Lao ພຣະຄຳພີສັກສິ 2012
|
| 1 |
| ຕໍ່ໄປແມ່ນຖ້ອຍຄຳຂອງພຣະເຈົ້າ ທີ່ໄດ້ສັ່ງປະຊາຊົນອິດສະຣາເອນ ດັ່ງນີ້: |
| 2 |
| “ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ ຜູ້ທີ່ໄດ້ນຳພາເຈົ້າອອກມາຈາກປະເທດເອຢິບ ບ່ອນທີ່ເຈົ້າຕົກເປັນທາດຮັບໃຊ້. |
| 3 |
| ຢ່ານະມັດສະການພະອື່ນ ນອກຈາກເຮົາ. |
| 4 |
| ຢ່າສ້າງຮູບເຄົາຣົບຢ່າງໃດຢ່າງໜຶ່ງສຳລັບຕົນ ອັນເປັນຕົວແທນຂອງສິ່ງທີ່ຢູ່ໃນສະຫວັນ ຫລືເທິງແຜ່ນດິນໂລກ ຫລືຢູ່ໃຕ້ນໍ້າ. |
| 5 |
| ຢ່ານົບຫລືຂາບໄຫວ້ຮູບເຫຼົ່ານັ້ນ ເພາະເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ ແລະເຮົາເປັນພຣະເຈົ້າທີ່ຫວງແຫນ. ເຮົານຳການລົງໂທດມາສູ່ພວກທີ່ກຽດຊັງເຮົາ ຕະຫລອດທັງລູກຫລານຂອງພວກເຂົາ ເຖິງສາມ ແລະສີ່ຊົ່ວເຊັ່ນຄົນ. |
| 6 |
| ແຕ່ເຮົາສຳແດງຄວາມຮັກຕໍ່ຜູ້ທີ່ຮັກເຮົາ ແລະຖືຮັກສາບັນຍັດທັງຫລາຍຂອງເຮົາ ຫລາຍພັນເຊັ່ນຄົນ. |
| 7 |
| ຢ່າໃຊ້ຊື່ຂອງເຮົາໄປໃນທາງຊົ່ວຮ້າຍ ເພາະເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ, ພຣະເຈົ້າຢາເວຈະເອົາໂທດກັບທຸກໆຄົນທີ່ເຮັດເຊັ່ນນັ້ນ. |
| 8 |
| ຈົ່ງຖືວັນຊະບາໂຕ ແລະຢຶດຖືໄວ້ເປັນວັນສັກສິດ. |
| 9 |
| ເຈົ້າມີຫົກວັນທີ່ຈະເຮັດວຽກຂອງເຈົ້າ |
| 10 |
| ແຕ່ໃນວັນທີເຈັດ ເປັນວັນຊະບາໂຕຂອງພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ. ໃນວັນນີ້ເຈົ້າເອງພ້ອມດ້ວຍລູກຊາຍຍິງກັບຄົນຮັບໃຊ້ ແລະສັດລ້ຽງຂອງເຈົ້າຕະຫລອດທັງຄົນຕ່າງດ້າວທີ່ອາໄສຢູ່ໃນບ້ານເມືອງຂອງເຈົ້າ ບໍ່ຕ້ອງເຮັດວຽກໃດໆທັງສິ້ນ. |
| 11 |
| ໃນຫົກວັນ ພຣະເຈົ້າຢາເວໄດ້ນິຣະມິດສ້າງຟ້າສະຫວັນແລະແຜ່ນດິນໂລກ, ທະເລ ແລະສັບພະທຸກສິ່ງທີ່ຢູ່ໃນນັ້ນ, ແຕ່ໃນວັນທີເຈັດໄດ້ພັກຜ່ອນ. ສະນັ້ນ ພຣະເຈົ້າຢາເວຈຶ່ງອວຍພອນວັນຊະບາໂຕ ແລະຕັ້ງໄວ້ເປັນວັນສັກສິດ. |
| 12 |
| ຈົ່ງໃຫ້ກຽດພໍ່ແມ່ຂອງເຈົ້າ ເພື່ອເຈົ້າຈະມີອາຍຸໝັ້ນຍືນຢູ່ໃນດິນແດນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າກຳລັງຈະມອບໃຫ້ແກ່ເຈົ້າ. |
| 13 |
| ຢ່າຂ້າຄົນ. |
| 14 |
