|
| 1 |
|
| ຢ່ານຳເອົາເລື່ອງບໍ່ຈິງໄປເລົ່າຕໍ່ໆກັນ ແລະຢ່າຊ່ວຍຄົນຜິດໂດຍໃຫ້ຄຳພະຍານບໍ່ຈິງ. |
|
| 2 |
|
| ຢ່າເຂົ້າຂ້າງສຽງສ່ວນຫລາຍເມື່ອພວກເຂົາເຮັດຜິດ ຫລືເມື່ອພວກເຂົາສະແດງຫຼັກຖານ ເພື່ອນຳໄປໃຊ້ໃນທາງທີ່ບໍ່ຖືກຕ້ອງ. |
|
| 3 |
|
| ຢ່າເຂົ້າຂ້າງຄະດີຂອງຄົນໃດ ແມ່ນແຕ່ຄົນຍາກຈົນກໍຕາມ. |
|
| 4 |
|
| ຖ້າເຈົ້າເຫັນງົວ ຫລືລໍຂອງສັດຕູແລ່ນຫລົງມາ ຈົ່ງເອົາໄປສົ່ງຄືນໃຫ້ເຂົາ. |
|
| 5 |
|
| ຖ້າລໍຂອງເຂົາລົ້ມລົງຍ້ອນບັນທຸກຂອງໜັກ ຈົ່ງຊ່ວຍເຂົາຍົກລໍນັ້ນຂຶ້ນ ຢ່າຍ່າງໜີໄປລ້າໆ. |
|
| 6 |
|
| ຈົ່ງໃຫ້ຄວາມຍຸດຕິທຳແກ່ຄົນຍາກຈົນ ເມື່ອມີການສືບສວນໃນສານ. |
|
| 7 |
|
| ຢ່າໃສ່ຄຳກ່າວຫາຢ່າງຜິດໆ ແລະຢ່າປະຫານຊີວິດຄົນບໍຣິສຸດ ເພາະເຮົາຈະລົງໂທດຄົນທີ່ກະທຳຊົ່ວເຊັ່ນນັ້ນ. |
|
| 8 |
|
| ຢ່າຮັບສິນບົນ ເພາະສິນບົນເຮັດໃຫ້ຄົນຕາບອດຕໍ່ສິ່ງທີ່ຖືກຕ້ອງ ແລະບິດເບືອນຄະດີຂອງຜູ້ບໍ່ມີຄວາມຜິດ. |
|
| 9 |
|
| ຢ່າຂົ່ມເຫັງຄົນຕ່າງດ້າວ; ເຈົ້າຮູ້ຄວາມຮູ້ສຶກຂອງຄົນຕ່າງດ້າວວ່າເປັນແນວໃດ ເພາະພວກເຈົ້າເອງກໍເຄີຍເປັນຄົນຕ່າງດ້າວມາແລ້ວຢູ່ໃນປະເທດເອຢິບ. |
|
| 10 |
|
| ຈົ່ງຫວ່ານພືດ ແລະເກັບກ່ຽວຜົນລະປູກໃນນາຂອງເຈົ້າຕະຫລອດຫົກປີ. |
|
| 11 |
|
| ແຕ່ໃນປີທີເຈັດ ຈົ່ງປະໃຫ້ນານັ້ນວ່າງເປົ່າ ແລະຢ່າເກັບກ່ຽວຫຍັງທີ່ເກີດຂຶ້ນໃນນານັ້ນ. ຄົນຍາກຈົນອາດເກັບກິນສິ່ງທີ່ເກີດຂຶ້ນໃນນານັ້ນໄດ້ ແລະສັດປ່າທັງຫລາຍອາດກິນສິ່ງທີ່ເຫຼືອນັ້ນໄດ້. ຈົ່ງເຮັດຢ່າງດຽວກັນສຳລັບສວນອະງຸ່ນ ແລະສວນໝາກກອກເທດຂອງເຈົ້າ. |
|
| 12 |
|
| ຈົ່ງເຮັດວຽກຫົກວັນຕໍ່ອາທິດ ແລະຢ່າເຮັດວຽກໃນວັນທີເຈັດ ເພື່ອວ່າຄົນຮັບໃຊ້ ແລະຄົນຕ່າງດ້າວທີ່ເຮັດວຽກໃຫ້ເຈົ້າ ຕະຫລອດທັງສັດຂອງເຈົ້າຈະໄດ້ພັກຜ່ອນ. |
|
| 13 |
|
| ຈົ່ງເອົາໃຈໃສ່ເຊື່ອຟັງທຸກສິ່ງທີ່ເຮົາໄດ້ບອກພວກເຈົ້ານັ້ນ. ຢ່າພາວັນນາອະທິຖານຫາບັນດາພະອື່ນ ແລະຢ່າເອີ່ຍເຖິງແມ່ນແຕ່ຊື່ຂອງພະເຫຼົ່ານັ້ນ. |
|
| 14 |
|
| ຈົ່ງສະຫລອງເທດສະການສາມຄັ້ງຕໍ່ປີ ເພື່ອຍົກຍໍໃຫ້ກຽດເຮົາ. |
