×

Lao ພຣະຄຳພີສັກສິ 2012

ສຸພາສິດ 1

1
ສຸພາສິດ​ເຫຼົ່ານີ້​ເປັນ​ຄຳເວົ້າ​ຂອງ​ເຈົ້າໂຊໂລໂມນ ກະສັດ​ແຫ່ງ​ຊາດ​ອິດສະຣາເອນ​ລູກຊາຍ​ຂອງ​ດາວິດ.
2
ທີ່​ນີ້​ແມ່ນ​ສຸພາສິດ​ຊຶ່ງ​ຈະ​ຊ່ວຍ​ໃຫ້​ທ່ານ​ຮູ້ຈັກ​ເຖິງ​ຄຸນຄ່າ​ຂອງ​ປັນຍາ​ກັບ​ຄຳແນະນຳ​ທີ່ດີ ແລະ​ຈະ​ຊ່ວຍ​ໃຫ້​ເຂົ້າໃຈ​ເຖິງ​ຄຳເວົ້າ​ທີ່​ມີ​ຄວາມໝາຍ​ອັນ​ເລິກເຊິ່ງ​ພິເສດ.
3
ຄຳ​ສຸພາສິດ​ສອນ​ໃຫ້​ຮູ້ຈັກ​ເຖິງ​ການ​ດຳເນີນ​ຊີວິດ​ຢ່າງ​ສະຫລາດ​ໄດ້ ແລະ​ໃຫ້​ເປັນ​ຄົນ​ສັດຊື່, ຖືກຕ້ອງ​ແລະ​ເປັນທຳ.
4
ຄຳ​ສຸພາສິດ​ເຮັດ​ໃຫ້​ຄົນ​ທີ່​ຂາດ​ປະສົບການ ຫລັກແຫລມ​ໄດ້ ແລະ​ສັ່ງສອນ​ຄົນໜຸ່ມ​ໃຫ້​ມີ​ປັນຍາ​ຮອບຄອບ.
5
ຄຳ​ສຸພາສິດ​ເຫຼົ່ານີ້​ຍັງ​ເພີ່ມພູນ​ຄວາມຮູ້​ໃຫ້​ແກ່​ນັກປາດ ແລະ​ຊີ້​ແນວທາງ​ໃຫ້​ແກ່​ຜູ້​ທີ່​ມີ​ການ​ສຶກສາ
6
ເພື່ອ​ວ່າ​ພວກເຂົາ​ຈະ​ເຂົ້າໃຈ​ໄດ້​ເຖິງ​ຄວາມໝາຍ​ອັນ​ລັບເລິກ​ຂອງ​ຄຳ​ສຸພາສິດ ແລະ​ບັນຫາ​ຕ່າງໆ​ຂອງ​ບັນດາ​ນັກປາດ​ທີ່​ຍົກ​ຂຶ້ນ​ມາ.
7
ການ​ຢຳເກງ​ພຣະເຈົ້າຢາເວ ເປັນ​ບໍ່ເກີດ​ແຫ່ງ​ປັນຍາ ຄົນ​ໂງ່ຈ້າ​ປະໝາດ​ປັນຍາ ແລະ​ການ​ສຶກສາ​ຮຽນຮູ້.
8
ລູກ​ເອີຍ ຈົ່ງ​ເອົາໃຈໃສ່​ຕໍ່​ສິ່ງ​ທີ່​ພໍ່​ແມ່​ບອກສອນ.
9
ຄຳສັ່ງສອນ​ຂອງ​ເພິ່ນ​ຈະ​ປັບປຸງ​ນິໄສ​ໃຈຄໍ​ຂອງເຈົ້າ​ໃຫ້​ດີ​ຂຶ້ນ ເປັນ​ດັ່ງ​ພວງມະໄລ​ແຫ່ງ​ພຣະຄຸນ​ສຸບ​ໃສ່​ຫົວ​ຂອງ​ເຈົ້າ ແລະ​ເປັນ​ສາຍສ້ອຍ​ຄ້ອງຄໍ​ຂອງ​ເຈົ້າ.
10
ລູກ​ເອີຍ ເມື່ອ​ຄົນບາບ​ລໍ້ລວງ​ເຈົ້າ​ຢ່າ​ສູ່​ຍອມ​ເຮັດ​ຕາມ​ພວກເຂົາ.
11
ຖ້າ​ພວກເຂົາ​ຊວນ​ວ່າ, “ໄປ​ກັບ​ພວກເຮົາ​ເທາະ​ໄປ​ຫາ​ດັກ​ໂຈມຕີ​ຄົນ​ທີ່​ບໍ່ມີ​ຄວາມຜິດ​ມາ​ຂ້າ​ຖິ້ມ
12
ຈົ່ງ​ຂ້າ​ພວກເຂົາ​ຖິ້ມ​ທັງເປັນ​ໃຫ້​ເໝືອນດັ່ງ​ຄວາມຕາຍ​ກືນກິນ​ມະນຸດ.
