|
| 1 |
|
| ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊວ່າ, “ຈົ່ງຍ້າຍຈາກທີ່ນີ້ ແລະພາປະຊາຊົນທີ່ເຈົ້າໄດ້ນຳອອກມາຈາກປະເທດເອຢິບນັ້ນ ໄປສູ່ດິນແດນທີ່ເຮົາໄດ້ສັນຍາໄວ້ວ່າຈະມອບໃຫ້ອັບຣາຮາມ, ອີຊາກ, ຢາໂຄບ, ແລະເຊື້ອສາຍຂອງພວກເຂົາ. |
|
| 2 |
|
| ເຮົາຈະສົ່ງເທວະດານຳໜ້າພວກເຈົ້າໄປ ແລະເຮົາຈະຂັບໄລ່ຊາວການາອານ, ອາໂມ, ຮິດຕີ, ເປຣີຊີ, ຮີວີ ແລະຊາວເຢບຸດ ອອກໄປ. |
|
| 3 |
|
| ພວກເຈົ້າກຳລັງເດີນທາງໄປສູ່ດິນແດນທີ່ອຸດົມສົມບູນແລະຮັ່ງມີ. ແຕ່ສ່ວນເຮົາເອງ ເຮົາໄປກັບພວກເຈົ້າບໍ່ໄດ້ຍ້ອນວ່າພວກເຈົ້າໃຈແຂງກະດ້າງດື້ດຶງຫລາຍ ແລະເຮົາອາດທຳລາຍພວກເຈົ້າຕາມທາງກໍໄດ້.” |
|
| 4 |
|
| ເມື່ອປະຊາຊົນໄດ້ຍິນດັ່ງນີ້ ພວກເຂົາກໍໄດ້ໄວ້ທຸກ ແລະບໍ່ມີຜູ້ໃດໃສ່ເຄື່ອງເອ້ອີກຕໍ່ໄປ. |
|
| 5 |
|
| ພຣະເຈົ້າຢາເວໄດ້ສັ່ງໂມເຊໃຫ້ບອກພວກເຂົາວ່າ, “ພວກເຈົ້າເປັນຄົນໃຈແຂງກະດ້າງດື້ດຶງ. ຖ້າເຮົາໄປກັບພວກເຈົ້າພຽງເວລາໜ້ອຍດຽວ ເຮົາອາດທຳລາຍພວກເຈົ້າຈົນໝົດສິ້ນກໍໄດ້. ບັດນີ້ຈົ່ງປົດເຄື່ອງເອ້ຂອງພວກເຈົ້າອອກສາ ແລະເຮົາຈະຕັດສິນໃຈວ່າ ຄວນເຮັດຢ່າງໃດດີກັບພວກເຈົ້າໃນຂັ້ນຕໍ່ໄປ.” |
|
| 6 |
|
| ເພາະສະນັ້ນ ປະຊາຊົນອິດສະຣາເອນຈຶ່ງບໍ່ໄດ້ໃສ່ເຄື່ອງເອ້ອີກຕໍ່ໄປ ເມື່ອຈາກພູເຂົາຊີນາຍໄປນັ້ນ. |
|
| 7 |
|
| ເມື່ອໃດທີ່ປະຊາຊົນອິດສະຣາເອນຕັ້ງຄ້າຍພັກອາໄສຢູ່ ໂມເຊກໍກາງຫໍເຕັນບ່ອນຊຸມນຸມຂຶ້ນຫ່າງຈາກຄ້າຍພັກເມື່ອນັ້ນ. ຫໍເຕັນນີ້ເອີ້ນວ່າຫໍເຕັນບ່ອນຊຸມນຸມ ແລະຖ້າຜູ້ໃດຕ້ອງການເຂົ້າພົບພຣະເຈົ້າຢາເວ ກໍໃຫ້ຜູ້ນັ້ນອອກໄປທີ່ຫໍເຕັນນັ້ນ ຊຶ່ງຕັ້ງຢູ່ນອກບໍລິເວນຄ້າຍ. |
