|
| 1 |
|
| ຖ້າຜູ້ໜຶ່ງລັກງົວຫລືແກະໄປຂ້າຫລືໄປຂາຍ ລາວຕ້ອງໃຊ້ຄືນງົວຫ້າໂຕແທນງົວໂຕໜຶ່ງ ແລະໃຊ້ແກະຫ້າໂຕແທນແກະໂຕໜຶ່ງ. |
|
| 2 |
|
| ລາວຕ້ອງໃຊ້ຄືນສິ່ງທີ່ຕົນໄດ້ລັກນັ້ນ. ຖ້າລາວບໍ່ມີເງິນຊົດໃຊ້ຄືນ ລາວຈະຕ້ອງຖືກຂາຍໄປເປັນທາດຮັບໃຊ້ໃຫ້ກຸ້ມຄ່າເສຍຫາຍທີ່ຕົນໄດ້ລັກນັ້ນ. ຖ້າສັດຖືກລັກໄປນັ້ນເປັນງົວ, ລໍ ຫລືແກະທີ່ຍັງມີຊີວິດ ແລະຢູ່ໃນຄວາມຄອບຄອງຂອງຕົນ; ລາວຕ້ອງໃຊ້ຄືນສັດສອງໂຕແທນສັດໂຕໜຶ່ງ. ຖ້າຄົນຂີ້ລັກຖືກຈັບໄດ້ແລະຖືກຂ້າຕາຍ ໃນຂະນະທີ່ບຸກເຂົ້າໄປໃນເຮືອນຕອນກາງຄືນ ຜູ້ທີ່ຂ້ານັ້ນບໍ່ມີຄວາມຜິດໃນຖານຂ້າຄົນ, ແຕ່ຖ້າເຫດການເກີດຂຶ້ນໃນຕອນກາງເວັນ ລາວຈະມີຄວາມຜິດໃນຖານຂ້າຄົນ. |
|
| 3 |
|
|
|
| 4 |
|
|
|
| 5 |
|
| ຖ້າຜູ້ໜຶ່ງປ່ອຍສັດຂອງຕົນ ກິນຫຍ້າຢູ່ໃນໄຮ່ນາ ຫລືຢູ່ໃນສວນອະງຸ່ນ ແລະມັນຫລົງຝູງໄປກິນຜົນລະປູກ ທີ່ເກີດໃນໄຮ່ນາຂອງຄົນອື່ນ; ເຈົ້າຂອງສັດນັ້ນຕ້ອງໃຊ້ຈ່າຍຄ່າເສຍຫາຍຄືນ ເປັນຜົນລະປູກທີ່ດີທີ່ສຸດຈາກໄຮ່ນາ ແລະສວນອະງຸ່ນຂອງຕົນ ໃຫ້ແກ່ຜູ້ທີ່ໄດ້ຮັບຄວາມເສຍຫາຍນັ້ນ. |
|
| 6 |
|
| ຖ້າຜູ້ໜຶ່ງຈູດໄຮ່ນາຂອງຕົນ ແລະໄຟເລີຍລຸກລາມໄປໄໝ້ຫຍ້າໃນນາຂອງຄົນອື່ນ ທັງໄໝ້ຕົ້ນເຂົ້າທີ່ເກີດ ຫລືທີ່ໄດ້ກ່ຽວແລະກອງໄວ້ດ້ວຍ ຜູ້ທີ່ຈູດນານັ້ນຕ້ອງໃຊ້ຄ່າເສຍຫາຍທັງໝົດ. |
|
| 7 |
|
| ຖ້າຜູ້ໃດຜູ້ໜຶ່ງຮັບເງິນ ຫລືຂອງມີຄ່າຂອງເພື່ອນບ້ານທີ່ນຳມາຝາກໄວ້ກັບຕົນ ແລະຂອງເຫຼົ່ານັ້ນຊໍ້າຖືກລັກໄປຈາກເຮືອນຂອງຕົນ; ຖ້າຈັບໄດ້ໄລ່ທັນ ຜູ້ລັກນັ້ນຕ້ອງຈ່າຍໃຫ້ຄືນເຖິງສອງເທົ່າ. |
|
| 8 |
|
| ແຕ່ຖ້າຈັບຄົນຂີ້ລັກບໍ່ໄດ້ ຜູ້ຮັບຝາກຕ້ອງຖືກນຳໄປຍັງສະຖານທີ່ນະມັດສະການ ເພື່ອສະແດງຕົນວ່າບໍ່ໄດ້ລັກສິ່ງຂອງໃດໆຂອງເພື່ອນບ້ານທີ່ມາຝາກໄວ້ກັບຕົນນັ້ນ. |
|
| 9 |
|
