|
| 1 |
|
| “ສຳລັບຂ້າງໃນຂອງຫໍເຕັນສັກສິດບ່ອນຢູ່ຂອງເຮົານັ້ນ ຈົ່ງເຮັດດ້ວຍຜ້າປ່ານເນື້ອລະອຽດດີ ສິບຜືນຕໍ່າໃສ່ກັບຂົນແກະເປັນສີຟ້າ, ສີມ່ວງ ແລະສີແດງ. ຈົ່ງແສ່ວເຄຣຸບໃສ່ຜ້າເຫຼົ່ານັ້ນ. |
|
| 2 |
|
| ຜ້າແຕ່ລະຜືນນັ້ນໃຫ້ມີຂະໜາດເທົ່າກັນ ຄື: ຍາວສິບສອງແມັດແລະກວ້າງສອງແມັດ. |
|
| 3 |
|
| ຈົ່ງຫຍິບຜ້າຫ້າຜືນໃຫ້ຕໍ່ກັນເປັນຜືນດຽວ ແລະອີກຫ້າຜືນນັ້ນກໍໃຫ້ຫຍິບເປັນຜືນດຽວຄືກັນ. |
|
| 4 |
|
| ຈົ່ງເຮັດຫູຜ້າກັ້ງດ້ວຍຜ້າສີຟ້າ ຕາມແຂບຜ້າກັ້ງຊັ້ນນອກແຕ່ລະຜືນ. |
|
| 5 |
|
| ຈົ່ງເຮັດຫູຫ້າສິບອັນ ໃສ່ຜ້າຜືນທີໜຶ່ງຂອງຜ້າກັ້ງຊຸດທຳອິດ ແລະອີກຫ້າສິບຫູ ໃສ່ຜ້າຜືນສຸດທ້າຍຂອງຜ້າກັ້ງຊຸດທີສອງ. |
|
| 6 |
|
| ຈົ່ງເຮັດຂໍຄຳຫ້າສິບອັນ ສຳລັບເກາະຜ້າກັ້ງໃຫ້ເປັນຫໍເຕັນສັກສິດດຽວກັນ. |
|
| 7 |
|
| ຈົ່ງເຮັດຜ້າປົກຄຸມຫໍເຕັນສັກສິດສິບເອັດຜືນດ້ວຍຂົນແບ້. |
|
| 8 |
|
| ແຕ່ລະຜືນໃຫ້ມີຂະໜາດເທົ່າກັນ ຄື: ຍາວສິບສາມແມັດ ແລະກວ້າງສອງແມັດ. |
|
| 9 |
|
| ໃຫ້ຫຍິບຜ້າກັ້ງຫ້າຜືນຕໍ່ກັນເປັນຜ້າປົກໜຶ່ງຊຸດ ແລະຫຍິບຫົກຜືນເປັນອີກຊຸດໜຶ່ງ. ສ່ວນຜືນທີຫົກນັ້ນໃຫ້ຢ່ອນລົງມາທາງໜ້າເຕັນ. |
|
| 10 |
|
| ແລ້ວຈົ່ງເຮັດຫູຫ້າສິບອັນໃສ່ຜ້າຜືນສຸດທ້າຍຂອງຜ້າປົກຊຸດທຳອິດ ແລະອີກຫ້າສິບອັນໃສ່ແຂບເທິງຂອງຜ້າປົກຊຸດທີສອງ. |
|
| 11 |
|
| ຈົ່ງເຮັດຂໍທອງສຳຣິດຫ້າສິບອັນ ສຳລັບໃຊ້ເກາະຜ້າປົກທັງສອງຊຸດນັ້ນ ໃຫ້ຕິດເຂົ້າກັນເປັນຜ້າປົກຄຸມຜືນໜຶ່ງເທົ່ານັ້ນ. |
|
| 12 |
|
| ແລ້ວຈົ່ງຫ້ອຍຜ້າເຄິ່ງຜືນທີ່ເຫຼືອນັ້ນທາງຂ້າງຫລັງຂອງຫໍເຕັນສັກສິດ. |
|
| 13 |
|
| ສ່ວນທີ່ເຫຼືອອັນລະເຄິ່ງແມັດຂອງແຕ່ລະຂ້າງນັ້ນ ຈົ່ງຫ້ອຍຢ່ອນລົງມາປົກຄຸມຂ້າງຂອງຫໍເຕັນສັກສິດ. |
|
| 14 |
|
