|
| 1 |
|
| ຕໍ່ມາ ໂມເຊກັບອາໂຣນໄດ້ເຂົ້າໄປພົບກະສັດຟາໂຣແຫ່ງເອຢິບ ແລະກ່າວວ່າ, “ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນບອກວ່າ, ‘ຈົ່ງປ່ອຍປະຊາຊົນຂອງເຮົາໄປຍັງຖິ່ນແຫ້ງແລ້ງກັນດານ ເພື່ອພວກເຂົາຈະໄດ້ຈັດເທດສະການຍ້ອງຍໍຖວາຍກຽດແກ່ເຮົາ.”’ |
|
| 2 |
|
| ກະສັດຟາໂຣຖາມວ່າ, “ພຣະເຈົ້າຢາເວແມ່ນໃຜ? ເປັນຫຍັງເຮົາຈະຕ້ອງຟັງ ແລະປ່ອຍປະຊາຊົນພວກນີ້ໄປ? ເຮົາບໍ່ຮູ້ຈັກພຣະເຈົ້າຢາເວ ແລະເຮົາຈະບໍ່ປ່ອຍປະຊາຊົນອິດສະຣາເອນໄປ.” |
|
| 3 |
|
| ໂມເຊແລະອາໂຣນຕອບຄືນວ່າ, “ພຣະເຈົ້າຂອງຊາວເຮັບເຣີໄດ້ປາກົດແກ່ພວກເຮົາ. ຂໍອະນຸຍາດໃຫ້ພວກເຮົາເດີນທາງເປັນໄລຍະສາມວັນ ໄປທີ່ຖິ່ນແຫ້ງແລ້ງກັນດານ ເພື່ອຖວາຍສັດບູຊາແກ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ. ຖ້າບໍ່ດັ່ງນັ້ນ ພຣະອົງຈະຂ້າພວກເຮົາດ້ວຍໂຣກໄພໄຂ້ເຈັບຫລືດ້ວຍເສິກສົງຄາມ.” |
|
| 4 |
|
| ແຕ່ກະສັດຟາໂຣແຫ່ງເອຢິບກ່າວແກ່ພວກເພິ່ນວ່າ, “ໂມເຊແລະອາໂຣນ, ເປັນຫຍັງພວກເຈົ້າຈຶ່ງຢາກໃຫ້ປະຊາຊົນ ປະຖິ້ມວຽກຂອງພວກເຂົາໄປ? ຈົ່ງໃຫ້ພວກທາດຮັບໃຊ້ເຫຼົ່ານີ້ກັບຄືນໄປເຮັດວຽກດຽວນີ້! |
|
| 5 |
|
| ປະຊາຊົນພວກນີ້ມີຈຳນວນເພີ່ມຂຶ້ນຢ່າງຫລວງຫລາຍ. ບັດນີ້ ພວກເຈົ້າຢາກໃຫ້ພວກເຂົາເຊົາເຮັດວຽກຊັ້ນບໍ?” |
|
| 6 |
|
| ໃນມື້ນັ້ນເອງ ກະສັດຟາໂຣໄດ້ສັ່ງຜູ້ຄຸມງານຊາວເອຢິບ ແລະຫົວໜ້າຄົນງານຊາວອິດສະຣາເອນໄວ້ວ່າ, |
|
| 7 |
|
| “ຢ່າເອົາເຟືອງໃຫ້ຊາວອິດສະຣາເອນໃຊ້ເຮັດດິນຈີ່ຕໍ່ໄປອີກ. ໃຫ້ພວກເຂົາໄປຊອກຫາເອົາເອງ, |
|
| 8 |
|
| ແຕ່ເຮັດດິນຈີ່ໃຫ້ໄດ້ຈຳນວນເທົ່າເດີມ ບໍ່ໃຫ້ຫລຸດແມ່ນແຕ່ກ້ອນດຽວ. ພວກເຂົາກຽດຄ້ານ ດ້ວຍເຫດນີ້ ພວກເຂົາຈຶ່ງມາຂໍອະນຸຍາດນຳເຮົາ ເພື່ອໄປຂ້າສັດຖວາຍບູຊາແກ່ພຣະເຈົ້າຂອງພວກເຂົາ |
|
| 9 |
|
| ໃຫ້ພວກເຂົາເຮັດວຽກໜັກຂຶ້ນອີກ ເພື່ອພວກເຂົາຈະໄດ້ຫຍຸ້ງຢູ່ກັບວຽກ ແລະບໍ່ມີເວລາຟັງຄຳຕົວະຍົວະຕ່າງໆນາໆອີກຕໍ່ໄປ.” |
|
| 10 |
|
| ແລ້ວຜູ້ຄຸມງານ ແລະຫົວໜ້າຄົນງານກໍໄດ້ອອກມາ ແລະເວົ້າກັບຊາວອິດສະຣາເອນວ່າ, “ຕໍ່ໄປນີ້ ກະສັດຟາໂຣຈະບໍ່ໃຫ້ເຟືອງແກ່ພວກເຈົ້າອີກ. |
|
| 11 |
|
| ເພິ່ນບອກວ່າໃຫ້ພວກເຈົ້າໄປຊອກຫາເອົາເອງ, ແຕ່ຈຳນວນດິນຈີ່ນັ້ນຕ້ອງໃຫ້ໄດ້ເທົ່າເດີມ.” |
|
| 12 |
|
