|
| 1 |
|
| ຕໍ່ໄປນີ້ ແມ່ນສຸພາສິດຂອງໂຊໂລໂມນ ລູກທີ່ມີປັນຍາເຮັດໃຫ້ພໍ່ແມ່ພາກພູມໃຈນຳ, ແຕ່ລູກທີ່ໂງ່ຈ້າເຮັດໃຫ້ພໍ່ແມ່ໂສກເສົ້າ. |
|
| 2 |
|
| ຊັບສົມບັດທີ່ໄດ້ມາໂດຍຄວາມບໍ່ສັດຊື່ຈະບໍ່ເປັນຜົນດີຫຍັງ, ແຕ່ຄວາມສັດຊື່ຊ່ວຍຊີວິດຂອງເຈົ້າໄວ້ໄດ້. |
|
| 3 |
|
| ພຣະເຈົ້າຢາເວບໍ່ປະປ່ອຍໃຫ້ຄົນຊອບທຳຕ້ອງອຶດຫິວ, ແຕ່ພຣະອົງຢັບຢັ້ງຄົນຊົ່ວບໍ່ໃຫ້ໄດ້ຕາມໃຈມັກ. |
|
| 4 |
|
| ຄົນຂີ້ຄ້ານຈະຍາກຈົນລົງ, ແຕ່ຄົນຂະຫຍັນຂັນແຂງກໍຈະຮັ່ງມີຂຶ້ນ. |
|
| 5 |
|
| ຄົນທີ່ຮອບຮູ້ກໍຮວບຮວມເອົາຜົນລະປູກໄວ້ຕາມລະດູການ, ແຕ່ຄົນທີ່ນອນຫລັບໃນລະດູເກັບກ່ຽວ ກໍເປັນທີ່ອັບອາຍຂາຍໜ້າ. |
|
| 6 |
|
| ຄົນຊອບທຳຈະໄດ້ຮັບພອນນາໆປະການ ຄຳເວົ້າຂອງຄົນຊົ່ວຊ້າຊ້ອນເຊື່ອງນິໄສອັນໂຫດຫ້ຽມ. |
|
| 7 |
|
| ຄົນຊອບທຳຈະມີຄົນຈົດຈຳໄວ້ເປັນຄວາມພອນ, ແຕ່ຄົນຊົ່ວຈະຖືກລືມໄລໄປຢ່າງໄວວາ. |
|
| 8 |
|
| ໃຈທີ່ປະກອບດ້ວຍປັນຍາກໍຍອມຮັບເອົາຄຳແນະນຳທີ່ດີ ຄົນທີ່ເວົ້າໂລເລກໍຈະເຖິງຄວາມພິນາດ. |
|
| 9 |
|
| ຄົນສັດຊື່ກໍປອດໄພແລະໝັ້ນຄົງ, ແຕ່ຄົນທີ່ບໍ່ຊື່ກົງ ກໍຈະຖືກຈັບໄດ້. |
|
| 10 |
|
| ຜູ້ທີ່ປົກປິດຄວາມຈິງໄວ້ສ້າງຄວາມເດືອດຮ້ອນແກ່ຕົນ, ແຕ່ຄົນທີ່ຕິຕຽນຢ່າງເປີດເຜີຍຈະສ້າງສັນຕິພາບ. |
|
| 11 |
|
| ປາກຂອງຄົນຊອບທຳເປັນນໍ້າພຸແຫ່ງຊີວິດ, ແຕ່ຄຳເວົ້າຂອງຄົນຊົ່ວຊ້າຊ້ອນເຊື່ອງນິໄສອັນໂຫດຫ້ຽມ. |
|
| 12 |
|
| ຄວາມກຽດຊັງສ້າງຄວາມເດືອດຮ້ອນ, ແຕ່ຄວາມຮັກໃຫ້ອະໄພແກ່ຜູ້ກະທຳຜິດ. |
|
| 13 |
|
| ປາກຂອງຄົນມີປັນຍາເວົ້າມີເຫດຜົນ, ແຕ່ໄມ້ແສ້ເໝາະສຳລັບຫລັງຂອງຄົນໂງ່ຈ້າ. |
|
| 14 |
|
| ຄົນມີປັນຍາສະສົມຄວາມຮູ້ໄວ້ເປັນສົມບັດຂອງຕົນ, ແຕ່ເມື່ອຄົນໂງ່ຈ້າເອີ່ຍປາກ ຄວາມເດືອດຮ້ອນກໍມາເຖິງໂລດ. |
|
| 15 |
|
| ຄວາມຮັ່ງມີຄຸ້ມຄອງຄົນຮັ່ງມີໄວ້ ສ່ວນຄວາມທຸກລຳບາກທຳລາຍຄົນຍາກຈົນ. |
|
| 16 |
|
| ເຮັດດີໄດ້ດີເປັນບຳເໜັດແຫ່ງຊີວິດ, ແຕ່ເຮັດຊົ່ວໄດ້ຊົ່ວເປັນໂທດກຳນຳມາສະໜອງ. |
