|
| 1 |
|
| ໂມເຊໄດ້ຕອບວ່າ, “ແຕ່ຖ້າວ່າຊາວອິດສະຣາເອນບໍ່ເຊື່ອ ແລະທັງບໍ່ຟັງສິ່ງທີ່ຂ້ານ້ອຍກ່າວໄປນັ້ນ, ແຕ່ພວກເຂົາກັບເວົ້າວ່າ, ‘ພຣະເຈົ້າຢາເວບໍ່ໄດ້ປາກົດຕໍ່ເຈົ້າດອກ.’ ພຣະອົງຈະໃຫ້ຂ້ານ້ອຍເຮັດຢ່າງໃດ?” |
|
| 2 |
|
| ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງຖາມໂມເຊວ່າ, “ແມ່ນຫຍັງທີ່ເຈົ້າກຳລັງຖືຢູ່ນັ້ນ?” ໂມເຊຕອບວ່າ, “ແມ່ນໄມ້ຄ້ອນເທົ້າ.” |
|
| 3 |
|
| ພຣະອົງຈຶ່ງສັ່ງໂມເຊວ່າ, “ຖິ້ມມັນລົງພື້ນດິນເບິ່ງດູ.” ເມື່ອໂມເຊຖິ້ມໄມ້ຄ້ອນເທົ້ານັ້ນລົງພື້ນດິນ ມັນກໍກາຍເປັນງູ ແລະໂມເຊຈຶ່ງແລ່ນໜີໄປ. |
|
| 4 |
|
| ແລ້ວພຣະເຈົ້າຢາເວກໍສັ່ງໂມເຊວ່າ, “ຈັບຫາງມັນໄວ້.” ໂມເຊຈຶ່ງກົ້ມລົງຈັບຫາງງູ ແລະງູນັ້ນກໍກາຍເປັນໄມ້ຄ້ອນເທົ້າຄືເກົ່າ. |
|
| 5 |
|
| ພຣະເຈົ້າຢາເວບອກວ່າ, “ຈົ່ງເຮັດຢ່າງນີ້ເພື່ອພິສູດໃຫ້ຊາວອິດສະຣາເອນເຫັນວ່າ ພຣະເຈົ້າຢາເວ ພຣະເຈົ້າຂອງປູ່ຍ່າຕາຍາຍຂອງພວກເຂົາ, ພຣະເຈົ້າຂອງອັບຣາຮາມ, ພຣະເຈົ້າຂອງອີຊາກ ແລະພຣະເຈົ້າຂອງຢາໂຄບ ໄດ້ປາກົດແກ່ເຈົ້າ.” |
|
| 6 |
|
| ພຣະເຈົ້າຢາເວໄດ້ສັ່ງໂມເຊອີກວ່າ, “ສອດມືເຂົ້າໄປໃນເສື້ອເບິ່ງດູ.” ໂມເຊກໍເຮັດຕາມທີ່ພຣະເຈົ້າໄດ້ບອກ ແລະເມື່ອເພິ່ນຖອດມືອອກມາ ມືນັ້ນກໍເປັນພະຍາດຂີ້ທູດ ຫຸ້ມໄປດ້ວຍດອກຂາວໆຄືຫິມະ. |
|
| 7 |
|
| ແລ້ວພຣະອົງກໍສັ່ງອີກວ່າ, “ສອດມືເຂົ້າໄປໃນເສື້ອຄືນ.” ໂມເຊກໍເຮັດຕາມ ແລະເມື່ອເພິ່ນຖອດມືອອກມາ ມືນັ້ນກໍສະອາດດີຄືເກົ່າເໝືອນດັ່ງສ່ວນອື່ນໆຂອງຮ່າງກາຍ. |
|
| 8 |
|
