|
| 1 |
|
| ເມື່ອປະຊາຊົນອິດສະຣາເອນໄດ້ເຫັນວ່າ ໂມເຊພັກຢູ່ເທິງພູເຂົາດົນນານໂພດ ພວກເຂົາຈຶ່ງໄດ້ເຕົ້າໂຮມກັນອ້ອມອາໂຣນ ແລະເວົ້າຂຶ້ນວ່າ, “ພວກເຮົາບໍ່ຮູ້ວ່າ ມີຫຍັງເກີດຂຶ້ນກັບໂມເຊ ຜູ້ທີ່ນຳພວກເຮົາອອກມາຈາກປະເທດເອຢິບ; ສະນັ້ນ ຈົ່ງເຮັດຮູບພະ ໃຫ້ນຳພາພວກເຮົາສາ.” |
|
| 2 |
|
| ອາໂຣນຈຶ່ງບອກພວກເຂົາວ່າ, “ຈົ່ງປົດຕຸ້ມຫູຂອງເມຍ, ລູກຊາຍ ແລະລູກສາວຂອງພວກເຈົ້າທີ່ໃສ່ຢູ່ນັ້ນເອົາມາໃຫ້ຂ້ອຍ.” |
|
| 3 |
|
| ດັ່ງນັ້ນ ປະຊາຊົນອິດສະຣາເອນທຸກຄົນຈຶ່ງໄດ້ປົດຕຸ້ມຫູຄຳຂອງຕົນ ມອບໃຫ້ອາໂຣນ. |
|
| 4 |
|
| ເພິ່ນໄດ້ຮວບຮວມເອົາຕຸ້ມຫູທັງໝົດ ແລະໃຊ້ເຄື່ອງມືຫລໍ່ເປັນຮູບງົວຄຳໂຕໜຶ່ງ. ຕໍ່ມາ ປະຊາຊົນກໍເວົ້າວ່າ, “ຊາວອິດສະຣາເອນເອີຍ ອັນນີ້ ແມ່ນພະຂອງພວກເຮົາຜູ້ທີ່ໄດ້ນຳພາພວກເຮົາອອກມາຈາກປະເທດເອຢິບ.” |
|
| 5 |
|
| ແລ້ວອາໂຣນກໍໄດ້ກໍ່ສ້າງແທ່ນບູຊາແທ່ນໜຶ່ງໄວ້ຕໍ່ໜ້າຮູບງົວຄຳ ແລະປະກາດວ່າ, “ມື້ອື່ນຈະມີການກິນລ້ຽງຖວາຍກຽດແກ່ພຣະເຈົ້າຢາເວ.” |
|
| 6 |
|
| ໃນມື້ຕໍ່ມາ ພວກເຂົາໄດ້ຕື່ນແຕ່ເຊົ້າໆ ພວກເຂົາໄດ້ເຜົາສັດທັງໂຕຖວາຍບູຊາ ແລະນຳເອົາສັດໂຕອື່ນມາຂ້າກິນເພື່ອຄວາມສາມັກຄີທຳ. ປະຊາຊົນຕ່າງກໍໄດ້ນັ່ງລົງກິນແລະດື່ມ ຊຶ່ງຕໍ່ມາກໍໄດ້ມີການເຕັ້ນລຳຖວາຍບູຊາຮູບເຄົາຣົບຢ່າງເຖິງໃຈ. |
|
| 7 |
|
| ແລ້ວພຣະເຈົ້າຢາເວໄດ້ກ່າວຕໍ່ໂມເຊວ່າ, “ຟ້າວກັບລົງໄປດຽວນີ້ ເພາະປະຊາຊົນຂອງເຈົ້າ ຄືພວກທີ່ເຈົ້າໄດ້ນຳອອກມາຈາກປະເທດເອຢິບນັ້ນໄດ້ເຮັດບາບ ແລະປະຖິ້ມເຮົາສາແລ້ວ. |
|
| 8 |
|
| ພວກເຂົາໄດ້ປະຖິ້ມການດຳເນີນຊີວິດ ທີ່ເຮົາໄດ້ສັ່ງພວກເຂົາໃຫ້ປະຕິບັດ; ພວກເຂົາໄດ້ເອົາຄຳມາຫລໍ່ເປັນຮູບງົວເຖິກນ້ອຍໂຕໜຶ່ງ ແລະໄດ້ຂາບໄຫວ້ຮູບນັ້ນທັງຖວາຍບູຊາແກ່ມັນ. ພວກເຂົາກຳລັງເວົ້າວ່າ ຮູບນັ້ນແມ່ນພະຂອງພວກເຂົາ ທີ່ໄດ້ນຳພວກເຂົາອອກມາຈາກປະເທດເອຢິບ.” |
|
