|
| 1 |
|
| “ຈົ່ງເອີ້ນອາໂຣນ ອ້າຍຂອງເຈົ້າແລະພວກລູກຊາຍຂອງລາວມາເຊັ່ນວ່າ: ນາດາບ, ອາບີຮູ, ເອເລອາຊາ ແລະອີທາມາ. ຈົ່ງແຍກພວກເຂົາຢູ່ຕ່າງຫາກ ຈາກປະຊາຊົນອິດສະຣາເອນ ເພື່ອວ່າພວກເຂົາຈະບົວລະບັດຮັບໃຊ້ເຮົາໃນຖານະປະໂຣຫິດ. |
|
| 2 |
|
| ຈົ່ງເຮັດເຄື່ອງປະຈຳຕຳແໜ່ງປະໂຣຫິດໃຫ້ແກ່ອາໂຣນອ້າຍຂອງເຈົ້າ ໃຫ້ສົມກຽດແລະສະຫງ່າງາມ. |
|
| 3 |
|
| ໃຫ້ເອີ້ນຊ່າງທີ່ມີສີມືທັງໝົດ ຄືຜູ້ທີ່ເຮົາໄດ້ໃຫ້ຄວາມສາມາດພິເສດແກ່ພວກເຂົານັ້ນມາ ແລະບອກພວກເຂົາເຮັດເຄື່ອງນຸ່ງໃຫ້ອາໂຣນ ເພື່ອວ່າລາວຈະໄດ້ຖວາຍຊີວິດຂອງລາວ ບົວລະບັດຮັບໃຊ້ເຮົາໃນຖານະປະໂຣຫິດ. |
|
| 4 |
|
| ຈົ່ງບອກພວກເຂົາໃຫ້ເຮັດແຜ່ນປົກເອິກ, ເສື້ອຄຸມສັ້ນເອໂຟດ, ເສື້ອຄຸມຍາວບໍ່ມີແຂນ, ເສື້ອຄຸມຍາວມີແຂນ, ໝວກສຸບ ແລະຜ້າຮັດແອວ. ພວກເຂົາຕ້ອງເຮັດເຄື່ອງປະຈຳຕຳແໜ່ງປະໂຣຫິດເຫຼົ່ານີ້ໃຫ້ອາໂຣນອ້າຍຂອງເຈົ້າ ແລະພວກລູກຊາຍຂອງລາວ ເພື່ອພວກເຂົາຈະໄດ້ບົວລະບັດຮັບໃຊ້ເຮົາໃນຖານະປະໂຣຫິດ. |
|
| 5 |
|
| ຈົ່ງໃຫ້ພວກຊ່າງສີມືໃຊ້ຜ້າຂົນແກະສີຟ້າ, ສີມ່ວງ, ສີແດງ, ດ້າຍສີຄຳ ແລະຜ້າປ່ານເນື້ອລະອຽດດີເຮັດເຄື່ອງເຫຼົ່ານີ້. |
|
| 6 |
|
| ຈົ່ງໃຫ້ພວກເຂົາເຮັດເສື້ອຄຸມສັ້ນເອໂຟດນີ້ດ້ວຍຜ້າຂົນແກະສີຟ້າ, ສີມ່ວງ, ສີແດງ, ດ້າຍສີຄຳ ແລະຜ້າປ່ານເນື້ອລະອຽດດີ ຕົບແຕ່ງດ້ວຍການຫຍິບແສ່ວ. |
|
| 7 |
|
| ຜ້າສອງຕ່ອນທີ່ບ່າໄຫລ່ຂອງເສື້ອນັ້ນ ຈົ່ງໃຫ້ຫຍິບຕິດກັນກັບຂ້າງເສື້ອທັງສອງ. |
|
| 8 |
|
| ສ່ວນສາຍຮັດນັ້ນ ຈົ່ງໃຊ້ຜ້າປ່ານເນື້ອລະອຽດດີຊະນິດດຽວກັນກັບເສື້ອຄຸມສັ້ນເອໂຟດ ແລະຫຍິບຕິດກັບເສື້ອເລີຍ. |
|
| 9 |
|
| ຈົ່ງໃຊ້ແກ້ວໂກເມນສອງແຜ່ນ ຈາລຶກຊື່ຂອງລູກຊາຍສິບສອງຄົນຂອງຢາໂຄບ |
|
| 10 |
|
| ຕາມລຳດັບການເກີດ ໂດຍຫົກຊື່ທຳອິດນັ້ນໃຫ້ຈາລຶກໃສ່ແກ້ວຫີນແຜ່ນທີໜຶ່ງ ແລະອີກຫົກຊື່ຫລັງນັ້ນໃຫ້ຈາລຶກໃສ່ແກ້ວຫີນແຜ່ນທີສອງ. |
