|
| 1 |
|
| “ຈົ່ງເຮັດແທ່ນບູຊາດ້ວຍໄມ້ກະຖິນເທດ. ສ່ວນແທ່ນນັ້ນ ຈົ່ງໃຫ້ເປັນຮູບສີ່ຫລ່ຽມດັ່ງນີ້: ຍາວ 2,2 ແມັດ, ກວ້າງ 2,2 ແມັດ ແລະສູງ 1,3 ແມັດ. |
|
| 2 |
|
| ຈົ່ງເຮັດຍອດແທ່ນເປັນຮູບເຂົາສັດໄວ້ທັງສີ່ແຈ ແລະໃຫ້ເປັນເນື້ອດຽວກັນກັບແທ່ນບູຊາ; ຈົ່ງໂອບແທ່ນນັ້ນດ້ວຍທອງສຳຣິດ. |
|
| 3 |
|
| ຈົ່ງເຮັດໝໍ້ໃສ່ຂີ້ເຖົ່າຂອງໄຂມັນ, ເຮັດຊ້ວນ, ຖ້ວຍ, ຂໍເກາະ ແລະຖາດຮອງຖ່ານໄຟ. ເຄື່ອງໃຊ້ເຫຼົ່ານີ້ ຈົ່ງເຮັດດ້ວຍທອງສຳຣິດທັງໝົດ. |
|
| 4 |
|
| ຈົ່ງເຮັດຕະຂ່າຍທອງສຳຣິດໃສ່ເຕົາໄຟ ແລະຫລໍ່ຫູຈັບດ້ວຍທອງສຳຣິດໃສ່ແຕ່ລະແຈ. |
|
| 5 |
|
| ຕະຂ່າຍນີ້ໃຫ້ຢູ່ລຸ່ມຂອບຂອງແທ່ນ ແລະໃຫ້ຢ່ອນລົງມາຮອດແຕ່ກາງແທ່ນ. |
|
| 6 |
|
| ສ່ວນຄານຫາມນັ້ນ ຈົ່ງເຮັດດ້ວຍໄມ້ກະຖິນເທດ ແລະໂອບດ້ວຍທອງສຳຣິດ. |
|
| 7 |
|
| ແລ້ວໃຫ້ສອດໃສ່ຫູຂອງແທ່ນແຕ່ລະເບື້ອງໄວ້ ເພື່ອຫາມຍົກຍ້າຍໄປມາ. |
|
| 8 |
|
| ສ່ວນແທ່ນນັ້ນ ຈົ່ງເຮັດດ້ວຍໄມ້ກະດານແລະຄວັດລົງເປັນໝົ້ງ ຕາມແຜນທີ່ເຮົາໄດ້ສຳແດງໃຫ້ເຈົ້າເບິ່ງທີ່ເທິງພູເຂົານັ້ນ. |
|
| 9 |
|
| ສຳລັບຫໍເຕັນບ່ອນທີ່ເຮົາຢູ່ນັ້ນ ຈົ່ງອ້ອມດ້ວຍຜ້າກັ້ງທີ່ເຮັດຈາກຜ້າປ່ານເນື້ອລະອຽດດີ. ຜ້າກັ້ງທາງດ້ານໃຕ້ໃຫ້ຍາວ 44 ແມັດ |
|
| 10 |
|
| ຈັ້ງດ້ວຍເສົາທອງສຳຣິດ 20 ເສົາ ແລະຕີນຮອງເສົາທອງສຳຣິດ 20 ຕີນ ໂດຍມີຂໍເກາະກັບຄັນສອດຜ້າກັ້ງທີ່ເຮັດດ້ວຍເງິນ. |
|
| 11 |
|
| ສ່ວນທາງດ້ານເໜືອຂອງເດີ່ນນັ້ນ ຈົ່ງເຮັດຄືກັນກັບດ້ານໃຕ້ທຸກຢ່າງ. |
|
| 12 |
|
| ຜ້າກັ້ງທາງດ້ານຕາເວັນຕົກໃຫ້ຍາວຊາວສອງແມັດ ກັບມີເສົາສິບເສົາ ແລະມີຕີນຮອງເສົາສິບຕີນດ້ວຍ. |
|
| 13 |
|
