|
| 1 |
|
| ພຣະເຈົ້າຢາເວໄດ້ຕອບໂມເຊວ່າ, “ເຮົາຈະເຮັດໃຫ້ເຈົ້າເປັນດັ່ງພຣະເຈົ້າຕໍ່ໜ້າກະສັດຟາໂຣ ແລະອາໂຣນອ້າຍຂອງເຈົ້າຈະເວົ້າຕໍ່ກະສັດຟາໂຣ ດັ່ງຜູ້ທຳນວາຍຂອງເຈົ້າ. |
|
| 2 |
|
| ຈົ່ງບອກອາໂຣນໃຫ້ຮູ້ທຸກໆສິ່ງທີ່ເຮົາສັ່ງເຈົ້ານັ້ນ ແລະແມ່ນອາໂຣນເອງ ທີ່ຈະເປັນຜູ້ບອກກະສັດຟາໂຣໃຫ້ປ່ອຍຊາວອິດສະຣາເອນ ອອກໄປຈາກປະເທດຂອງລາວ. |
|
| 3 |
|
| ແຕ່ເຮົາຈະເຮັດໃຫ້ກະສັດຟາໂຣໃຈແຂງ ທັງບໍ່ຍອມເຊື່ອຟັງເຈົ້າ ແມ່ນວ່າເຮົາຈະເຮັດການອິດທີຣິດ ແລະການອັດສະຈັນອັນຍິ່ງໃຫຍ່ນາໆປະການ ທີ່ປະເທດເອຢິບກໍຕາມ. |
|
| 4 |
|
| ຫລັງຈາກນັ້ນ ເຮົາຈະລົງໂທດປະເທດເອຢິບຢ່າງໜັກ ແລະຈະນຳປະຊາຊົນເຜົ່າຕ່າງໆຂອງເຮົາອອກໄປຈາກປະເທດ. |
|
| 5 |
|
| ຊາວເອຢິບຈະຮູ້ວ່າ ເຮົາແມ່ນພຣະເຈົ້າຢາເວ ກໍຕໍ່ເມື່ອເຮົາໃຊ້ຣິດອຳນາດຂອງເຮົາຕໍ່ສູ້ພວກເຂົາ ແລະນຳຊາວອິດສະຣາເອນອອກໄປຈາກປະເທດຂອງພວກເຂົາເທົ່ານັ້ນ.” |
|
| 6 |
|
| ໂມເຊ ແລະອາໂຣນກໍປະຕິບັດຕາມ ສິ່ງທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ນັ້ນທຸກປະການ. |
|
| 7 |
|
| ເມື່ອທັງສອງໄດ້ເຂົ້າໄປກ່າວຕໍ່ກະສັດຟາໂຣນັ້ນ; ໂມເຊອາຍຸໄດ້ ແປດສິບປີແລະອາໂຣນອາຍຸໄດ້ ແປດສິບສາມປີ. |
|
| 8 |
|
| ພຣະເຈົ້າຢາເວໄດ້ບອກໂມເຊແລະອາໂຣນວ່າ, |
|
| 9 |
|
| “ຖ້າກະສັດຟາໂຣບອກພວກເຈົ້າໃຫ້ເຮັດການອັດສະຈັນ ຈົ່ງບອກອາໂຣນຈັບເອົາໄມ້ຄ້ອນເທົ້າຂອງຕົນຖິ້ມລົງຕໍ່ໜ້າກະສັດຟາໂຣ ແລ້ວໄມ້ຄ້ອນເທົ້ານັ້ນກໍຈະກາຍເປັນງູ.” |
|
| 10 |
|
| ດັ່ງນັ້ນ ໂມເຊກັບອາໂຣນຈຶ່ງເຂົ້າໄປພົບກະສັດຟາໂຣ ແລະເຮັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ນັ້ນທຸກປະການ. ອາໂຣນໄດ້ຖິ້ມໄມ້ຄ້ອນເທົ້າຂອງຕົນລົງດິນ ຕໍ່ໜ້າບັນດາຂ້າຣາຊການ ແລະໄມ້ຄ້ອນເທົ້ານັ້ນກໍກາຍເປັນງູ. |
|
| 11 |
|
| ຝ່າຍກະສັດຟາໂຣກໍເອີ້ນບັນດານັກປາດ ແລະບັນດາໝໍມົນຂອງຕົນມາ ເພື່ອໃຫ້ພວກເຂົາໃຊ້ກົນເຮັດແບບດຽວກັນ. |
|
| 12 |
|
| ພວກເຂົາໄດ້ຖິ້ມໄມ້ຄ້ອນເທົ້າຂອງພວກເຂົາລົງ ແລະໄມ້ຄ້ອນເທົ້ານັ້ນກໍໄດ້ກາຍເປັນງູ. ແຕ່ງູຂອງອາໂຣນໄດ້ກືນກິນງູຂອງພວກເຂົາ. |
|
| 13 |
|
| ເຖິງປານນັ້ນກໍຕາມ ກະສັດຟາໂຣຍັງໃຈແຂງກະດ້າງດື້ດຶງຢູ່ ແລະບໍ່ເຊື່ອຟັງໂມເຊ ແລະອາໂຣນ ຕາມທີ່ພຣະເຈົ້າຢາເວໄດ້ບອກໄວ້. |
|
| 14 |
|
| ຕໍ່ມາ ພຣະເຈົ້າຢາເວໄດ້ບອກໂມເຊວ່າ, “ກະສັດຟາໂຣໃຈແຂງກະດ້າງດື້ດຶງຫລາຍ ແລະບໍ່ຍອມປ່ອຍໃຫ້ຊາວອິດສະຣາເອນໄປ. |
