|
| 1 |
|
| ຊຸມຊົນອິດສະຣາເອນທັງໝົດໄດ້ເດີນທາງອອກຈາກເອລິມ ແລະໃນມື້ທີສິບຫ້າເດືອນທີສອງຫລັງຈາກໄດ້ໜີອອກມາຈາກປະເທດເອຢິບ ພວກເຂົາໄດ້ເດີນທາງມາຮອດຖິ່ນແຫ້ງແລ້ງກັນດານສີນ ຊຶ່ງຢູ່ລະຫວ່າງເອລິມແລະພູເຂົາຊີນາຍ. |
|
| 2 |
|
| ຢູ່ໃນຖິ່ນແຫ້ງແລ້ງກັນດານນີ້ ພວກເຂົາໄດ້ຈົ່ມຮ້າຍໃສ່ໂມເຊກັບອາໂຣນອີກ. |
|
| 3 |
|
| ພວກເຂົາເວົ້າວ່າ, “ພວກເຮົາຢາກໃຫ້ພຣະເຈົ້າຢາເວຂ້າພວກເຮົາຖິ້ມຢູ່ປະເທດເອຢິບ ບ່ອນທີ່ພວກເຮົາໄດ້ກິນເຂົ້າປາອາຫານເຕັມອີ່ມພຸ້ນສາ! ແຕ່ທ່ານຊໍ້າພັດນຳພວກເຮົາມາອຶດຕາຍຢູ່ໃນຖິ່ນແຫ້ງແລ້ງກັນດານນີ້.” |
|
| 4 |
|
| ແລ້ວພຣະເຈົ້າຢາເວກໍບອກໂມເຊວ່າ, “ບັດນີ້ ເຮົາຈະບັນດານໃຫ້ເຂົ້າຈີ່ຕົກລົງມາຈາກສະຫວັນ ດັ່ງຫ່າຝົນໃຫ້ພວກເຈົ້າທຸກຄົນໄດ້ກິນ. ຈົ່ງບອກປະຊາຊົນໄປເກັບເອົາແຕ່ລະວັນ ໃຫ້ພໍດີກິນສຳລັບວັນໜຶ່ງ. ໂດຍວິທີນີ້ເຮົາຈຶ່ງທົດສອບເບິ່ງໄດ້ວ່າ ພວກເຂົາຈະເຮັດຕາມຂໍ້ຄຳສັ່ງຂອງເຮົານັ້ນຫລືບໍ່. |
|
| 5 |
|
| ໃນມື້ທີຫົກ ໃຫ້ເກັບເອົາຫລາຍກວ່າມື້ທຳມະດາໜຶ່ງເທົ່າ ເພື່ອເອົາໄວ້ຕຽມເປັນອາຫານ.” |
|
| 6 |
|
| ດັ່ງນັ້ນ ໂມເຊແລະອາໂຣນຈຶ່ງບອກຊາວອິດສະຣາເອນໝົດທຸກຄົນວ່າ, “ໃນຕອນຄໍ່ານີ້ ພວກເຈົ້າທຸກຄົນຈະໄດ້ຮູ້ຄັກວ່າ ແມ່ນພຣະເຈົ້າຢາເວທີ່ໄດ້ນຳພວກເຈົ້າອອກມາຈາກປະເທດເອຢິບ. |
|
| 7 |
|
| ໃນຕອນເຊົ້າ ພວກເຈົ້າຈະໄດ້ເຫັນແສງສຸກໃສແຫ່ງສະຫງ່າຣາສີຂອງພຣະເຈົ້າຢາເວ. ພຣະເຈົ້າຢາເວໄດ້ຍິນສຽງຈົ່ມຮ້າຍຂອງພວກເຈົ້າຕໍ່ສູ້ພຣະອົງ ແນ່ນອນແມ່ນພວກເຈົ້າໄດ້ຈົ່ມຕໍ່ສູ້ພຣະອົງແທ້ ເພາະພວກເຮົາທັງສອງເປັນພຽງແຕ່ຜູ້ປະຕິບັດຕາມຄຳແນະນຳຂອງພຣະອົງເທົ່ານັ້ນ.” |
|
| 8 |
|