|
| 8 |
|
| ເມື່ອໃດໂມເຊອອກຈາກເຕັນຂອງຕົນໄປທີ່ຫໍເຕັນ ເມື່ອນັ້ນປະຊາຊົນຕ່າງກໍຢືນຢູ່ຕໍ່ໜ້າຄ້າຍພັກຂອງໃຜລາວ ເບິ່ງໂມເຊຍ່າງເຂົ້າໄປໃນຫໍເຕັນ. |
|
| 9 |
|
| ຫລັງຈາກທີ່ໂມເຊໄດ້ເຂົ້າໄປໃນຫໍເຕັນແລ້ວ ໄດ້ມີເມກເປັນຮູບເສົາລອຍລົງມາ ແລະຢຸດຢູ່ທີ່ປະຕູເຂົ້າຫໍເຕັນ ແລະພຣະເຈົ້າຢາເວກໍກ່າວແກ່ໂມເຊຈາກເສົາເມກນັ້ນ. |
|
| 10 |
|
| ເມື່ອປະຊາຊົນໄດ້ເຫັນເສົາເມກທີ່ປະຕູເຂົ້າຫໍເຕັນເທື່ອໃດ ພວກເຂົາກໍຂາບລົງເທື່ອນັ້ນ. |
|
| 11 |
|
| ພຣະເຈົ້າຢາເວກ່າວແກ່ໂມເຊໜ້າຕໍ່ໜ້າ ດັ່ງຄົນໜຶ່ງທີ່ກ່າວຕໍ່ເພື່ອນຂອງຕົນ. ແລ້ວໂມເຊກໍກັບຄືນເມືອຄ້າຍພັກ, ສ່ວນໂຢຊວຍລູກຊາຍຂອງນູນ ຜູ້ຮັບໃຊ້ທີ່ໜຸ່ມແໜ້ນຂອງເພິ່ນໄດ້ປະຈຳຢູ່ໃນຫໍເຕັນ. |
|
| 12 |
|
| ແລ້ວໂມເຊກໍກ່າວຕໍ່ພຣະເຈົ້າຢາເວວ່າ, “ພຣະອົງໄດ້ສັ່ງໃຫ້ຂ້ານ້ອຍນຳພາປະຊາຊົນເຫຼົ່ານີ້ ແຕ່ພຣະອົງບໍ່ໄດ້ສັນຍາວ່າ ຈະສົ່ງຜູ້ໃດມາຊ່ວຍຂ້ານ້ອຍເລີຍ. ພຣະອົງບອກພຽງແຕ່ວ່າ ພຣະອົງຮູ້ຈັກຂ້ານ້ອຍດີ ແລະພໍໃຈນຳຂ້ານ້ອຍ. |
|
| 13 |
|
| ບັດນີ້ ຖ້າພຣະອົງພໍໃຈນຳຂ້ານ້ອຍແທ້ແລ້ວ ຈົ່ງບອກແຜນການຂອງພຣະອົງໃຫ້ຂ້ານ້ອຍຮູ້ນຳແດ່ທ້ອນ ເພື່ອວ່າຂ້ານ້ອຍຈະໄດ້ຮັບໃຊ້ພຣະອົງຕໍ່ໄປ ແລະສືບຕໍ່ເຮັດໃຫ້ພຣະອົງພໍໃຈນຳຂ້ານ້ອຍຫລາຍຍິ່ງຂຶ້ນ. ໂຜດລະນຶກເຖິງຄືກັນວ່າ ພຣະອົງໄດ້ເລືອກເອົາຊົນຊາດນີ້ເປັນປະຊາຊົນຂອງພຣະອົງ.” |
|
| 14 |
|
| ພຣະອົງຈຶ່ງຕອບວ່າ, “ເຮົາຈະນຳພາເຈົ້າໄປ ແລະເຈົ້າຈະໄດ້ຮັບການພັກຜ່ອນ.” |
|
| 15 |
|