|
| 15 |
|
| ສະນັ້ນ ໃຫ້ເຈົ້າໄປພົບກະສັດຟາໂຣໃນຕອນເຊົ້າ ເມື່ອລາວລົງໄປທີ່ແມ່ນໍ້ານິນ. ໃຫ້ຖືໄມ້ຄ້ອນເທົ້າທີ່ກາຍເປັນງູນັ້ນໄປນຳ ແລະຄອຍຖ້າລາວຢູ່ແຄມແມ່ນໍ້າ. |
|
| 16 |
|
| ແລ້ວຈົ່ງກ່າວຕໍ່ກະສັດຟາໂຣວ່າ, ‘ພຣະເຈົ້າຢາເວ ພຣະເຈົ້າຂອງຊາວເຮັບເຣີ ໄດ້ໃຊ້ຂ້ານ້ອຍມາເພື່ອບອກໃຫ້ທ່ານປ່ອຍປະຊາຊົນຂອງພຣະອົງໄປ ເພື່ອວ່າພວກເຂົາຈະໄດ້ນະມັດສະການພຣະອົງທີ່ຖິ່ນແຫ້ງແລ້ງກັນດານ. ແຕ່ຈົນບັດນີ້ ທ່ານກໍຍັງບໍ່ເຊື່ອຟັງພຣະອົງ. |
|
| 17 |
|
| ບັດນີ້ ພຣະເຈົ້າຢາເວກ່າວວ່າ, ດ້ວຍເຫດການນີ້ ທ່ານຈະຮູ້ຈັກວ່າເຮົາແມ່ນພຣະເຈົ້າຢາເວ. ເບິ່ງເຖີດ ຂ້ານ້ອຍຈະເອົາໄມ້ຄ້ອນເທົ້າຕີນໍ້າ ແລະນໍ້າກໍຈະກາຍເປັນເລືອດ. |
|
| 18 |
|
| ປາຈະຕາຍໝົດ, ນໍ້າຈະເນົ່າເໝັນ ແລະຊາວເອຢິບກໍຈະດື່ມນໍ້າບໍ່ໄດ້.”’ |
|
| 19 |
|
| ພຣະເຈົ້າຢາເວໄດ້ສັ່ງໂມເຊໄວ້ວ່າ, “ຈົ່ງບອກອາໂຣນໃຫ້ເດ່ໄມ້ຄ້ອນເທົ້າໃສ່ແມ່ນໍ້າລຳຄອງ ຕະຫລອດທັງໜອງບຶງ ແລະອ່າງນໍ້າໃນປະເທດເອຢິບ. ແລ້ວນໍ້າໃນບ່ອນທັງໝົດນັ້ນຈະກາຍເປັນເລືອດ ແລະທົ່ວປະເທດກໍຈະມີແຕ່ເລືອດ ແມ່ນແຕ່ໃນແອ່ງທີ່ເຮັດດ້ວຍໄມ້ ແລະໃນໄຫທີ່ເຮັດດ້ວຍຫີນ.” |
|
| 20 |
|
| ແລ້ວໂມເຊ ແລະອາໂຣນກໍເຮັດຕາມສິ່ງທີ່ພຣະເຈົ້າຢາເວໄດ້ບອກນັ້ນທຸກປະການ ຕໍ່ໜ້າກະສັດຟາໂຣແລະບັນດາຂ້າຣາຊການຂອງເພິ່ນ ອາໂຣນໄດ້ຍົກໄມ້ຄ້ອນເທົ້າຂຶ້ນຕີໜ້ານໍ້າ ແລະນໍ້າກໍກາຍເປັນເລືອດຢູ່ໃນທຸກໆບ່ອນທີ່ມີນໍ້າ. |
|
| 21 |
|
| ຝູງປາໃນແມ່ນໍ້າຕາຍໝົດ ແລະນໍ້າກໍເນົ່າເໝັນ ຈົນຊາວເອຢິບດື່ມນໍ້າໃນແມ່ນໍ້າບໍ່ໄດ້ ເພາະວ່າມີເລືອດທົ່ວໄປໃນປະເທດເອຢິບ. |
|
| 22 |
|
| ແລ້ວບັນດາໝໍມົນຂອງກະສັດຟາໂຣກໍໃຊ້ຄາຖາອາຄົມຂອງພວກເຂົາ ກະທຳໄດ້ຄືກັນ ແລະກະສັດຟາໂຣແຮ່ງໃຈແຂງກະດ້າງດື້ດຶງຫລາຍຍິ່ງຂຶ້ນ. ເຫດການເປັນໄປຕາມທີ່ພຣະເຈົ້າຢາເວໄດ້ກ່າວໄວ້ທຸກປະການ; ສະນັ້ນ ກະສັດຟາໂຣຈຶ່ງບໍ່ເຊື່ອຟັງໂມເຊແລະອາໂຣນ. |
|
| 23 |
|
| ເພິ່ນບໍ່ສົນໃຈໃນເຫດການນັ້ນເລີຍ ແຕ່ກັບຄືນເມືອວັງຂອງເພິ່ນດ້ວຍທ່າທີ່ອັນເບີດເສີຍ. |
|
| 24 |
|
| ຊາວເອຢິບທົ່ວປະເທດຕ່າງກໍຂຸດນໍ້າສ້າງຕາມແຄມແມ່ນໍ້ານິນ ຍ້ອນວ່າພວກເຂົາດື່ມນໍ້າຢູ່ໃນແມ່ນໍ້ານິນບໍ່ໄດ້. |
|
| 25 |
|
| ເຈັດວັນຜ່ານໄປ ຫລັງຈາກທີ່ພຣະເຈົ້າຢາເວໄດ້ເຮັດໃຫ້ແມ່ນໍ້ານິນກາຍເປັນເລືອດ. |
|
|
|
|