|
| 1 |
|
| ພວກເຂົາໄດ້ໃຊ້ຜ້າຂົນແກະສີຟ້າ, ສີມ່ວງ ແລະສີແດງເຂັ້ມ ເຮັດເຄື່ອງແຕ່ງກາຍອັນງົດງາມຂອງປະໂຣຫິດ ເພື່ອນຸ່ງເຂົ້າໄປບົວລະບັດຮັບໃຊ້ໃນບ່ອນສັກສິດ. ພວກເຂົາໄດ້ເຮັດເຄື່ອງແຕ່ງກາຍຂອງປະໂຣຫິດໃຫ້ອາໂຣນ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ກັບໂມເຊທຸກປະການ. |
|
| 2 |
|
| ພວກເຂົາໄດ້ໃຊ້ຜ້າປ່ານເນື້ອລະອຽດດີຕໍ່າປົນກັບຂົນແກະສີຟ້າ, ສີມ່ວງ ແລະສີແດງເຂັ້ມ ແລະດ້າຍຄຳເຮັດເສື້ອຄຸມສັ້ນເອໂຟດ. |
|
| 3 |
|
| ພວກເຂົາໄດ້ຕີຄຳໃຫ້ແບນອອກເປັນແຜ່ນບາງໆ ແລະໄດ້ຕັດເປັນເສັ້ນນ້ອຍໆ ເພື່ອຕໍ່າເຂົ້າກັນກັບຜ້າປ່ານເນື້ອລະອຽດດີ ແລະຜ້າຂົນແກະເປັນສີຟ້າ, ສີມ່ວງ ແລະສີແດງເຂັ້ມ. |
|
| 4 |
|
| ພວກເຂົາໄດ້ຕັດຜ້າສອງແຜ່ນນ້ອຍໆ ຊຶ່ງສົ້ນທັງສອງສາມາດມັດຕິດກັບເສື້ອຄຸມສັ້ນເອໂຟດໄດ້. |
|
| 5 |
|
| ສ່ວນສາຍຮັດນັ້ນ ໄດ້ໃຊ້ຜ້າປ່ານເນື້ອລະອຽດດີເຮັດ ໂດຍຫຍິບຕິດໃສ່ກັບເສື້ອຄຸມສັ້ນເອໂຟດ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ກັບໂມເຊທຸກປະການ. |
|
| 6 |
|
| ພວກເຂົາໄດ້ຝັງແກ້ວໂກເມນໃສ່ກະໂບກຄຳຢ່າງຊຳນິຊຳນານ ພ້ອມທັງຈາລຶກຊື່ລູກຊາຍຂອງຢາໂຄບສິບສອງຄົນໃສ່ດ້ວຍ. |
|
| 7 |
|
| ພວກເຂົາປະດັບມັນໄວ້ທີ່ເທິງຜ້າຮັດເສື້ອຄຸມສັ້ນເອໂຟດ ເພື່ອໃຫ້ລະນຶກເຖິງສິບສອງເຜົ່າຂອງຊາດອິດສະຣາເອນ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ກັບໂມເຊທຸກປະການ. |
|
| 8 |
|
| ແຜ່ນປົກເອິກນັ້ນແມ່ນໄດ້ໃຊ້ວັດຖຸຊະນິດດຽວກັນກັບເຮັດເສື້ອຄຸມສັ້ນເອໂຟດ ແລະຫຍິບແສ່ວແບບດຽວກັນ. |
|
| 9 |
|
| ສ່ວນແຜ່ນປົກເອິກນັ້ນໄດ້ເຮັດເປັນສີ່ຫລ່ຽມມົນທົນ ພັບເຄິ່ງກາງໄດ້ ແລະແຕ່ລະຂ້າງມີຊາວສອງເຊັນ. |
|
| 10 |
|
| ພວກເຂົາຍັງຕີຂອບຄຳແລະຝັງແກ້ວສີ່ແຖວໃສ່ເທິງແຜ່ນປົກເອິກນັ້ນຄື: ໃນແຖວທີໜຶ່ງໄດ້ຝັງທັບທິມ, ພອຍເຫລືອງ, ໂກເມນ; |
|
| 11 |
|
| ໃນແຖວທີສອງໄດ້ຝັງມໍຣະກົດ, ໄພທູນ ແລະເພັດ; |
|
| 12 |
|
| ໃນແຖວທີສາມໄດ້ຝັງນິນ, ໂມລາ ແລະເພທາຍສີມ່ວງ; |
|
| 13 |
|
| ແລະໃນແຖວທີສີ່ໄດ້ຝັງເພທາຍ, ພອຍສີແດງໃສ ແລະມະນີໂຊດ. |
|
| 14 |
|
| ແກ້ວແຕ່ລະຢ່າງໃນຈຳນວນສິບສອງຊະນິດນັ້ນ ໄດ້ຈາລຶກຊື່ພວກລູກຊາຍຂອງຢາໂຄບໃສ່ ຊຶ່ງໝາຍເຖິງສິບສອງເຜົ່າຂອງຊາດອິດສະຣາເອນ. |