|
| 15 |
|
| ໃນເດືອນອາບີບ ເດືອນທີ່ພວກເຈົ້າໄດ້ອອກມາຈາກປະເທດເອຢິບນັ້ນ ຈົ່ງສະຫລອງມື້ກິນເຂົ້າຈີ່ບໍ່ມີເຊື້ອແປ້ງຕາມພິທີທີ່ເຮົາໄດ້ບອກພວກເຈົ້າ. ຢ່າກິນເຂົ້າຈີ່ ມີເຊື້ອແປ້ງໃດໆໃນເຈັດວັນ ຕາມກຳນົດຂອງພິທີນັ້ນ. ຢ່າເຂົ້າມານະມັດສະການເຮົາໂດຍບໍ່ມີເຄື່ອງຖວາຍ. |
|
| 16 |
|
| ຈົ່ງສະຫລອງເທດສະການວັນເກັບກ່ຽວ ເມື່ອພວກເຈົ້າເລີ່ມເກັບກ່ຽວຜົນລະປູກຜົນແຮກທີ່ເກີດຈາກແຮງງານຂອງເຈົ້າ ຊຶ່ງເຈົ້າໄດ້ຫວ່ານພືດລົງໃນນາ. ຈົ່ງສະຫລອງເທດສະການວັນເກັບພືດຜົນປາຍປີ ເມື່ອເຈົ້າເກັບພືດຜົນຈາກທົ່ງນາອັນເປັນຜົນງານຂອງເຈົ້າ. |
|
| 17 |
|
| ທຸກໆປີໃດໃນເທດສະການສາມປາງນີ້ ໃຫ້ພວກຜູ້ຊາຍເຂົ້າມາຕໍ່ໜ້າອົງພຣະຜູ້ເປັນເຈົ້າ ພຣະເຈົ້າ. |
|
| 18 |
|
| ຢ່າຖວາຍເຂົ້າຈີ່ມີເຊື້ອແປ້ງ ເມື່ອພວກເຈົ້າຂ້າສັດຖວາຍບູຊາແກ່ເຮົາ. ໄຂມັນສັດທີ່ຂ້າຖວາຍແກ່ເຮົາໃນລະຫວ່າງເທດສະການສາມປາງນີ້ ບໍ່ໃຫ້ມີເຫຼືອຈົນຮອດຕອນເຊົ້າຂອງມື້ໃໝ່. |
|
| 19 |
|
| ຈົ່ງນຳພືດຜົນທີ່ດີເລີດ ຊຶ່ງໄດ້ເກັບກ່ຽວຄັ້ງແຮກ ມາທີ່ວິຫານຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ. ຢ່າຕົ້ມຊີ້ນລູກແກະ ຫລືລູກແບ້ດ້ວຍນໍ້ານົມແມ່ຂອງມັນ. |
|
| 20 |
|
| ເຮົາຈະໃຊ້ເທວະດານຳໜ້າໄປ ເພື່ອປົກປັກຮັກສາພວກເຈົ້າໃນການເດີນທາງ ທັງຈະນຳພວກເຈົ້າໄປບ່ອນທີ່ເຮົາໄດ້ຈັດແຈງໄວ້. |
|
| 21 |
|
| ຈົ່ງເອົາໃຈໃສ່ ແລະເຊື່ອຟັງເທວະດາ. ຢ່າຂັດຂືນ ເພາະແມ່ນເຮົາເອງທີ່ເປັນຜູ້ສັ່ງເທວະດານັ້ນ ແລະເພິ່ນຈະບໍ່ຍົກໂທດໃຫ້ແກ່ການຂັດຂືນໃດໆທັງສິ້ນ. |
|
| 22 |
|
| ແຕ່ຖ້າພວກເຈົ້າເຊື່ອຟັງເທວະດານັ້ນ ແລະເຮັດຕາມທຸກໆສິ່ງທີ່ເຮົາໄດ້ສັ່ງໄວ້ ເຮົາຈະຕໍ່ສູ້ສັດຕູທັງຫລາຍຂອງພວກເຈົ້າ. |
|
| 23 |
|
| ເທວະດາຂອງເຮົາຈະນຳໜ້າພວກເຈົ້າໄປ ແລະຈະພາພວກເຈົ້າເຂົ້າໄປໃນດິນແດນຂອງຊາວອາໂມ, ຊາວຮິດຕີ, ຊາວເປຣີຊີ, ຊາວການາອານ, ຊາວຮີວີ ແລະຊາວເຢບູດ ແລະເຮົາຈະທຳລາຍພວກເຂົາທັງໝົດ. |
|
| 24 |
|