| 9 |
|
| ພຣະເຈົ້າຢາເວໄດ້ກ່າວຕໍ່ໂມເຊວ່າ, “ເຮົາຮູ້ວ່າປະຊາຊົນເຫຼົ່ານີ້ໃຈແຂງກະດ້າງດື້ດຶງພຽງໃດ. |
|
| 10 |
|
| ບັດນີ້ເຮົາໃຈຮ້າຍໃຫ້ພວກເຂົາແລ້ວ ແລະເຮົາຈະທຳລາຍພວກເຂົາຖິ້ມໝົດ. ຢ່າພະຍາຍາມຫ້າມເຮົາໄວ້ເລີຍ. ແລ້ວເຮົາກໍຈະເຮັດໃຫ້ເຈົ້າແລະເຊື້ອສາຍຂອງເຈົ້າ ກາຍເປັນຊົນຊາດໃຫຍ່.” |
|
| 11 |
|
| ແຕ່ໂມເຊໄດ້ວິງວອນຂໍຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງຕົນວ່າ, “ຂ້າແດ່ພຣະເຈົ້າຢາເວ ເປັນຫຍັງພຣະອົງຈຶ່ງໂກດຮ້າຍຢ່າງຮຸນແຮງຕໍ່ປະຊາຊົນຂອງພຣະອົງ ຜູ້ທີ່ພຣະອົງໄດ້ຊ່ວຍກູ້ເອົາອອກມາຈາກປະເທດເອຢິບ ດ້ວຍຣິດເດດອຳນາດອັນຍິ່ງໃຫຍ່ແລະມະຫັດສະຈັນຂອງພຣະອົງ? |
|
| 12 |
|
| ເປັນຫຍັງຈຶ່ງຈະເຮັດໃຫ້ຊາວເອຢິບຕ້ອງໄດ້ເວົ້າໃຫ້ພຣະອົງວ່າ ພຣະອົງໄດ້ນຳປະຊາຊົນຂອງພຣະອົງອອກມາ ກໍເພື່ອວາງແຜນຂ້າພວກເຂົາຢູ່ໃນເທິງພູນີ້ ໂດຍທຳລາຍພວກເຂົາໃຫ້ໝົດສິ້ນໄປ? ຂໍຢ່າຊົງໂກດຮ້າຍ ແລະຢ່າທຳລາຍປະຊາຊົນຂອງພຣະອົງ. |
|
| 13 |
|
| ຂໍໃຫ້ລະນຶກເຖິງພວກຜູ້ຮັບໃຊ້ຂອງພຣະອົງເຊັ່ນ: ອັບຣາຮາມ, ອີຊາກ ແລະຢາໂຄບ. ໂຜດລະນຶກເຖິງພັນທະສັນຍາອັນໜັກແໜ້ນ ທີ່ພຣະອົງໄດ້ຕັ້ງໄວ້ກັບພວກເຂົາວ່າ ພຣະອົງຈະໃຫ້ພວກເຂົາມີເຊື້ອສາຍຢ່າງຫລວງຫລາຍ ດັ່ງດວງດາວໃນທ້ອງຟ້າ ແລະຈະໃຫ້ພວກເຂົາໄດ້ດິນແດນທັງໝົດທີ່ພຣະອົງໄດ້ສັນຍາໄວ້ນັ້ນ ເປັນກຳມະສິດຂອງພວກເຂົາຕະຫລອດໄປ.” |
|
| 14 |
|
| ສະນັ້ນ ພຣະເຈົ້າຢາເວຈຶ່ງປ່ຽນການຕັດສິນໃຈ ແລະບໍ່ໄດ້ນຳເອົາຄວາມຈິບຫາຍມາສູ່ປະຊາຊົນຂອງພຣະອົງ ຕາມທີ່ພຣະອົງໄດ້ກ່າວນັ້ນ. |
|
| 15 |
|
| ໂມເຊໄດ້ລົງຈາກພູໄປພ້ອມທັງຖືແຜ່ນຫີນສອງແຜ່ນ ຊຶ່ງແຕ່ລະຂ້າງຖືກຈາລຶກດ້ວຍຂໍ້ຄຳສັ່ງຕ່າງໆ. |
|
| 16 |
|
| ແມ່ນພຣະເຈົ້າເອງທີ່ໄດ້ເຮັດແຜ່ນຫີນ ແລະຈາລຶກຂໍ້ຄຳສັ່ງຂອງພຣະເຈົາໃສ່ໃນນັ້ນ. |
|
| 17 |
|
