|
| 1 |
|
| ຍັງມີຊາຍຈາກເຜົ່າເລວີຄົນໜຶ່ງ ທີ່ໄດ້ແຕ່ງງານກັບຍິງສາວຢູ່ໃນເຜົ່າດຽວກັນ |
|
| 2 |
|
| ແລະນາງໄດ້ເກີດລູກຊາຍຄົນໜຶ່ງໃຫ້ລາວ. ເມື່ອນາງເຫັນລູກທີ່ເກີດມານັ້ນມີຮູບຮ່າງງາມ ນາງຈຶ່ງໄດ້ເຊື່ອງລູກໄວ້ເຖິງສາມເດືອນ. |
|
| 3 |
|
| ແຕ່ເມື່ອນາງເຊື່ອງລູກຊາຍນັ້ນໄວ້ບໍ່ໄດ້ອີກຕໍ່ໄປ. ສະນັ້ນ ນາງຈຶ່ງເອົາໄມ້ອໍ້ມາເຮັດເປັນອູ່ ແລະທາດ້ວຍຢາງໄມ້ເພື່ອໃຫ້ມັນຟູ. ນາງເອົາລູກວາງນອນລົງໃນອູ່ນັ້ນ ແລ້ວນາງກໍໄດ້ນຳອູ່ນັ້ນໄປປະໄວ້ທີ່ແຄມແມ່ນໍ້ານິນ ບ່ອນທີ່ມີກໍຫຍ້າອໍ້ແຄມຕາຝັ່ງ. |
|
| 4 |
|
| ຜູ້ເປັນເອື້ອຍຂອງເດັກນ້ອຍນັ້ນກໍຢືນຢູ່ຫ່າງໆ ເພື່ອຢາກຮູ້ວ່າຈະມີຫຍັງເກີດຂຶ້ນແກ່ນ້ອງຂອງຕົນ. |
|
| 5 |
|
| ຕໍ່ມາ ລູກສາວຂອງກະສັດຟາໂຣໄດ້ລົງມາອາບນໍ້າ ສ່ວນພວກສາວຮັບໃຊ້ກໍພາກັນຍ່າງເລາະຫລີ້ນຢູ່ຕາມແຄມຝັ່ງ ເມື່ອກຳລັງອາບນໍ້າຢູ່ນັ້ນ ນາງເລີຍຫລຽວເຫັນອູ່ຢູ່ກາງກໍຫຍ້າ ນາງຈຶ່ງບອກສາວຮັບໃຊ້ໄປເອົາມາເບິ່ງ. |
|
| 6 |
|
| ເມື່ອເປີດເບິ່ງໃນອູ່ ນາງກໍເຫັນເດັກນ້ອຍຜູ້ຊາຍນອນຮ້ອງໄຫ້ຢູ່. ນາງເກີດສົງສານເລີຍເວົ້າວ່າ, “ເດັກນີ້ແມ່ນລູກຂອງຊາວເຮັບເຣີ.” |
|
| 7 |
|
| ສ່ວນເອື້ອຍຂອງລາວກໍຟ້າວມາຖາມລູກສາວຂອງກະສັດຟາໂຣວ່າ, “ຢາກໃຫ້ຂ້ານ້ອຍໄປຫາຍິງຊາວເຮັບເຣີ ມາລ້ຽງເດັກນ້ອຍໃຫ້ຫລືບໍ່?” |
|
| 8 |
|
| ນາງຕອບວ່າ, “ຈົ່ງໄປຫາໃຫ້ແດ່.” ດັ່ງນັ້ນ ເດັກຍິງຈຶ່ງໄປເອີ້ນເອົາແມ່ຂອງເດັກນ້ອຍມາ. |
|
| 9 |
|
| ລູກສາວກະສັດຟາໂຣສັ່ງຍິງນັ້ນວ່າ, “ຈົ່ງເອົາເດັກນ້ອຍຄົນນີ້ໄປລ້ຽງໄວ້ໃຫ້ຂ້ອຍ ແລະຂ້ອຍຈະໃຫ້ຄ່າລ້ຽງແກ່ເຈົ້າ.” ສະນັ້ນ ນາງຈຶ່ງຮັບເອົາເດັກນ້ອຍຜູ້ນີ້ໄປລ້ຽງໄວ້. |
