|
| 1 |
|
| ແລ້ວໂມເຊກໍເອີ້ນປະຊາຊົນອິດສະຣາເອນທັງໝົດມາປະຊຸມ. ເພິ່ນໄດ້ບອກພວກເຂົາວ່າ, “ຕໍ່ໄປນີ້ ແມ່ນຄຳສັ່ງຂອງພຣະເຈົ້າຢາເວທີ່ໃຫ້ພວກເຈົ້າປະຕິບັດ: |
|
| 2 |
|
| ຈົ່ງເຮັດວຽກໃນຫົກວັນ ແຕ່ໃນວັນທີເຈັດໃຫ້ພວກເຈົ້າຢຶດຖືເປັນວັນສັກສິດ ເປັນວັນສຳຄັນຂອງການພັກຜ່ອນທີ່ອຸທິດຖວາຍແກ່ພຣະເຈົ້າຢາເວ. ຜູ້ໃດທີ່ເຮັດວຽກໃນວັນນີ້ ຜູ້ນັ້ນຈະຕ້ອງຖືກໂທດເຖິງຕາຍ. |
|
| 3 |
|
| ແມ່ນແຕ່ໄຟກໍບໍ່ໃຫ້ດັງໃນເຮືອນຂອງພວກເຈົ້າໃນວັນຊະບາໂຕ.” |
|
| 4 |
|
| ໂມເຊໄດ້ກ່າວຕໍ່ປະຊາຊົນອິດສະຣາເອນທັງໝົດວ່າ, “ຕໍ່ໄປນີ້ ແມ່ນສິ່ງທີ່ພຣະເຈົ້າຢາເວໄດ້ສັ່ງໄວ້: |
|
| 5 |
|
| ຈົ່ງນຳສິ່ງຂອງມາຖວາຍແກ່ພຣະເຈົ້າຢາເວ. ຜູ້ໃດທີ່ເຕັມໃຈໃຫ້ ຈົ່ງນຳສິ່ງດັ່ງຕໍ່ໄປນີ້ມາຄື: ຄຳ, ເງິນ, ທອງສຳຣິດ; |
|
| 6 |
|
| ຜ້າປ່ານເນື້ອລະອຽດດີ; ຜ້າຂົນແກະສີຟ້າ, ສີມ່ວງ ແລະສີແດງ; ຜ້າທີ່ເຮັດດ້ວຍຂົນແບ້; |
|
| 7 |
|
| ໜັງແກະເຖິກຍ້ອມສີແດງ; ໜັງສັດລະອຽດດີ; ໄມ້ກະຖິນເທດ; |
|
| 8 |
|
| ນໍ້າມັນໄຕ້ຕະກຽງ; ເຄື່ອງຫອມເພື່ອປຸງນໍ້າມັນເຈີມສັກສິດ ແລະເຄື່ອງຫອມສຳລັບເຜົາບູຊາ, |
|
| 9 |
|
| ແກ້ວໂກເມນກັບເພັດພອຍອື່ນໆສຳລັບປະດັບເສື້ອຄຸມສັ້ນເອໂຟດ ແລະແຜ່ນປົກເອິກຂອງປະໂຣຫິດ.” |
|
| 10 |
|
| “ຜູ້ໃດທີ່ມີສະຕິປັນຍາໃນທ່າມກາງພວກເຈົ້າ ໃຫ້ຜູ້ນັ້ນເຮັດສິ່ງທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ຄື: |
|
| 11 |
|
| ຫໍເຕັນສັກສິດ, ຜ້າຄຸມເຕັນ ແລະຜ້າປົກເຕັນຊັ້ນນອກ, ຂໍເກາະ, ຮ່າງຂອບໄມ້, ຄານ, ເສົາ ແລະຕີນຮອງເສົາຂອງຫໍເຕັນ, |
|
| 12 |
|
| ຫີບພັນທະສັນຍາ, ຄານຫາມ, ຝາອັດຫີບພັນທະສັນຍາ ແລະຜ້າກັ້ງບັງຫີບພັນທະສັນຍາ; |
|
| 13 |
|
| ໂຕະ, ຄານຫາມຂອງໂຕະ ແລະເຄື່ອງໃຊ້ທັງໝົດປະຈຳໂຕະ ເຂົ້າຈີ່ເພື່ອການຖວາຍນັ້ນ; |
|
| 14 |
|
| ຫລັກຕະກຽງທີ່ໃຫ້ແສງສະຫວ່າງ ພ້ອມທັງເຄື່ອງໃຊ້ປະຈຳ; ຕະກຽງແລະນໍ້າມັນ; |