13
ພວກເຮົາ​ຈະ​ໄດ້​ຂອງ​ມີຄ່າ​ຫລາຍໆ​ຢ່າງ​ມາ​ໄວ້​ຢູ່​ເຕັມ​ເຮືອນ.
14
ຈົ່ງ​ມາ​ຮ່ວມ​ກັບ​ພວກເຮົາ​ເທາະ ແລະ​ພວກເຮົາ​ທຸກຄົນ​ຈະ​ໄດ້​ຮັບ​ສ່ວນແບ່ງ​ທີ່​ລັກ​ມາ​ໄດ້​ນັ້ນ.”
15
ລູກ​ເອີຍ ເຈົ້າ​ຢ່າ​ຍ່າງ​ໄປ​ກັບ​ຄົນ​ຢ່າງນັ້ນ ຈົ່ງ​ຫລີກ​ໜີ​ຈາກ​ພວກເຂົາ.
16
ເພາະ​ຕີນ​ຂອງ​ພວກເຂົາ​ແລ່ນ​ໄປ​ຫາ​ຄວາມ​ຊົ່ວຮ້າຍ ແລະ​ຟ້າວຟັ່ງ​ເຮັດ​ໃຫ້​ເລືອດ​ຕົກ.
17
ການ​ກາງ​ຕາໜ່າງ​ເພື່ອ​ດັກຈັບ​ນົກ​ທີ່​ມືນ​ຕາ​ເບິ່ງ​ເຈົ້າ​ຢູ່​ນັ້ນ​ກໍ​ບໍ່​ໄດ້​ຜົນ
18
ແຕ່​ຄົນ​ຢ່າງ​ນັ້ນ ກຳລັງ​ຫ້າງ​ແຮ້ວ​ໃສ່​ຕົນເອງ​ເປັນ​ແຮ້ວ​ຊຶ່ງ​ຈະ​ຂ້າ​ພວກ​ເຂົາເອງ.
19
ການ​ປຸ້ນຈີ້​ຮຽກຮ້ອງ​ເອົາ​ຊີວິດ​ຂອງ​ນັກ​ປຸ້ນຈີ້​ສະເໝີ ອັນນີ້ ແມ່ນ​ສິ່ງ​ທີ່​ເກີດຂຶ້ນ​ກັບ ຜູ້ໃດ​ກໍໄດ້​ທີ່​ໃຊ້​ຊີວິດ​ໂດຍ​ອາໄສ​ການ​ຮຸນແຮງ.
20
ຈົ່ງ​ຟັງ​ເຖີດ ປັນຍາ​ພວມ​ຮ້ອງ​ອອກ​ໄປ​ຕາມ​ຖະໜົນ​ຫົນທາງ​ແລະ​ຕາມ​ທີ່​ສາທາລະນະ
21
ຮ້ອງ​ສຽງ​ດັງໆ​ຢູ່​ຕາມ​ປະຕູ​ເມືອງ ແລະ​ຕາມ​ທີ່​ປະຊາຊົນ​ມາ​ປະຊຸມ​ກັນ​ວ່າ,
22
“ຄົນໂງ່ຈ້າ​ເອີຍ ພວກເຈົ້າ​ຢາກ​ເປັນ​ຄົນໂງ່ຈ້າ​ຢູ່​ອີກ​ເຫິງ​ປານໃດ? ພວກເຈົ້າ​ຍັງ​ຈະ​ພໍໃຈ​ກັບ​ການ​ດູໝິ່ນ​ປະໝາດ​ຄວາມຮູ້​ຢູ່​ບໍ? ພວກເຈົ້າ​ຈະ​ບໍ່​ຮໍ່າຮຽນ​ເອົາ​ຈັກເທື່ອ​ບໍ?
23
ຈົ່ງ​ຟັງ​ເມື່ອ​ເຮົາ​ກ່າວ​ຕັກເຕືອນ​ເຈົ້າ, ເຮົາ​ຈະ​ເທ​ຄວາມຄິດ​ອັນ​ດີ​ໃຫ້​ແກ່​ເຈົ້າ ແລະ​ແຈກຢາຍ​ຖ້ອຍຄຳ​ຂອງເຮົາ​ໃຫ້​ແກ່​ເຈົ້າ.