|
| 10 |
|
| ຕໍ່ມາ ເມື່ອເດັກໃຫຍ່ຂຶ້ນແດ່ແລ້ວ ແມ່ລ້ຽງກໍໄດ້ນຳເດັກນ້ອຍນັ້ນມາ ແລະມອບໃຫ້ລູກສາວຂອງກະສັດຟາໂຣ. ນາງໄດ້ຮັບລ້ຽງເດັກຊາຍຜູ້ນີ້ໄວ້ເປັນລູກຊາຍຂອງຕົນເອງ ໂດຍເວົ້າວ່າ, “ຍ້ອນຂ້ອຍໄດ້ເດັກນ້ອຍຄົນນີ້ມາຈາກນໍ້າ. ສະນັ້ນ ຂ້ອຍຈຶ່ງຈະຕັ້ງຊື່ໃຫ້ລາວວ່າ ໂມເຊ.” |
|
| 11 |
|
| ຢູ່ມາວັນໜຶ່ງ ເມື່ອໂມເຊໃຫຍ່ແລ້ວ ລາວກໍໄດ້ອອກໄປຢ້ຽມຢາມຄົນທີ່ເປັນຊົນຊາດດຽວກັນຄື ຊາວເຮັບເຣີ ແລະລາວໄດ້ເຫັນພວກເຂົາຖືກບັງຄັບໃຫ້ເຮັດວຽກໜັກຫລາຍ. ລາວຍັງໄດ້ເຫັນຄົນເອຢິບຜູ້ໜຶ່ງຕົບຕີຄົນເຮັບເຣີຜູ້ໜຶ່ງ ທີ່ເປັນຊົນຊາດດຽວກັນກັບຕົນ. |
|
| 12 |
|
| ໂມເຊຫລຽວໜ້າຫລຽວຫລັງ ເມື່ອບໍ່ເຫັນຜູ້ໃດໃນທີ່ນັ້ນ ລາວຈຶ່ງຂ້າຄົນເອຢິບຜູ້ນັ້ນເສຍ ແລະຝັງສົບເຊື່ອງໄວ້ໃນດິນຊາຍ. |
|
| 13 |
|
| ມື້ຕໍ່ມາ ໂມເຊໄດ້ກັບໄປບ່ອນນັ້ນອີກ ແລະເທື່ອນີ້ລາວເຫັນຄົນເຮັບເຣີສອງຄົນກຳລັງຕີກັນຢູ່. ລາວຈຶ່ງໄດ້ຖາມຜູ້ເປັນຝ່າຍຜິດນັ້ນວ່າ, “ເປັນຫຍັງຈຶ່ງຕີຄົນຊາດດຽວກັນ?” |
|
| 14 |
|
| ຄົນນັ້ນຕອບວ່າ, “ໃຜແຕ່ງຕັ້ງເຈົ້າໃຫ້ເປັນນາຍຕັດສິນຄວາມພວກຂ້ອຍ? ເຈົ້າຈະຂ້າຂ້ອຍເໝືອນໄດ້ຂ້າຄົນເອຢິບຜູ້ນັ້ນບໍ?” ໂມເຊຕົກໃຈແຮງຫລາຍພ້ອມທັງຄິດໃນໃຈວ່າ, “ມີຜູ້ຮູ້ເຫັນສິ່ງທີ່ເຮົາໄດ້ກະທຳນັ້ນແລ້ວ.” |
|
| 15 |
|
| ເມື່ອກະສັດຟາໂຣໄດ້ຮູ້ເລື່ອງນີ້ ເພິ່ນຈຶ່ງພະຍາຍາມຫາຊ່ອງທາງຂ້າໂມເຊ, ແຕ່ໂມເຊໄດ້ເອົາຕົວຫລົບໜີໄປຢູ່ດິນແດນມີດີອານເສຍກ່ອນ. ພໍໂມເຊໄປຮອດທີ່ນັ້ນ ລາວກໍນັ່ງລົງພັກຜ່ອນເອົາແຮງຢູ່ໃກ້ບໍ່ນໍ້າສ້າງແຫ່ງໜຶ່ງ. |
|
| 16 |
|
| ປະໂຣຫິດແຫ່ງມີດີອານຜູ້ທີ່ຊື່ວ່າ ເຢທະໂຣ, ເພິ່ນມີລູກສາວເຈັດຄົນ. ພວກນາງໄດ້ພາກັນມາຕັກນໍ້າໃຫ້ຝູງແບ້ແລະຝູງແກະກິນ. |
