|
| 1 |
|
| ເຢທະໂຣພໍ່ເຖົ້າຂອງໂມເຊ ຜູ້ທີ່ເປັນປະໂຣຫິດແຫ່ງມີດີອານໄດ້ຍິນເຖິງທຸກສິ່ງທີ່ພຣະເຈົ້າໄດ້ກະທຳເພື່ອໂມເຊ ແລະປະຊາຊົນອິດສະຣາເອນ ເມື່ອພຣະເຈົ້າຢາເວໄດ້ນຳພວກເຂົາອອກມາຈາກປະເທດເອຢິບ. |
|
| 2 |
|
| ສະນັ້ນ ເພິ່ນຈຶ່ງພາຊິບໂປຣາເມຍຂອງໂມເຊ ຜູ້ທີ່ຖືກປະໄວ້ກັບຕົນນັ້ນມາຫາໂມເຊ |
|
| 3 |
|
| ພ້ອມທັງເກໂຊມ ແລະເອລີເອເຊ ລູກຊາຍສອງຄົນຂອງນາງມາດ້ວຍ. (ໂມເຊໄດ້ກ່າວວ່າ, “ຂ້າພະເຈົ້າເປັນຄົນຕ່າງດ້າວໄດ້ມາອາໄສຢູ່ຕ່າງປະເທດ.” ສະນັ້ນ ເພິ່ນຈຶ່ງໃສ່ຊື່ໃຫ້ລູກຊາຍຜູ້ໜຶ່ງວ່າ ເກໂຊມ. |
|
| 4 |
|
| ເພິ່ນກ່າວອີກວ່າ, “ພຣະເຈົ້າຂອງພໍ່ຂ້ອຍເປັນຜູ້ຊ່ວຍເຫຼືອຂ້ອຍ ໃຫ້ພົ້ນຈາກການນຳລ່າສັງຫານຂອງກະສັດຟາໂຣແຫ່ງເອຢິບ.” ສະນັ້ນ ເພິ່ນຈຶ່ງໄດ້ໃສ່ຊື່ໃຫ້ລູກຊາຍອີກຜູ້ໜຶ່ງວ່າ ເອລີເອເຊ.) |
|
| 5 |
|
| ເຢທະໂຣໄດ້ພາເມຍຂອງໂມເຊພ້ອມດ້ວຍລູກຊາຍທັງສອງຂອງນາງ ມາທີ່ຖິ່ນແຫ້ງແລ້ງກັນດານ ບ່ອນທີ່ໂມເຊໄດ້ຕັ້ງຄ້າຍພັກຢູ່ທີ່ພູຂອງພຣະເຈົ້າ. |
|
| 6 |
|
| ເພິ່ນໄດ້ສົ່ງຄົນໄປບອກໂມເຊວ່າ ພວກຕົນກຳລັງເດີນທາງມາ. |
|
| 7 |
|
| ດັ່ງນັ້ນ ໂມເຊຈຶ່ງອອກໄປພົບ ແລະຂາບລົງຕໍ່ໜ້າເຢທະໂຣ ແລະທັງຈູບເພິ່ນ. ພວກເພິ່ນໄດ້ຖາມເຖິງຄວາມສຸກທຸກຂອງກັນແລະກັນ ແລ້ວກໍພາກັນໄປສູ່ເຕັນບ່ອນພັກຂອງໂມເຊ. |
|
| 8 |
|
| ໂມເຊເລົ່າສູ່ເຢທະໂຣຟັງທຸກສິ່ງທຸກຢ່າງ ທີ່ພຣະເຈົ້າຢາເວໄດ້ເຮັດຕໍ່ກະສັດຟາໂຣແລະຕໍ່ຊາວເອຢິບ ເພື່ອຊ່ວຍກອບກູ້ເອົາຊາວອິດສະຣາເອນ. ເພິ່ນຍັງໄດ້ເລົ່າເຖິງຄວາມຍາກລຳບາກນາໆປະການ ທີ່ຊາວອິດສະຣາເອນໄດ້ປະເຊີນໃນການເດີນທາງ ແລະເຖິງການທີ່ພຣະເຈົ້າຢາເວໄດ້ໂຜດຊ່ວຍພວກເຂົາໃຫ້ພົ້ນຢ່າງໃດ. |
|
| 9 |
|
| ເມື່ອເຢທະໂຣໄດ້ຍິນຄຸນຄວາມດີໝົດທຸກເລື່ອງຢ່າງນີ້ແລ້ວ ເພິ່ນກໍຊົມຊື່ນຍິນດີໃນສິ່ງທີ່ພຣະເຈົ້າຢາເວໄດ້ກະທຳແກ່ຊາວອິດສະຣາເອນ ທີ່ຊ່ວຍພວກເຂົາໃຫ້ພົ້ນຈາກເງື້ອມມືຂອງຊາວເອຢິບ. |
