|
| 1 |
|
| ແລ້ວພຣະເຈົ້າຢາເວກໍໄດ້ຕອບໂມເຊວ່າ, “ບັດນີ້ ເຈົ້າຈະໄດ້ເຫັນສິ່ງທີ່ເຮົາຈະເຮັດຕໍ່ກະສັດຟາໂຣ. ເຮົາຈະໃຊ້ຣິດອຳນາດບັງຄັບລາວ ໃຫ້ປ່ອຍປະຊາຊົນຂອງເຮົາໄປ. ຕາມຄວາມຈິງແລ້ວ ເຮົາຈະໃຊ້ຣິດອຳນາດບັງຄັບລາວ ໃຫ້ໄລ່ພວກເຂົາອອກໄປຈາກດິນແດນຂອງລາວ.” |
|
| 2 |
|
| ພຣະເຈົ້າໄດ້ກ່າວແກ່ໂມເຊແລະເວົ້າວ່າ, “ເຮົາແມ່ນພຣະເຈົ້າຢາເວ |
|
| 3 |
|
| ເຮົາໄດ້ປາກົດແກ່ອັບຣາຮາມ, ອີຊາກ ແລະຢາໂຄບ ໃນຖານະພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່, ແຕ່ເຮົາບໍ່ໄດ້ສຳແດງເຮົາເອງ ໃຫ້ພວກເຂົາຮູ້ຈັກນາມຊື່ອັນສັກສິດຂອງເຮົາຄື ພຣະເຈົ້າຢາເວ. |
|
| 4 |
|
| ເຮົາຍັງໄດ້ຕັ້ງພັນທະສັນຍາໄວ້ກັບພວກເຂົາໂດຍສັນຍາວ່າ ຈະຍົກດິນແດນການາອານໃຫ້ແກ່ພວກເຂົາ ຄືດິນແດນທີ່ພວກເຂົາອາໄສຢູ່ໃນຖານະເປັນຊາວຕ່າງດ້າວນັ້ນ. |
|
| 5 |
|
| ມາບັດນີ້ ເຮົາໄດ້ຍິນສຽງຄວນຄາງຂອງຊາວອິດສະຣາເອນ ຜູ້ທີ່ຖືກຊາວເອຢິບບັງຄັບໃຫ້ເປັນທາດຮັບໃຊ້ ແລະເຮົາໄດ້ຈົດຈຳພັນທະສັນຍາຂອງເຮົາ. |
|
| 6 |
|
| ສະນັ້ນ ຈົ່ງບອກຊາວອິດສະຣາເອນດັ່ງນີ້ວ່າ, ‘ເຮົາແມ່ນພຣະເຈົ້າຢາເວ ເຮົາຈະຊ່ວຍກູ້ເອົາພວກເຈົ້າ ແລະປົດປ່ອຍພວກເຈົ້າໃຫ້ເປັນອິດສະຫລະ ຈາກການເປັນທາດຮັບໃຊ້ຂອງຊາວເອຢິບ. ເຮົາຈະໃຊ້ຣິດອຳນາດອັນແກ່ກ້າຂອງເຮົາ ລົງໂທດພວກເຂົາຢ່າງຮຸນແຮງ ແລະເຮົາຈະຊ່ວຍພວກເຈົ້າໃຫ້ພົ້ນ. |
|
| 7 |
|
| ເຮົາຈະຮັບເອົາພວກເຈົ້າເປັນປະຊາຊົນຂອງເຮົາ ແລະເຮົາຈະເປັນພຣະເຈົ້າຂອງພວກເຈົ້າ. ພວກເຈົ້າຈະໄດ້ຮູ້ວ່າ ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ເມື່ອເຮົາປົດປ່ອຍພວກເຈົ້າອອກຈາກການເປັນທາດຮັບໃຊ້ໃນປະເທດເອຢິບ. |
|
| 8 |
|
| ເຮົາຈະນຳພວກເຈົ້າເຂົ້າໄປສູ່ດິນແດນ ທີ່ເຮົາໄດ້ສັນຍາໄວ້ຢ່າງໜັກແໜ້ນນັ້ນວ່າ ຈະມອບໃຫ້ແກ່ອັບຣາຮາມ, ອີຊາກ ແລະຢາໂຄບ; ແລະເຮົາຈະມອບດິນແດນໃຫ້ເປັນກຳມະສິດຂອງພວກເຈົ້າ. ເຮົາແມ່ນພຣະເຈົ້າຢາເວ.”’ |
