|
| 1 |
|
| ພຣະເຈົ້າຢາເວກຽດຊັງຜູ້ທີ່ໃຊ້ຕາຊິງຂີ້ຫລັກ. ພຣະອົງດີໃຈນຳຜູ້ທີ່ຊັ່ງຕວງຢ່າງຖືກຕ້ອງ. |
|
| 2 |
|
| ຄົນອວດດີຈະຖືກອັບອາຍຂາຍໜ້າ, ແຕ່ປັນຍາຢູ່ກັບຄົນຖ່ອມຕົວຖ່ອມໃຈ. |
|
| 3 |
|
| ຄົນດີມີຄວາມສັດຊື່ນຳພາ, ແຕ່ຄົນຄົດລ້ຽວກໍຖືກທຳລາຍດ້ວຍຄວາມບໍ່ຈິງໃຈຂອງຕົນ. |
|
| 4 |
|
| ຄວາມຮັ່ງມີຈະຊ່ວຍຫຍັງບໍ່ໄດ້ໃນມື້ທີ່ປະເຊີນກັບຄວາມຕາຍ, ແຕ່ຄວາມສັດຊື່ຊ່ວຍຊີວິດຂອງຄົນໄວ້ໄດ້. |
|
| 5 |
|
| ຄວາມສັດຊື່ເຮັດໃຫ້ຄົນດີມີຊີວິດຢູ່ຢ່າງສຸກສະບາຍ, ແຕ່ຄົນຊົ່ວຮ້າຍພັດຕາຍໄປຍ້ອນຄວາມຊົ່ວທີ່ຕົນໄດ້ກະທຳໄວ້. |
|
| 6 |
|
| ຄວາມຊອບທຳຊ່ວຍກູ້ເອົາຄົນສັດຊື່ໄວ້, ແຕ່ຄົນຄົດລ້ຽວຈະຖືກບ້ວງແຮ້ວຍ້ອນຄວາມໂລບມາກຂອງຕົນ. |
|
| 7 |
|
| ເມື່ອຄົນຊົ່ວຮ້າຍຕາຍໄປຄວາມຫວັງຂອງລາວກໍຕາຍໄປດ້ວຍ. ການໄວ້ໃຈໃນຄວາມຮັ່ງມີກໍເປັນການສູນເປົ່າ. |
|
| 8 |
|
| ຄົນຊອບທຳໄດ້ຮັບການຄຸ້ມຄອງໃຫ້ພົ້ນຈາກຄວາມເດືອດຮ້ອນ, ແຕ່ຄົນຊົ່ວຮ້າຍເປັນຜູ້ຮັບເອົາແທນ. |
|
| 9 |
|
| ຄົນບໍ່ຮູ້ພຣະເຈົ້າທຳລາຍຄົນດ້ວຍຄຳເວົ້າຂອງຕົນ, ແຕ່ຄົນຊອບທຳພົ້ນໄພໂດຍອາໄສປັນຍາຊ່ວຍ. |
|
| 10 |
|
| ເມື່ອຄົນສັດຊື່ຮັ່ງມີເປັນດີຊາວເມືອງກໍເປັນສຸກໃຈ ແລະເມື່ອຄົນຊົ່ວຮ້າຍຕາຍໄປກໍຈະມີສຽງໂຮຮ້ອງຢ່າງຊົມຊື່ນ. |
|
| 11 |
|
| ຄົນຊອບທຳນຳຄວາມຈະເລີນມາສູ່ປະເທດຊາດ, ແຕ່ຄົນຊົ່ວຮ້າຍທຳລາຍປະເທດຊາດດ້ວຍຄຳເວົ້າຂອງຕົນ. |
|
| 12 |
|
| ຄົນໂງ່ຈ້າເວົ້າດູຖູກເພື່ອນບ້ານຂອງຕົນ, ແຕ່ຄົນມີປັນຍາມັກມິດງຽບຢູ່. |
|
| 13 |
|
| ບໍ່ມີໃຜຫ່ອນໄຂຄວາມລັບກັບຄົນປາກບອນ, ແຕ່ຄົນທີ່ໄວ້ໃຈໄດ້ກໍເກັບກຳຄວາມລັບໄວ້ໄດ້. |
|
| 14 |
|
| ຊາດຈະຫຼົ້ມຈົມແທ້ຫາກບໍ່ມີການນຳພາ. ມີທີ່ປຶກສາຫລາຍຄົນຮັບປະກັນຄວາມໝັ້ນຄົງໄດ້. |
|
| 15 |
|
| ຜູ້ທີ່ສັນຍາຈ່າຍໜີ້ໃຫ້ຄົນອື່ນກໍຫາຄວາມທຸກໃສ່ຕົນເອງ ຜູ້ທີ່ບໍ່ຫຍຸ້ງກ່ຽວນຳກໍຢູ່ຢ່າງສຸກສະບາຍຫາຍຮ້ອນ. |
|
| 16 |
|
