|
| 1 |
|
| ລູກທີ່ມີປັນຍາຍ່ອມໃສ່ໃຈເມື່ອພໍ່ແອບສອນ, ແຕ່ຄົນອວດດີບໍ່ຍອມຮັບຜິດຈັກເທື່ອ. |
|
| 2 |
|
| ຄົນດີຈະໄດ້ຮັບບຳເໜັດຍ້ອນຄຳເວົ້າ, ແຕ່ຄົນຊົ່ວຮ້າຍມັກການໂຫດຮ້າຍທາລຸນ. |
|
| 3 |
|
| ຜູ້ທີ່ລະວັງຄຳເວົ້າກໍຮັກສາຊີວິດໃຫ້ປອດໄພ, ແຕ່ຜູ້ທີ່ເວົ້າບໍ່ຄິດກໍທຳລາຍຕົນເອງຖິ້ມ. |
|
| 4 |
|
| ຄົນຂີ້ຄ້ານຈະບໍ່ໄດ້ສິ່ງທີ່ຕົນໄຝ່ຝັນ, ແຕ່ຄົນດຸໝັ່ນຈະໄດ້ຕາມທີ່ຕົນຕ້ອງການທັງນັ້ນ. |
|
| 5 |
|
| ຄົນສັດຊື່ກຽດຊັງຄຳເວົ້າຕົວະ ແຕ່ຄົນຊົ່ວເວົ້າແຕ່ສິ່ງທີ່ເປັນຕາຊັງ ແລະສິ່ງທີ່ອັບອາຍຂາຍໜ້າ. |
|
| 6 |
|
| ຜູ້ທີ່ປະພຶດຊອບຄວາມສັດຊື່ຍ່ອມຄຸ້ມຄອງລາວ, ແຕ່ຄວາມຊົ່ວຂວໍ້າຄົນບາບຖິ້ມ. |
|
| 7 |
|
| ຜູ້ທີ່ທຳຕົນເໝືອນຄົນຮັ່ງມີ, ແຕ່ບໍ່ມີອັນໃດເລີຍກໍມີ ຜູ້ອື່ນທີ່ທຳຕົນເໝືອນຄົນທຸກຍາກ, ແຕ່ພັດມີຊັບສົມບັດຫລາຍ. |
|
| 8 |
|
| ຄົນຮັ່ງມີອາດໃຊ້ເງິນໄຖ່ຊີວິດໄວ້ໄດ້, ແຕ່ຄົນຍາກຈົນບໍ່ຄ່ອຍມີຄົນຂູ່ເຂັນ. |
|
| 9 |
|
| ຄົນຊອບທຳເປັນດັ່ງໂຄມທີ່ສ່ອງແຈ້ງ, ແຕ່ຄົນຊົ່ວເປັນດັ່ງຕະກຽງທີ່ກຳລັງຈະມອດ. |
|
| 10 |
|
| ຄຳຫຍາບຊ້າສ້າງແຕ່ເລື່ອງເດືອດຮ້ອນເກາະຜິດ. ການຍອມຟັງຄວາມຄິດເຫັນ ພາໃຫ້ຕົນເປັນຄົນສະຫລາດ. |
|
| 11 |
|
| ຊັບທີ່ຫາໄດ້ງ່າຍກໍສູນເສຍໄປໄວ, ແຕ່ຊັບທີ່ຫາດ້ວຍເຫື່ອໄຄກໍສະສົມໄວ້ໄດ້. |
|
| 12 |
|
| ຈິດໃຈຖືກທຳລາຍເມື່ອສິ້ນຫວັງ, ແຕ່ຄວາມປາຖະໜາທີ່ເກີດເປັນຈິງເປັນຕົ້ນໄມ້ທີ່ໃຫ້ຊີວິດ. |
|
| 13 |
|