|
| 11 |
|
| ຈົ່ງໃຫ້ຊ່າງແກະສະຫລັກຜູ້ທີ່ຊຳນິຊຳນານ ຈາລຶກຊື່ລູກຊາຍສິບສອງຄົນຂອງຢາໂຄບ ໃສ່ແຜ່ນຫີນສອງແຜ່ນ ແລະເຮັດຂອບຄຳໃສ່ແຜ່ນຫີນນັ້ນ. |
|
| 12 |
|
| ຫີນສອງແຜ່ນຊຶ່ງໝາຍເຖິງສິບສອງເຜົ່າຂອງຊາດອິດສະຣາເອນນັ້ນ ຈົ່ງໃຫ້ຕິດໃສ່ໄວ້ກັບເສື້ອຄຸມສັ້ນເອໂຟດເລີຍທີ່ເທິງບ່າໄຫລ່. ດ້ວຍເຫດນີ້ ອາໂຣນຈຶ່ງຈະຖືຊື່ຂອງພວກເຂົາໄວ້ເທິງບ່າໄຫລ່ຂອງຕົນ ເພື່ອເປັນທີ່ລະນຶກຕໍ່ໜ້າພຣະເຈົ້າຢາເວ. |
|
| 13 |
|
| ຈົ່ງເຮັດກະໂບກຄຳສອງອັນ |
|
| 14 |
|
| ແລະຕີສາຍສ້ອຍຄຳສົດສອງເສັ້ນ ຖັກກ້ຽວກັນຄືກັບເສັ້ນເຊືອກ ແລະມັດຕິດໄວ້ກັບກະໂບກຄຳນັ້ນ.” |
|
| 15 |
|
| “ຈົ່ງເຮັດແຜ່ນປົກເອິກໃຫ້ປະໂຣຫິດ ເພື່ອໃຊ້ໃນການຕັດສິນພຣະປະສົງຂອງພຣະເຈົ້າ. ໃຫ້ໃຊ້ຜ້າແບບດຽວກັນກັບຜ້າທີ່ເຮັດເສື້ອຄຸມສັ້ນເອໂຟດ ພ້ອມກັບຕົບແຕ່ງຢ່າງດຽວກັນດ້ວຍ. |
|
| 16 |
|
| ສ່ວນແຜ່ນປົກເອິກນັ້ນ ຈົ່ງເຮັດເປັນສີ່ຫລ່ຽມມົນທົນ ພັບທາງກາງໄດ້; ແຕ່ລະຂ້າງໃຫ້ມີຊາວສອງເຊັນ. |
|
| 17 |
|
| ແລ້ວຈົ່ງໃຫ້ຝັງແກ້ວສີ່ແຖວໃສ່ຕາມແຜ່ນປົກເອິກນັ້ນຄື: ໃນແຖວທີໜຶ່ງໃຫ້ຝັງທັບທິມ, ພອຍເຫລືອງ, ໂກເມນ; |
|
| 18 |
|
| ໃນແຖວທີສອງໃຫ້ຝັງມໍຣະກົດ, ໄພທູນ ແລະເພັດ; |
|
| 19 |
|
| ໃນແຖວທີສາມໃຫ້ຝັງນິນ, ໂມຣາ ແລະເພທາຍສີມ່ວງ; |
|
| 20 |
|
| ສ່ວນຢູ່ໃນແຖວທີສີ່ນັ້ນໃຫ້ຝັງເພທາຍ, ພອຍສີແດງໃສ ແລະມະນີໂຊດ. ແກ້ວທັງໝົດນີ້ໃຫ້ຝັງລົງໃສ່ໃນກະໂບກຄຳ. |
|
| 21 |
|
| ແກ້ວແຕ່ລະຢ່າງໃນຈຳນວນສິບສອງຊະນິດນັ້ນ ຈົ່ງໃຫ້ຈາລຶກຊື່ລູກຊາຍຂອງຢາໂຄບໃສ່ ຊຶ່ງໝາຍເຖິງສິບສອງເຜົ່າຂອງຊາດອິດສະຣາເອນ. |
|
| 22 |
|
| ຈົ່ງຕີສາຍສ້ອຍຄຳສົດຖັກກ້ຽວກັນຄືເຊືອກ ແລະມັດຕິດກັນກັບແຜ່ນປົກເອິກນັ້ນ. |
|
| 23 |
|
| ຈົ່ງເຮັດແຫວນຄຳສອງວົງ ແລະມັດຕິດໃສ່ກັບສົ້ນເທິງຂອງແຜ່ນປົກເອິກ |
|
| 24 |
|