| ພຣະເຈົ້າຢາເວຊົງກ່າວວ່າ, “ຖ້າພວກເຂົາບໍ່ຍອມເຊື່ອຟັງເຈົ້າ ຫລືບໍ່ສົນໃຈໝາຍສຳຄັນການອັດສະຈັນເທື່ອທີໜຶ່ງ, ແລ້ວເທື່ອທີສອງນີ້ກໍຈະເຮັດໃຫ້ພວກເຂົາເຊື່ອຟັງ. |
|
| 9 |
|
| ຖ້າພວກເຂົາເຫັນໝາຍສຳຄັນການອັດສະຈັນທັງສອງເທື່ອແລ້ວ ຍັງບໍ່ຍອມເຊື່ອເຈົ້າ ແລະບໍ່ຍອມຟັງເຈົ້າ. ເຈົ້າຈົ່ງໄປຕັກເອົານໍ້າທີ່ແມ່ນໍ້ານິນ ແລະເທລົງໃສ່ດິນແຫ້ງ. ນໍ້ານັ້ນຈະກາຍເປັນເລືອດເທິງດິນແຫ້ງ.” |
|
| 10 |
|
| ແຕ່ໂມເຊກ່າວຕໍ່ພຣະເຈົ້າຢາເວວ່າ, “ບໍ່ໄດ້ດອກ ພຣະເຈົ້າຢາເວເອີຍ ຂໍຢ່າໃຊ້ຂ້ານ້ອຍໄປເທາະ. ຂ້ານ້ອຍເອງເປັນຄົນເວົ້າບໍ່ເກັ່ງ ແລະບໍ່ມີສີປາກມາແຕ່ໃດໆ, ຕັ້ງແຕ່ພຣະອົງໄດ້ເລີ່ມກ່າວແກ່ຂ້ານ້ອຍມານີ້ ຂ້ານ້ອຍແຮ່ງເວົ້າອອກຍາກຫລາຍ ເວົ້າເກິໆກະໆບໍ່ລ່ຽນບໍ່ໄຫລ.” |
|
| 11 |
|
| ພຣະເຈົ້າຢາເວໄດ້ຖາມໂມເຊວ່າ, “ໃຜສ້າງປາກມະນຸດ? ໃຜເຮັດໃຫ້ມະນຸດປາກກືກຫູໜວກ? ໃຜເຮັດໃຫ້ມະນຸດຕາບອດແລະຕາດີ? ແມ່ນເຮົາເອງຄືພຣະເຈົ້າຢາເວ. |
|
| 12 |
|
| ບັດນີ້ໂມເຊເອີຍ ເຈົ້າຈົ່ງໄປ ເຮົາຈະຊ່ວຍເຈົ້າກ່າວ ແລະຈະບອກສິ່ງທີ່ເຈົ້າຈະກ່າວ.” |
|
| 13 |
|
| ແຕ່ໂມເຊຍັງຕອບວ່າ, “ຂໍພຣະອົງໃຊ້ຄົນອື່ນໄປສາ.” |
|
| 14 |
|
| ພໍໂມເຊເວົ້າດັ່ງນັ້ນ ພຣະເຈົ້າຢາເວກໍໂກດຮ້າຍ ແລະຖາມໂມເຊວ່າ, “ເຈົ້າມີອ້າຍຜູ້ໜຶ່ງທີ່ເປັນຊາວເລວີ ແລະລາວຊື່ວ່າອາໂຣນບໍ່ແມ່ນບໍ? ເຮົາຮູ້ວ່າລາວເວົ້າເກັ່ງ. ເວລານີ້ລາວກຳລັງອອກມາພົບເຈົ້າ ແລະລາວຈະດີໃຈທີ່ສຸດເມື່ອໄດ້ພົບເຈົ້າ. |
|
| 15 |
|
| ເຈົ້າຈົ່ງກ່າວແກ່ລາວ ແລະບອກເລື່ອງຕ່າງໆນັ້ນໃຫ້ລາວເວົ້າ. ເຮົາຈະຊ່ວຍພວກເຈົ້າກ່າວ ແລະທັງຈະບອກເຈົ້າທັງສອງວ່າຄວນຈະເຮັດຢ່າງໃດ. |
