|
| 1 |
|
| ຊາວອິດສະຣາເອນໄດ້ຍົກຍ້າຍໄປຈາກ ເຣຟີດີມ ແລະໃນວັນທີໜຶ່ງເດືອນທີສາມ ຫລັງຈາກທີ່ໄດ້ອອກມາຈາກປະເທດເອຢິບ ພວກເຂົາກໍໄດ້ເດີນທາງມາຮອດຖິ່ນແຫ້ງແລ້ງກັນດານຊີນາຍ. ໃນທີ່ນັ້ນພວກເຂົາໄດ້ຕັ້ງຄ້າຍພັກຢູ່ທີ່ຕີນພູເຂົາຊີນາຍ |
|
| 2 |
|
|
|
| 3 |
|
| ແລະໂມເຊກໍໄດ້ຂຶ້ນໄປທີ່ເທິງພູເພື່ອເຂົ້າເຝົ້າພຣະເຈົ້າ. ພຣະເຈົ້າຢາເວໄດ້ເອີ້ນໂມເຊຈາກເທິງພູໃຫ້ບອກຊາວອິດສະຣາເອນ ເຊື້ອສາຍຂອງຢາໂຄບດັ່ງນີ້: |
|
| 4 |
|
| “ພວກເຈົ້າໄດ້ເຫັນສິ່ງທີ່ເຮົາໄດ້ເຮັດຕໍ່ຊາວເອຢິບ ແລະທັງໄດ້ເຫັນເຮົານຳເອົາພວກເຈົ້າຂຶ້ນມາທີ່ນີ້ໃກ້ຊິດເຮົາຢ່າງໃດ ກໍດັ່ງນົກອິນຊີໃຊ້ປີກຍົກລູກຂອງຕົນຂຶ້ນຂີ່ຫລັງ. |
|
| 5 |
|
| ບັດນີ້ ຖ້າພວກເຈົ້າເຊື່ອຟັງເຮົາ ແລະຮັກສາພັນທະສັນຍາຂອງເຮົາ ພວກເຈົ້າກໍຈະເປັນປະຊາຊົນຂອງເຮົາ. ທົ່ວທັງແຜ່ນດິນໂລກນີ້ເປັນຂອງເຮົາ, ແຕ່ພວກເຈົ້າຈະເປັນປະຊາຊົນທີ່ເຮົາເລືອກໄວ້ |
|
| 6 |
|
| ແລະເປັນອານາຈັກແຫ່ງປະໂຣຫິດທັງເປັນຊົນຊາດບໍຣິສຸດສຳລັບເຮົາ.” |
|
| 7 |
|
| ສະນັ້ນ ໂມເຊຈຶ່ງລົງໄປທີ່ຄ້າຍພັກ ເອີ້ນບັນດາຫົວໜ້າປະຊາຊົນອິດສະຣາເອນມາປະຊຸມ ແລະບອກສິ່ງທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ນັ້ນສູ່ພວກເຂົາຟັງ. |
|
| 8 |
|
| ປະຊາຊົນທັງໝົດຈຶ່ງຕອບພ້ອມກັນວ່າ, “ພວກເຮົາຈະເຮັດທຸກໆສິ່ງທີ່ພຣະເຈົ້າຢາເວໄດ້ກ່າວ.” ແລ້ວໂມເຊກໍຂຶ້ນໄປແຈ້ງຕໍ່ພຣະເຈົ້າຢາເວ ຕາມທີ່ປະຊາຊົນໄດ້ຕອບນັ້ນ. |
|
| 9 |
|