|
| 17 |
|
| ຜູ້ທີ່ຍອມຮັບການດັດແປງກໍ່ສ້າງ ເຮັດໃຫ້ຊີວິດກ້າວໄປ, ແຕ່ຜູ້ທີ່ບໍ່ຍອມຮັບເອົາ ນຳຊີວິດສູ່ຄວາມພິນາດ. |
|
| 18 |
|
| ຜູ້ທີ່ອຳຄວາມກຽດຊັງໄວ້ ກໍເປັນຄົນຂີ້ຕົວະ ຜູ້ທີ່ຫາເວົ້າຂວັນຄົນ ກໍເປັນຄົນໂງ່ຈ້າ. |
|
| 19 |
|
| ຄົນເວົ້າຫລາຍກະຈາຍຄວາມຜິດພາດ, ແຕ່ຄົນສະຫລາດງັບປາກຂອງຕົນ. |
|
| 20 |
|
| ລີ້ນຂອງຄົນຊອບທຳເປັນຄືເງິນທີ່ຫລອມແລ້ວ ຄວາມຄິດຂອງຄົນຊົ່ວມີຄຸນຄ່າແຕ່ໜ້ອຍດຽວ. |
|
| 21 |
|
| ຄຳເວົ້າຂອງຄົນຊອບທຳລ້ຽງຄົນຈຳນວນຫລາຍ, ແຕ່ຄົນໂງ່ຈ້າຕາຍເພາະຄວາມເບົາປັນຍາ. |
|
| 22 |
|
| ພຣະພອນຂອງພຣະເຈົ້າຢາເວເຮັດໃຫ້ມະນຸດຮັ່ງມີ ແລະພຣະອົງບໍ່ໃຫ້ຄວາມໂສກເສົ້າເພາະເຈົ້າເປັນຄົນຮັ່ງມີ. |
|
| 23 |
|
| ຄົນໂງ່ຈ້າ ຖືວ່າການເຮັດຊົ່ວເປັນຄວາມສະໜຸກ, ແຕ່ຄົນສະຫລາດ ພໍໃຈໃນປັນຍາທີ່ຕົນມີຢູ່. |
|
| 24 |
|
| ສິ່ງໃດຄົນຊົ່ວຄິດຢ້ານ ມັນຈະມາເຖິງພວກເຂົາ, ແຕ່ສິ່ງໃດທີ່ຄົນຊອບທຳປາຖະໜາກໍຈະຊົງປະທານໃຫ້. |
|
| 25 |
|
| ເມື່ອລົມພະຍຸພັດຜ່ານ ຄົນຊົ່ວຮ້າຍກໍຖືກພັດໄປ, ແຕ່ຄົນສັດຊື່ປອດໄພຢູ່ເລື້ອຍໆ. |
|
| 26 |
|
| ນໍ້າສົ້ມກັບແຂ້ວແລະຄວັນໄຟກັບຕາບໍ່ຖືກກັນສັນໃດ ຄົນຂີ້ຄ້ານກັບນາຍຈ້າງກໍບໍ່ຫ່ອນຖືກກັນສັນນັ້ນ. |
|
| 27 |
|
| ຄົນຢ້ານຢຳພຣະເຈົ້າຢາເວຈະມີຊີວິດຍືນຍາວ, ແຕ່ຄົນຊົ່ວຮ້າຍຕາຍກ່ອນກຳນົດ. |
|
| 28 |
|
| ຄວາມຫວັງຂອງຄົນຊອບທຳນຳໄປສູ່ຄວາມຊົມຊື່ນຍິນດີ, ແຕ່ຄວາມຫວັງຂອງຄົນຊົ່ວອັບປີນຳໄປສູ່ຄວາມອັບປະໂຫຍດ. |
|
| 29 |
|
| ພຣະເຈົ້າຢາເວຄຸ້ມຄອງຄົນສັດຊື່, ແຕ່ພຣະອົງທຳລາຍຄົນທີ່ເຮັດຜິດ. |
|
| 30 |
|
| ຄົນຊອບທຳຈະມີຄວາມປອດໄພຢູ່ເລື້ອຍ, ແຕ່ຄົນຊົ່ວຮ້າຍຈະບໍ່ໝັ້ນຄົງຢູ່ໃນແຜ່ນດິນ. |
|
| 31 |
|
| ປາກຂອງຄົນຊອບທຳນຳປັນຍາມາໃຫ້, ແຕ່ຄົນເວົ້າຕົວະຄວນຖືກງັບປາກໄວ້. |
|
| 32 |
|
| ຄົນຊອບທຳເວົ້າແຕ່ສິ່ງທີ່ຖືກຕ້ອງ, ແຕ່ຄົນຊົ່ວຊ້າເວົ້າແຕ່ສິ່ງທີ່ເຮັດໃຫ້ຄົນເຈັບໃຈ. |
|
|
|
|