ ມຸ້ງໜ້າເຂົ້າໄປສູ່ຖິ່ນແຫ້ງແລ້ງກັນດານ ຊູເຣ. ພວກເຂົາຍ່າງຢູ່ໃນຖິ່ນແຫ້ງແລ້ງກັນດານເຖິງສາມມື້ ແຕ່ບໍ່ພົບນໍ້າ. |
|
| 23 |
|
| ແລ້ວພວກເຂົາກໍໄດ້ມາຮອດບ່ອນໜຶ່ງທີ່ເອີ້ນວ່າ ມາຣາ, ແຕ່ນໍ້າໃນທີ່ນັ້ນຂົມຫລາຍຈົນດື່ມບໍ່ໄດ້. ສະນັ້ນ ບ່ອນນີ້ຈຶ່ງມີຊື່ວ່າ ມາຣາ. |
|
| 24 |
|
| ປະຊາຊົນໄດ້ຈົ່ມຮ້າຍໃສ່ໂມເຊ ແລະຖາມເພິ່ນວ່າ, “ພວກເຮົາຈະຫານໍ້າມາແຕ່ໃສດື່ມ?” |
|
| 25 |
|
| ໂມເຊຈຶ່ງໄດ້ໄຫວ້ວອນພາວັນນາອະທິຖານດ້ວຍໃຈຮ້ອນຮົນຕໍ່ພຣະເຈົ້າຢາເວ ແລະພຣະເຈົ້າຢາເວກໍໄດ້ສຳແດງໃຫ້ໂມເຊເຫັນໄມ້ທ່ອນໜຶ່ງ. ໂມເຊໄດ້ຈັບເອົາໄມ້ທ່ອນນັ້ນຖິ້ມລົງໃສ່ນໍ້າ. ດັ່ງນັ້ນ ນໍ້າຈຶ່ງເຊົາຂົມແລະດື່ມໄດ້. ໃນທີ່ນັ້ນ ພຣະເຈົ້າຢາເວໄດ້ໃຫ້ກົດບັນຍັດຕ່າງໆເພື່ອການດຳເນີນຊີວິດ ແລະໃນທີ່ນັ້ນພຣະອົງໄດ້ທົດສອບພວກເຂົາດ້ວຍ. |
|
| 26 |
|
| ພຣະອົງໄດ້ບອກວ່າ, “ຖ້າພວກເຈົ້າເຊື່ອຟັງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໂດຍເຮັດສິ່ງທີ່ຖືກຕ້ອງຕໍ່ສາຍຕາຂອງພຣະອົງ ແລະເຮັດຕາມຂໍ້ຄຳສັ່ງທຸກຂໍ້ຂອງພຣະອົງ ເຮົາກໍຈະບໍ່ລົງໂທດພວກເຈົ້າດ້ວຍໂຣກໄພໄຂ້ເຈັບ ດັ່ງທີ່ໄດ້ນຳມາທຳລາຍຊາວເອຢິບ. ເຮົາແມ່ນພຣະເຈົ້າຢາເວຜູ້ທີ່ປິ່ນປົວຮັກສາເຈົ້າໃຫ້ດີ.” |
|
| 27 |
|
| ຕໍ່ມາ ພວກເຂົາໄດ້ເດີນທາງມາເຖິງເອລິມ ຊຶ່ງໃນບ່ອນນັ້ນມີນໍ້າອອກບໍ່ສິບສອງແຫ່ງ ແລະມີຕົ້ນຕານເຈັດສິບຕົ້ນ. ສະນັ້ນ ປະຊາຊົນອິດສະຣາເອນຈຶ່ງໄດ້ຕັ້ງຄ້າຍພັກຢູ່ໃກ້ບໍ່ນໍ້າແຫ່ງນີ້. |
|
|
|
|