| ໃນທຸກໆກໍລະນີ ທີ່ມີການຜິດຖຽງກັນກ່ຽວກັບເລື່ອງຊັບສົມບັດ, ບໍ່ວ່າແມ່ນງົວ, ລໍ, ແກະ, ເຄື່ອງນຸ່ງຫົ່ມ ຫລືສິ່ງຂອງໃດໆທີ່ເສຍໄປ, ຕ້ອງນຳທັງສອງຝ່າຍທີ່ອ້າງວ່າ ຊັບສົມບັດນັ້ນເປັນຂອງຕົນໄປຍັງສະຖານທີ່ນະມັດສະການ. ຜູ້ທີ່ພຣະເຈົ້າໄດ້ບອກວ່າເປັນຝ່າຍຜິດ ຕ້ອງໃຊ້ຄືນໃຫ້ຄູ່ຄວາມເຖິງສອງເທົ່າ. |
|
| 10 |
|
| ຖ້າຜູ້ໜຶ່ງຮັບເອົາລໍ, ງົວ, ແກະ ຫລືສັດຊະນິດອື່ນໆ ທີ່ເພື່ອນບ້ານນຳມາຝາກລ້ຽງ ແລະຖ້າສັດນັ້ນຕາຍ ຫລືບາດເຈັບ ຫລືມີຜູ້ໄລ່ຕ້ອນເອົາໄປໂດຍບໍ່ມີພະຍານຮູ້ເຫັນ |
|
| 11 |
|
| ຕ້ອງໃຫ້ຜູ້ທີ່ຮັບຝາກນັ້ນສາບານຕົວຕໍ່ເພື່ອນບ້ານແລະຕໍ່ໜ້າພຣະເຈົ້າຢາເວວ່າ ຕົນບໍ່ໄດ້ລັກສັດຂອງຜູ້ທີ່ນຳມາຝາກໄວ້ນັ້ນ ຖ້າສັດນັ້ນບໍ່ໄດ້ຖືກລັກ ຜູ້ເປັນເຈົ້າຂອງສັດນັ້ນຕ້ອງຍອມຮັບຄວາມເສຍຫາຍ ແລະຜູ້ຮັບຝາກນັ້ນກໍບໍ່ຕ້ອງໃຊ້ຄ່າທົດແທນຫຍັງ. |
|
| 12 |
|
| ແຕ່ຖ້າສັດນັ້ນຖືກລັກໄປ ຜູ້ຮັບຝາກຕ້ອງໃຊ້ຄ່າທົດແທນຄືນໃຫ້ແກ່ເຈົ້າຂອງສັດ. |
|
| 13 |
|
| ຖ້າສັດຖືກສັດປ່າກັດຕາຍ ຜູ້ຮັບລ້ຽງຕ້ອງນຳຫຼັກຖານມາຢັ້ງຢືນ; ລາວບໍ່ຈຳເປັນຕ້ອງໃຊ້ຄ່າສັດທີ່ຖືກສັດປ່າກັດຕາຍ. |
|
| 14 |
|
| ຖ້າຜູ້ໃດຜູ້ໜຶ່ງຢືມສັດລ້ຽງຈາກເພື່ອນບ້ານຂອງຕົນ ແລະສັດນັ້ນຖືກອັນຕະລາຍ ຫລືຕາຍໄປລະຫວ່າງເຈົ້າຂອງສັດບໍ່ຢູ່ ກໍໃຫ້ຜູ້ຢືມນັ້ນຊົດໃຊ້ຄືນ. |
|
| 15 |
|
| ແຕ່ຖ້າເຈົ້າຂອງສັດນັ້ນຢູ່ ຜູ້ຢືມນັ້ນກໍບໍ່ຕ້ອງໃຊ້ຄ່າທົດແທນຫຍັງ. ຖ້າເປັນການເຊົ່າກໍໃຫ້ຄິດແຕ່ຄ່າເຊົ່າເທົ່ານັ້ນກໍພໍ. |
|
| 16 |
|
| ຖ້າຊາຍຄົນໜຶ່ງຫລອກລວງຍິງສາວບໍຣິສຸດທີ່ຍັງບໍ່ມີຄູ່ໝັ້ນ ລາວກໍຕ້ອງຈ່າຍຄ່າແຕ່ງດອງແກ່ນາງ ແລະຮັບນາງມາເປັນເມຍຂອງຕົນ. |
|
| 17 |
|
| ແຕ່ຖ້າພໍ່ຂອງຍິງນັ້ນບໍ່ຍິນຍອມໃຫ້ນາງແຕ່ງງານກັບຊາຍນັ້ນ ລາວຕ້ອງເສຍເງິນເທົ່າກັບຄ່າດອງ ຕາມທຳນຽມສູ່ຂໍຍິງສາວບໍຣິສຸດ. |
|
| 18 |
|
| ຢ່າໄວ້ຊີວິດຍິງທີ່ໃຊ້ເວດມົນຄາຖາ. |
|
| 19 |
|
| ຢ່າໄວ້ຊີວິດຄົນທີ່ສົມສູ່ທາງເພດກັບສັດ. |
