|
| 1 |
|
| ແລ້ວພຣະເຈົ້າຢາເວກໍໄດ້ສັ່ງໂມເຊວ່າ, “ຈົ່ງໄປບອກກະສັດຟາໂຣວ່າ ພຣະເຈົ້າຢາເວສັ່ງດັ່ງນີ້: ‘ຈົ່ງປ່ອຍປະຊາຊົນຂອງເຮົາໄປນະມັດສະການເຮົາ. |
|
| 2 |
|
| ຖ້າເຈົ້າບໍ່ຍອມປ່ອຍໄປ ເຮົາຈະລົງໂທດປະເທດນີ້ ໂດຍຈະໃຫ້ມີຝູງກົບທົ່ວປະເທດ. |
|
| 3 |
|
| ແມ່ນໍ້ານິນຈະເຕັມໄປດ້ວຍຝູງກົບ. ມັນຈະເຂົ້າໄປໃນວັງ, ເຂົ້າໄປໃນຫ້ອງນອນ, ໃນເຮືອນຂອງບັນດາຂ້າຣາຊການ, ໃນເຮືອນຂອງປະຊາຊົນ ແລະແມ່ນແຕ່ໃນເຕົາອົບແລະໃນຮາງນວດແປ້ງ. |
|
| 4 |
|
| ມັນຈະເຕັ້ນຂຶ້ນເທິງຕົວທ່ານ, ເທິງປະຊາຊົນຂອງທ່ານ, ແລະເທິງຂ້າຣາຊການທັງໝົດຂອງທ່ານ.”’ |
|
| 5 |
|
| ແລ້ວພຣະເຈົ້າຢາເວກໍໄດ້ບອກໂມເຊວ່າ, “ຈົ່ງບອກອາໂຣນໃຫ້ເດ່ໄມ້ຄ້ອນເທົ້າໃສ່ແມ່ນໍ້າລຳຄອງ ແລະໜອງບຶງທັງຫລາຍ ເພື່ອເຮັດໃຫ້ຝູງກົບຂຶ້ນມາເຕັມທົ່ວໄປໃນດິນແດນເອຢິບ.” |
|
| 6 |
|
| ດັ່ງນັ້ນ ອາໂຣນຈຶ່ງເດ່ໄມ້ຄ້ອນເທົ້າຊີ້ໄປທາງແມ່ນໍ້າລຳຄອງທັງຫລາຍຢູ່ໃນປະເທດເອຢິບ ແລະຝູງກົບກໍຂຶ້ນມາທົ່ວປະເທດ. |
|
| 7 |
|
| ແຕ່ບັນດາໝໍມົນກໍໄດ້ໃຊ້ເວດມົນຄາຖາຂອງພວກເຂົາ ເຮັດໃຫ້ຝູງກົບຂຶ້ນມາເທິງໜ້າດິນໄດ້ເຊັ່ນດຽວກັນ. |
|
| 8 |
|
| ດັ່ງນັ້ນ ກະສັດຟາໂຣຈຶ່ງໃຊ້ຄົນໄປເອີ້ນໂມເຊ ແລະອາໂຣນມາພົບພ້ອມສັ່ງວ່າ, “ຈົ່ງພາວັນນາອະທິຖານຕໍ່ພຣະເຈົ້າຢາເວບອກຝູງກົບອອກໄປສາ ແລະເຮົາຈະປ່ອຍປະຊາຊົນຂອງພວກເຈົ້າໄປ ເພື່ອພວກເຂົາຈະໄດ້ເອົາເຄື່ອງບູຊາໄປຖວາຍແກ່ພຣະເຈົ້າຢາເວ.” |
|
| 9 |
|
| ໂມເຊຈຶ່ງຕອບກະສັດຟາໂຣວ່າ, “ຂ້ານ້ອຍເຕັມໃຈທີ່ຈະພາວັນນາອະທິຖານເພື່ອທ່ານ ຂໍທ່ານກຳນົດເວລາໃຫ້ຂ້ານ້ອຍມາພາວັນນາອະທິຖານສຳລັບທ່ານເອງ, ພວກຂ້າຣາຊການ ແລະປະຊາຊົນຂອງທ່ານໄວ້ເຖີດ ແລ້ວກົບກໍຈະຖືກໄລ່ໃຫ້ໜີໄປ, ມັນຈະໜີໄປໝົດ ແລະຈະຍັງເຫລືອຢູ່ແຕ່ໃນແມ່ນໍ້ານິນເທົ່ານັ້ນ.” |
