|
| 1 |
|
| ແລ້ວພຣະເຈົ້າໄດ້ບອກໂມເຊວ່າ, “ເຈົ້າກັບອາໂຣນ, ນາດາບ, ອາບີຮູ, ພ້ອມທັງບັນດາຫົວໜ້າ 70 ຄົນຂອງຊາດອິດສະຣາເອນ ຈົ່ງຂຶ້ນມາຫາພຣະເຈົ້າຢາເວທີ່ເທິງພູເຂົາ; ເມື່ອຂຶ້ນມາແລ້ວໃຫ້ກົ້ມຂາບນະມັດສະການຢູ່ຫ່າງໆ. |
|
| 2 |
|
| ໃຫ້ເຈົ້າຄົນດຽວເທົ່ານັ້ນເຂົ້າມາໃກ້ພຣະເຈົ້າຢາເວ. ຄົນອື່ນຢ່າໃຫ້ຫຍັບເຂົ້າມາໃກ້. ສ່ວນປະຊາຊົນນັ້ນ ຢ່າໃຫ້ຂຶ້ນມາເທິງພູເປັນເດັດຂາດ.” |
|
| 3 |
|
| ໂມເຊຈຶ່ງໄດ້ນຳຂໍ້ຄຳສັ່ງ ແລະກົດຕ່າງໆຂອງພຣະເຈົ້າຢາເວໄປບອກປະຊາຊົນ ແລະປະຊາຊົນທຸກຄົນໄດ້ຕອບພ້ອມກັນວ່າ, “ພວກເຮົາຈະເຮັດທຸກໆສິ່ງຕາມທີ່ພຣະເຈົ້າຢາເວໄດ້ກ່າວ.” |
|
| 4 |
|
| ໂມເຊໄດ້ບັນທຶກຂໍ້ຄຳສັ່ງຂອງພຣະເຈົ້າຢາເວໄວ້. ມື້ຕໍ່ມາແຕ່ເຊົ້າ ໂມເຊໄດ້ສ້າງແທ່ນບູຊາໜຶ່ງແທ່ນຂຶ້ນທີ່ຕີນພູ ແລະໄດ້ຕັ້ງຫີນສິບສອງກ້ອນໄວ້ເປັນອະນຸສອນຄື: ກ້ອນໜຶ່ງສຳລັບເຜົ່າໜຶ່ງຂອງຊາດອິດສະຣາເອນ. |
|
| 5 |
|
| ຕໍ່ມາ ເພິ່ນໄດ້ໃຊ້ພວກຄົນໜຸ່ມອິດສະຣາເອນ ເຜົາເຄື່ອງບູຊາຖວາຍແລະເຜົາງົວທັງໂຕ ຖວາຍເພື່ອຄວາມສາມັກຄີທຳແກ່ພຣະເຈົ້າຢາເວ. |
|
| 6 |
|
| ໂມເຊໄດ້ແບ່ງເລືອດສັດທີ່ຂ້ານັ້ນໃສ່ໄວ້ໃນຊາມເຄິ່ງໜຶ່ງ ແລະອີກເຄິ່ງໜຶ່ງເພິ່ນໄດ້ຊິດໃສ່ແທ່ນບູຊາ. |
|
| 7 |
|
| ແລ້ວເພິ່ນກໍອ່ານໜັງສືພັນທະສັນຍາດ້ວຍສຽງດັງສູ່ປະຊາຊົນຟັງ. ພວກເຂົາຕ່າງກໍເວົ້າວ່າ, “ພວກຂ້ານ້ອຍທັງໝົດຈະເຊື່ອຟັງພຣະເຈົ້າຢາເວ ແລະຈະເຮັດທຸກໆສິ່ງຕາມທີ່ພຣະອົງໄດ້ສັ່ງໄວ້.” |
|
| 8 |
|
| ແລ້ວໂມເຊກໍໄດ້ເອົາເລືອດໃນຊາມຊິດໃສ່ປະຊາຊົນ ແລະກ່າວວ່າ, “ອັນນີ້ແມ່ນເລືອດແຫ່ງພັນທະສັນຍາທີ່ພຣະເຈົ້າຢາເວຕັ້ງໄວ້ກັບພວກເຈົ້າ ເມື່ອພຣະອົງມອບພັນທະສັນຍານີ້ໃຫ້.” |
|
| 9 |
|
