|
| 1 |
|
| ເບຊາເລນໄດ້ເຮັດຫີບພັນທະສັນຍາດ້ວຍໄມ້ກະຖິນເທດ ຊຶ່ງຍາວ 110 ເຊັນ, ກວ້າງ 66 ເຊັນ ແລະສູງ 66 ເຊັນ. |
|
| 2 |
|
| ລາວໄດ້ໂອບຫີບນັ້ນດ້ວຍຄຳສົດທັງຂ້າງໃນແລະຂ້າງນອກ ແລະເຮັດຂອບຄຳອ້ອມຮອບຫີບນັ້ນ. |
|
| 3 |
|
| ລາວໄດ້ຫລໍ່ຫູຄຳເພື່ອສອດຄານຫາມໃສ່ສີ່ຫູຕິດໄວ້ກັບແຈທັງສີ່ຄືຂ້າງລະສອງຫູ. |
|
| 4 |
|
| ລາວເຮັດຄານຫາມດ້ວຍໄມ້ກະຖິນເທດໂອບດ້ວຍຄຳ |
|
| 5 |
|
| ແລະສອດຄານຫາມເຂົ້າໃສ່ຫູໄວ້ທີ່ຂ້າງຫີບແຕ່ລະຂ້າງ. |
|
| 6 |
|
| ຝາອັດຫີບນັ້ນເຮັດດ້ວຍຄຳສົດທີ່ຍາວ 110 ເຊັນ ແລະກວ້າງ 66 ເຊັນ. |
|
| 7 |
|
| ລາວໄດ້ຫລໍ່ເຄຣຸບສອງໂຕດ້ວຍຄຳ ຕິດໃສ່ກັບແຕ່ລະສົ້ນຂອງຝາອັດ ໂດຍໃຫ້ສົ້ນສຸດຂອງປີກທັງສອງພືອອກ ເປັນເນື້ອດຽວກັນກັບຝາອັດຫີບ. |
|
| 8 |
|
|
|
| 9 |
|
| ເຄຣຸບນັ້ນແມ່ນໄດ້ປິ່ນໜ້າເຂົ້າຫາກັນ ຈາກສົ້ນໜຶ່ງຫາອີກສົ້ນໜຶ່ງຂອງຝາອັດຫີບ. |
|
| 10 |
|
| ເບຊາເລນໄດ້ເຮັດໂຕະໜ່ວຍໜຶ່ງດ້ວຍໄມ້ກະຖິນເທດຍາວ 88 ເຊັນ, ກວ້າງ 44 ເຊັນ ແລະສູງ 66 ເຊັນ. |
|
| 11 |
|
| ແລ້ວໄດ້ໂອບໂຕະນັ້ນດ້ວຍຄຳສົດ ແລະເຮັດຂອບໂຕະນັ້ນດ້ວຍຄຳສົດຄືກັນ. |
|
| 12 |
|
| ສ່ວນຂອບນອກຂອງໂຕະນັ້ນ ລາວໄດ້ເຮັດຂອບຄຳໃສ່ອ້ອມຮອບກວ້າງ 7,5 ເຊັນ. |
|
| 13 |
|
| ລາວໄດ້ເຮັດຫູເປັນຄຳຕິດໄວ້ທີ່ແຈໂຕະທັງສີ່ຂ້າງອີກ. |
|
| 14 |
|
| ເພື່ອສອດຄານຫາມເຂົ້າໃສ່ຫູຄຳທີ່ຕິດກັບໂຕະນັ້ນ |
|
| 15 |
|
| ລາວໄດ້ເຮັດຄານຫາມດ້ວຍໄມ້ກະຖິນເທດແລະໂອບດ້ວຍຄຳ. |
|
| 16 |
|
| ສຳລັບເຄື່ອງໃຊ້ເທິງໂຕະເພື່ອຖອກຖວາຍເຄື່ອງດື່ມບູຊາເຊັ່ນ: ຈານ, ຈອກ, ໄຫ, ແລະຖ້ວຍ ແມ່ນໄດ້ເຮັດດ້ວຍຄຳສົດທັງໝົດ. |
|
| 17 |
|
| ເບຊາເລນໄດ້ເຮັດຫລັກຮອງຕະກຽງດ້ວຍຄຳສົດ. ລາວໄດ້ຕີຕີນ ແລະລຳຕົວຂອງຫລັກນັ້ນໃຫ້ເປັນຮູບດອກໄມ້ ມີທັງດອກຈູມດອກບານ ແລະກີບດອກໄມ້ທີ່ຕິດເປັນເນື້ອດຽວກັນກັບຫລັກຕະກຽງ. |