|
| 10 |
|
| ກະສັດຟາໂຣບອກວ່າ, “ໃຫ້ພາວັນນາອະທິຖານເພື່ອເຮົາໃນມື້ອື່ນ.” ໂມເຊຕອບວ່າ, “ຂ້ານ້ອຍຈະເຮັດຕາມທີ່ທ່ານຂໍຮ້ອງມານັ້ນ ແລ້ວທ່ານກໍຈະໄດ້ຮູ້ວ່າ ບໍ່ມີພະອື່ນໃດເໝືອນພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍ. |
|
| 11 |
|
| ຝູງກົບຈະໜີໄປຈາກທ່ານ, ຈາກວັງ, ຈາກບັນດາຂ້າຣາຊການ ແລະຈາກປະຊາຊົນຂອງທ່ານ ແລະມັນຈະຍັງເຫລືອຢູ່ແຕ່ໃນແມ່ນໍ້ານິນເທົ່ານັ້ນ.” |
|
| 12 |
|
| ແລ້ວໂມເຊກັບອາໂຣນກໍອຳລາກະສັດຟາໂຣກັບເມືອ. ໂມເຊໄດ້ພາວັນນາອະທິຖານຕໍ່ພຣະເຈົ້າຢາເວ ໃຫ້ເຊົາໃຊ້ຝູງກົບທໍລະມານກະສັດຟາໂຣ. |
|
| 13 |
|
| ພຣະເຈົ້າຢາເວໄດ້ເຮັດຕາມຄຳພາວັນນາອະທິຖານຂອງໂມເຊ ແລະຝູງກົບທີ່ຢູ່ໃນເຮືອນ, ໃນເດີ່ນບ້ານ ແລະໃນທົ່ງນາກໍຕາຍໄປຈົນໝົດສິ້ນ. |
|
| 14 |
|
| ຊາວເອຢິບເອົາກົບຕາຍມາໂຮມໄວ້ເປັນກອງໃຫຍ່ ອັນເປັນເຫດໃຫ້ປະເທດເອຢິບເນົ່າເໝັນທົ່ວໄປ. |
|
| 15 |
|
| ເມື່ອກະສັດຟາໂຣເຫັນວ່າຝູງກົບໄດ້ຕາຍໄປໝົດແລ້ວ ເພິ່ນຈຶ່ງມີໃຈແຂງກະດ້າງດື້ດຶງເໝືອນເດີມ ແລະບໍ່ຍອມຟັງໂມເຊ ແລະອາໂຣນອີກຕໍ່ໄປ ຕາມທີ່ພຣະເຈົ້າຢາເວໄດ້ກ່າວໄວ້ທຸກປະການ. |
|
| 16 |
|
| ພຣະເຈົ້າຢາເວໄດ້ສັ່ງໂມເຊວ່າ, “ຈົ່ງບອກອາໂຣນເອົາໄມ້ຄ້ອນເທົ້າຕີດິນ ແລະຂີ້ຝຸ່ນກໍຈະກາຍເປັນຮີ້ນຢູ່ທົ່ວໄປໃນປະເທດເອຢິບ.” |
|
| 17 |
|
| ສະນັ້ນ ອາໂຣນຈຶ່ງເອົາໄມ້ຄ້ອນເທົ້າຕີດິນ ແລະຂີ້ຝຸ່ນດິນກໍກາຍເປັນຮີ້ນຢູ່ເຕັມທົ່ວໄປໃນປະເທດເອຢິບ. ມັນຕອມຄົນແລະສັດ. |
|
| 18 |
|
| ພວກໝໍມົນໄດ້ພະຍາຍາມໃຊ້ເວດມົນຄາຖາຂອງພວກເຂົາຂັບໄລ່ຮີ້ນໜີໄປ ແຕ່ເຮັດບໍ່ໄດ້. ຮີ້ນຈຶ່ງຕອມຢູ່ເຕັມທົ່ວທຸກບ່ອນ |