| ເມື່ອໂຢຊວຍໄດ້ຍິນສຽງປະຊາຊົນພວມຮ້ອງເອະອະກັນຢູ່ ລາວຈຶ່ງເວົ້າກັບໂມເຊວ່າ, “ຂ້ອຍຄືໄດ້ຍິນສຽງສູ້ຮົບກັນຢູ່ໃນຄ້າຍພັກ.” |
|
| 18 |
|
| ໂມເຊໄດ້ຕອບວ່າ, “ບໍ່ແມ່ນສຽງຮ້ອງໄຊໂຢຫລືສຽງຍອມແພ້ ແຕ່ແມ່ນສຽງຮ້ອງລຳທຳເພງຕ່າງຫາກ.” |
|
| 19 |
|
| ເມື່ອໂມເຊຮອດຄ້າຍພັກແລະເຫັນຮູບງົວຄຳ ທັງປະຊາຊົນກຳລັງຮ້ອງລຳທຳເພງກັນຢູ່ ເພິ່ນຈຶ່ງໂກດຮ້າຍຫຼາຍ. ເພິ່ນໄດ້ໂຍນແຜ່ນຫີນທີ່ເພິ່ນຖືມານັ້ນໃສ່ຕີນພູ ແລະແຜ່ນຫີນນັ້ນແຕກ. |
|
| 20 |
|
| ເພິ່ນເຂົ້າໄປຢຶດເອົາຮູບງົວນ້ອຍທີ່ຫລໍ່ດ້ວຍຄຳຖິ້ມໃສ່ໄຟ ບົດສິ່ງທີ່ເສດເຫລືອເປັນຂີ້ເຖົ່າໃຫ້ໝຸ່ນລະອຽດ ແລະປົນລົງໃນນໍ້າໃຫ້ຊາວອິດສະຣາເອນດື່ມ. |
|
| 21 |
|
| ແລ້ວເພິ່ນກໍຖາມອາໂຣນວ່າ, “ປະຊາຊົນພວກນີ້ໄດ້ເຮັດຫຍັງໃຫ້ເຈົ້າ ເຈົ້າຈຶ່ງພາພວກເຂົາເຮັດບາບຢ່າງຫລວງຫຼາຍເຊັ່ນນີ້?” |
|
| 22 |
|
| ອາໂຣນໄດ້ຕອບວ່າ, “ຢ່າຮ້າຍໃຫ້ຂ້ອຍເທາະ ເຈົ້າກໍຮູ້ຢູ່ເຕັມໃຈແລ້ວບໍ່ແມ່ນຫລືວ່າປະຊາຊົນເຫຼົ່ານີ້ພ້ອມທີ່ຈະເຮັດບາບຢູ່ແລ້ວ. |
|
| 23 |
|
| ພວກເຂົາມາເວົ້າກັບຂ້ອຍວ່າ, ‘ພວກເຮົາບໍ່ຮູ້ວ່າມີຫຍັງເກີດຂຶ້ນກັບໂມເຊ ຜູ້ນຳພາພວກເຮົາອອກມາຈາກປະເທດເອຢິບ. ສະນັ້ນ ໃຫ້ພວກເຮົາເຮັດຮູບພະເພື່ອນຳພາພວກເຮົາສາ.’ |
|
| 24 |
|
| ຂ້ອຍໄດ້ຂໍໃຫ້ພວກເຂົານຳເຄື່ອງເອ້ທີ່ເປັນຄຳມາໃຫ້ຂ້ອຍ ແລະຜູ້ທີ່ມີກໍປົດອອກມາໃຫ້ຂ້ອຍໂລດ. ຂ້ອຍໄດ້ໂຍນເຄື່ອງເອ້ເຫຼົ່ານັ້ນຖິ້ມໃສ່ໄຟ ແລະຈາກສິ່ງເຫຼົ່ານັ້ນກໍອອກມາເປັນຮູບງົວຄຳໂຕນີ້ແຫຼະ.” |
|
| 25 |
|
| ໂມເຊໄດ້ຮູ້ວ່າແມ່ນອາໂຣນ ທີ່ເປັນຜູ້ປ່ອຍປະຊາຊົນໃຫ້ເຮັດຕາມໃຈ ແລະຂາດການຄວບຄຸມຢັບຢັ້ງ ໂດຍທີ່ພວກເຂົາຢູ່ທ່າມກາງເຫຼົ່າສັດຕູ. |
|
| 26 |
|
| ສະນັ້ນ ໂມເຊຈຶ່ງໄດ້ມາຢືນຢູ່ທີ່ທາງປະຕູເຂົ້າຄ້າຍ ແລະຮ້ອງຂຶ້ນວ່າ, “ຜູ້ໃດທີ່ຢູ່ຝ່າຍພຣະເຈົ້າຢາເວ ຈົ່ງມາທາງພີ້” ປະຊາຊົນໃນເຜົ່າເລວີທັງໝົດໄດ້ມາເຂົ້າກັບໂມເຊ |
|
| 27 |