24
ເພາະ​ເຮົາ​ໄດ້​ເອີ້ນ​ຫາ​ເຈົ້າ​ແລະ​ເຊີນ​ເຈົ້າ​ມາ, ແຕ່​ເຈົ້າ​ພັດ​ບໍ່​ຕອບ​ເຮົາ. ເຮົາ​ໄດ້​ຍື່ນ​ມື​ໃຫ້​ເຈົ້າ​ຈັບ, ແຕ່​ເຈົ້າ​ພັດ​ເບີດເສີຍ​ຢູ່.
25
ແລະ​ເພາະ​ເຈົ້າ​ບໍ່ໄດ້​ເອົາໃຈໃສ່​ຕໍ່​ຄຳແນະນຳ​ຂອງເຮົາ ແລະ​ບໍ່​ຍອມ​ໃຫ້​ເຮົາ​ຕັກເຕືອນ​ກໍ່ສ້າງ​ເຈົ້າ.
26
ສະນັ້ນ ເມື່ອ​ເຈົ້າ​ຕົກ​ຢູ່​ໃນ​ຄວາມ​ເດືອດຮ້ອນ ເຮົາ​ຈະ​ຫົວຂວັນ​ໃສ່​ເຈົ້າ. ເມື່ອ​ເຈົ້າ​ຢ້ານກົວ​ຂວັນເສຍ ເຮົາ​ຈະ​ເຍາະເຍີ້ຍ​ເຈົ້າ
27
ເມື່ອ​ຄວາມຢ້ານ​ອັນ​ໃຫຍ່​ມາ​ກະທົບ​ເຈົ້າ​ດັ່ງ​ລົມພະຍຸ​ກ້າ ໂດຍ​ນຳ​ເອົາ​ຄວາມ​ທຸກຮ້ອນ​ອັນ​ໂຫດຫ້ຽມ​ດັ່ງ​ລົມ​ຫົວກຸດ ເຈົ້າ​ກໍ​ຈະ​ໄດ້​ຮັບ​ຄວາມ​ເຈັບປວດ​ແລະ​ຄວາມ​ທຸກ​ລຳບາກ.
28
ເມື່ອນັ້ນ​ແຫລະ ເຈົ້າ​ຈະ​ເອີ້ນ​ຫາ​ປັນຍາ, ແຕ່​ເຮົາ​ຈະ​ບໍ່​ຕອບ​ເຈົ້າ. ເຈົ້າ​ຈະ​ຊອກ​ຫາ​ເຮົາ​ໃນ​ທົ່ວ​ທຸກບ່ອນ, ແຕ່​ເຈົ້າ​ຈະ​ບໍ່​ພົບ​ເຮົາ.
29
ເພາະ​ເຈົ້າ​ກຽດຊັງ​ຄວາມຮູ້ ແລະ​ປະຕິເສດ​ທີ່​ຈະ​ຢ້ານຢຳ​ພຣະເຈົ້າຢາເວ.
30
ເຈົ້າ​ບໍ່ເຄີຍ​ຕ້ອງການ​ຄຳແນະນຳ​ຈາກ​ເຮົາ​ເລີຍ ຫລື​ບໍ່​ສົນໃຈ​ຈັກເທື່ອ​ເພື່ອ​ໃຫ້​ເຮົາ​ຕັກເຕືອນ​ກໍ່ສ້າງ​ເຈົ້າ.
31
ດ້ວຍເຫດນີ້ ເຈົ້າ​ຈຶ່ງ​ຈະ​ໄດ້​ຮັບ​ຜົນ​ຕອບແທນ​ຕາມ​ທາງ​ຂອງ​ເຈົ້າ ຈົນ​ເຈົ້າ​ເບື່ອໜ່າຍ​ຕໍ່​ຄວາມຊົ່ວ​ທີ່​ເຈົ້າ​ໄດ້​ກະທຳ​ມາ.
32
ຄົນໂງ່ຈ້າ​ຕາຍ​ຍ້ອນ​ຂາດ​ປັນຍາ ແລະ​ຄວາມປະໝາດ​ຂອງ​ຄົນໂງ່​ກໍ​ເປັນ​ທາງ​ສູ່​ຄວາມ​ຈິບຫາຍ​ວາຍວອດ.
33
ແຕ່​ຜູ້ໃດ​ກໍຕາມ​ທີ່​ຟັງ​ເຮົາ​ຈະ​ປອດໄພ ແລະ​ຈະ​ມີ​ຊີວິດ​ຢູ່​ໂດຍ​ບໍ່​ຢ້ານ​ອັນຕະລາຍ​ໃດໆ​ທັງສິ້ນ.”
Lao ພຣະຄຳພີສັກສິ 2012
@ 2012 United Bible Societies
:
ບັນທຶກບັນທຶກ