|
| 15 |
|
| ແທ່ນສຳລັບເຜົາເຄື່ອງຫອມແລະຄານຫາມ; ນໍ້າມັນເຈີມສັກສິດ; ເຄື່ອງຫອມເພື່ອເຜົາບູຊາ ຜ້າກັ້ງປະຕູເຂົ້າຫໍເຕັນສັກສິດ; |
|
| 16 |
|
| ແທ່ນສຳລັບເຜົາເຄື່ອງຖວາຍບູຊາ ແລະຕະຂ່າຍທອງສຳຣິດ, ຄານຫາມ ແລະເຄື່ອງໃຊ້ປະຈຳແທ່ນບູຊາ ຂັນຊຳລະລ້າງແລະພານຮອງຂັນ; |
|
| 17 |
|
| ຜ້າກັ້ງອ້ອມຮອບຫໍເຕັນ; ເສົາແລະຕີນຮອງເສົາ; ຜ້າກັ້ງບັງທາງເຂົ້າຜ້າອ້ອມຫໍເຕັນ. |
|
| 18 |
|
| ຫລັກປັກ, ເຊືອກເນັ່ງຂອງຫໍເຕັນແລະເດີ່ນຂອງຫໍເຕັນສັກສິດ; |
|
| 19 |
|
| ເຄື່ອງອັນງົດງາມຂອງປະໂຣຫິດ ຄືເຄື່ອງນຸ່ງອັນສັກສິດປະຈຳຕຳແໜ່ງຂອງອາໂຣນ ແລະພວກລູກຊາຍຂອງລາວ ເມື່ອພວກເຂົາເຂົ້າມາບົວລະບັດຮັບໃຊ້ໃນບ່ອນສັກສິດ.” |
|
| 20 |
|
| ປະຊາຊົນອິດສະຣາເອນທັງໝົດໄດ້ພາກັນແຍກຍ້າຍຈາກໂມເຊໄປ |
|
| 21 |
|
| ແລະທຸກຄົນທີ່ມີໃຈເຫລື້ອມໃສສັດທາ ກໍໄດ້ນຳຂອງມາຖວາຍແກ່ພຣະເຈົ້າຢາເວ ເພື່ອນຳໄປສ້າງຫໍເຕັນບ່ອນຊຸມນຸມ. ພວກເຂົາໄດ້ນຳທຸກສິ່ງທີ່ຈຳເປັນໃຊ້ໃນການນະມັດສະການ ແລະໃນການເຮັດເຄື່ອງນຸ່ງອັນສັກສິດປະຈຳຕຳແໜ່ງຂອງປະໂຣຫິດມາຖວາຍ. |
|
| 22 |
|
| ທຸກຄົນທີ່ເຕັມໃຈໃຫ້ທັງຍິງແລະຊາຍກໍໄດ້ນຳເຄື່ອງເອ້ຄື: ເຂັມຄັດ, ຕຸ້ມຫູ, ແຫວນ, ສາຍຄໍ ແລະເຄື່ອງເອ້ຕ່າງໆເປັນຄຳຢ່າງອື່ນມາຖວາຍແກ່ພຣະເຈົ້າຢາເວ. |
|
| 23 |
|
| ຜູ້ທີ່ມີຜ້າປ່ານເນື້ອລະອຽດດີ; ຜ້າຂົນແກະສີຟ້າ, ສີມ່ວງ ແລະສີແດງເຂັ້ມ; ຜ້າທີ່ເຮັດດ້ວຍຂົນແບ້, ໜັງແກະເຖິກຍ້ອມສີແດງຫລືໜັງສັດລະອຽດດີ ກໍໄດ້ນຳເອົາຂອງເຫຼົ່ານັ້ນມາຖວາຍ. |
|
| 24 |
|
| ຜູ້ທີ່ສາມາດບໍລິຈາກເງິນ ຫລືທອງສຳຣິດກໍໄດ້ນຳມາຖວາຍແກ່ພຣະເຈົ້າຢາເວ ແລະຜູ້ທີ່ມີໄມ້ກະຖິນເທດ ຊຶ່ງສາມາດໃຊ້ຢ່າງໜຶ່ງຢ່າງໃດໃນວຽກງານນີ້ກໍໄດ້ນຳມາຖວາຍຄືກັນ. |
|
| 25 |
|
| ສ່ວນແມ່ຍິງທີ່ຊຳນິຊຳນານໃນການປັ່ນຜ້າປ່ານ ກໍໄດ້ເອົາເສັ້ນປ່ານເນື້ອລະອຽດດີ ແລະຜ້າຂົນແກະສີຟ້າ, ສີມ່ວງ ແລະສີແດງເຂັ້ມມາຖວາຍ. |
|
| 26 |
|