| ແລ້ວພຣະເຈົ້າຢາເວກໍບອກໂມເຊວ່າ, “ເຮົາຈະມາຫາເຈົ້າໃນເມກອັນຕຶບໜາ ເພື່ອວ່າປະຊາຊົນຈະໄດ້ຍິນເຮົາກ່າວແກ່ເຈົ້າ ແລະພວກເຂົາຈະໄດ້ເຊື່ອຟັງເຈົ້າຕະຫລອດໄປ.” ໂມເຊຈຶ່ງບອກພຣະເຈົ້າຢາເວຕາມທີ່ປະຊາຊົນໄດ້ຕອບມານັ້ນ |
|
| 10 |
|
| ແລ້ວພຣະເຈົ້າຢາເວກໍໄດ້ບອກໂມເຊວ່າ, “ຈົ່ງໄປບອກປະຊາຊົນຊຳລະຕົວ ໃຫ້ສະອາດໃນມື້ນີ້ແລະມື້ອື່ນ ເພື່ອເຂົ້າມານະມັດສະການເຮົາ. ພວກເຂົາຈະຕ້ອງພາກັນຊັກເສື້ອຜ້າກ່ອນ |
|
| 11 |
|
| ແລະມື້ຮື ໃຫ້ພວກເຂົາຕຽມພ້ອມ ໃນມື້ນັ້ນ ພຣະເຈົ້າຢາເວຈະລົງມາເທິງພູເຂົາຊີນາຍ ບ່ອນທີ່ປະຊາຊົນອິດສະຣາເອນທັງໝົດຈະເຫັນເຮົາ. |
|
| 12 |
|
| ເຈົ້າຈົ່ງກຳນົດເຂດອ້ອມຮອບພູໄວ້ໃຫ້ປະຊາຊົນ ແລະບອກພວກເຂົາບໍ່ໃຫ້ລ່ວງເຂດຂຶ້ນໄປເທິງພູ ຫລືເຂົ້າໄປໃກ້ຕີນພູເດັດຂາດ. ຖ້າຜູ້ໃດຜູ້ໜຶ່ງຍ່າງຂຶ້ນໄປທີ່ນັ້ນຈະມີໂທດເຖິງຕາຍ; |
|
| 13 |
|
| ລາວຈະຖືກແກວ່ງດ້ວຍກ້ອນຫີນ ຫລືຖືກຍິງດ້ວຍລູກໜ້າທະນູ ແລະຢ່າຂ້າໂດຍໃຊ້ມືແຕະຕ້ອງລາວ. ຢ່າໄວ້ຊີວິດຜູ້ໃດຜູ້ໜຶ່ງ ບໍ່ວ່າຄົນຫລືສັດກໍຕາມ, ແຕ່ພໍເມື່ອສຽງແກດັງໃຫ້ບາງຄົນ ຂຶ້ນມາເທິງພູໄດ້.” |
|
| 14 |
|
| ແລ້ວໂມເຊກໍໄດ້ລົງມາແຕ່ພູ ແລະບອກປະຊາຊົນໃຫ້ຕຽມຕົວ ເພື່ອນະມັດສະການ. ພວກເຂົາໄດ້ຊັກເສື້ອຜ້າ |
|
| 15 |
|
| ແລະໂມເຊບອກພວກເຂົາຕື່ມວ່າ, “ໃນມື້ທີສາມ ຈົ່ງພາກັນຕຽມພ້ອມໃຫ້ດີ ແລະຢ່າສົມສູ່ກັນທາງເພດເປັນເດັດຂາດ.” |
|
| 16 |
|
| ໃນຕອນເຊົ້າມື້ທີສາມ ເກີດມີຟ້າຮ້ອງ, ຟ້າແມບ, ທັງມີເມກອັນຕຶບໜາ ປົກຄຸມຫຸ້ມຢູ່ຕາມເທິງພູເຂົານັ້ນ ແລະມີສຽງແກດັງກ້ອງສະໜັ່ນທົ່ວໄປ. ປະຊາຊົນທັງໝົດທີ່ຢູ່ໃນຄ້າຍພັກເກີດຢ້ານກົວຈົນຕົວສັ່ນ. |
|
| 17 |
|
