|
| 1 |
|
| ແລ້ວພຣະເຈົ້າຢາເວກໍໄດ້ສັ່ງໂມເຊໄວ້ວ່າ, |
|
| 2 |
|
| “ຈົ່ງບອກຊາວອິດສະຣາເອນໃຫ້ນຳສິ່ງຂອງມາຖວາຍແກ່ເຮົາ. ຈົ່ງຮັບຂອງຖວາຍຈາກທຸກໆຄົນທີ່ເຕັມໃຈໃຫ້. |
|
| 3 |
|
| ຂອງຖວາຍນັ້ນຈະຕ້ອງແມ່ນ: ຄຳ, ເງິນ, ທອງສຳຣິດ; |
|
| 4 |
|
| ຜ້າປ່ານເນື້ອລະອຽດດີ, ຂົນແກະສີຟ້າ, ສີມ່ວງ ແລະສີແດງເຂັ້ມ; ຜ້າທີ່ເຮັດດ້ວຍຂົນແບ້; |
|
| 5 |
|
| ໜັງແກະເຖິກຍ້ອມສີແດງ; ໜັງສັດທີ່ລະອຽດດີ; ໄມ້ກະຖິນເທດ; |
|
| 6 |
|
| ນໍ້າມັນໄຕ້ຕະກຽງ; ເຄື່ອງເທດປຸງນໍ້າມັນເຈີມສັກສິດ ເພື່ອໃຊ້ຫົດສົງແລະໃຊ້ເຮັດເຄື່ອງຫອມເຜົາບູຊາ. |
|
| 7 |
|
| ແກ້ວໂກເມນແລະເພັດພອຍຊະນິດຕ່າງໆ ສຳລັບຕົບແຕ່ງເສື້ອຄຸມສັ້ນເອໂຟດ ແລະແຜ່ນປົກເອິກຂອງປະໂຣຫິດ. |
|
| 8 |
|
| ຊາວອິດສະຣາເອນຕ້ອງສ້າງຫໍເຕັນສັກສິດສຳລັບເຮົາ ເພື່ອວ່າເຮົາຈະຢູ່ທ່າມກາງພວກເຂົາ. |
|
| 9 |
|
| ຈົ່ງເຮັດຫໍເຕັນສັກສິດແລະເຄື່ອງປະກອບນັ້ນ ຕາມແບບແຜນທີ່ເຮົາຈະສຳແດງໃຫ້ເຈົ້າເບິ່ງ. |
|
| 10 |
|
| ຈົ່ງເຮັດຫີບໜ່ວຍໜຶ່ງດ້ວຍໄມ້ກະຖິນເທດຍາວ 110 ເຊັນ, ກວ້າງ 66 ເຊັນ ແລະສູງ 66 ເຊັນ. |
|
| 11 |
|
| ຈົ່ງໂອບຫີບນັ້ນດ້ວຍຄຳສົດທັງຂ້າງໃນແລະຂ້າງນອກ ແລະໃຫ້ເຮັດຂອບຄຳອ້ອມຮອບຫີບ. |
|
| 12 |
|
| ຈົ່ງເອົາຄຳຫລໍ່ຫູເພື່ອສອດຄານຫາມສີ່ຫູນັ້ນຕິດໃສ່ກັບແຈທັງສີ່ຄືຂ້າງລະສອງຫູ. |
|
| 13 |
|
| ຈົ່ງເຮັດຄານຫາມດ້ວຍໄມ້ກະຖິນເທດແລະໂອບດ້ວຍຄຳ |
|
| 14 |
|
| ແລະຈົ່ງສອດຄານຫາມເຂົ້າໃສ່ຫູຂອງຂ້າງຫີບແຕ່ລະຂ້າງ. |
|
| 15 |
|
| ຈົ່ງສອດຄານຫາມນັ້ນຄາໄວ້ເລີຍ ຢ່າຖອດອອກ. |