|
| 9 |
|
| ແລ້ວໂມເຊກໍນຳຖ້ອຍຄຳເຫຼົ່ານີ້ໄປບອກຊາວອິດສະຣາເອນ, ແຕ່ເນື່ອງຈາກວ່າຈິດໃຈຂອງພວກເຂົາເປັນທຸກ ທັງອ່ອນເພຍ ແລະເສຍກຳລັງໃຈ ຍ້ອນຖືກບັງຄັບໃຫ້ເປັນທາດຮັບໃຊ້ຢ່າງໂຫດຮ້າຍທາລຸນ. ສະນັ້ນ ພວກເຂົາຈຶ່ງບໍ່ຍອມເຊື່ອຟັງໂມເຊ. |
|
| 10 |
|
| ຕໍ່ມາ ພຣະເຈົ້າຢາເວໄດ້ບອກໂມເຊອີກວ່າ, “ຈົ່ງໄປບອກກະສັດຟາໂຣແຫ່ງປະເທດເອຢິບວ່າ ລາວຈະຕ້ອງປ່ອຍປະຊາຊົນອິດສະຣາເອນ ອອກໄປຈາກປະເທດຂອງລາວ.” |
|
| 11 |
|
|
|
| 12 |
|
| ແຕ່ໂມເຊໄດ້ຕອບພຣະເຈົ້າຢາເວວ່າ, “ແມ່ນແຕ່ຊາວອິດສະຣາເອນກໍຍັງບໍ່ຟັງຂ້ານ້ອຍ ແລ້ວຈະໃຫ້ກະສັດຟາໂຣເຊື່ອຟັງຂ້ານ້ອຍໄດ້ຢ່າງໃດ? ຂ້ານ້ອຍເປັນຄົນບໍ່ຊ່າງເວົ້າ.” |
|
| 13 |
|
| ພຣະເຈົ້າຢາເວໄດ້ສັ່ງໂມເຊ ແລະອາໂຣນດັ່ງນີ້: “ຈົ່ງບອກຊາວອິດສະຣາເອນ ແລະກະສັດຟາໂຣແຫ່ງເອຢິບວ່າ ເຮົາເປັນຜູ້ສັ່ງພວກເຈົ້າໃຫ້ນຳຊາວອິດສະຣາເອນອອກໄປຈາກດິນແດນຂອງປະເທດເອຢິບ.” |
|
| 14 |
|
| ຣູເບັນຜູ້ເປັນລູກຊາຍກົກຂອງຢາໂຄບມີລູກຊາຍສີ່ຄົນ ດັ່ງນີ້: ຮານົກ, ປານລູ, ເຮຊະໂຣນ ແລະການໝີ; ພວກເຂົາໄດ້ເປັນບັນພະບຸລຸດຂອງເຜົ່າຕ່າງໆ ທີ່ໄດ້ໃສ່ຊື່ຂອງພວກເຂົາ. |
|
| 15 |
|
| ຊີເມໂອນມີລູກຊາຍຫົກຄົນ ດັ່ງນີ້: ເຢມູເອນ, ຢາມິນ, ໂອຮາດ, ຢາກິນ, ໂຊຮາ ແລະຊາອູນຜູ້ທີ່ເກີດຈາກຍິງຊາວການາອານ. ພວກເຂົາໄດ້ເປັນບັນພະບຸລຸດຂອງເຜົ່າຕ່າງໆ ທີ່ໄດ້ໃສ່ຊື່ຂອງພວກເຂົາ. |
|
| 16 |
|
| ເລວີມີລູກຊາຍສາມຄົນ ດັ່ງນີ້: ເກໂຊນ, ໂກຮາດ ແລະເມຣາຣີ. ພວກເຂົາໄດ້ເປັນບັນພະບຸລຸດຂອງເຜົ່າຕ່າງໆ ທີ່ໄດ້ໃສ່ຊື່ຂອງພວກເຂົາ. ເລວີມີອາຍຸຢູ່ຮອດ ໜຶ່ງຮ້ອຍສາມສິບເຈັດປີ. |
|
| 17 |
|
| ເກໂຊນມີລູກຊາຍສອງຄົນ ດັ່ງນີ້: ລິບນີ ແລະຊີເມອີ, ແລະພວກເຂົາມີເຊື້ອສາຍຢ່າງຫລວງຫລາຍ. |
|
| 18 |
|
| ໂກຮາດມີລູກຊາຍສີ່ຄົນ ດັ່ງນີ້: ອຳຣາມ, ອີຊະຮາ, ເຮັບໂຣນ ແລະອຸດຊີເອນ. ໂກຮາດມີອາຍຸຢູ່ຮອດ ໜຶ່ງຮ້ອຍສາມສິບສາມປີ. |
|
| 19 |
|