| ໂມເຊໄດ້ກ່າວຕໍ່ພຣະອົງວ່າ, “ຖ້າພຣະອົງບໍ່ນຳພາພວກຂ້ານ້ອຍທັງຫລາຍໄປ ກໍຢ່າໃຫ້ພວກຂ້ານ້ອຍຍ້າຍອອກໄປຈາກທີ່ນີ້ເລີຍ. |
|
| 16 |
|
| ໃຜຈະຮູ້ວ່າພຣະອົງພໍໃຈນຳປະຊາຊົນຂອງພຣະອົງ ແລະພໍໃຈນຳຂ້ານ້ອຍໄດ້ຢ່າງໃດ ຖ້າພຣະອົງບໍ່ນຳພາຂ້ານ້ອຍໄປ? ການທີ່ພຣະອົງນຳພາພວກຂ້ານ້ອຍໄປນັ້ນ ຈະສຳແດງໃຫ້ປະຊາຊົນອື່ນໆໃນໂລກເຫັນວ່າ ພວກຂ້ານ້ອຍທັງຫລາຍເປັນປະຊາຊົນຂອງພຣະອົງແທ້.” |
|
| 17 |
|
| ສະນັ້ນ ພຣະເຈົ້າຢາເວຈຶ່ງບອກໂມເຊວ່າ, “ເຮົາຈະເຮັດຕາມທີ່ເຈົ້າຂໍມາ ຍ້ອນວ່າເຮົາຮູ້ຈັກເຈົ້າດີແລະພໍໃຈນຳເຈົ້າ.” |
|
| 18 |
|
| ແລ້ວໂມເຊກໍຮ້ອງຂໍວ່າ, “ຖ້າເປັນດັ່ງນັ້ນ ພຣະອົງເອີຍ ຂໍຊົງໂຜດໃຫ້ຂ້ານ້ອຍໄດ້ເຫັນແສງສຸກໃສແຫ່ງສະຫງ່າຣາສີຂອງພຣະອົງແດ່ທ້ອນ.” |
|
| 19 |
|
| ພຣະອົງຕອບວ່າ, “ເຮົາຈະໃຫ້ຄຸນຄວາມດີທັງໝົດຂອງເຮົາ ຜ່ານໄປຕໍ່ໜ້າຕໍ່ຕາເຈົ້າ ແລະທັງຈະບອກຊື່ອັນສັກສິດຂອງເຮົາໃຫ້ເຈົ້າຮູ້. ເຮົາແມ່ນພຣະເຈົ້າຢາເວ ແລະເຮົາສຳແດງຄວາມເມດຕາປານີ ຕໍ່ຜູ້ທີ່ເຮົາໄດ້ເລືອກເອົາ. |
|
| 20 |
|
| ເຈົ້າຈະບໍ່ເຫັນໜ້າເຮົາ ເພາະວ່າບໍ່ມີຜູ້ໃດທີ່ໄດ້ເຫັນໜ້າເຮົາແລ້ວມີຊີວິດຢູ່.” |
|
| 21 |
|
| ແລະພຣະເຈົ້າຢາເວໄດ້ກ່າວວ່າ, “ເບິ່ງຫັ້ນແມ ມີໂງ່ນຫີນໃຫຍ່ຢູ່ຂ້າງເຮົານີ້ ຈົ່ງໄປຢືນຢູ່ເທິງໂງ່ນຫີນນັ້ນ. |
|
| 22 |
|
| ເມື່ອແສງສຸກໃສແຫ່ງສະຫງ່າຣາສີຂອງເຮົາຜ່ານໄປ ເຮົາຈະເອົາເຈົ້າຊົ້ນໄວ້ໃນຫວ່າງຫີນ ໂດຍເອົາມືເຮົາບັງເຈົ້າໄວ້ ຈົນກວ່າເຮົາຈະຜ່ານໄປ. |
|
| 23 |
|
| ແລ້ວເຮົາກໍຈະເອົາມືອອກ ແລະເຈົ້າຈະເຫັນຫລັງເຮົາ ແຕ່ຈະບໍ່ໄດ້ເຫັນໜ້າເຮົາ.” |
|
|
|
|