| ພ້ອມທັງມັດສ້ອຍຄຳສອງເສັ້ນໃສ່ກັບແຫວນສອງວົງນັ້ນ. |
|
| 25 |
|
| ປາຍສາຍສ້ອຍອີກສອງຂ້າງ ໃຫ້ມັດຕິດກັບກະໂບກຄຳ. ດ້ວຍວິທີນີ້ ມັນຈຶ່ງຖືກມັດຕິດໄວ້ທາງໜ້າກັບສາຍຮັດເສື້ອຄຸມສັ້ນເອໂຟດ ທັງສອງເບື້ອງທີ່ບ່າໄຫລ່ໄດ້. |
|
| 26 |
|
| ຈົ່ງເຮັດແຫວນຄຳສອງວົງແລະມັດເປັນຫູຕິດໄວ້ ທີ່ແຈລຸ່ມທັງສອງຂ້າງຂອງແຜ່ນປົກເອິກທາງໃນ ທີ່ຕິດກັບເສື້ອຄຸມສັ້ນເອໂຟດ. |
|
| 27 |
|
| ຈົ່ງເຮັດແຫວນຄຳອີກສອງວົງຜູກຕິດກັນກັບທາງລຸ່ມຂອງສາຍດຶງ ທັງສອງຂ້າງທາງໜ້າບ່າໄຫລ່ຂອງເສື້ອຄຸມສັ້ນເອໂຟດ ທີ່ໃກ້ກັບສາຍດຶງແລະເທິງສາຍແອວປ່ານນັ້ນ. |
|
| 28 |
|
| ໃຫ້ຜູກຫູແຜ່ນປົກເອິກຕິດກັບຫູເສື້ອຄຸມສັ້ນເອໂຟດດ້ວຍເຊືອກສີຟ້າ ເພື່ອໃຫ້ແຜ່ນປົກເອິກຮັດຕິດກັບເອິກທີ່ເທິງສາຍແອວ ແລະບໍ່ໃຫ້ມັນຫລຸດລົງມາໄດ້. |
|
| 29 |
|
| ເມື່ອອາໂຣນເຂົ້າໄປສະຖານທີ່ສັກສິດ ລາວຈະໃສ່ແຜ່ນປົກເອິກ ຊຶ່ງຈາລຶກຊື່ຂອງເຜົ່າຕ່າງໆຂອງຊາດອິດສະຣາເອນ ກໍເພື່ອວ່າຈະເປັນທີ່ລະນຶກຕໍ່ໜ້າພຣະເຈົ້າຢາເວສືບໆໄປ. |
|
| 30 |
|
| ຈົ່ງໃສ່ອຸຣິມແລະທຸມມິມ ໄວ້ໃນແຜ່ນປົກເອິກແຫ່ງການພິພາກສາ ແລະຂອງສອງສິ່ງນີ້ຈະຢູ່ທີ່ຫົວໃຈຂອງອາໂຣນ ເມື່ອລາວເຂົ້າເຝົ້າຕໍ່ໜ້າພຣະເຈົ້າຢາເວ. ອາໂຣນຈະຮັບພາລະການພິພາກສາປະຊາຊົນອິດສະຣາເອນໄວ້ທີ່ຫົວໃຈຂອງຕົນສະເໝີຕໍ່ໜ້າພຣະເຈົ້າຢາເວ.” |
|
| 31 |
|
| “ເສື້ອຄຸມຍາວບໍ່ມີແຂນທີ່ຢູ່ລຸ່ມເສື້ອຄຸມສັ້ນເອໂຟດນັ້ນ ຈົ່ງໃຫ້ເຮັດດ້ວຍຜ້າຂົນແກະສີຟ້າໝົດທັງໂຕ. |
|
| 32 |
|
| ຈົ່ງຫຍິບເປັນເສື້ອຄໍສຸບທັງລຽບຕາມຄໍ. ເສື້ອນີ້ໃຫ້ແນບດ້ວຍຜ້າໜາເພື່ອບໍ່ໃຫ້ຂາດງ່າຍ. |
|
| 33 |
|
| ທີ່ຕີນຂອງເສື້ອຄຸມ ໃຫ້ປັກຮູບໝາກພີລາດ້ວຍຜ້າຂົນແກະສີຟ້າ, ສີມ່ວງ ແລະສີແດງ ສັບກັນໄປກັບໝາກກະດິ່ງຄຳ. |
|
| 34 |
|
|
|
| 35 |
|