|
| 19 |
|
| ແລະພວກໝໍມົນຈຶ່ງໄປບອກກະສັດຟາໂຣວ່າ, “ແມ່ນພຣະເຈົ້າທີ່ເຮັດສິ່ງນີ້!” ແຕ່ກະສັດຟາໂຣຍັງໃຈແຂງກະດ້າງດື້ດຶງຄືເກົ່າ ແລະບໍ່ເຊື່ອຟັງໂມເຊ ແລະອາໂຣນ ຕາມທີ່ພຣະເຈົ້າຢາເວໄດ້ກ່າວໄວ້ທຸກປະການ. |
|
| 20 |
|
| ພຣະເຈົ້າຢາເວໄດ້ສັ່ງໂມເຊວ່າ, “ມື້ອື່ນແຕ່ເຊົ້າມືດ ເຈົ້າຈົ່ງໄປພົບກະສັດຟາໂຣ ໃນຂະນະທີ່ລາວໄປຍັງແມ່ນໍ້ານິນ. ຈົ່ງບອກລາວວ່າ ພຣະເຈົ້າຢາເວໄດ້ສັ່ງໄວ້ດັ່ງນີ້: ‘ຈົ່ງປ່ອຍປະຊາຊົນຂອງເຮົາໄປ ເພື່ອພວກເຂົາຈະໄດ້ນະມັດສະການເຮົາ. |
|
| 21 |
|
| ຖ້າເຈົ້າບໍ່ຍອມປ່ອຍພວກເຂົາໄປ ເຮົາຈະລົງໂທດປະເທດນີ້ ໂດຍສົ່ງຝູງເຫລືອກມາຕອມຕົວເຈົ້າ, ບັນດາຂ້າຣາຊການຂອງເຈົ້າ, ປະຊາຊົນຂອງເຈົ້າ ແລະວັງຂອງເຈົ້າ. ຕາມບ້ານເຮືອນແລະຕາມໜ້າດິນຈະເຕັມໄປດ້ວຍຝູງເຫລືອກ. |
|
| 22 |
|
| ແຕ່ເຮົາຈະຍົກເວັ້ນເຂດໂກເຊັນ ບ່ອນທີ່ປະຊາຊົນຂອງເຮົາອາໄສຢູ່. ບ່ອນນີ້ຈະບໍ່ມີຝູງເຫລືອກ. ເຮົາຈະເຮັດເຊັ່ນນີ້ກໍເພື່ອເຈົ້າຈະຮູ້ວ່າ ເຮົາຄືພຣະເຈົ້າຢາເວກໍຢູ່ເໜືອທ່າມກາງດິນແດນນີ້. |
|
| 23 |
|
| ເຮົາຈະເຮັດໃຫ້ເຫັນຄວາມແຕກຕ່າງ ລະຫວ່າງປະຊາຊົນຂອງເຮົາ ແລະປະຊາຊົນຂອງເຈົ້າ. ໝາຍສຳຄັນການອັດສະຈັນນີ້ຈະເກີດຂຶ້ນໃນມື້ອື່ນ.”’ |
|
| 24 |
|
| ແລ້ວພຣະເຈົ້າຢາເວກໍໃຊ້ຝູງເຫລືອກອັນມະຫາສານ ເຂົ້າໄປໃນວັງຂອງກະສັດຟາໂຣພ້ອມທັງທີ່ພັກຂອງພວກຂ້າຣາຊການ. ທົ່ວປະເທດເອຢິບໄດ້ຮັບຜົນເສຍຫາຍຍ້ອນຝູງເຫລືອກນີ້. |
|
| 25 |
|
| ຕໍ່ມາ ກະສັດຟາໂຣໄດ້ເອີ້ນໂມເຊ ແລະອາໂຣນເຂົ້າມາພົບ ແລະບອກວ່າ, “ຈົ່ງອອກໄປສາ ຈົ່ງເອົາເຄື່ອງບູຊາໄປຖວາຍແກ່ພຣະເຈົ້າຂອງພວກເຈົ້າຢູ່ໃນເຂດແດນເອຢິບນີ້ສາ.” |
|
| 26 |
|