| ແລ້ວໂມເຊກໍກ່າວວ່າ, “ແມ່ນພຣະເຈົ້າຢາເວທີ່ຈະໃຫ້ພວກເຈົ້າມີຊີ້ນກິນໃນຕອນແລງ ແລະຈະໃຫ້ມີເຂົ້າຈີ່ກິນຢ່າງບໍຣິບູນໃນຕອນເຊົ້າ ເພາະວ່າພຣະເຈົ້າຢາເວໄດ້ຍິນພວກເຈົ້າຈົ່ມຮ້າຍໃສ່ພຣະອົງຢ່າງຮຸນແຮງ. ເມື່ອພວກເຈົ້າຈົ່ມຮ້າຍຕໍ່ພວກເຮົາ ພວກເຮົາທັງສອງແມ່ນຜູ້ໃດ, ຄວາມຈົ່ມຮ້າຍຂອງພວກເຈົ້າບໍ່ໄດ້ຕໍ່ສູ້ພວກເຮົາ, ແຕ່ຕໍ່ສູ້ພຣະເຈົ້າຢາເວ.” |
|
| 9 |
|
| ແລ້ວໂມເຊກໍກ່າວແກ່ອາໂຣນວ່າ, “ຈົ່ງບອກຊຸມຊົນອິດສະຣາເອນ ເຂົ້າມາຢືນຢູ່ຊ້ອງໜ້າພຣະເຈົ້າຢາເວ ຍ້ອນພຣະອົງໄດ້ຍິນສຽງຈົ່ມຮ້າຍຂອງພວກເຂົາແລ້ວ.” |
|
| 10 |
|
| ໃນຂະນະທີ່ອາໂຣນກຳລັງກ່າວແກ່ຊຸມຊົນອິດສະຣາເອນຢູ່ນັ້ນ ພວກເຂົາຕ່າງກໍຫັນໜ້າແນມໄປທາງຖິ່ນແຫ້ງແລ້ງກັນດານ ແລະໃນທັນໃດນັ້ນ ແສງສຸກໃສແຫ່ງສະຫງ່າຣາສີຂອງພຣະເຈົ້າຢາເວກໍໄດ້ປາກົດຂຶ້ນໃນເມກ. |
|
| 11 |
|
| ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊວ່າ, |
|
| 12 |
|
| “ເຮົາໄດ້ຍິນຊາວອິດສະຣາເອນຈົ່ມຮ້າຍຕໍ່ເຮົາແລ້ວ. ຈົ່ງບອກພວກເຂົາວ່າ, ‘ໃນມື້ແລງນີ້ພວກເຂົາຈະມີຊີ້ນກິນ ແລະໃນຕອນເຊົ້າພວກເຂົາຈະມີເຂົ້າຈີ່ກິນຕາມຄວາມຕ້ອງການ. ແລ້ວພວກເຂົາກໍຈະຮູ້ວ່າ ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ.”’ |
|
| 13 |
|
| ພໍເຖິງເວລາຄໍ່າມາກໍມີຝູງນົກຂຸ້ມບິນມາຢູ່ເຕັມຄ້າຍພັກ ແລະພໍເຖິງຕອນເຊົ້າມາກໍມີນໍ້າໝອກປົກຫຸ້ມຢູ່ຮອບຄ້າຍ. |
|
| 14 |
|
| ເມື່ອນໍ້າໝອກເຫີຍຫາຍໄປແລ້ວ ໄດ້ມີສິ່ງໜຶ່ງບາງໆເປັນປ່ຽງ ປົກເຕັມເທິງໜ້າດິນໃນຖິ່ນແຫ້ງແລ້ງກັນດານ. ສິ່ງນັ້ນເປັນແຜ່ນບາງໆດັ່ງນໍ້າໝອກກ້າມ. |
|
| 15 |
|
| ເມື່ອຊາວອິດສະຣາເອນເຫັນ ພວກເຂົາບໍ່ຮູ້ວ່າແມ່ນຫຍັງ ຈຶ່ງຖາມກັນວ່າ, “ອັນນີ້ແມ່ນຫຍັງ?” ແລ້ວໂມເຊກໍບອກພວກເຂົາວ່າ, “ອັນນີ້ແມ່ນເຂົ້າຈີ່ທີ່ພຣະເຈົ້າຢາເວໃຫ້ພວກເຈົ້າກິນ. |
|
| 16 |
|
| ພຣະເຈົ້າຢາເວໄດ້ສັ່ງໄວ້ວ່າ ໃຫ້ແຕ່ລະຄົນເກັບເອົາຕາມທີ່ຕົນຈະກິນໄດ້ໝົດປະມານຄົນລະສອງລິດ ໂດຍໃຫ້ເກັບເອົາຄົບຕາມຈຳນວນຄົນໃນຄອບຄົວ.” |