| ເມຣາຣີມີລູກຊາຍສອງຄົນ ດັ່ງນີ້: ມາຮະລີແລະມູຊີ. ພວກເຫຼົ່ານີ້ແມ່ນເຜົ່າຂອງເລວີ ຕະຫລອດທັງເຊື້ອສາຍຂອງພວກເຂົາດ້ວຍ. |
|
| 20 |
|
| ອຳຣາມໄດ້ໂຢເກເບັດນ້ອງສາວຂອງພໍ່ຕົນມາເປັນເມຍ ແລະນາງໄດ້ເກີດລູກຊາຍໃຫ້ລາວ ດັ່ງນີ້: ອາໂຣນ ແລະໂມເຊ. ອຳຣາມມີອາຍຸຢູ່ຮອດ ໜຶ່ງຮ້ອຍສາມສິບເຈັດປີ. |
|
| 21 |
|
| ອີຊະຮາມີລູກຊາຍສາມຄົນ ດັ່ງນີ້: ໂກຣາ, ເນເຟັກ ແລະຊີກະຣີ. |
|
| 22 |
|
| ອຸດຊີເອນມີລູກຊາຍສາມຄົນເຊັ່ນກັນ ດັ່ງນີ້: ມີຊາເອນ, ເອນຊາຟັນ ແລະສິດທະຣີ. |
|
| 23 |
|
| ອາໂຣນໄດ້ແຕ່ງງານກັບນາງເອລີເຊບາ ຜູ້ທີ່ເປັນລູກສາວຂອງອຳມີນາດາບ ແລະເປັນເອື້ອຍຂອງນາໂຊນ. ນາງເກີດລູກຊາຍສີ່ຄົນໃຫ້ລາວ ດັ່ງນີ້: ນາດາບ, ອາບີຮູ, ເອເລອາຊາ ແລະອີທາມາ. |
|
| 24 |
|
| ໂກຣາມີລູກຊາຍສາມຄົນ ດັ່ງນີ້: ອັດສີເຣ, ເອນການາ ແລະອາບີອາສັບ. ຄົນເຫຼົ່ານີ້ໄດ້ກາຍເປັນບັນພະບຸລຸດຂອງເຜົ່າໂກຣາ. |
|
| 25 |
|
| ເອເລອາຊາ ລູກຊາຍຂອງອາໂຣນ ໄດ້ລູກສາວຄົນໜຶ່ງຂອງປູຕີເອນມາເປັນເມຍ; ແລະນາງເກີດລູກຊາຍຜູ້ໜຶ່ງໃຫ້ລາວຊື່ວ່າ ຟີເນຮາ. ຄົນເຫຼົ່ານີ້ເປັນຫົວໜ້າຄອບຄົວຕ່າງໆ ແລະເປັນຕະກຸນຕ່າງໆຂອງເຜົ່າເລວີ. |
|
| 26 |
|
| ແມ່ນອາໂຣນ ແລະໂມເຊນີ້ເອງ ທີ່ພຣະເຈົ້າຢາເວໄດ້ບອກວ່າ, “ຈົ່ງນຳພາຄົນໃນເຜົ່າຕ່າງໆຂອງຊາດອິດສະຣາເອນ ອອກໄປຈາກປະເທດເອຢິບ.” |
|
| 27 |
|
| ແມ່ນສອງຄົນນີ້ແຫຼະ ທີ່ໄດ້ບອກກະສັດຟາໂຣແຫ່ງເອຢິບ ປ່ອຍປະຊາຊົນອິດສະຣາເອນໃຫ້ເປັນອິດສະຫລະ. |
|
| 28 |
|
| ເມື່ອພຣະເຈົ້າຢາເວກ່າວແກ່ໂມເຊຢູ່ໃນປະເທດເອຢິບນັ້ນ |
|
| 29 |
|
| ພຣະອົງບອກວ່າ, “ເຮົາແມ່ນພຣະເຈົ້າຢາເວ. ຈົ່ງບອກກະສັດຟາໂຣແຫ່ງເອຢິບເຖິງເລື່ອງຕ່າງໆທີ່ເຮົາໄດ້ບອກເຈົ້າ.” |
|
| 30 |
|
| ແຕ່ໂມເຊໄດ້ຕອບພຣະເຈົ້າຢາເວວ່າ, “ພຣະອົງກໍຮູ້ແລ້ວວ່າ ຂ້ານ້ອຍເປັນຄົນເວົ້າບໍ່ເກັ່ງເຊັ່ນນີ້; ແລ້ວຈະໃຫ້ກະສັດຟາໂຣເຊື່ອຟັງຂ້ານ້ອຍໄດ້ຢ່າງໃດ?” |
|
|
|
|