|
| 1 |
|
| ແລ້ວພຣະເຈົ້າຢາເວກໍບອກໂມເຊວ່າ, |
|
| 2 |
|
| “ເຮົາໄດ້ເລືອກເອົາເບຊາເລນ ລູກຊາຍຂອງອູຣິ ແລະຫລານຊາຍຂອງຮູເຣຈາກເຜົ່າຢູດາ |
|
| 3 |
|
| ໃຫ້ໄດ້ຮັບຣິດອຳນາດຂອງເຮົາ. ເຮົາໄດ້ໃຫ້ລາວມີສະຕິປັນຍາ, ຄວາມເຂົ້າໃຈ ແລະຄວາມສາມາດໃນວິຊາການດ້ານສີລະປະກຳທຸກໆຢ່າງ |
|
| 4 |
|
| ສຳລັບວາງແຜນແລະອອກແບບຢ່າງລະອຽດໃນການເຮັດເຄື່ອງຄຳ, ເງິນ ແລະທອງສຳຣິດ; |
|
| 5 |
|
| ສຳລັບເຈຍລະໄນພອຍຕ່າງໆເພື່ອຝັງລົງໃນກະໂບກ; ສຳລັບແກະສະຫລັກໄມ້ ແລະສຳລັບວິຊາການໃນວຽກງານສີລະປະກຳຊະນິດອື່ນໆອີກ. |
|
| 6 |
|
| ເຮົາໄດ້ເລືອກເອົາໂອໂຮລີອາບ ລູກຊາຍຂອງອາຮີສາມັກຈາກເຜົ່າດານຄືກັນ ເພື່ອໃຫ້ເຮັດວຽກຮ່ວມກັນກັບເບຊາເລນ. ເຮົາໄດ້ໃຫ້ພວກຊ່າງສີມືຄົນອື່ນໆມີສະຕິປັນຍາຄືກັນ ເພື່ອວ່າພວກເຂົາຈະສາມາດເຮັດທຸກໆສິ່ງທີ່ເຮົາໄດ້ສັ່ງເຈົ້າໃຫ້ເຮັດເຊັ່ນ: |
|
| 7 |
|
| ຫໍເຕັນບ່ອນຊຸມນຸມ, ຫີບພັນທະສັນຍາພ້ອມທັງຝາອັດ, ເຄື່ອງປະກອບທຸກໆຊະນິດຂອງຫໍເຕັນ, |
|
| 8 |
|
| ໂຕະແລະເຄື່ອງໃຊ້ທັງໝົດປະຈຳໂຕະ, ຫລັກຕະກຽງເປັນຄຳສົດ ແລະເຄື່ອງໃຊ້ປະຈຳຕະກຽງ, ແທ່ນສຳລັບເຜົາເຄື່ອງຫອມ, |
|
| 9 |
|
| ແທ່ນສຳລັບເຜົາເຄື່ອງຖວາຍບູຊາ ແລະເຄື່ອງໃຊ້ທັງໝົດປະຈຳແທ່ນ, ຂັນແລະພານທອງ, |
|
| 10 |
|
| ເຄື່ອງສະຫງ່າງາມປະຈຳຕຳແໜ່ງປະໂຣຫິດຂອງອາໂຣນ ແລະພວກລູກຊາຍຂອງລາວ ເພື່ອໃສ່ໃນເວລາພວກເຂົາເຂົ້າມາບົວລະບັດຮັບໃຊ້ເຮົາໃນຖານະປະໂຣຫິດ. |
|
| 11 |
|
| ສ່ວນນໍ້າມັນສັກສິດ ແລະເຄື່ອງຫອມເພື່ອຖວາຍສຳລັບສະຖານທີ່ບໍຣິສຸດນັ້ນ ຈົ່ງໃຫ້ພວກເຂົາເຮັດຢ່າງຖືກຕ້ອງຕາມທີ່ເຮົາໄດ້ສັ່ງເຈົ້າໄວ້ທຸກປະການ.” |
|
| 12 |
|
| ພຣະເຈົ້າຢາເວໄດ້ສັ່ງໂມເຊ. ໃຫ້ບອກປະຊາຊົນອິດສະຣາເອນວ່າ, “ຈົ່ງນັບຖືວັນຊະບາໂຕເປັນວັນພັກຜ່ອນຂອງເຮົາ ເພາະມັນແມ່ນໝາຍສຳຄັນລະຫວ່າງເຈົ້າແລະເຮົາສືບໄປເປັນນິດ ເພື່ອສະແດງວ່າ ເຮົາແມ່ນພຣະເຈົ້າຢາເວ ໄດ້ຮັບເອົາພວກເຈົ້າມາເປັນປະຊາຊົນຂອງເຮົາ. |
|
| 13 |
|
|
|
| 14 |
|
| ຈົ່ງຮັກສາວັນພັກຜ່ອນນີ້ ເພາະເປັນວັນສັກສິດ. ຜູ້ໃດທີ່ເຮັດວຽກໃນວັນນີ້ ຜູ້ນັ້ນຕ້ອງມີໂທດເຖິງຕາຍ. |
|
| 15 |
|
| ຈົ່ງເຮັດວຽກຂອງພວກເຈົ້າໃນຫົກວັນ ແຕ່ໃນວັນທີ່ເຈັດໃຫ້ຖືເປັນວັນພັກຜ່ອນເພື່ອອຸທິດຖວາຍແກ່ພຣະເຈົ້າຢາເວ. ຜູ້ໃດກໍຕາມທີ່ເຮັດວຽກໃນວັນນີ້ ຜູ້ນັ້ນຕ້ອງມີໂທດເຖິງຕາຍ. |
|
| 16 |
|
| ໃຫ້ປະຊາຊົນອິດສະຣາເອນຢຶດຖືວັນຊະບາໂຕ ຕະຫຼອດຊົ່ວອາຍຸຂອງພວກເຂົາ ໃຫ້ເປັນພັນທະສັນຍາອັນຕະຫຼອດໄປ. |
|
| 17 |
|
| ມັນເປັນໝາຍສຳຄັນລະຫວ່າງປະຊາຊົນອິດສະຣາເອນກັບເຮົາຕະຫລອດໄປ ເພາະວ່າພຣະເຈົ້າຢາເວໄດ້ສ້າງຟ້າສະຫວັນ ແລະແຜ່ນດິນໂລກໃນຫົກວັນ ແລະໃນວັນທີເຈັດ ພຣະອົງໄດ້ຢຸດກິດຈະການທັງໝົດແລະພັກຜ່ອນ.” |
|
| 18 |
|
| ເມື່ອພຣະເຈົ້າໄດ້ກ່າວກັບໂມເຊທີ່ເທິງພູເຂົາຊີນາຍຈົບແລ້ວ ພຣະອົງໄດ້ເອົາຫີນສອງແຜ່ນ ຊຶ່ງໄດ້ຈາລຶກຂໍ້ຄຳສັ່ງຂອງພຣະອົງ ຊຶ່ງຂຽນໂດຍພຣະຫັດ(ມື)ຂອງພຣະເຈົ້າເອງນັ້ນ ຍື່ນໃຫ້ໂມເຊ. |
|
|
|
|