|
| 17 |
|
| ຊາວອິດສະຣາເອນກໍເຮັດຕາມຄຳສັ່ງນັ້ນ ບາງຄົນກໍເກັບເອົາຫລາຍ ແລະບາງຄົນກໍເກັບເອົາໜ້ອຍ. |
|
| 18 |
|
| ເມື່ອຊັ່ງເບິ່ງແລ້ວ ຜູ້ທີ່ເກັບເອົາຫລາຍກໍບໍ່ໄດ້ເຫຼືອ ແລະຜູ້ທີ່ເກັບເອົາໜ້ອຍກໍບໍ່ໄດ້ຂາດ. ທຸກຄົນເກັບເອົາໄດ້ພໍດີກັບທີ່ຕົນກິນອີ່ມ. |
|
| 19 |
|
| ໂມເຊບອກພວກເຂົາວ່າ, “ຢ່າໃຫ້ຜູ້ໃດເກັບເອົາໄວ້ຈົນຮອດມື້ອື່ນເຊົ້າ.” |
|
| 20 |
|
| ແຕ່ມີບາງຄົນບໍ່ເຊື່ອຟັງຄຳສັ່ງຂອງໂມເຊ ຈຶ່ງໄດ້ເກັບເອົາບາງສ່ວນໄວ້. ພໍຮອດມື້ເຊົ້າມາ ອາຫານນັ້ນກໍເປັນໜອນແລະເນົ່າເໝັນ. ໂມເຊຈຶ່ງຮ້າຍໃຫ້ພວກເຂົາ. |
|
| 21 |
|
| ສະນັ້ນ ທຸກໆເຊົ້າໃດ ແຕ່ລະຄົນຈຶ່ງເກັບເອົາຕາມທີ່ຕົນຈະກິນໄດ້ໝົດ. ເມື່ອຕາເວັນຂຶ້ນສູງ ແລະແດດຮ້ອນແລ້ວ ອາຫານນີ້ກໍຈະລະລາຍໄປ. |
|
| 22 |
|
| ໃນມື້ທີຫົກ ພວກເຂົາກໍເກັບເອົາອາຫານໄວ້ສອງເທົ່າ ຄົນລະປະມານສີ່ລິດ. ບັນດາຫົວໜ້າຊຸມຊົນອິດສະຣາເອນໄດ້ມາລາຍງານເລື່ອງນີ້ຕໍ່ໂມເຊ |
|
| 23 |
|
| ແລະໂມເຊກໍໄດ້ບອກພວກເຂົາວ່າ, “ພຣະເຈົ້າຢາເວສັ່ງວ່າໃນມື້ອື່ນແມ່ນວັນພັກຜ່ອນ, ເປັນວັນຊະບາໂຕບໍຣິສຸດຂອງພຣະເຈົ້າຢາເວ. ສະນັ້ນ ໃນວັນນີ້ ມີສິ່ງໃດທີ່ຢາກປີ້ງກໍໃຫ້ປີ້ງສາ ແລະມີສິ່ງໃດທີ່ຢາກຕົ້ມກໍໃຫ້ຕົ້ມສາ ສ່ວນທີ່ເຫຼືອນັ້ນຈົ່ງເກັບໄວ້ສຳລັບມື້ອື່ນ.” |
|
| 24 |
|
| ເພື່ອເຮັດຕາມໂມເຊສັ່ງ ເຂົາໄດ້ເກັບຮັກສາອາຫານທີ່ເຫຼືອນັ້ນມ້ຽນຈົນຮອດມື້ອື່ນ ແລະອາຫານນັ້ນກໍບໍ່ໄດ້ບູດເນົ່າເປັນໜອນເລີຍ. |
|
| 25 |
|
| ໂມເຊສັ່ງອີກວ່າ, “ວັນນີ້ ຈົ່ງກິນອາຫານທີ່ເຫຼືອນັ້ນສາ ເພາະວັນນີ້ແມ່ນວັນຊະບາໂຕຂອງພຣະເຈົ້າຢາເວ ແລະພວກເຈົ້າຈະບໍ່ພົບອາຫານໃດໆທີ່ນອກຄ້າຍ. |
|
| 26 |
|
| ພວກເຈົ້າຈະຕ້ອງເກັບເອົາອາຫານໃນຫົກວັນ, ແຕ່ໃນວັນທີເຈັດຄືວັນຊະບາໂຕ ວັນນັ້ນຈະບໍ່ມີເລີຍ.” |
|
| 27 |