|
| 10 |
|
| ແລະເພິ່ນໄດ້ກ່າວວ່າ, “ສັນລະເສີນພຣະເຈົ້າຢາເວ ຜູ້ທີ່ໄດ້ໂຜດຊ່ວຍເຈົ້າທັງຫລາຍໃຫ້ພົ້ນຈາກຊາວເອຢິບແລະຈາກກະສັດຟາໂຣ ແລະໄດ້ຊ່ວຍຄົນຂອງພຣະອົງໃຫ້ພົ້ນຈາກເງື້ອມມືຂອງຊາວເອຢິບ. |
|
| 11 |
|
| ບັດນີ້ ຂ້ອຍຮູ້ແລ້ວວ່າ ພຣະເຈົ້າຢາເວຍິ່ງໃຫຍ່ກວ່າພະທັງຫລາຍ ເພາະພຣະອົງໄດ້ສຳແດງຄວາມຍິ່ງໃຫຍ່ນີ້ ເມື່ອຊາວເອຢິບໄດ້ເຮັດຕໍ່ຊາວອິດສະຣາເອນ ດ້ວຍການທາລຸນເຊັ່ນນັ້ນ.” |
|
| 12 |
|
| ແລ້ວເຢທະໂຣກໍຂ້າສັດເຜົາທັງໂຕ ແລະເອົາເຄື່ອງບູຊາອື່ນໆຖວາຍແກ່ພຣະເຈົ້າ; ຝ່າຍອາໂຣນ ແລະພວກຜູ້ນຳກໍໄດ້ໄປຮ່ວມກິນເຂົ້າຈີ່ຮ່ວມກັບພໍ່ເຖົ້າຂອງໂມເຊ ເພື່ອເປັນການນະມັດສະການພຣະເຈົ້າ. |
|
| 13 |
|
| ໃນມື້ຕໍ່ມາ ໂມເຊໄດ້ອອກມານັ່ງພິຈາລະນາເພື່ອຕັດສິນຄວາມໃຫ້ປະຊາຊົນ ເພິ່ນໄດ້ຫຍຸ້ງຢູ່ກັບວຽກແຕ່ເຊົ້າຈົນຮອດຄໍ່າ. |
|
| 14 |
|
| ເມື່ອເຢທະໂຣໄດ້ເຫັນທຸກໆສິ່ງທີ່ໂມເຊເຮັດ ເພິ່ນຈຶ່ງຖາມວ່າ, “ວຽກທັງໝົດທີ່ເຈົ້າກຳລັງເຮັດຢູ່ນີ້ເພື່ອປະຊາຊົນບໍ່ແມ່ນບໍ? ດ້ວຍເຫດໃດເຈົ້າຈຶ່ງເຮັດຜູ້ດຽວ ໂດຍປ່ອຍປະຊາຊົນໃຫ້ຢືນຢູ່ທີ່ນີ້ແຕ່ເຊົ້າຮອດຄໍ່າ ເພື່ອຂໍຄວາມເຫັນຈາກເຈົ້າ?” |
|
| 15 |
|
| ແລ້ວໂມເຊກໍຕອບວ່າ, “ຂ້ອຍຈຳເປັນຕ້ອງເຮັດເຊັ່ນນີ້ ຍ້ອນປະຊາຊົນມາຫາເພື່ອຮຽນຮູ້ສິ່ງທີ່ພຣະເຈົ້າຕ້ອງການໃຫ້ພວກເຂົາເຮັດ. |
|
| 16 |
|
| ເມື່ອມີສອງຄົນໂຕ້ຖຽງກັນ ພວກເຂົາກໍມາຫາຂ້ອຍ ແລະຂ້ອຍຕ້ອງຕັດສິນໃຫ້ ລະຫວ່າງເຂົາທັງສອງວ່າແມ່ນໃຜເປັນຜູ້ຖືກ ແລະພ້ອມດຽວກັນນັ້ນຂ້ອຍກໍຕ້ອງສັ່ງສອນພວກເຂົາ ໃຫ້ຮູ້ເຖິງກົດເກນແລະຂໍ້ຄຳສັ່ງຂອງພຣະເຈົ້າ.” |
|
| 17 |
|
| ແລ້ວເຢທະໂຣກໍບອກວ່າ, “ເຈົ້າເຮັດຢ່າງນີ້ບໍ່ແມ່ນວິທີທີ່ດີ. |
|
| 18 |
|
| ເຈົ້າຈະເຮັດໃຫ້ເຈົ້າເອງອ່ອນເພຍເສຍກຳລັງ ພ້ອມທັງປະຊາຊົນເຫຼົ່ານີ້ດ້ວຍ. ວຽກການນີ້ໜັກເຫຼືອກຳລັງທີ່ເຈົ້າຜູ້ດຽວຈະເຮັດໄດ້. |