|
| 16 |
|
| ອາໂຣນຈະເປັນຜູ້ກ່າວແກ່ປະຊາຊົນຕາງເຈົ້າ ລາວຈະເປັນຜູ້ກ່າວຕາງເຈົ້າ. ສ່ວນເຈົ້າຈະເປັນດັ່ງພຣະເຈົ້າ ໂດຍບອກລາວວ່າຄວນກ່າວຫຍັງແດ່. |
|
| 17 |
|
| ຈົ່ງຖືໄມ້ຄ້ອນເທົ້ານີ້ໄປພ້ອມ ເພື່ອເຈົ້າຈະໃຊ້ເຮັດໝາຍສຳຄັນການອັດສະຈັນຕ່າງໆ.” |
|
| 18 |
|
| ຫລັງຈາກນັ້ນ ໂມເຊໄດ້ກັບຄືນເມືອຫາເຢທະໂຣພໍ່ເຖົ້າຂອງຕົນ ແລະໄດ້ບອກເພິ່ນວ່າ, “ກະລຸນາໃຫ້ລູກກັບເມືອຢ້ຽມຢາມພີ່ນ້ອງຢູ່ໃນປະເທດເອຢິບ ເພື່ອເບິ່ງວ່າພວກເຂົາຍັງມີຊີວິດຢູ່ຫລືບໍ່.” ເຢທະໂຣໄດ້ອະນຸຍາດໃຫ້ໂມເຊກັບເມືອ ພ້ອມທັງອວຍພອນໃຫ້ລາວກັບໄປໂດຍດີ. |
|
| 19 |
|
| ໃນຕອນທີ່ໂມເຊຍັງຢູ່ທີ່ມີດີອານນັ້ນ ພຣະເຈົ້າຢາເວໄດ້ບອກລາວວ່າ, “ຈົ່ງກັບເມືອເອຢິບສາ ເພາະພວກທີ່ຢາກຂ້າເຈົ້ານັ້ນໄດ້ຕາຍໄປໝົດແລ້ວ.” |
|
| 20 |
|
| ສະນັ້ນ ໂມເຊຈຶ່ງຈັດແຈ່ງໃຫ້ລູກເມຍຂຶ້ນຂີ່ລໍ ແລະກັບຄືນສູ່ປະເທດເອຢິບ. ສ່ວນເພິ່ນເອງໄດ້ຖືໄມ້ຄ້ອນເທົ້າຂອງພຣະເຈົ້າໄປນຳ. |
|
| 21 |
|
| ພຣະເຈົ້າຢາເວຍັງໄດ້ສັ່ງໂມເຊໄວ້ອີກວ່າ, “ບັດນີ້ ເຈົ້າກຳລັງເດີນທາງກັບຄືນສູ່ປະເທດເອຢິບ ຈົ່ງເຮັດການອັດສະຈັນທຸກຢ່າງໃຫ້ກະສັດຟາໂຣເຫັນແທ້ໆຄື: ເຮັດຕາມຣິດອຳນາດທີ່ເຮົາໄດ້ມອບໃຫ້ເຈົ້ານັ້ນ. ແຕ່ຝ່າຍເຮົາຈະເຮັດໃຫ້ໃຈຂອງກະສັດຟາໂຣແຂງກະດ້າງດື້ດຶງ ແລະບໍ່ຍອມປ່ອຍໃຫ້ປະຊາຊົນໄປ. |
|
| 22 |
|
| ແລ້ວເຈົ້າກໍຕ້ອງບອກກະສັດຟາໂຣວ່າ, ພຣະເຈົ້າຢາເວກ່າວດັ່ງນີ້: ‘ຊາດອິດສະຣາເອນເປັນລູກຊາຍກົກຂອງເຮົາ. |
|
| 23 |
|
| ເຮົາສັ່ງເຈົ້າໃຫ້ປ່ອຍພວກເຂົາໄປນະມັດສະການເຮົາ ແຕ່ເຈົ້າບໍ່ຍອມຟັງເຮົາ. ບັດນີ້ ເຮົາຈະຂ້າລູກຊາຍກົກຂອງເຈົ້າຖິ້ມ.”’ |