|
| ໃນວັນທີເຈັດ ໄດ້ມີຊາວອິດສະຣາເອນບາງຄົນອອກໄປຫາເກັບເອົາອາຫານ ແຕ່ພວກເຂົາບໍ່ໄດ້ພົບສິ່ງໃດເລີຍ. |
|
| 28 |
|
| ແລ້ວພຣະເຈົ້າຢາເວກໍໄດ້ກ່າວຕໍ່ໂມເຊວ່າ, “ປະຊາຊົນເຫຼົ່ານີ້ຈະຂັດຂືນຄຳສັ່ງຂອງເຮົາ ໄປອີກເຫິງນານປານໃດ? |
|
| 29 |
|
| ຈົ່ງຈົດຈຳໄວ້ວ່າ ພຣະເຈົ້າຢາເວໄດ້ປະທານວັນຊະບາໂຕນີ້ໃຫ້ແກ່ພວກເຈົ້າ; ດ້ວຍເຫດນີ້ ໃນມື້ທີຫົກເຮົາຈຶ່ງໃຫ້ອາຫານແກ່ພວກເຈົ້າພໍກິນສຳລັບກຸ້ມສອງວັນ. ແຕ່ໃນວັນຊະບາໂຕ ທຸກຄົນຈະຕ້ອງຢູ່ກັບທີ່ ແລະຢ່າໃຫ້ຜູ້ໃດອອກຈາກເຮືອນຂອງຕົນ.” |
|
| 30 |
|
| ສະນັ້ນ ປະຊາຊົນອິດສະຣາເອນຈຶ່ງພາກັນຢຸດພັກໃນວັນທີເຈັດ. |
|
| 31 |
|
| ປະຊາຊົນອິດສະຣາເອນຕ່າງກໍເອີ້ນອາຫານນີ້ວ່າ ມານາ. ອາຫານນີ້ເປັນເມັດຂາວເໝືອນໃນຜັກຊີ ແລະມີຣົດຊາດເໝືອນເຂົ້າໜົມແຜ່ນປະສົມນໍ້າເຜິ້ງ. |
|
| 32 |
|
| ໂມເຊກ່າວວ່າ, “ພຣະເຈົ້າຢາເວສັ່ງພວກເຮົາຮັກສາມານາບາງສ່ວນໄວ້ ໃຫ້ເຊື້ອສາຍຂອງພວກເຮົາເບິ່ງ ເພື່ອພວກເຂົາຈະໄດ້ເຫັນອາຫານ ທີ່ພຣະອົງໄດ້ໃຫ້ພວກເຮົາກິນຢູ່ໃນຖິ່ນແຫ້ງແລ້ງກັນດານ ຄາວເມື່ອພຣະອົງໄດ້ນຳພາພວກເຮົາອອກມາຈາກປະເທດເອຢິບ.” |
|
| 33 |
|
| ດັ່ງນັ້ນ ໂມເຊຈຶ່ງບອກອາໂຣນວ່າ, “ຈົ່ງເອົາໄຫໜ່ວຍໜຶ່ງມາຜອງມານາໃສ່ສອງລິດໄວ້ໃນໄຫ ແລະເອົາໄຫນັ້ນໄປວາງໄວ້ຢູ່ຊ້ອງໜ້າພຣະເຈົ້າຢາເວ ເພື່ອເອົາໄວ້ໃຫ້ເຊື້ອສາຍຂອງພວກເຮົາເບິ່ງ.” |
|
| 34 |
|
| ເພື່ອກະທຳຕາມທີ່ພຣະເຈົ້າຢາເວສັ່ງໄວ້ກັບໂມເຊ ອາໂຣນຈຶ່ງເອົາໄຫມານາ ມາວາງໄວ້ຕໍ່ໜ້າຫີບພັນທະສັນຍາ ເພື່ອຈະເກັບຮັກສາໄວ້. |
|
| 35 |
|
| ຊາວອິດສະຣາເອນໄດ້ກິນມານາເປັນອາຫານ ເປັນເວລາສີ່ສິບປີ ຈົນພວກເຂົາໄດ້ເດີນທາງໄປຮອດດິນແດນການາອານ ບ່ອນທີ່ຕັ້ງຫຼັກແຫຼ່ງຢູ່. ( |
|
| 36 |
|
| ໜຶ່ງໂອເມເທົ່າກັບປະມານສອງລິດ ຫລືເທົ່າກັບໜຶ່ງສ່ວນສິບຂອງເອຟາ) |
|
|
|
|