|
| 19 |
|
| ບັດນີ້ ຂ້ອຍຂໍໃຫ້ຄຳແນະນຳທີ່ດີແກ່ເຈົ້າ ແລະພຣະເຈົ້າຈະສະຖິດຢູ່ກັບເຈົ້າ. ເປັນການຖືກຕ້ອງທີ່ເຈົ້າເປັນຜູ້ແທນຂອງປະຊາຊົນຕໍ່ພຣະເຈົ້າ ແລະນຳການໂຕ້ຖຽງກັນສະເໜີຕໍ່ພຣະເຈົ້າ. |
|
| 20 |
|
| ເຈົ້າຈົ່ງສັ່ງສອນພວກເຂົາໃຫ້ຮູ້ຂໍ້ຄຳສັ່ງຂອງພຣະເຈົ້າ ແລະອະທິບາຍສູ່ພວກເຂົາຟັງວ່າ ຄວນດຳເນີນຊີວິດຢ່າງໃດແລະຄວນປະຕິບັດຫຍັງແດ່. |
|
| 21 |
|
| ແຕ່ນອກຈາກນີ້ ເຈົ້າຄວນເລືອກເຟັ້ນເອົາຄົນທີ່ມີຄວາມສາມາດບາງຄົນໃນທ່າມກາງປະຊາຊົນທັງໝົດ ແລະແຕ່ງຕັ້ງພວກເຂົາໃຫ້ເປັນຜູ້ປົກຄອງໜຶ່ງພັນຄົນ, ໜຶ່ງຮ້ອຍຄົນ, ຫ້າສິບຄົນ ແລະສິບຄົນ. ພວກຜູ້ປົກຄອງນັ້ນຈະຕ້ອງເປັນຄົນຢຳເກງພຣະເຈົ້າ ທັງໄວ້ວາງໃຈໄດ້ແລະບໍ່ກິນສິນບົນ. |
|
| 22 |
|
| ໃຫ້ພວກເຂົາຮັບໜ້າທີ່ເປັນຜູ້ຕັດສິນປະຈຳ. ສ່ວນກໍລະນີໃຫຍ່ໆໃຫ້ເຂົານຳມາແຈ້ງຕໍ່ເຈົ້າ, ແຕ່ສ່ວນຄະດີເລັກນ້ອຍ ໃຫ້ພວກເຂົາຕັດສິນກັນເອງ. ໃນເມື່ອພວກເຂົາຊ່ວຍຮັບແບກພາລະຮ່ວມກັບເຈົ້າ ວິທີນີ້ຈະເຮັດໃຫ້ການງານຂອງເຈົ້າເບົາລົງ. |
|
| 23 |
|
| ຖ້າເຮັດເຊັ່ນນີ້ ແລະເມື່ອພຣະເຈົ້າສັ່ງການແລ້ວ ເຈົ້າກໍຈະບໍ່ອ່ອນເພຍເສຍກຳລັງເຈົ້າເອງ ແລະປະຊາຊົນພວກນີ້ທຸກຄົນຈະກັບບ້ານໃຜເຮືອນລາວ ໂດຍທີ່ບັນຫາຂອງແຕ່ລະຄົນໄດ້ຮັບການແກ້ໄຂໄປດ້ວຍດີ.” |
|
| 24 |
|
| ໂມເຊໄດ້ຮັບເອົາຄຳແນະນຳທຸກປະການຂອງເຢທະໂຣ |
|
| 25 |
|
| ແລະໄດ້ເລືອກເຟັ້ນເອົາຄົນທີ່ມີຄວາມສາມາດຈາກຊາວອິດສະຣາເອນທັງໝົດ. ເພິ່ນໄດ້ແຕ່ງຕັ້ງພວກເຂົາໃຫ້ເປັນຜູ້ປົກຄອງພັນຄົນ, ຮ້ອຍຄົນ, ຫ້າສິບຄົນ ແລະສິບຄົນ. |
|
| 26 |
|
| ພວກເຂົາໄດ້ເຮັດໜ້າທີ່ເປັນຜູ້ຕັດສິນຄວາມປະຈຳ ໂດຍນຳຄະດີໃຫຍ່ໆມາຫາໂມເຊ; ສ່ວນຄະດີເລັກນ້ອຍນັ້ນ ພວກເຂົາພິຈາລະນາຕັດສິນກັນເອງ. |
|
| 27 |
|
| ແລ້ວໂມເຊກໍອຳລາເຢທະໂຣ ແລະເຢທະໂຣໄດ້ກັບຄືນເມືອບ້ານເມືອງຂອງຕົນ. |
|
|
|
|