| ພວກເຂົາໄດ້ເຮັດເສັ້ນດ້າຍດ້ວຍຂົນແບ້ມາຖວາຍຄືກັນ. |
|
| 27 |
|
| ພວກຜູ້ນຳໄດ້ເອົາແກ້ວໂກເມນ ແລະເພັດພອຍຢ່າງອື່ນມາ ເພື່ອໃຊ້ໃນການປະດັບເສື້ອຄຸມສັ້ນເອໂຟດ ແລະແຜ່ນປົກເອິກຂອງປະໂຣຫິດ |
|
| 28 |
|
| ທັງໄດ້ນຳເອົາເຄື່ອງເທດຊະນິດຕ່າງໆ, ນໍ້າມັນໄຕ້ຕະກຽງ, ນໍ້າມັນເຈີມສັກສິດ ແລະສຳລັບເຄື່ອງຫອມໃຊ້ເຜົາບູຊາມາຖວາຍດ້ວຍ. |
|
| 29 |
|
| ປະຊາຊົນອິດສະຣາເອນທັງຍິງແລະຊາຍຜູ້ທີ່ມີໃຈເຫລື້ອມໃສສັດທາ ກໍໄດ້ນຳເຄື່ອງຖວາຍຂອງພວກເຂົາມາປະກອບສ່ວນໃນວຽກງານ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງຜ່ານທາງໂມເຊ ໃຫ້ພວກເຂົາເຮັດນັ້ນທຸກປະການ. |
|
| 30 |
|
| ໂມເຊໄດ້ກ່າວຕໍ່ຊາວອິດສະຣາເອນວ່າ, “ພຣະເຈົ້າຢາເວໄດ້ເລືອກເອົາເບຊາເລນ ລູກຊາຍຂອງອູຣິແລະຫລານຊາຍຂອງຮູເຣຈາກເຜົ່າຢູດາ. |
|
| 31 |
|
| ພຣະເຈົ້າໃຫ້ລາວໄດ້ຮັບຣິດອຳນາດ ມີສະຕິປັນຍາ, ຄວາມເຂົ້າໃຈ ແລະຄວາມສາມາດໃນວິຊາການດ້ານສີລະປະກຳຊະນິດອື່ນໆອີກ |
|
| 32 |
|
| ສຳລັບວາງແຜນແລະອອກແບບຢ່າງລະອຽດປານີດໃນການເຮັດເຄື່ອງຄຳ, ເຄື່ອງເງິນ ແລະເຄື່ອງທອງສຳຣິດ; |
|
| 33 |
|
| ສຳລັບເຈຍລະໄນພອຍຕ່າງໆເພື່ອຝັງໃສ່ກະໂບກ ແລະສຳລັບແກະສະຫລັກໄມ້ໄດ້ດີ; ພ້ອມທັງວິຊາການໃນວຽກງານດ້ານສີລະປະກຳດ້ານອື່ນໆອີກ. |
|
| 34 |
|
| ພຣະອົງຍັງໄດ້ບັນດານໃຫ້ລາວກັບໂອໂຮລີອາບ ລູກຊາຍຂອງອາຮີສາມັກຈາກເຜົ່າດານ ມີຄວາມສາມາດໃນການສິດສອນຖ່າຍທອດຄວາມຮູ້ດ້ານວິຊາສີລະປະກຳນີ້ ໃຫ້ແກ່ຄົນອື່ນອີກດ້ວຍ. |
|
| 35 |
|
| ພຣະອົງຍັງໃຫ້ພວກເຂົາມີສະຕິປັນຍາ ແລະຄວາມສາມາດໃນວຽກງານຫລາຍຢ່າງຄື: ວຽກງານຂອງນັກແກະສະຫລັກ, ນັກອອກແບບ, ນັກຫຍິບປັກຖັກແສ່ວຜ້າປ່ານເນື້ອລະອຽດດີ; ຕໍ່າຜ້າຂົນແກະສີຟ້າ, ສີມ່ວງ ແລະສີແດງ ແລະການຕໍ່າຜ້າຊະນິດອື່ນໆອີກດ້ວຍ. ພວກເຂົາມີຄວາມສາມາດເຮັດວຽກຊ່າງສີມືໄດ້ທຸກຢ່າງ ແລະເປັນຊ່າງທີ່ຊຳນິຊຳນານໃນການອອກແບບເຊັ່ນກັນ.” |
|
|
|
|