| ຈົ່ງໃຫ້ອາໂຣນໃສ່ເສື້ອຄຸມນີ້ ເມື່ອລາວເຂົ້າໄປບົວລະບັດຮັບໃຊ້ເຮົາໃນຖານະປະໂຣຫິດ. ເມື່ອລາວເຂົ້າມາຫາເຮົາໃນບ່ອນສັກສິດຕໍ່ໜ້າພຣະເຈົ້າຢາເວ ຫລືເມື່ອລາວອອກໄປ ໝາກກະດິ່ງຈະດັງຂຶ້ນ ແລະລາວກໍຈະບໍ່ຕາຍ. |
|
| 36 |
|
| ຈົ່ງເຮັດເຄື່ອງປະດັບດ້ວຍຄຳສົດ ແລະຈາລຶກຊື່ໃສ່ວ່າ ‘ອຸທິດຖວາຍແດ່ອົງພຣະຜູ້ເປັນເຈົ້າ.’ |
|
| 37 |
|
| ຈົ່ງມັດເຄື່ອງປະດັບນັ້ນດ້ວຍເຊືອກສີຟ້າຕິດທາງໜ້າໝວກ. |
|
| 38 |
|
| ຈົ່ງໃຫ້ອາໂຣນໃສ່ເຄື່ອງປະດັບນັ້ນປິ່ນມາທາງໜ້າ ເພື່ອວ່າພຣະເຈົ້າຢາເວຈະຮັບເອົາການຖວາຍທຸກຢ່າງ ທີ່ປະຊາຊົນອິດສະຣາເອນຖວາຍ ເຖິງແມ່ນວ່າປະຊາຊົນໄດ້ເຮັດຜິດບາງສິ່ງບາງຢ່າງໃນການຖວາຍກໍຕາມ. |
|
| 39 |
|
| ຈົ່ງຫຍິບເສື້ອຄຸມຍາວມີແຂນຂອງອາໂຣນດ້ວຍຜ້າປ່ານເນື້ອລະອຽດດີ ແລະໝວກສຸບກໍໃຫ້ເຮັດດ້ວຍຜ້າປ່ານເນື້ອລະອຽດດີຄືກັນ. ສ່ວນສາຍແອວນັ້ນກໍເຊັ່ນດຽວກັນ ຈົ່ງຕົບແຕ່ງດ້ວຍການຫຍິບແສ່ວຢ່າງສວຍງາມ. |
|
| 40 |
|
| ຈົ່ງຫຍິບເສື້ອຄຸມ, ສາຍຮັດແອວ ແລະໝວກສຸບໃຫ້ພວກລູກຊາຍຂອງອາໂຣນເຊັ່ນດຽວກັນ ເພື່ອໃຫ້ພວກເຂົາໄດ້ຮັບກຽດແລະສະຫງ່າງາມ. |
|
| 41 |
|
| ເຈົ້າຈົ່ງນຸ່ງເຄື່ອງເຫຼົ່ານີ້ໃຫ້ອາໂຣນ ອ້າຍຂອງເຈົ້າແລະພວກລູກຊາຍຂອງລາວ. ແລ້ວຈົ່ງແຕ່ງຕັ້ງແລະອຸທິດຖວາຍພວກເຂົາ ໂດຍໃຊ້ນໍ້າມັນເຈີມສັກສິດທີ່ເຮັດດ້ວຍໝາກກອກເທດຫົດສົງ ເພື່ອພວກເຂົາຈະໄດ້ບົວລະບັດຮັບໃຊ້ເຮົາໃນຖານະປະໂຣຫິດ. |
|
| 42 |
|
| ຈົ່ງຫຍິບສົ້ງຂາສັ້ນດ້ວຍຜ້າປ່ານໃຫ້ພວກເຂົາ ໃຫ້ຍາວຕັ້ງແຕ່ແອວລົງມາຮອດຂາໂຕ້ ເພື່ອປົກປິດຕົວຂອງພວກເຂົາ. |
|
| 43 |
|
| ອາໂຣນກັບພວກລູກຊາຍຂອງລາວຕ້ອງນຸ່ງສົ້ງຂາສັ້ນຢູ່ປະຈຳ ເມື່ອພວກເຂົາເຂົ້າມາຫໍເຕັນບ່ອນຊຸມນຸມ ຫລືເຂົ້າມາໃກ້ແທ່ນບູຊາເວລາບົວລະບັດຮັບໃຊ້ເຮົາ ໃນຖານະປະໂຣຫິດທີ່ບ່ອນສັກສິດ ເພື່ອພວກເຂົາຈະບໍ່ຕາຍຍ້ອນວ່າບໍ່ປົກປິດຕົນຕົວ. ອັນນີ້ແມ່ນກົດເກນອັນຖາວອນ ຊຶ່ງອາໂຣນແລະເຊື້ອສາຍຂອງລາວ ຈະຕ້ອງປະຕິບັດຕະຫລອດໄປ.” |
|
|
|
|