|
| 17 |
|
| ແຕ່ມີຄົນລ້ຽງແກະບາງພວກໄດ້ມາໄລ່ໃຫ້ພວກນາງໜີໄປ. ໂມເຊໄດ້ເຂົ້າໄປຊ່ວຍເຫລືອ ແລະທັງໄດ້ຕັກນໍ້າໃຫ້ຝູງສັດຂອງພວກນາງກິນດ້ວຍ. |
|
| 18 |
|
| ເມື່ອພວກນາງກັບເມືອເຮືອນຫາເຣອູເອນ ຜູ້ເປັນພໍ່ຈຶ່ງຖາມວ່າ, “ເປັນຫຍັງວັນນີ້ຈຶ່ງກັບມາໄວແທ້?” |
|
| 19 |
|
| ພວກນາງຕອບວ່າ, “ມີຄົນເອຢິບຜູ້ໜຶ່ງໄດ້ຊ່ວຍພວກລູກໃຫ້ພົ້ນຈາກພວກລ້ຽງແກະ ແລະທັງໄດ້ຊ່ວຍຕັກນໍ້າໃຫ້ສັດຂອງພວກເຮົາກິນດ້ວຍ.” |
|
| 20 |
|
| ຜູ້ເປັນພໍ່ຈຶ່ງຖາມລູກສາວອີກວ່າ, “ຊາຍຜູ້ນັ້ນຢູ່ໃສ? ເຫດໃດຈຶ່ງມາປະລາວ? ຮີບໄປເຊີນລາວມາກິນເຂົ້ານຳພວກເຮົາແມ.” |
|
| 21 |
|
| ໂມເຊໄດ້ຕັດສິນໃຈຢູ່ທີ່ມີດີອານ ແລະເຢທະໂຣຈຶ່ງໄດ້ຍົກນາງຊິບໂປຣາ ລູກສາວຂອງຕົນໃຫ້ເປັນເມຍຂອງໂມເຊ. |
|
| 22 |
|
| ນາງໄດ້ເກີດລູກຊາຍຜູ້ໜຶ່ງໃຫ້ໂມເຊ ແລະໂມເຊຄິດໃນໃຈວ່າ, “ຂ້ອຍເປັນຄົນຕ່າງດ້າວທີ່ໄດ້ມາອາໄສຢູ່ໃນປະເທດນີ້. ສະນັ້ນ ຂ້ອຍຈຶ່ງຈະໃສ່ຊື່ໃຫ້ລູກຊາຍຜູ້ນີ້ວ່າ ເກໂຊມ.” |
|
| 23 |
|
| ຕໍ່ມາອີກຫລາຍປີ ກະສັດຟາໂຣແຫ່ງປະເທດເອຢິບກໍໄດ້ຕາຍໄປ, ແຕ່ເພາະຊາວອິດສະຣາເອນຍັງຕົກເປັນທາດຮັບໃຊ້ຢູ່ ພວກເຂົາຈຶ່ງຮ້ອງໄຫ້ຄວນຄາງແລະຮ້ອງຫາຜູ້ຊ່ວຍເຫລືອ. ສຽງຂໍຮ້ອງຂອງພວກເຂົາໄດ້ດັງຂຶ້ນໄປເຖິງພຣະເຈົ້າ. |
|
| 24 |
|
| ພຣະເຈົ້າໄດ້ຍິນສຽງຮ້ອງໄຫ້ຄວນຄາງຂອງພວກເຂົາ ແລະລະນຶກເຖິງພັນທະສັນຍາ ທີ່ພຣະອົງໄດ້ໃຫ້ໄວ້ກັບອັບຣາຮາມ, ອີຊາກ ແລະຢາໂຄບ. |
|
| 25 |
|
| ພຣະເຈົ້າເບິ່ງເຫັນສະພາບການເປັນທາດຮັບໃຊ້ຂອງຊາວອິດສະຣາເອນ. ສະນັ້ນ ພຣະເຈົ້າຈຶ່ງຫ່ວງໃຍພວກເຂົາ. |
|
|
|
|