| ໂມເຊໄດ້ນຳພວກເຂົາອອກຈາກຄ້າຍພັກໄປເຝົ້າພຣະເຈົ້າ ແລະຢຸດຢູ່ທີ່ຕີນພູ. |
|
| 18 |
|
| ພູເຂົາຊີນາຍທັງໜ່ວຍມີຄວັນປົກຄຸມຢູ່ ເພາະພຣະເຈົ້າຢາເວໄດ້ສະເດັດລົງມາໃນໄຟທີ່ເທິງພູນັ້ນ. ສະນັ້ນ ຄວັນທີ່ພຸ່ງຂຶ້ນມາ ຈຶ່ງຄືຄວັນທີ່ອອກມາຈາກເຕົາໄຟອັນໃຫຍ່ ແລະພູເຂົາທັງໜ່ວຍກໍສະທ້ານຫວັ່ນໄຫວຢ່າງໜັກ. |
|
| 19 |
|
| ສຽງແກໄດ້ດັງແຮງແລະແຮງຂຶ້ນ. ເມື່ອໂມເຊກ່າວອອກໄປ ພຣະເຈົ້າກໍຕອບເພິ່ນມາດ້ວຍສຽງຟ້າຮ້ອງ. |
|
| 20 |
|
| ພຣະເຈົ້າຢາເວໄດ້ສະເດັດລົງມາເທິງຈອມພູເຂົາຊີນາຍ, ພຣະເຈົ້າຢາເວເອີ້ນໂມເຊໃຫ້ຂຶ້ນໄປພົບພຣະອົງ ແລະໂມເຊກໍຂຶ້ນໄປ. |
|
| 21 |
|
| ແລ້ວພຣະເຈົ້າຢາເວກໍບອກໂມເຊວ່າ, “ຈົ່ງລົງໄປເຕືອນປະຊາຊົນ ບໍ່ໃຫ້ຂ້າມເຂດເຂົ້າມາເບິ່ງພຣະເຈົ້າຢາເວ, ຖ້າພວກເຂົາຂືນຂຶ້ນມາທີ່ນີ້ຈະມີຫລາຍຄົນຕາຍ. |
|
| 22 |
|
| ແມ່ນແຕ່ພວກປະໂຣຫິດທີ່ເຂົ້າມາໃກ້ພຣະເຈົ້າຢາເວກໍດີ ຕ້ອງຊຳລະຕົນ ຫລືຈະໃຫ້ພຣະເຈົ້າຢາເວລົງໂທດພວກເຂົາ.” |
|
| 23 |
|
| ໂມເຊຈຶ່ງຕອບພຣະເຈົ້າຢາເວວ່າ, “ຊາວອິດສະຣາເອນຂຶ້ນມາເທິງພູນີ້ບໍ່ໄດ້ດອກ ເພາະພຣະອົງໄດ້ສັ່ງພວກຂ້ານ້ອຍໃຫ້ເຄົາຣົບພູເຂົາສັກສິດ ແລະທັງໃຫ້ກຳນົດເຂດອ້ອມຮອບໄວ້ດ້ວຍ.” |
|
| 24 |
|
| ພຣະເຈົ້າຢາເວໄດ້ຕອບວ່າ, “ຈົ່ງລົງໄປນຳເອົາອາໂຣນຂຶ້ນມາທີ່ນີ້ກັບເຈົ້າ, ແຕ່ສຳລັບພວກປະໂຣຫິດ ແລະປະຊາຊົນອິດສະຣາເອນນັ້ນ ຢ່າໃຫ້ພວກເຂົາຂ້າມເຂດຂຶ້ນມາຫາເຮົາຢ່າງເດັດຂາດ ຫລືຈະໃຫ້ເຮົາລົງໂທດພວກເຂົາ.” |
|
| 25 |
|
| ໂມເຊຈຶ່ງໄດ້ລົງຈາກພູມາຫາປະຊາຊົນ ແລະໄດ້ກ່າວຖ້ອຍຄຳທັງຫລາຍນີ້ໃຫ້ພວກເຂົາຟັງ. |
|
|
|
|