|
| 1 |
|
| ຄຳຕອບອັນອ່ອນຫວານລະງັບຄວາມໂກດໄວ້, ແຕ່ຄຳເວົ້າຫຍາບຊ້າຍົວະໃຫ້ໂມໂຫ. |
|
| 2 |
|
| ສົບປາກຂອງຄົນມີປັນຍາແຈກຈ່າຍຄວາມຮູ້ທີ່ຈັບໃຈ, ແຕ່ປາກຂອງຄົນໂງ່ຈ້າພັດເຜີຍຄວາມໂງ່ງ່າວຂອງຕົນອອກມາ. |
|
| 3 |
|
| ທຸກເຫດການທີ່ເກີດຂຶ້ນພຣະເຈົ້າຢາເວຮູ້ເຫັນ ພຣະອົງເປັນຜູ້ເຝົ້າເບິ່ງທັງຄົນດີແລະຄົນຊົ່ວດ້ວຍ. |
|
| 4 |
|
| ລີ້ນທີ່ອ່ອນສຸພາບເປັນຕົ້ນໄມ້ແຫ່ງຊີວິດ, ແຕ່ຄຳເວົ້າຈາທີ່ຫຍາບຄາຍເຮັດໃຫ້ຈິດໃຈຊອກຊໍ້າ. |
|
| 5 |
|
| ຄົນໂງ່ຈ້າປະໝາດຄຳພໍ່ບອກສອນ, ແຕ່ຄົນມີປັນຍາຮັບເອົາໄປປະຕິບັດພ້ອມ. |
|
| 6 |
|
| ເມື່ອຕົກທີ່ລຳບາກຄົນຊົ່ວສູນສິ້ນຊັບສົມບັດ, ແຕ່ຄົນຊອບທຳຮັກສາຊັບສົມບັດໄວ້ໄດ້. |
|
| 7 |
|
| ສົບປາກຂອງຄົນມີປັນຍາກະຈາຍຄວາມຮູ້, ແຕ່ຄົນໂງ່ຈ້າບໍ່ເປັນເຊັ່ນນັ້ນ. |
|
| 8 |
|
| ຄົນທ່ຽງທຳພາວັນນາອະທິຖານພຣະເຈົ້າຢາເວຕອບ, ແຕ່ເຄື່ອງຖວາຍບູຊາຂອງຄົນຊົ່ວຊ້າພຣະອົງກຽດຊັງ. |
|
| 9 |
|
| ຄວາມປະພຶດຂອງຄົນຊົ່ວຊ້າພຣະເຈົ້າຢາເວກຽດຊັງ, ແຕ່ພຣະອົງຮັກແພງຜູ້ທີ່ປະພຶດຖືກຕ້ອງ. |
|
| 10 |
|
| ຜູ້ທີ່ປະຖິ້ມທາງດີຍ່ອມມີໂທດໜັກ, ແຕ່ຜູ້ທີ່ບໍ່ຍອມຮັບຄຳແອບສອນຍ່ອມສູນເສຍຊີວິດ. |
|
| 11 |
|
| ພຣະເຈົ້າຢາເວຮູ້ທຸກສິ່ງທີ່ເກີດຂຶ້ນໃນແດນມໍຣະນາ ມະນຸດຄິດຫຍັງພຣະອົງກໍຮູ້. |
|
| 12 |
|
| ຄົນໂອຫັງກຽດຊັງການແອບສອນ ພວກເຂົາຈະບໍ່ຂໍຄຳແນະນຳຈາກຄົນມີປັນຍາຈັກເທື່ອ. |
|
| 13 |
|
| ຄວາມສຸກເຮັດໃຫ້ໃບໜ້າສົດຊື່ນ, ແຕ່ຄວາມທຸກເຮັດໃຫ້ໃບໜ້າໝົ່ນໝອງ. |
|
| 14 |
|
| ຄົນສະຫລາດຮູ້ຢາກຮໍ່າຢາກຮຽນ, ແຕ່ຄົນເບົາປັນຍາພໍໃຈໃນຄວາມໂງ່ຈ້າ. |
|
| 15 |
|
| ຄົນທຸກລຳບາກດີ້ນຮົນເປັນປະຈຳ, ແຕ່ຄົນທີ່ຈິດໃຈເປັນສຸກກໍຊື່ນໃຈໄປເລື້ອຍໆ. |
|
| 16 |
|
| ເປັນຄົນທຸກຢຳເກງພຣະເຈົ້າຢາເວ ກໍດີກວ່າເປັນຄົນຮັ່ງມີທີ່ເດືອດຮ້ອນ. |
|
| 17 |
|
| ກິນຜັກເປັນອາຫານກັບຄົນທີ່ຕົນຮັກ ກໍດີກວ່າກິນຊີ້ນໃນທີ່ມີຄວາມກຽດຊັງ. |