|
| 16 |
|
| ແລ້ວຈົ່ງເອົາຫີນສອງແຜ່ນທີ່ຈາລຶກຂໍ້ຄຳສັ່ງຂອງເຮົາ ທີ່ເຮົາຈະໃຫ້ເຈົ້ານັ້ນໃສ່ລົງໃນຫີບ. |
|
| 17 |
|
| ຈົ່ງເອົາຄຳສົດເຮັດຝາອັດຫີບ ຊຶ່ງຍາວ 110 ເຊັນ ແລະກວ້າງ 66 ເຊັນ. |
|
| 18 |
|
| ແລ້ວເຈົ້າຈົ່ງເອົາຄຳມາຫລໍ່ເຄຣຸບ ສອງຕົນຕິດໃສ່ກັບແຕ່ລະສົ້ນຂອງຝາອັດຫີບນັ້ນ. ຈົ່ງເຮັດໃຫ້ມັນເປັນເນື້ອດຽວກັບຝາອັດຫີບ. |
|
| 19 |
|
|
|
| 20 |
|
| ໃຫ້ເຄຣຸບນັ້ນປິ່ນໜ້າເຂົ້າຫາກັນຈາກສົ້ນໜຶ່ງຫາອີກສົ້ນໜຶ່ງຂອງຝາອັດຫີບ ແລະໃຫ້ສົ້ນສຸດຂອງປີກທັງສອງຂ້າງທີ່ພືອອກນັ້ນ ຕິດກັບຝາອັດຫີບໃຫ້ເປັນເນື້ອດຽວກັນ. |
|
| 21 |
|
| ຈົ່ງເອົາຫີນສອງແຜ່ນໃສ່ລົງໃນຫີບນັ້ນ ແລະເອົາຝາອັດຫີບຢອງໄວ້ຢູ່ທາງເທິງ. |
|
| 22 |
|
| ເຮົາຈະພົບກັບເຈົ້າຢູ່ທີ່ເທິງຝາອັດຫີບນັ້ນ ຄືຢູ່ລະຫວ່າງເທິງປີກທັງສອງຂອງເຄຣຸບ; ໃນທີ່ນັ້ນ ເຮົາຈະໃຫ້ກົດບັນຍັດຕ່າງໆຂອງເຮົາແກ່ປະຊາຊົນອິດສະຣາເອນ. |
|
| 23 |
|
| ຈົ່ງເຮັດໂຕະໜ່ວຍໜຶ່ງດ້ວຍໄມ້ກະຖິນເທດທີ່ຍາວ 88 ເຊັນ, ກວ້າງ 44 ເຊັນ ແລະສູງ 66 ເຊັນ. |
|
| 24 |
|
| ຈົ່ງໂອບໂຕະນັ້ນດ້ວຍຄຳສົດ ແລະຈົ່ງແນບຂອບໂຕະດ້ວຍຄຳສົດຄືກັນ. |
|
| 25 |
|
| ສ່ວນຂອບນອກຂອງໂຕະທີ່ເດ່ອອກມານັ້ນໃຫ້ກວ້າງເຈັດເຊັນເຄິ່ງພ້ອມແນບຂອບຄຳໃສ່ອ້ອມຮອບ. |
|
| 26 |
|
| ຈົ່ງເຮັດຫູເປັນຄຳຕິດໃສ່ໄວ້ທີ່ແຈຂາທັງສີ່. |
|
| 27 |
|
| ຫູຊຶ່ງໃຊ້ສອດຄານຫາມນັ້ນໃຫ້ຕິດກັບຂອບຂອງໂຕະ. |
|
| 28 |
|
| ຈົ່ງເຮັດຄານຫາມດ້ວຍໄມ້ກະຖິນເທດແລະໂອບດ້ວຍຄຳ. |
|
| 29 |
|