| ດັ່ງນັ້ນ ຊາວອິດສະຣາເອນຈຶ່ງແຍກຍ້າຍກັນໄປຊອກຫາເຟືອງຢູ່ທົ່ວປະເທດເອຢິບ. |
|
| 13 |
|
| ຝ່າຍພວກຜູ້ຄຸມງານກໍພະຍາຍາມບັງຄັບພວກເຂົາເຮັດດິນຈີ່ ໃຫ້ໄດ້ຈຳນວນເທົ່າເດີມທຸກໆວັນ ດັ່ງທີ່ພວກເຂົາໄດ້ເຮັດມາ ເມື່ອຄາວທີ່ພວກເຂົາໄດ້ຮັບເຟືອງ. |
|
| 14 |
|
| ຜູ້ຄຸມງານທີ່ເປັນຄົນເອຢິບໄດ້ຂ້ຽນຕີຫົວໜ້າຄົນງານຊາວອິດສະຣາເອນ ພ້ອມກັບໄດ້ຖາມວ່າ, “ເປັນຫຍັງມື້ວານນີ້ແລະມື້ນີ້ຈຶ່ງບໍ່ໄດ້ດິນຈີ່ເຕັມຈຳນວນຄືແຕ່ກ່ອນ?” |
|
| 15 |
|
| ຕໍ່ມາ ພວກຫົວໜ້າຄົນງານຊາວອິດສະຣາເອນ ກໍໄດ້ເຂົ້າໄປຮ້ອງທຸກຕໍ່ກະສັດຟາໂຣວ່າ, “ດ້ວຍເຫດໃດທ່ານຈຶ່ງເຮັດກັບພວກຄົນຮັບໃຊ້ຂອງທ່ານຢ່າງນີ້? |
|
| 16 |
|
| ພວກຂ້ານ້ອຍບໍ່ໄດ້ຮັບເຟືອງ, ແຕ່ຍັງສັ່ງໃຫ້ເຮັດດິນຈີ່ຈຳນວນເທົ່າເດີມ ບໍ່ພຽງແຕ່ເທົ່ານັ້ນ ພວກຂ້ານ້ອຍຍັງຖືກຂ້ຽນຕີຕື່ມ. ຄົນຂອງກະສັດຟາໂຣເປັນຜູ້ເຮັດຜິດ.” |
|
| 17 |
|
| ກະສັດຟາໂຣຈຶ່ງຕອບວ່າ, “ພວກເຈົ້າຂີ້ຄ້ານແລະບໍ່ຢາກເຮັດວຽກ ດັ່ງນັ້ນ ພວກເຈົ້າຈຶ່ງຂໍອະນຸຍາດໄປຖວາຍສັດບູຊາແກ່ພຣະເຈົ້າຢາເວ. |
|
| 18 |
|
| ບັດນີ້ ໃຫ້ພາກັນກັບໄປເຮັດວຽກສາ ພວກເຈົ້າຈະບໍ່ໄດ້ຮັບເຟືອງອີກ ແຕ່ຕ້ອງເຮັດດິນຈີ່ ໃຫ້ໄດ້ຈຳນວນເທົ່າເດີມ.” |
|
| 19 |
|
| ເມື່ອຫົວໜ້າຄົນງານຊາວອິດສະຣາເອນໄດ້ເຫັນວ່າ ພວກຕົນກຳລັງຖືກບີບບັງຄັບເຮັດດິນຈີ່ ໃຫ້ໄດ້ຈຳນວນຄືແຕ່ກ່ອນ ກໍພາກັນເປັນທຸກໃຈຫລາຍ. |
|
| 20 |
|
| ພໍອອກຈາກວັງຂອງກະສັດຟາໂຣມາ ພວກເຂົາກໍເຫັນໂມເຊ ແລະອາໂຣນກຳລັງຢືນຄອຍຖ້າພວກເຂົາຢູ່. |
|
| 21 |
|
| ພວກເຂົາຈຶ່ງເວົ້າຕໍ່ໂມເຊ ແລະອາໂຣນວ່າ, “ພຣະເຈົ້າຢາເວຮູ້ເຫັນສິ່ງທີ່ພວກເຈົ້າເຮັດ ແລະພຣະອົງຈະລົງໂທດພວກເຈົ້າ ທີ່ກໍ່ເຫດໃຫ້ກະສັດຟາໂຣ ແລະຂ້າຣາຊການຂອງເພິ່ນກຽດຊັງພວກເຮົາ. ພວກເຈົ້າເຮັດເຊັ່ນນີ້ກໍເທົ່າກັບວ່າເອົາດາບໃຫ້ພວກເຂົາຂ້າພວກເຮົາຖິ້ມ.” |
|
| 22 |
|
| ແລ້ວໂມເຊກໍຮ້ອງທູນຕໍ່ພຣະເຈົ້າຢາເວວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ເຫດໃດພຣະອົງຈຶ່ງບໍ່ເມດຕາໄພ່ພົນຂອງພຣະອົງ? ເປັນຫຍັງພຣະອົງຈຶ່ງໃຊ້ຂ້ານ້ອຍມາທີ່ນີ້? |
|
| 23 |
|
| ຕັ້ງແຕ່ຂ້ານ້ອຍໄດ້ເຂົ້າໄປພົບກະສັດຟາໂຣໃນນາມຂອງພຣະອົງ; ໄພ່ພົນຂອງພຣະອົງຊໍ້າຖືກຂົ່ມເຫັງຢ່າງໂຫດຮ້າຍ ແລະບໍ່ເຫັນພຣະອົງຊ່ວຍໄພ່ພົນຂອງພຣະອົງໃຫ້ພົ້ນເລີຍ.” |
|
|
|
|