|
| 18 |
|
| ລາວໄດ້ເຮັດກິ່ງຫົກກິ່ງແຍກອອກຈາກລຳຕົວຂອງຫລັກຕະກຽງນັ້ນ ຄືຂ້າງລະສາມກິ່ງ. |
|
| 19 |
|
| ແຕ່ລະກິ່ງໃນຫົກກິ່ງນັ້ນໄດ້ປະດັບປະດາດ້ວຍຮູບດອກໄມ້ ທີ່ມີລວດລາຍເໝືອນດັ່ງດອກໝາກບົກ ທັງມີກີບແລະມີກາບອີກດ້ວຍ. |
|
| 20 |
|
| ສ່ວນລຳຂອງຫລັກຕະກຽງນັ້ນໄດ້ປະດັບປະດາດ້ວຍດອກໄມ້ສີ່ດອກ ຊຶ່ງມີລວດລາຍເໝືອນດອກໝາກບົກ ທັງມີກີບແລະກາບເຊັ່ນກັນ. |
|
| 21 |
|
| ຢູ່ລຸ່ມຂອງກິ່ງທັງສາມຄູ່ມີດອກໄມ້ຈູມດອກໜຶ່ງ ທີ່ຕິດເປັນເນື້ອດຽວກັນກັບຫລັກຕະກຽງ. |
|
| 22 |
|
| ດອກໄມ້ຈູມ ແລະກິ່ງ ເຮັດໃຫ້ເປັນເນື້ອດຽວກັນກັບຫລັກຕະກຽງດ້ວຍຄຳສົດ. |
|
| 23 |
|
| ລາວໄດ້ເຮັດຕະກຽງເຈັດໜ່ວຍໃສ່ຫລັກຮອງຕະກຽງນັ້ນ ສ່ວນຄີມຄີບໄສ້ຕະກຽງ ແລະຖາດໃສ່ຄີມແມ່ນໄດ້ເຮັດດ້ວຍຄຳສົດ. |
|
| 24 |
|
| ເບຊາເລນໄດ້ໃຊ້ຄຳສົດປະມານ 35 ກິໂລກຼາມ ເຮັດຫລັກຕະກຽງແລະເຄື່ອງໃຊ້ທຸກຢ່າງສຳລັບຫລັກຕະກຽງ. |
|
| 25 |
|
| ເບຊາເລນໄດ້ເຮັດແທ່ນສຳລັບເຜົາເຄື່ອງຫອມດ້ວຍໄມ້ກະຖິນເທດ. ແທ່ນນັ້ນເປັນຮູບສີ່ຫລ່ຽມມົນທິນ ຊຶ່ງແຕ່ລະຂ້າງແທກໄດ້ 45 ເຊັນ ແລະສູງ 90 ເຊັນ. ສ່ວນຍອດແທນທັງສີ່ຫລ່ຽມນັ້ນໄດ້ເຮັດເປັນໄມ້ທ່ອນດຽວກັນກັບແທ່ນ. |
|
| 26 |
|
| ແທ່ນນັ້ນແມ່ນໂອບດ້ວຍຄຳສົດ ຄືໂອບທາງດ້ານເທິງທັງສີ່ດ້ານພ້ອມກັບຈອມ ແລະເຮັດຂອບຄຳອ້ອມຮອບແທ່ນດ້ວຍ. |
|
| 27 |
|
| ເບຊາເລນໄດ້ເຮັດຫູສອດຄານຫາມສອງຫູ ຕິດກັບຂອບລຸ່ມທັງສອງຂ້າງເພື່ອສອດຄານຫາມໃສ່. |
|
| 28 |
|
| ຄານຫາມນັ້ນເຮັດດ້ວຍໄມ້ກະຖິນເທດແລະໂອບດ້ວຍຄຳ. |
|
| 29 |
|
| ເບຊາເລນໄດ້ເຮັດນໍ້າມັນເຈີມສັກສິດ ແລະເຄື່ອງຫອມສັກສິດ ຕາມແບບວິທີປຸງນໍ້າຫອມ. |
|
|
|
|