| ຢ່າຂາບໄຫວ້ພະຂອງພວກເຂົາ ຫລືນະມັດສະການພະເຫຼົ່ານັ້ນເດັດຂາດ ແລະຢ່ານຳເອົາພິທີປະຕິບັດທາງສາສະໜາຂອງພວກເຂົາມາໃຊ້. ຈົ່ງທຳລາຍບັນດາພະຂອງພວກເຂົາ ພ້ອມທັງທັບເສົາຫີນສັກສິດໃຫ້ໝຸ່ນທະລາຍ. |
|
| 25 |
|
| ຖ້າພວກເຈົ້ານະມັດສະການພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ; ເຮົາກໍຈະອວຍພອນພວກເຈົ້າ ບໍຣິບູນໄປດ້ວຍອາຫານການກິນແລະນໍ້າດື່ມ ທັງຈະບັນດານໃຫ້ພວກເຈົ້າພົ້ນຈາກຄວາມເຈັບໄຂ້ໄດ້ປ່ວຍທຸກຊະນິດ. |
|
| 26 |
|
| ໃນດິນແດນຂອງພວກເຈົ້າຈະບໍ່ມີແມ່ຍິງຫລຸລູກຫລືເປັນໝັນ. ເຮົາຈະໃຫ້ພວກເຈົ້າມີຊີວິດຍືນຍາວ. |
|
| 27 |
|
| ເຮົາຈະເຮັດໃຫ້ຄົນຕໍ່ສູ້ພວກເຈົ້າຢ້ານກົວເຮົາ. ເຮົາຈະນຳຄວາມສັບສົນວຸ້ນວາຍມາໃນທ່າມກາງຄົນຕໍ່ສູ້ພວກເຈົ້າ ແລະຈະເຮັດໃຫ້ສັດຕູຂອງພວກເຈົ້າທຸກໆຄົນແລ່ນພ່າຍໜີໄປ. |
|
| 28 |
|
| ເຮົາຈະເຮັດໃຫ້ສັດຕູຂອງພວກເຈົ້າແຕກຕື່ນເສຍຂວັນ; ເຮົາຈະຂັບໄລ່ຊາວຮີວີ, ຊາວການາອານ ແລະຊາວຮິດຕີ ອອກໜີໃນຂະນະທີ່ພວກເຈົ້າບຸກໜ້າເຂົ້າໄປ. |
|
| 29 |
|
| ເຮົາຈະບໍ່ຂັບໄລ່ພວກເຂົາອອກໄປໃນລະຫວ່າງປີດຽວກັນໂລດ; ຖ້າເຮົາເຮັດເຊັ່ນນັ້ນ ດິນແດນຈະວ່າງເປົ່າ ແລະສັດປ່າກໍຈະທະວີຫລາຍໂພດສຳລັບພວກເຈົ້າ. |
|
| 30 |
|
| ແຕ່ເຮົາຈະຂັບໄລ່ພວກເຂົາອອກໄປເທື່ອລະເລັກລະນ້ອຍ ຈົນພວກເຈົ້າມີຈຳນວນພຽງພໍ ເພື່ອຢຶດຄອງເອົາດິນແດນເປັນກຳມະສິດ. |
|
| 31 |
|
| ເຮົາຈະກຳນົດເຂດແດນຂອງພວກເຈົ້າໄວ້ ຕັ້ງແຕ່ອ່າວອາກາບາຈົນເຖິງທະເລເມດີແຕຣາເນ ແລະຕັ້ງແຕ່ຖິ່ນແຫ້ງແລ້ງກັນດານຊີນາຍຈົນເຖິງແມ່ນໍ້າເອີຟຣັດ. ເຮົາຈະໃຫ້ພວກເຈົ້າມີອຳນາດເໜືອປະຊາຊົນຕ່າງໆໃນດິນແດນ ແລະພວກເຈົ້າຈະຂັບໄລ່ພວກເຂົາອອກໜີ ເມື່ອພວກເຈົ້າບຸກໜ້າເຂົ້າໄປ. |
|
| 32 |
|
| ຢ່າເຮັດຂໍ້ຕົກລົງໃດໆກັບພວກເຂົາ ຫລືກັບບັນດາພະຂອງພວກເຂົາ. |
|
| 33 |
|
| ຢ່າຍອມໃຫ້ພວກເຂົາອາໄສຢູ່ໃນດິນແດນຂອງພວກເຈົ້າ. ຖ້າພວກເຈົ້າຍອມ ພວກເຂົາຈະພາພວກເຈົ້າເຮັດບາບຕໍ່ສູ້ເຮົາ. ຖ້າພວກເຈົ້າຂາບໄຫວ້ພະຂອງພວກເຂົາ ການກະທຳເຊັ່ນນັ້ນກໍຈະເປັນບ້ວງແຮ້ວອັນຮ້າຍກາດ ສຳລັບດັກຈັບພວກເຈົ້າເອງ. |
|
|
|
|