|
| 24 |
|
| ໃນບ່ອນພັກແຮມຄືນແຫ່ງໜຶ່ງຕາມທາງໄປສູ່ປະເທດເອຢິບ ພຣະເຈົ້າຢາເວໄດ້ມາຫາໂມເຊເພື່ອໝາຍຈະຂ້າເພິ່ນ. |
|
| 25 |
|
| ໃນທັນໃດນັ້ນ ຊິບໂປຣາເມຍຂອງໂມເຊກໍຈັບເອົາຫີນຄົມ ປາດໜັງອະໄວຍະວະເພດຂອງລູກຊາຍ ແລ້ວເອົາໄປແປະໃສ່ທີ່ຂາຂອງໂມເຊ. ຍ້ອນພິທີຕັດນີ້ ນາງຈຶ່ງເວົ້າກັບໂມເຊວ່າ, “ເຈົ້າແມ່ນຜົວທີ່ຂ້ອຍໄດ້ມາດ້ວຍເລືອດ.” |
|
| 26 |
|
| ດັ່ງນັ້ນ ອົງພຣະຜູ້ເປັນເຈົ້າຈຶ່ງໄວ້ຊີວິດຂອງໂມເຊ. |
|
| 27 |
|
| ໃນຂະນະດຽວກັນນີ້ ພຣະເຈົ້າຢາເວໄດ້ບອກອາໂຣນວ່າ, “ຈົ່ງອອກໄປພົບໂມເຊທີ່ຖິ່ນແຫ້ງແລ້ງກັນດານ.” ສະນັ້ນ ອາໂຣນຈຶ່ງອອກໄປພົບໂມເຊທີ່ພູເຂົາຂອງພຣະເຈົ້າ ແລະເມື່ອພວກເພິ່ນໄດ້ພົບກັນ ອາໂຣນກໍກອດຈູບໂມເຊ. |
|
| 28 |
|
| ແລ້ວໂມເຊກໍໄດ້ເລົ່າເລື່ອງທັງໝົດທີ່ພຣະເຈົ້າຢາເວໄດ້ບອກຕົນນັ້ນສູ່ອາໂຣນຟັງ ພ້ອມທັງບັນລະຍາຍການອັດສະຈັນຕ່າງໆ ທີ່ພຣະອົງໄດ້ສັ່ງຕົນໃຫ້ເຮັດສູ່ຟັງດ້ວຍ. |
|
| 29 |
|
| ດັ່ງນັ້ນ ໂມເຊກັບອາໂຣນຈຶ່ງເຂົ້າໄປໃນປະເທດເອຢິບ ແລະເອີ້ນປະຊຸມບັນດາຜູ້ນຳຂອງຊົນຊາດອິດສະຣາເອນ. |
|
| 30 |
|
| ອາໂຣນເລົ່າເລື່ອງທັງໝົດ ທີ່ພຣະເຈົ້າຢາເວໄດ້ບອກແກ່ໂມເຊສູ່ພວກເຂົາຟັງ ແລ້ວໂມເຊກໍກະທຳການອັດສະຈັນຕ່າງໆໃຫ້ປະຊາຊົນເຫັນຕໍ່ໜ້າຕໍ່ຕາ. |
|
| 31 |
|
| ດັ່ງນັ້ນ ພວກເຂົາຈຶ່ງເຊື່ອ ແລະເມື່ອໄດ້ຍິນວ່າ ພຣະເຈົ້າຢາເວໄດ້ມາຫາພວກເຂົາ ແລະທັງຮູ້ວ່າ ພຣະອົງໄດ້ເຫັນພວກເຂົາຖືກກົດຂີ່ຢ່າງໂຫດຮ້າຍທາລຸນຢ່າງໃດ ພວກເຂົາຈຶ່ງໄດ້ພາກັນຂາບລົງແລະນ້ອມນະມັດສະການ. |
|
|
|
|