|
| 18 |
|
| ຄົນໃຈຮ້ອນເຮັດໃຫ້ເກີດຜິດຖຽງກັນ, ແຕ່ຄວາມອົດທົນພາກພຽນນຳເອົາສັນຕິສຸກມາໃຫ້. |
|
| 19 |
|
| ຄົນຂີ້ຄ້ານພົບຄວາມລຳບາກທຸກທາງ, ແຕ່ຄົນສັດຊື່ກໍຫວິດພົ້ນຄວາມເດືອດຮ້ອນ. |
|
| 20 |
|
| ລູກທີ່ມີປັນຍາເຮັດໃຫ້ພໍ່ມີຄວາມສຸກ ລູກທີ່ໂງ່ຈ້າເບົາປັນຍາເຮັດໃຫ້ແມ່ຖືກໝິ່ນປະໝາດ. |
|
| 21 |
|
| ຄົນໂງ່ຈ້າລ່າເລີງໃນຄວາມໂງ່ງ່າວຂອງຕົນ, ແຕ່ຄົນມີປັນຍາຈະເຮັດໃນສິ່ງທີ່ຖືກຕ້ອງ. |
|
| 22 |
|
| ມີທີ່ປຶກສາຫລາຍຄົນ ແຜນການກໍສຳເລັດ ປາສະຈາກທີ່ປຶກສາແລ້ວ ແຜນການກໍຫລົ້ມເຫລວ. |
|
| 23 |
|
| ຮູ້ຈັກໃຊ້ຄຳເວົ້າທີ່ຖືກກາລະເທສະ ພາໃຫ້ເກີດຄວາມຊົມຊື່ນຍິນດີ. |
|
| 24 |
|
| ຄົນມີປັນຍາເດີນທາງຂຶ້ນໄປສູ່ຊີວິດ ລາວຫລີກເວັ້ນທາງລົງໄປສູ່ຄວາມຕາຍ. |
|
| 25 |
|
| ພຣະເຈົ້າຢາເວຈະທຳລາຍເຮືອນຂອງຄົນອວດດີ, ແຕ່ພຣະອົງຈະຄຸ້ມຄອງທີ່ດິນຂອງຍິງໝ້າຍ. |
|
| 26 |
|
| ພຣະເຈົ້າຢາເວຊັງຄວາມຄິດຊົ່ວ, ແຕ່ພຣະອົງເຫັນຊອບນຳຖ້ອຍຄຳທີ່ມີໃຈໄມຕີ. |
|
| 27 |
|
| ຄົນທີ່ຫາກຳໄລໃນທາງລັດ ກໍນຳຄວາມລຳບາກມາສູ່ຄອບຄົວ ຄົນທີ່ບໍ່ຮັບສິນຈ້າງລາງວັນ ກໍຈະຊື່ນຊົມຍິນດີກັບຊີວິດອັນຍືນໝັ້ນ. |
|
| 28 |
|
| ຄົນດີນັ້ນຄິດກ່ອນຈຶ່ງຕອບ, ແຕ່ຄົນຊົ່ວນັ້ນຕອບໄປໂລດ ຈຶ່ງນຳຄວາມເດືອດຮ້ອນມາສູ່ຕົນ. |
|
| 29 |
|
| ພຣະເຈົ້າຢາເວຊົງຮັບຟັງຄຳພາວັນນາອະທິຖານຂອງຄົນຊອບທຳ, ແຕ່ພຣະອົງບໍ່ສົນໃຈນຳຄົນຊົ່ວ. |
|
| 30 |
|
| ໜ້າຕາຍິ້ມແຍ້ມເຮັດໃຫ້ມີຄວາມສຸກ ແລະຂ່າວດີເຮັດໃຫ້ມີຈິດໃຈສະບາຍຂຶ້ນ. |
|
| 31 |
|
| ຄົນມີປັນຍາເອົາໃຈໃສ່ເມື່ອຕົນຖືກແອບສອນ. |
|
| 32 |
|
| ຜູ້ທີ່ບໍ່ຍອມຮັບການແອບສອນກໍເຮັດໃຫ້ຕົນເຈັບປວດ, ແຕ່ຜູ້ທີ່ຍອມຮັບການແອບສອນກໍຊ່ວຍຕົນໃຫ້ເປັນຄົນສະຫລາດຂຶ້ນ. |
|
| 33 |
|
| ການຢຳເກງພຣະເຈົ້າຢາເວເປັນການຮຽນຮູ້ໃນຕົວ, ຄົນທີ່ຖ່ອມຕົວລົງກໍໄດ້ຮັບກຽດ. |
|
|
|
|