| ຈົ່ງເຮັດສິ່ງປົກຄຸມອີກສອງຜືນ ຜ້າຜືນທຳອິດໃຫ້ເຮັດດ້ວຍໜັງແກະເຖິກຍ້ອມສີແດງ ແລະຜ້າຜືນອື່ນໃຫ້ເຮັດດ້ວຍໜັງສັດທີ່ລະອຽດດີເພື່ອໃຊ້ປົກຄຸມຊັ້ນນອກ. |
|
| 15 |
|
| ຈົ່ງເຮັດຮ່າງຂອບກາງຫໍເຕັນສັກສິດດ້ວຍໄມ້ກະຖິນເທດ ໂດຍຕັ້ງໃຫ້ທ່ຽງ. |
|
| 16 |
|
| ແຕ່ລະຮ່າງນັ້ນໃຫ້ຍາວ 4 ແມັດ ແລະກວ້າງ 66 ເຊັນ. |
|
| 17 |
|
| ແລ້ວໃຊ້ໄມ້ຄານສອງອັນຈັບຂອບເຂົ້າກັນໃຫ້ແໜ້ນ. ຮ່າງຂອບຜ້າກັ້ງຂອງຫໍເຕັນສັກສິດນັ້ນຕ້ອງມີຄານຈັບທຸກໆອັນ. |
|
| 18 |
|
| ຈົ່ງເຮັດຮ່າງຂອບໄມ້ຂອງຫໍເຕັນສັກສິດ 20 ຮ່າງ ທາງດ້ານໃຕ້ |
|
| 19 |
|
| ແລະເຮັດຕີນຮອງດ້ວຍເງິນ 40 ຕີນ ໂດຍໃຫ້ໃຊ້ຕີນຮອງສອງຕີນຕໍ່ຮ່າງຂອບໄມ້ໜຶ່ງຮ່າງຊຶ່ງຈັ້ງດ້ວຍຄານສອງອັນ. |
|
| 20 |
|
| ຈົ່ງເຮັດຮ່າງຂອບໄມ້ 20 ຮ່າງ ທາງດ້ານເໜືອຂອງຫໍເຕັນສັກສິດ, |
|
| 21 |
|
| ແລະຕີນຮອງເປັນເງິນ 40 ຕີນ ໂດຍໃຫ້ໃຊ້ຕີນຮອງສອງຕີນ ຕໍ່ຮ່າງຂອບໄມ້ເຕັນໜຶ່ງຮ່າງ. |
|
| 22 |
|
| ສຳລັບດ້ານຫລັງຂອງຫໍເຕັນສັກສິດນັ້ນ ຄືດ້ານຕາເວັນຕົກ ຈົ່ງເຮັດຮ່າງຂອບໄມ້ຫໍເຕັນຫົກຮ່າງ |
|
| 23 |
|
| ແລະຮ່າງຂອບໄມ້ສອງຮ່າງສຳລັບແຈຂອງຫໍເຕັນສັກສິດ. |
|
| 24 |
|
| ສ່ວນແຈຂອງຮ່າງຂອບໄມ້ ຈົ່ງຕໍ່ເຂົ້າກັນທາງຂ້າງລຸ່ມ ແລະເລີຍໄປຮອດຂ້າງເທິງ. ແຈຮ່າງຂອບໄມ້ສອງອັນ ຈົ່ງເຮັດດັ່ງທີ່ກ່າວມານີ້. |
|
| 25 |
|
| ດັ່ງນັ້ນ ເມື່ອລວມກັນແລ້ວກໍຈະມີຮ່າງຂອບໄມ້ຫໍເຕັນແປດຮ່າງ ແລະມີຕີນຮອງທີ່ເຮັດດ້ວຍເງິນ 16 ຕີນ ຄືແຕ່ລະຮ່າງຂອບໄມ້ມີຕີນຮອງສອງຕີນ. |
|
| 26 |
|
| ຈົ່ງເຮັດຂາງດ້ວຍໄມ້ກະຖິນເທດ 15 ອັນ. ໄມ້ຂາງຫ້າອັນໃຊ້ສຳລັບຮ່າງຂອບໄມ້ຫໍເຕັນສັກສິດດ້ານໜຶ່ງ. |
|
| 27 |
|
| ໄມ້ຂາງອີກຫ້າອັນໃຊ້ສຳລັບຈັ້ງຮ່າງຂອບໄມ້ຫໍເຕັນສັກສິດອີກດ້ານໜຶ່ງ ແລະອີກຫ້າອັນເພື່ອໃຊ້ຈັ້ງຮ່າງຂອບໄມ້ຫໍເຕັນສັກສິດທາງດ້ານຫລັງ ຄືດ້ານຕາເວັນຕົກ. |