| ຢ່າຫລີ້ນຊູ້ສູ່ຜົວເມຍຜູ້ອື່ນ. |
| 15 |
| ຢ່າລັກ. |
| 16 |
| ຢ່າເປັນພະຍານບໍ່ຈິງຕໍ່ສູ້ເພື່ອນບ້ານ. |
| 17 |
| ຢ່າໄດ້ໂລບເອົາເຮືອນຊານບ້ານຊ່ອງຂອງເພື່ອນບ້ານຂອງເຈົ້າ; ຢ່າຢາກໄດ້ເມຍຂອງລາວ, ຄົນຮັບໃຊ້ຊາຍຍິງ, ງົວ, ລໍ ຫລືສິ່ງອື່ນໆອີກທີ່ລາວມີຢູ່.” |
| 18 |
| ເມື່ອປະຊາຊົນໄດ້ຍິນສຽງຟ້າຮ້ອງ ແລະສຽງແກດັງກ້ອງສະໜັ່ນ ທັງເຫັນຟ້າແມບເຫລື້ອມ ແລະຄວັນໄຟພຸ່ງຂຶ້ນທີ່ພູເຂົານັ້ນ ພວກເຂົາກໍຢ້ານກົວຕົວສັ່ນແລະຫຍັບອອກຫ່າງໆ. |
| 19 |
| ພວກເຂົາຕ່າງກໍເວົ້າກັບໂມເຊວ່າ, “ຖ້າທ່ານກ່າວກັບພວກເຮົາ ພວກເຮົາຈະຍອມຟັງທ່ານ, ແຕ່ຖ້າພຣະເຈົ້າກ່າວແກ່ພວກເຮົາ ພວກເຮົາຈະຕ້ອງຕາຍເປັນແນ່.” |
| 20 |
| ໂມເຊຈຶ່ງໄດ້ກ່າວຕໍ່ປະຊາຊົນວ່າ, “ຢ່າຢ້ານເລີຍ ພຣະເຈົ້າໄດ້ມາພຽງເພື່ອທົດສອບເບິ່ງພວກເຈົ້າ ແລະເຮັດໃຫ້ພວກເຈົ້າສືບຕໍ່ຢຳເກງພຣະອົງ ເພື່ອວ່າພວກເຈົ້າຈະບໍ່ເຮັດບາບ.” |
| 21 |
| ແຕ່ປະຊາຊົນຍັງສືບຕໍ່ຢືນຢູ່ຫ່າງໆ ແລະມີແຕ່ໂມເຊຜູ້ດຽວເທົ່ານັ້ນ ທີ່ກ້າຫຍັບເຂົ້າໄປໃກ້ເມກອັນຕຶບໜາ ບ່ອນທີ່ພຣະເຈົ້າສະຖິດຢູ່ນັ້ນ. |
| 22 |
| ພຣະເຈົ້າຢາເວໄດ້ສັ່ງໂມເຊໃຫ້ບອກຊາວອິດສະຣາເອນວ່າ, “ພວກເຈົ້າໄດ້ເຫັນດ້ວຍຕົນເອງແລ້ວວ່າ ເຮົາໄດ້ກ່າວກັບພວກເຈົ້າອອກມາຈາກສະຫວັນ. |
| 23 |
| ຢ່າເຮັດຮູບພະເປັນເງິນເປັນຄຳ ໄວ້ຂາບໄຫວ້ຄຽງຄູ່ເຮົາເດັດຂາດ. |
| 24 |
| ຈົ່ງເອົາດິນມາສ້າງແທ່ນບູຊາສຳລັບເຮົາ ແລະທີ່ເທິງແທ່ນນັ້ນໃຫ້ນຳແກະ ແລະງົວເຖິກມາເຜົາຖວາຍເປັນເຄື່ອງບູຊາ ແລະຖວາຍບູຊາເພື່ອຄວາມສາມັກຄີທຳ. ໃນທຸກບ່ອນທີ່ເຮົາຈັດໃຫ້ນະມັດສະການ ເຮົາຈະມາອວຍພອນພວກເຈົ້າໃນທີ່ນັ້ນ. |
| 25 |
| ຖ້າພວກເຈົ້າສ້າງແທ່ນບູຊາທີ່ເປັນຫີນຖວາຍແກ່ເຮົາ ຢ່າເອົາຫີນທີ່ໃຊ້ເຫຼັກຕັດມາສ້າງ ເພາະແທ່ນບູຊາທີ່ສ້າງດ້ວຍຫີນທີ່ໃຊ້ເຫຼັກຕັດ ບໍ່ເໝາະສົມທີ່ຈະໃຊ້ນະມັດສະການເຮົາ. |
| 26 |
| ຢ່າເຮັດແທ່ນທີ່ມີຂັ້ນໄດຂຶ້ນ ເພາະມັນຈະເປັນເຫດໃຫ້ພວກເຈົ້າເຜີຍຂອງລັບໃສ່ແທ່ນນັ້ນ.” |
|
| ບັນທຶກບັນທຶກ |
https://beblia.bible:81/BibleAudio/lao2012/exodus/020.mp3
40
20