| ຖ້າເຈົ້າປະຕິເສດຖ້ອຍຄຳຂອງພຣະເຈົ້າ ກໍນຳຄວາມເດືອດຮ້ອນມາສູ່ຕົນ ເຮັດຕາມຖ້ອຍຄຳແລ້ວເຈົ້າກໍຈະປອດໄພ. |
|
| 14 |
|
| ຄຳບອກສອນຂອງນັກປາດເປັນນໍ້າພຸແຫ່ງຊີວິດ ມັນຈະຊ່ວຍໃຫ້ຫວິດມົ້ມຈາກບ້ວງແຮ້ວຂອງຄວາມຕາຍ. |
|
| 15 |
|
| ຜູ້ທີ່ມີປັນຍາ ຍ່ອມໄດ້ຮັບຄວາມນັບຖື, ແຕ່ຜູ້ທີ່ຄົດລ້ຽວ ຍ່ອມນຳຕົນໄປສູ່ໄພພິບັດ. |
|
| 16 |
|
| ຄົນທີ່ຢັ່ງຮູ້ ຄິດກ່ອນຈຶ່ງກະທຳ, ແຕ່ຄົນໂງ່ຈ້າ ເຜີຍແບຄວາມໂງ່ງ່າວຂອງຕົນອອກໃຫ້ເຫັນ. |
|
| 17 |
|
| ຜູ້ສົ່ງຂ່າວທີ່ໄວ້ໃຈບໍ່ໄດ້ ກໍນຳຄວາມເດືອດຮ້ອນມາ, ແຕ່ວ່າຜູ້ສົ່ງຂ່າວທີ່ເຊື່ອຖື ກໍນຳສັນຕິສຸກມາໃຫ້. |
|
| 18 |
|
| ຜູ້ທີ່ບໍ່ຮຽນຮູ້ຈະຍາກຈົນແລະໄຮ້ກຽດ ຜູ້ທີ່ໄດ້ຮັບກຽດຄືຜູ້ຍອມຟັງການແອບສອນ. |
|
| 19 |
|
| ໄດ້ຕາມໃຈມັກໃຫ້ເກີດຄວາມຮູ້ສຶກທີ່ດີ, ແຕ່ຄົນໂງ່ຈ້າບໍ່ປະຕິເສດຈາກຫົນທາງແຫ່ງຄວາມຊົ່ວ. |
|
| 20 |
|
| ຄົບຄົນດີມີສີແກ່ຕົວ ຄົບຄົນຊົ່ວພາຕົວໝົ່ນໝອງ. |
|
| 21 |
|
| ຄວາມລຳບາກຕິດຕາມຄົນບາບໄປທຸກແຫ່ງທຸກຫົນ, ແຕ່ຄວາມຈະເລິນຮຸ່ງເຮືອງເປັນບຳເໜັດຂອງຄົນຊອບທຳ. |
|
| 22 |
|
| ຄົນດີປະຊັບສົມບັດໄວ້ໃຫ້ລູກຫລານ, ແຕ່ຊັບສົມບັດຂອງຄົນບາບກໍສະສົມໄວ້ສຳລັບຄົນຊອບທຳ. |
|
| 23 |
|
| ໄຮ່ນາຂອງຄົນທຸກອາດເກີດອາຫານໄດ້ຢ່າງອຸດົມສົມບູນ, ແຕ່ຄວາມບໍ່ຍຸດຕິທຳເຮັດໃຫ້ຄວາມອຸດົມສົມບູນຖືກທຳລາຍ. |
|
| 24 |
|
| ຜູ້ທີ່ບໍ່ເອົາໄມ້ແສ້ຂ້ຽນລູກ ກໍກຽດຊັງລູກຂອງຕົນ, ແຕ່ຜູ້ທີ່ຮັກລູກກໍຮີບຕີສອນລູກນັ້ນ. |
|
| 25 |
|
| ຄົນຊອບທຳມີກິນຢູ່ບໍ່ຂາດ ແຕ່ຄົນຊົ່ວຮ້າຍພັດຫິວຢູ່ເລື້ອຍໄປ. |
|
|
|
|