|
| 28 |
|
| ສ່ວນຂາງໂຕກາງທີ່ໃຊ້ຈັ້ງຮ່າງຂອບໄມ້ເຄິ່ງໜຶ່ງຂຶ້ນໄປ ຈົ່ງໃຫ້ຢຽດຈາກສົ້ນໜຶ່ງຂອງຫໍເຕັນຫາອີກສົ້ນໜຶ່ງ. |
|
| 29 |
|
| ຈົ່ງໂອບຮ່າງຂອບໄມ້ນັ້ນດ້ວຍຄຳ ແລະເຮັດຫູຂອງຮ່າງຂອບນັ້ນດ້ວຍຄຳຄືກັນ ເພື່ອຈັບຂາງໃຫ້ແໜ້ນເຂົ້າກັນ ສ່ວນຂາງນັ້ນກໍຈົ່ງໂອບດ້ວຍຄຳຄືກັນ. |
|
| 30 |
|
| ຈົ່ງຕັ້ງຫໍເຕັນສັກສິດຂຶ້ນຕາມແບບ ຊຶ່ງເຮົາໄດ້ສຳແດງຕໍ່ເຈົ້າທີ່ເທິງພູເຂົານັ້ນ. |
|
| 31 |
|
| ຈົ່ງເຮັດຜ້າກັ້ງຜືນໜຶ່ງ ທີ່ຕໍ່າດ້ວຍດ້າຍເປັນສີຟ້າ, ສີມ່ວງ, ສີແດງເຂັ້ມ ແລະດ້ວຍຜ້າປ່ານເນື້ອລະອຽດດີ. ຈົ່ງແສ່ວຮູບເຄຣຸບໃສ່ຜ້າຜືນນັ້ນ. |
|
| 32 |
|
| ຈົ່ງແຂວນຜ້າກັ້ງຜືນນັ້ນໄວ້ ໂດຍໃຊ້ຂໍເກາະໃສ່ກັບເສົາໄມ້ກະຖິນເທດສີ່ເສົາ ຊຶ່ງໂອບດ້ວຍຄຳ ແລະຕັ້ງໃສ່ຕີນຮອງເສົາເປັນເງິນສີ່ຕີນ. |
|
| 33 |
|
| ຈົ່ງໃຊ້ຂໍເກາະແຂວນຜ້າກັ້ງຢ່ອນລົງມາແຕ່ເພດານຂອງຫໍເຕັນ ແລ້ວຈົ່ງວາງຫີບພັນທະສັນຍາທີ່ໃຊ້ບັນຈຸຫີນສອງແຜ່ນນັ້ນ ໄວ້ທາງດ້ານຫລັງຂອງຜ້າກັ້ງ. ຜ້າກັ້ງນັ້ນຈະແຍກບ່ອນສັກສິດຈາກບ່ອນສັກສິດທີ່ສຸດ. |
|
| 34 |
|
| ຈົ່ງເອົາຝາອັດຫີບພັນທະສັນຍາໄວ້. |
|
| 35 |
|
| ຢູ່ທາງຂ້າງນອກຂອງບ່ອນສັກສິດທີ່ສຸດນັ້ນ ຈົ່ງຕັ້ງໂຕະໃສ່ທາງດ້ານເໜືອຂອງຫໍເຕັນສັກສິດ ແລະຕັ້ງຫລັກຕະກຽງໃສ່ທາງດ້ານໃຕ້. |
|
| 36 |
|
| ສຳລັບທາງເຂົ້າຫໍເຕັນນັ້ນ ຈົ່ງເຮັດຜ້າກັ້ງດ້ວຍຜ້າປ່ານເນື້ອລະອຽດດີ ຕໍ່າສັບກັນກັບຂົນແກະເປັນສີຟ້າ, ສີມ່ວງ ແລະສີແດງ ພ້ອມທັງຕົບແຕ່ງໂດຍຜ້າຫຍິບແສ່ວດ້ວຍ. |
|
| 37 |
|
| ສຳລັບຜ້າກັ້ງນັ້ນ ຈົ່ງເຮັດເສົາດ້ວຍໄມ້ກະຖິນເທດຫ້າເສົາໂອບດ້ວຍຄຳ ແລະມີຂໍຄຳເກາະຜ້າກັ້ງໄວ້; ຈົ່ງຫລໍ່ຕີນຮອງເສົາເປັນທອງສຳຣິດຫ້າຕີນສຳລັບຕັ້ງເສົາ.” |
|
|
|
|