|
| 15 |
|
| ສຳລັບແຜ່ນປົກເອິກນັ້ນ ພວກເຂົາໄດ້ຕີສາຍສ້ອຍຄຳສົດຖັກກ້ຽວກັນຄືເຊືອກ. |
|
| 16 |
|
| ພວກເຂົາໄດ້ເຮັດຂອບຄຳສອງອັນ ເຮັດແຫວນສອງວົງ ແລະຈອດຕິດກັບສົ້ນເບື້ອງເທິງຂອງແຜ່ນປົກເອິກ. |
|
| 17 |
|
| ພວກເຂົາໄດ້ມັດສົ້ນຂອງສາຍສ້ອຍຄຳສອງສາຍໃສ່ກັບແຫວນຄຳສອງວົງ ທີ່ໄດ້ຈອດຕິດກັບແຜ່ນປົກເອິກ |
|
| 18 |
|
| ແລະມັດສົ້ນສາຍສ້ອຍຄຳສອງສາຍອີກ ໃສ່ກັບແຜ່ນປົກເອິກ ເພື່ອໃຫ້ຮັດເອິກຕິດກັບບ່າ ແລະຕິດກັບແຖບເສື້ອຄຸມສັ້ນເອໂຟດໄດ້. |
|
| 19 |
|
| ພວກເຂົາເຮັດແຫວນຄຳສອງວົງ ເພື່ອໃຊ້ເປັນຫູຕິດໃສ່ກັບສົ້ນເສື້ອເບື້ອງລຸ່ມ ຂອງແຜ່ນປົກເອິກຂ້າງໃນໂດຍໃຫ້ມັນຕິດກັບເສື້ອຄຸມສັ້ນເອໂຟດ. |
|
| 20 |
|
| ພວກເຂົາໄດ້ເຮັດແຫວນຄຳອີກສອງວົງ ເພື່ອຜູກຕິດກັບທາງລຸ່ມຂອງສາຍດຶງທັງສອງຂ້າງ ທີ່ເບື້ອງໜ້າບ່າໄຫລ່ຂອງເສື້ອຄຸມສັ້ນເອໂຟດ ຄືໃກ້ກັບສາຍດຶງແລະເທິງສາຍແອວປ່ານ. |
|
| 21 |
|
| ເພື່ອບໍ່ໃຫ້ມັນຫລວມແລະຫລຸດລົງໄດ້ ພວກເຂົາຍັງໄດ້ຜູກຫູແຜ່ນປົກເອິກ ໃຫ້ຮັດຕິດກັບເອິກທີ່ເທິງສາຍແອວ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ກັບໂມເຊທຸກປະການ. |
|
| 22 |
|
| ເສື້ອຄຸມຍາວທີ່ຢູ່ລຸ່ມເສື້ອຄຸມສັ້ນເອໂຟດນັ້ນ ໄດ້ເຮັດດ້ວຍຜ້າຂົນແກະສີຟ້າທັງໝົດ. |
|
| 23 |
|
| ເສື້ອນີ້ໄດ້ຫຍິບເປັນເສື້ອຄໍສຸບ ແລະແນບດ້ວຍຜ້າໜາເພື່ອບໍ່ໃຫ້ຂາດງ່າຍ. |
|
| 24 |
|
| ຢູ່ທີ່ຕີນຂອງເສື້ອຄຸມນັ້ນ ພວກເຂົາໄດ້ປັກຮູບໝາກພີລາເປັນຜ້າຂົນແກະສີຟ້າ, ສີມ່ວງ ແລະສີແດງເຂັ້ມສັບກັນໄປກັບໝາກກະດິ່ງທີ່ເຮັດດ້ວຍຄຳສົດ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ກັບໂມເຊທຸກປະການ. |
|
| 25 |
|
|
|
| 26 |
|
|
|
| 27 |
|
| ພວກເຂົາໄດ້ຫຍິບເສື້ອຄຸມຍາວມີແຂນສຳລັບອາໂຣນ ແລະພວກລູກຊາຍຂອງລາວ, |
|
| 28 |
|
| ພ້ອມທັງເຮັດຜ້າປົກຫົວ, ໝວກສຸບ, ສົ້ງຂາສັ້ນ, |
|
| 29 |
|
| ແລະສາຍແອວ ດ້ວຍຜ້າປ່ານເນື້ອລະອຽດດີຕໍ່າປົນກັບຂົນແກະເປັນສີຟ້າ, ສີມ່ວງ ແລະສີແດງເຂັ້ມ ໂດຍຕົບແຕ່ງດ້ວຍການຫຍິບແສ່ວຢ່າງງາມ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ກັບໂມເຊທຸກປະການ. |
|
| 30 |
|
| ສ່ວນເຄື່ອງເອ້ທີ່ເປັນເຄື່ອງໝາຍເຖິງການອຸທິດຕົວ ພ້ອມທັງຈາລຶກຖ້ອຍຄຳວ່າ, “ອຸທິດຖວາຍແດ່ພຣະເຈົ້າຢາເວ” ນັ້ນແມ່ນເຮັດດ້ວຍຄຳສົດທັງໝົດ. |