| ໂມເຊຕອບວ່າ, “ບໍ່ໄດ້ດອກ ເພາະວ່າຊາວເອຢິບຈະກຽດຊັງ ໂດຍການຂ້າສັດຖວາຍບູຊາຂອງພວກຂ້ານ້ອຍແກ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍ. ຖ້າພວກຂ້ານ້ອຍໃຊ້ສັດເຫຼົ່ານີ້ເປັນເຄື່ອງຖວາຍບູຊາ ໃນບ່ອນທີ່ພວກເຂົາເຫັນພວກຂ້ານ້ອຍ, ພວກເຂົາກໍຈະເອົາກ້ອນຫີນຄວ່າງໃສ່ພວກຂ້ານ້ອຍໃຫ້ຕາຍ. |
|
| 27 |
|
| ພວກຂ້ານ້ອຍຕ້ອງເດີນທາງສາມວັນ ເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ ເພື່ອຖວາຍເຄື່ອງບູຊາແກ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍ ຕາມທີ່ພຣະອົງໄດ້ສັ່ງໄວ້.” |
|
| 28 |
|
| ກະສັດຟາໂຣບອກວ່າ, “ເຮົາຈະປ່ອຍໃຫ້ພວກເຈົ້າໄປໃນຖິ່ນແຫ້ງແລ້ງກັນດານ ຖວາຍສັດບູຊາແກ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຖ້າພວກເຈົ້າບໍ່ໄປໄກ. ຈົ່ງພາວັນນາອະທິຖານເພື່ອເຮົາສາ.” |
|
| 29 |
|
| ໂມເຊຕອບວ່າ, “ເມື່ອຂ້ານ້ອຍກັບຄືນເມືອແລ້ວ ຂ້ານ້ອຍຈະພາວັນນາອະທິຖານຕໍ່ພຣະເຈົ້າຢາເວ ຂໍໃຫ້ຝູງເຫລືອກໜີໄປຈາກທ່ານ ຈາກຂ້າຣາຊການ ແລະຈາກປະຊາຊົນຂອງທ່ານໃນມື້ອື່ນ. ແຕ່ຂໍທ່ານຢ່າຫລອກລວງພວກຂ້ານ້ອຍຕໍ່ໄປ ແລະຢ່າຂັດຂວາງພວກຂ້ານ້ອຍ ເພື່ອໄປຖວາຍບູຊາແກ່ພຣະເຈົ້າຢາເວ.” |
|
| 30 |
|
| ໂມເຊອຳລາຈາກກະສັດຟາໂຣ ແລະໄປພາວັນນາອະທິຖານຕໍ່ພຣະເຈົ້າຢາເວ |
|
| 31 |
|
| ແລະພຣະເຈົ້າຢາເວກໍເຮັດຕາມທີ່ໂມເຊໄດ້ພາວັນນາອະທິຖານຂໍນັ້ນ. ຝູງເຫລືອກໄດ້ໜີໄປຈາກກະສັດຟາໂຣ ແລະບັນດາຂ້າຣາຊການຕະຫລອດທັງປະຊາຊົນດ້ວຍ; ບໍ່ມີເຫລືອກແມ່ນແຕ່ໂຕດຽວເຫຼືອຢູ່ເລີຍ. |
|
| 32 |
|
| ເຖິງປານນັ້ນກໍຕາມ ກະສັດຟາໂຣຍັງໃຈແຂງກະດ້າງດື້ດຶງຢູ່ ແລະບໍ່ຍອມປ່ອຍໃຫ້ຊາວອິດສະຣາເອນໄປ. |
|
|
|
|