| ທາງດ້ານຕາເວັນອອກຂອງປະຕູເຂົ້າ ຜ້າກັ້ງຊຶ່ງອ້ອມຮອບນັ້ນກໍໃຫ້ຍາວ 22 ແມັດ ເຊັ່ນກັນ. |
|
| 14 |
|
| ແຕ່ລະຂ້າງທາງດ້ານປະຕູເຂົ້າໃຫ້ມີຜ້າກັ້ງ 6,6 ແມັດ ພ້ອມເສົາສາມເສົາແລະຕີນຮອງສາມຕີນ. |
|
| 15 |
|
|
|
| 16 |
|
| ທີ່ທາງປະຕູເຂົ້ານັ້ນ ຈົ່ງໃຫ້ມີຜ້າກັ້ງເກົ້າແມັດ ຊຶ່ງເຮັດດ້ວຍຜ້າປ່ານເນື້ອລະອຽດດີ ຕໍ່າສັບກັນກັບຜ້າຂົນແກະເປັນສີຟ້າ, ສີມ່ວງ ແລະສີແດງ ພ້ອມທັງຕົບແຕ່ງດ້ວຍການຫຍິບແສ່ວ. ຜ້າກັ້ງຜືນນີ້ ຈົ່ງໃຫ້ມີເສົາສີ່ເສົາແລະມີຕີນຮອງເສົາສີ່ຕີນຈັ້ງໄວ້. |
|
| 17 |
|
| ຄັນສອດຜ້າກັ້ງທີ່ເປັນເງິນນັ້ນ ຈົ່ງຕໍ່ເຂົ້າກັນກັບເສົາທັງໝົດຂອງຜ້າກັ້ງທີ່ອ້ອມຮອບຫໍເຕັນ ໂດຍມີຂໍເກາະເປັນເງິນ ແລະຕີນຮອງເສົາເປັນທອງສຳຣິດ. |
|
| 18 |
|
| ຜ້າກັ້ງອ້ອມຮອບໃຫ້ຍາວ 44 ແມັດ, ກວ້າງ 22 ແມັດ ແລະສູງ 2,2 ແມັດ. ສ່ວນຜ້າກັ້ງນັ້ນ ຈົ່ງເຮັດດ້ວຍຜ້າປ່ານເນື້ອລະອຽດດີ ແລະຕີນຮອງເສົານັ້ນກໍໃຫ້ເຮັດດ້ວຍທອງສຳຣິດ. |
|
| 19 |
|
| ເຄື່ອງໃຊ້ທັງໝົດປະຈຳຫໍເຕັນພ້ອມທັງຫລັກສຽບຂອງຫໍເຕັນ ແລະຂອງຜ້າກັ້ງທີ່ອ້ອມຮອບຫໍເຕັນນັ້ນ ຈົ່ງເຮັດດ້ວຍທອງສຳຣິດທັງສິ້ນ. |
|
| 20 |
|
| ຈົ່ງສັ່ງປະຊາຊົນອິດສະຣາເອນໃຫ້ນຳນໍ້າມັນໝາກກອກເທດອັນດີທີ່ສຸດ ມາໃຫ້ເຈົ້າສຳລັບໄຕ້ຕະກຽງໃນເວລາກາງຄືນ ເພື່ອມັນຈະສ່ອງແສງສະຫວ່າງຢູ່ສະເໝີ. |
|
| 21 |
|
| ໃຫ້ອາໂຣນ ແລະພວກລູກຊາຍຂອງລາວ ເປັນຜູ້ບົວລະບັດຮັກສາຕະກຽງ ຢູ່ຊ້ອງໜ້າເຮົາໃນຫໍເຕັນບ່ອນຊຸມນຸມເບື້ອງນອກ ຄືຢູ່ນອກຜ້າກັ້ງທາງໜ້າຂອງຫີບພັນທະສັນຍາ. ຈົ່ງໄຕ້ຕະກຽງແຕ່ຕອນຄໍ່າຈົນເຖິງຕອນຮຸ່ງເຊົ້າຢູ່ຊ້ອງໜ້າພຣະເຈົ້າຢາເວ. ຈົ່ງໃຫ້ຊາວອິດສະຣາເອນກັບເຊື້ອສາຍຂອງພວກເຂົາ ຕັ້ງໃຈໃສ່ປະຕິບັດຕາມຄຳສັ່ງນີ້ຕະຫລອດໄປ.” |
|
|
|
|