| ຍິງງາມໃນຍ່ອມມີຄົນໃຫ້ກຽດ, ແຕ່ຍິງທີ່ໃຈຂີ້ດຽດຍ່ອມໄດ້ຮັບຄວາມອັບອາຍ. ຄົນຂີ້ຄ້ານຈະຫາເງິນຕິດຕົວກໍບໍ່ມີ, ແຕ່ຄົນທີ່ບຸກບືນດຸໝັ່ນຈະຮັ່ງມີເປັນດີຂຶ້ນ. |
|
| 17 |
|
| ຜູ້ມີເມດຕານຳບຳເໜັດມາສູ່ຕົນເອງ, ແຕ່ຜູ້ໂຫດຮ້າຍຍ່ອມທຳລາຍຕົນເອງ. |
|
| 18 |
|
| ຄົນຊົ່ວຮ້າຍບໍ່ໄດ້ຮັບສິ່ງໃດສິ່ງໜຶ່ງເລີຍ, ແຕ່ຄົນທີ່ຫວ່ານຄວາມຊອບທຳ ຍ່ອມໄດ້ຮັບບຳເໜັດເປັນແນ່ແທ້. |
|
| 19 |
|
| ຜູ້ທີ່ຕັ້ງໝັ້ນຢູ່ໃນຄວາມຊອບທຳຈະມີຊີວິດຢູ່, ແຕ່ຜູ້ທີ່ມັກເຮັດຜິດຢູ່ເລື້ອຍໆກໍຈະຕາຍ. |
|
| 20 |
|
| ພຣະເຈົ້າຢາເວກຽດຊັງຄົນມີໃຈຊົ່ວຊ້າ, ແຕ່ພຣະອົງຮັກຜູ້ທີ່ປະພຶດດີ. |
|
| 21 |
|
| ຄົນຊົ່ວຮ້າຍຈະຕ້ອງຖືກທຳລາຍຢ່າງແນ່ນອນ, ແຕ່ຄົນຊອບທຳຈະຜີກໜີໄປໄດ້. |
|
| 22 |
|
| ຜູ້ຍິງງາມແຕ່ບໍ່ສະຫລາດ ກໍປານວ່າເອົາແຫວນຄຳເກາະດັງໝູ. |
|
| 23 |
|
| ຄົນຊອບທຳຢາກກະທຳແຕ່ຄວາມດີ, ແຕ່ຄົນຊົ່ວນຳການລົງໂທດມາສູ່ຕົນ. |
|
| 24 |
|
| ຍິ່ງໃຫ້ຍິ່ງມີ ຍິ່ງຂີ້ຖີ່ຍິ່ງທຸກຈົນລົງ. |
|
| 25 |
|
| ຜູ້ທີ່ມີໃຈເຜື່ອແຜ່ຍ່ອມຈະເລີນຮຸ່ງເຮືອງ ຜູ້ທີ່ຊ່ວຍເຫລືອຄົນຍ່ອມໄດ້ຮັບຄວາມຊ່ວຍເຫລືອຕອບ. |
|
| 26 |
|
| ປະຊາຊົນປ້ອຍດ່າຜູ້ທີ່ສະສົມເຂົ້າໄວ້ຂາຍກິນກຳໄລ ແຕ່ຄຳຊົມເຊີຍກໍມີແກ່ຜູ້ທີ່ເອົາເຂົ້າອອກມາວາງຂາຍໜ້າຮ້ານ. |
|
| 27 |
|
| ຜູ້ທີ່ສະແຫວງຫາເຮັດຄວາມດີກໍໄດ້ຮັບຄວາມນັບຖື ແຕ່ຄວາມເດືອດຮ້ອນຈະມາເຖິງຜູ້ທີ່ສະແຫວງຫາຄວາມຊົ່ວ. |
|
| 28 |
|
| ຜູ້ທີ່ເພິ່ງໃນຊັບສົມບັດຂອງຕົນນັ້ນ ຈະຖືກທຳລາຍດັ່ງໃບໄມ້ຫລົ່ນໃນລະດູຮ້ອນ ແຕ່ຜູ້ທີ່ຊອບທຳຈະຈະເລີນຮຸ່ງເຮືອງດັ່ງໃບໄມ້ຂຽວອຸ່ມຊຸ່ມ. |
|
| 29 |
|
| ຜູ້ທີ່ເຮັດໃຫ້ຄົວເຮືອນລຳບາກກໍຈະບໍ່ມີຫຍັງໃນບັ້ນປາຍ. ຄົນໂງ່ຈ້າຈະເປັນຄົນຮັບໃຊ້ຢູ່ເລື້ອຍໄປຂອງຄົນມີປັນຍາ. |
|
| 30 |
|
| ຄວາມຊອບທຳ ໃຫ້ມີຊີວິດສັນໃດ ຄວາມຮຸນແຮງ ກໍເອົາຊີວິດໄປສັນນັ້ນ. |
|
| 31 |
|
| ຄົນຊອບທຳໄດ້ຮັບບຳເໜັດໃນແຜ່ນດິນໂລກນີ້ສັນໃດ ຄົນອະທຳກັບຄົນບາບຈະຕ້ອງຖືກລົງໂທດຢ່າງແນ່ແທ້ສັນນັ້ນ. |
|
|
|
|