|
| 31 |
|
| ພວກເຂົາໄດ້ມັດເຄື່ອງເອ້ນັ້ນຕິດໃສ່ກັບໝວກທີ່ດ້ານໜ້າດ້ວຍເຊືອກສີຟ້າ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ກັບໂມເຊທຸກປະການ. |
|
| 32 |
|
| ໃນທີ່ສຸດ ການສ້າງຫໍເຕັນສັກສິດ, ຫໍເຕັນບ່ອນຊຸມນຸມ ກໍສຳເລັດລົງທຸກຢ່າງ. ຊາວອິດສະຣາເອນໄດ້ເຮັດທຸກສິ່ງຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ກັບໂມເຊທຸກປະການ. |
|
| 33 |
|
| ພວກເຂົາໄດ້ນຳເອົາຫໍເຕັນສັກສິດພ້ອມທັງເຄື່ອງໃຊ້ທັງໝົດປະຈຳຫໍເຕັນ ມາໃຫ້ໂມເຊເບິ່ງເຊັ່ນ: ຂໍເກາະ, ຮ່າງຂອບໄມ້, ໄມ້ຂາງ, ເສົາ ແລະຕີນຮອງເສົາ; |
|
| 34 |
|
| ຜ້າປົກຄຸມທີ່ເຮັດດ້ວຍໜັງແກະເຖິກຍ້ອມສີແດງ, ຜ້າປົກຄຸມທີ່ເຮັດດ້ວຍໜັງສັດອັນລະອຽດດີແລະຜ້າກັ້ງບັງ; |
|
| 35 |
|
| ຫີບໃສ່ແຜ່ນຫີນພັນທະສັນຍາພ້ອມທັງຄານຫາມ ແລະຝາອັດຫີບ; |
|
| 36 |
|
| ໂຕະແລະເຄື່ອງໃຊ້ທຸກຢ່າງປະຈຳໂຕະແລະເຂົ້າຈີ່ຖວາຍ; |
|
| 37 |
|
| ຫລັກຕັ້ງຕະກຽງທີ່ເຮັດດ້ວຍຄຳສົດ, ຕະກຽງ ແລະເຄື່ອງໃຊ້ທຸກຢ່າງສຳລັບຕະກຽງ ແລະນໍ້າມັນສຳລັບໄຕ້ຕະກຽງ; |
|
| 38 |
|
| ແທ່ນຄຳ ນໍ້າມັນເຈີມສັກສິດ ເຄື່ອງຫອມສຳລັບການເຜົາຖວາຍບູຊາ; ຜ້າກັ້ງທາງປະຕູເຂົ້າຫໍເຕັນ; |
|
| 39 |
|
| ແທ່ນທອງສຳຣິດພ້ອມດ້ວຍຕະຂ່າຍທີ່ເຮັດດ້ວຍທອງສຳຣິດ, ຄານຫາມປະຈຳແທ່ນ ແລະເຄື່ອງໃຊ້ທັງໝົດປະຈຳແທ່ນ; ຂັນຊຳລະ ແລະພານຮອງຂັນ; |
|
| 40 |
|
| ຜ້າກັ້ງສຳລັບອ້ອມຮອບຫໍເຕັນສັກສິດ, ຫໍເຕັນບ່ອນຊຸມນຸມ ພ້ອມທັງເສົາ ແລະຕີນຮອງເສົາ; ຜ້າກັ້ງສຳລັບປະຕູທາງເຂົ້າ ແລະເຊືອກເນັ່ງ, ຫລັກສຽບຂອງຫໍເຕັນ, ອຸປະກອນທັງໝົດທີ່ໃຊ້ປະຈຳຫໍເຕັນ; |
|
| 41 |
|
| ແລະເຄື່ອງແຕ່ງກາຍອັນສະຫງ່າງາມປະຈຳຕຳແໜ່ງປະໂຣຫິດ, ເພື່ອໃສ່ເມື່ອເຂົ້າໄປໃນບ່ອນສັກສິດ ຄືເຄື່ອງແຕ່ງກາຍສຳລັບອາໂຣນ ແລະສຳລັບພວກລູກຊາຍຂອງລາວ. |
|
| 42 |
|
| ຊາວອິດສະຣາເອນໄດ້ເຮັດວຽກທຸກຢ່າງ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ກັບໂມເຊທຸກປະການ. |
|
| 43 |
|
| ແລ້ວໂມເຊກໍກວດເບິ່ງທຸກໆສິ່ງ ແລະເຫັນວ່າ ພວກເຂົາໄດ້ເຮັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ທຸກປະການ. ດັ່ງນັ້ນ ໂມເຊຈຶ່ງໄດ້ອວຍພອນພວກເຂົາ. |
|
|
|
|