| ໂມເຊ, ອາໂຣນ, ນາດາບ, ອາບີຮູ ແລະບັນດາຫົວໜ້າເຈັດສິບຄົນຂອງຊາດອິດສະຣາເອນ ຈຶ່ງພາກັນຂຶ້ນໄປເທິງພູ; |
|
| 10 |
|
| ແລະພວກເຂົາໄດ້ເຫັນພຣະເຈົ້າຂອງຊາດອິດສະຣາເອນ. ລຸ່ມຕີນຂອງພຣະອົງມີສິ່ງໜຶ່ງປູໄວ້ ເປັນຄືແກ້ວໄພທູນສະຫງ່າແຈ່ມໃສດັ່ງທ້ອງຟ້າ. |
|
| 11 |
|
| ພຣະອົງບໍ່ໄດ້ທຳລາຍບັນດາຫົວໜ້າຂອງຊາດອິດສະຣາເອນ; ພວກເຂົາໄດ້ເຫັນພຣະເຈົ້າ ແລ້ວພວກເຂົາກໍພາກັນກິນແລະດື່ມ. |
|
| 12 |
|
| ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊວ່າ, “ຈົ່ງຂຶ້ນມາຫາເຮົາທີ່ເທິງພູເຂົາ; ເມື່ອເຈົ້າມາຮອດທີ່ນີ້ແລ້ວ ເຮົາຈະໃຫ້ແຜ່ນຫີນສອງແຜ່ນ ຊຶ່ງບັນຈຸກົດບັນຍັດທັງໝົດທີ່ເຮົາໄດ້ຂຽນໄວ້ສຳລັບແນະນຳປະຊາຊົນ.” |
|
| 13 |
|
| ໂມເຊແລະໂຢຊວຍ ຜູ້ຊ່ວຍຂອງຕົນ ຈຶ່ງໄດ້ຕຽມຕົວ ແລະໂມເຊກໍເລີ່ມ ຂຶ້ນໄປທີ່ເທິງພູເຂົາຂອງພຣະເຈົ້າ. |
|
| 14 |
|
| ໂມເຊໄດ້ກ່າວແກ່ພວກຜູ້ນຳຂອງຊາດອິດສະຣາເອນວ່າ, “ຈົ່ງຄອຍຖ້າພວກເຮົາຢູ່ທີ່ຄ້າຍພັກນີ້ ຈົນກວ່າພວກເຮົາກັບມາ. ອາໂຣນກັບຮູເຣຈະຢູ່ທີ່ນີ້ກັບພວກເຈົ້າ. ຖ້າມີເລື່ອງຫຍັງເກີດຂຶ້ນ ກໍໃຫ້ໄປຫາທ່ານທັງສອງນີ້ໄກ່ເກ່ຍໃຫ້.” |
|
| 15 |
|
| ເວລາໂມເຊຂຶ້ນໄປທີ່ເທິງພູເຂົານັ້ນ ເມກໄດ້ປົກຄຸມໜ່ວຍພູໄວ້. |
|
| 16 |
|
| ແສງສຸກໃສແຫ່ງສະຫງ່າຣາສີຂອງພຣະເຈົ້າຢາເວ ກໍລົງມາທີ່ເທິງພູເຂົາຊີນາຍ. ໃນສາຍຕາຂອງຊາວອິດສະຣາເອນແລ້ວ ແສງນັ້ນເບິ່ງຄືໄຟທີ່ກຳລັງໄໝ້ເທິງພູເຂົາ. ເມກໄດ້ປົກຄຸມພູຢູ່ເປັນເວລາຫົກວັນ ແລະໃນວັນທີເຈັດ ພຣະເຈົ້າຢາເວໄດ້ເອີ້ນໂມເຊຈາກເມກທີ່ປົກຄຸມນັ້ນ. |
|
| 17 |
|
|
|
| 18 |
|
| ໂມເຊໄດ້ຍ່າງຂຶ້ນໄປເທິງພູເຂົາ ແລະເຂົ້າໄປໃນເມກນັ້ນ. ເພິ່ນໄດ້ຢູ່ໃນທີ່ນັ້ນເປັນເວລາສີ່ສິບວັນ ແລະສີ່ສິບຄືນ. |
|
|
|
|