|
| ແລ້ວເພິ່ນກໍບອກວ່າ, “ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນສັ່ງພວກເຈົ້າທຸກຄົນ ໃຫ້ຈັບດາບແລະໄປທົ່ວຄ້າຍແຕ່ປະຕູນີ້ເຖິງປະຕູນັ້ນ ຂ້າບັນດາອ້າຍເອື້ອຍນ້ອງ ໝູ່ຄູ່ແລະເພື່ອນບ້ານຂອງຕົນ.” |
|
| 28 |
|
| ພວກເລວີຈຶ່ງເຮັດຕາມທີ່ໂມເຊສັ່ງ ໂດຍໄດ້ຂ້າປະມານສາມພັນຄົນໃນມື້ນັ້ນ. |
|
| 29 |
|
| ສະນັ້ນ ໂມເຊຈຶ່ງກ່າວແກ່ພວກເລວີວ່າ, “ວັນນີ້ ພວກເຈົ້າໄດ້ອຸທິດຖວາຍພວກເຈົ້າເອງ ເປັນປະໂຣຫິດເພື່ອບົວລະບັດຮັບໃຊ້ພຣະເຈົ້າຢາເວ ໂດຍໄດ້ຂ້າບັນດາລູກຊາຍ ແລະອ້າຍເອື້ອຍນ້ອງຂອງພວກເຈົ້າ. ສະນັ້ນ ພຣະອົງຈຶ່ງໄດ້ອວຍພອນໃຫ້ແກ່ພວກເຈົ້າໃນວັນນີ້.” |
|
| 30 |
|
| ໃນມື້ຕໍ່ມາ ໂມເຊໄດ້ກ່າວແກ່ປະຊາຊົນວ່າ, “ພວກເຈົ້າໄດ້ເຮັດບາບຢ່າງຮ້າຍແຮງຫລາຍ. ແຕ່ບັດນີ້ ເຮົາຈະຂຶ້ນໄປພົບພຣະເຈົ້າຢາເວຢູ່ເທິງພູເຂົາ ບາງທີເຮົາອາດຂໍຮ້ອງພຣະອົງ ໃຫ້ຍົກບາບແກ່ພວກເຈົ້າກໍເປັນໄປໄດ້.” |
|
| 31 |
|
| ແລ້ວໂມເຊກໍກັບໄປເຝົ້າພຣະເຈົ້າຢາເວ ແລະໄດ້ກ່າວວ່າ, “ປະຊາຊົນເຫຼົ່ານີ້ໄດ້ເຮັດບາບຢ່າງຮ້າຍແຮງຫລາຍ. ພວກເຂົາໄດ້ເອົາຄຳຫລໍ່ເປັນພະແລະຂາບໄຫວ້. |
|
| 32 |
|
| ກະລຸນາຍົກບາບໃຫ້ພວກເຂົາດ້ວຍ; ຖ້າບໍ່ດັ່ງນັ້ນ ຈົ່ງລຶບຊື່ຂອງຂ້ານ້ອຍອອກຈາກປື້ມບັນຊີແຫ່ງຊີວິດປະຊາຊົນຂອງພຣະອົງສາເຖີດ.” |
|
| 33 |
|
| ພຣະເຈົ້າຢາເວຈຶ່ງຕອບໂມເຊວ່າ, “ຜູ້ໃດເຮັດບາບຕໍ່ສູ້ເຮົາ ເຮົາຈະລຶບຊື່ຜູ້ນັ້ນອອກຈາກປື້ມບັນຊີຂອງເຮົາ. |
|
| 34 |
|
| ບັດນີ້ຈົ່ງໄປສາ ນຳປະຊາຊົນໃຫ້ໄປເຖິງບ່ອນທີ່ເຮົາໄດ້ບອກເຈົ້ານັ້ນ. ຈົ່ງຈົດຈຳໄວ້ວ່າ ເທວະດາຂອງເຮົາຈະນຳໜ້າເຈົ້າໄປ. ເມື່ອເຖິງເວລາທີ່ໄດ້ກຳນົດໄວ້ແລ້ວ ເຮົາຈະລົງໂທດພວກທີ່ໄດ້ເຮັດບາບນັ້ນ.” |
|
| 35 |
|
| ສະນັ້ນ ພຣະເຈົ້າຢາເວຈຶ່ງບັນດານໃຫ້ປະຊາຊົນເກີດໂຣກລະບາດ ເພາະພວກເຂົາໄດ້ບັງຄັບອາໂຣນໃຫ້ເຮັດງົວຄຳ. |
|
|
|
|