| ສ່ວນຈານ, ຈອກ, ໄຫ ແລະຖ້ວຍເພື່ອໃຊ້ໃນການຖວາຍບູຊາເຫຼົ້າອະງຸ່ນນັ້ນ ຂອງເຫຼົ່ານີ້ໃຫ້ເຮັດດ້ວຍຄຳສົດ. |
|
| 30 |
|
| ຈົ່ງວາງໂຕະໄວ້ຢູ່ຕໍ່ໜ້າຫີບພັນທະສັນຍາ ແລະທີ່ເທິງໂຕະນັ້ນ ຈົ່ງວາງເຂົ້າຈີ່ທີ່ຖວາຍບູຊາແກ່ເຮົາຕະຫລອດໄປ. |
|
| 31 |
|
| ຈົ່ງເຮັດຕີນຮອງຕະກຽງດ້ວຍຄຳສົດ; ຕີນແລະລຳໂຕຂອງຫລັກຕະກຽງນັ້ນ ໃຫ້ຕີເປັນຮູບດອກໄມ້ມີທັງດອກຈູມດອກບານ ແລະກີບດອກໄມ້ໃຫ້ຕິດເປັນເນື້ອດຽວກັນກັບຕີນຮອງຂອງຕະກຽງ. |
|
| 32 |
|
| ໃຫ້ມີກິ່ງຫົກກິ່ງແຍກອອກຈາກລຳຂອງຕີນຕະກຽງນັ້ນຂ້າງລະສາມກິ່ງ. |
|
| 33 |
|
| ແຕ່ລະກິ່ງໃນຫົກກິ່ງນັ້ນ ໃຫ້ປະດັບປະດາດ້ວຍຮູບດອກໄມ້ສາມດອກ ຊຶ່ງມີລວດລາຍເໝືອນດອກໝາກບົກບານ ຄືມີທັງກີບແລະກາບດ້ວຍ. |
|
| 34 |
|
| ສ່ວນລຳຂອງຕີນຕະກຽງນັ້ນໃຫ້ປະດັບປະດາດ້ວຍຮູບດອກໄມ້ສີ່ດອກ ຊຶ່ງມີລວດລາຍເໝືອນດອກໝາກບົກບານມີກີບ ແລະມີກາບເຊັ່ນກັນ. |
|
| 35 |
|
| ຢູ່ລຸ່ມຂອງກິ່ງທັງສາມຄູ່ ມີດອກໄມ້ຈູມດອກໜຶ່ງຕິດເປັນເນື້ອດຽວກັນກັບຕີນຂອງຕະກຽງ. |
|
| 36 |
|
| ຈົ່ງເອົາຄຳສົດມາຕີເປັນດອກໄມ້ຈູມ, ກິ່ງແລະຕີນຕະກຽງເຮັດໃຫ້ເປັນເນື້ອດຽວກັນ. |
|
| 37 |
|
| ຈົ່ງເຮັດຕະກຽງເຈັດໜ່ວຍໃສ່ຕີນຕະກຽງ ແລະໄຕ້ໃຫ້ມັນສ່ອງແສງອອກໄປເປັນໜ້າກະດານ. |
|
| 38 |
|
| ຄີມຄີບໄສ້ຕະກຽງແລະຖາດໃສ່ຄີມນັ້ນ ຈົ່ງເຮັດດ້ວຍຄຳສົດ. |
|
| 39 |
|
| ຕີນຕະກຽງກັບເຄື່ອງໃຊ້ທຸກຢ່າງ ຈົ່ງເຮັດດ້ວຍຄຳສົດປະມານ 35 ກິໂລກຼາມ. |
|
| 40 |
|
| ຈົ່ງເອົາໃຈໃສ່ເຮັດສິ່ງເຫຼົ່ານີ້ ຕາມແບບແຜນທີ່ເຮົາໄດ້ສຳແດງຕໍ່ເຈົ້າທີ່ເທິງພູນັ້ນ.” |
|
|
|
|