|
| 20 |
|
| ຈົ່ງປະຫານຊີວິດຜູ້ທີ່ຖວາຍບູຊາແກ່ພະອື່ນ ນອກຈາກພຣະເຈົ້າຢາເວ. |
|
| 21 |
|
| ຢ່າຂົ່ມເຫັງຫລືບີບບັງຄັບຄົນຕ່າງດ້າວ; ຈົ່ງຈົດຈຳໄວ້ວ່າ ພວກເຈົ້າເອງກໍເຄີຍເປັນຄົນຕ່າງດ້າວໃນປະເທດເອຢິບ. |
|
| 22 |
|
| ຢ່າຂົ່ມເຫັງແມ່ໝ້າຍຫລືລູກກຳພ້າ. |
|
| 23 |
|
| ຖ້າພວກເຈົ້າຂົ່ມເຫັງພວກເຂົາ ເມື່ອພວກເຂົາຮ້ອງຫາເຮົາໃຫ້ຊ່ວຍເຫລືອ ເຮົາຈະຟັງຄຳຮ້ອງທຸກຂອງພວກເຂົາແນ່ນອນ. |
|
| 24 |
|
| ແລະເຮົາຈະໂກດຮ້າຍ ແລະຂ້າພວກເຈົ້າເສຍໃນສົງຄາມດ້ວຍຄົມດາບ. ເມຍຂອງພວກເຈົ້າຈະເປັນໝ້າຍ ແລະລູກຂອງພວກເຈົ້າກໍຈະເປັນກຳພ້າພໍ່. |
|
| 25 |
|
| ຖ້າເຈົ້າໃຫ້ປະຊາຊົນຜູ້ຍາກຈົນຂອງເຮົາຢືມເງິນ ຢ່າເຮັດຄືວ່າຕົນເປັນເຈົ້າໜີ້ ແລະຮຽກຮ້ອງເອົາດອກເບ້ຍນຳພວກເຂົາ. |
|
| 26 |
|
| ຖ້າເຈົ້າເອົາເສື້ອຄຸມຂອງເພື່ອນບ້ານໄວ້ເປັນຂອງປະກັນ ຈົ່ງສົ່ງເຂົາຄືນກ່ອນຕາເວັນຕົກດິນ |
|
| 27 |
|
| ເພາະວ່າລາວມີເສື້ອຄຸມຜືນດຽວເທົ່ານັ້ນ ເພື່ອປົກຄຸມລາວໃຫ້ອົບອຸ່ນ; ບໍ່ດັ່ງນັ້ນ ລາວຈະເອົາຫຍັງຕຸ້ມຫົ່ມນອນ. ເມື່ອລາວຮ້ອງຫາເຮົາໃຫ້ຊ່ວຍເຫລືອ ເຮົາຈະຕອບລາວ ເພາະວ່າເຮົາເປັນຜູ້ມີໃຈເມດຕາ. |
|
| 28 |
|
| ຢ່າດ່າວ່າພຣະເຈົ້າ ແລະຢ່າສາບແຊ່ງຜູ້ນຳຊົນຊາດຂອງພວກເຈົ້າ. |
|
| 29 |
|
| ຈົ່ງນຳພືດຜົນເປັນເມັດ, ເຫຼົ້າອະງຸ່ນ ແລະນໍ້າມັນໝາກກອກເທດທີ່ຕ້ອງຖວາຍຕາມກຳນົດນັ້ນມາຖວາຍແກ່ເຮົາ. ຈົ່ງຖວາຍລູກຊາຍກົກຂອງພວກເຈົ້າແກ່ເຮົາ. |
|
| 30 |
|
| ຈົ່ງຖວາຍລູກສັດໂຕເຖິກຫົວປີຂອງງົວ ແລະແກະຂອງພວກເຈົ້າແກ່ເຮົາ. ຈົ່ງໃຫ້ລູກສັດໂຕເຖິກຫົວປີຢູ່ກັບແມ່ຂອງມັນເຈັດວັນ ແລະໃນວັນທີແປດໃຫ້ນຳມາຖວາຍແກ່ເຮົາ. |
|
| 31 |
|
| ພວກເຈົ້າເປັນປະຊາຊົນບໍຣິສຸດຂອງເຮົາ. ສະນັ້ນ ພວກເຈົ້າຈຶ່ງບໍ່ຕ້ອງກິນຊີ້ນສັດໃດໆທີ່ຖືກສັດປ່າກັດຕາຍ ຈົ່ງຖິ້ມໃຫ້ໝາກິນເສຍ. |
|
|
|
|