|
| 1 |
|
| ເປັນຄົນທຸກຈົນທີ່ສັດຊື່ກໍດີກວ່າຄົນໂງ່ຈ້າທີ່ກ່າວຄຳຕົວະ. |
|
| 2 |
|
| ການກະຕືລືລົ້ນທີ່ຂາດຄວາມຮູ້ບໍ່ເປັນການດີ ການຟ້າວຟັ່ງນຳຄົນໄປສູ່ຄວາມຜິດພາດ. |
|
| 3 |
|
| ບາງຄົນເຮັດສິ່ງໂງ່ງ່າວກໍທຳລາຍຕົນເອງ ແລ້ວກໍເປັ່ງສຽງກ່າວຫາພຣະເຈົ້າຢາເວ. |
|
| 4 |
|
| ຄົນຮັ່ງມີພົບໝູ່ເພື່ອນໃໝ່ຢູ່ເລື້ອຍໄປ, ແຕ່ຄົນທຸກໄຮ້ສູນເສຍແມ່ນແຕ່ເພື່ອນຄົນດຽວທີ່ຕົນມີຢູ່. |
|
| 5 |
|
| ຄົນເວົ້າຕົວະໃນສານກໍຈະຖືກໂທດ ທາງຫລີກລຽງໂທດນັ້ນຈະບໍ່ມີເລີຍ. |
|
| 6 |
|
| ທຸກຄົນຊອກເອົາໃຈຄົນສຳຄັນ ດັ່ງທຸກຄົນມັກເປັນໝູ່ກັນກັບຜູ້ທີ່ເອົາຂອງຂວັນໃຫ້. |
|
| 7 |
|
| ຄົນຍາກຈົນນັ້ນພີ່ນ້ອງຕ່າງກໍກຽດຊັງ ແລະໝູ່ເພື່ອນຍິ່ງຫັນຫລັງຫລີກໜີໄກຫ່າງ ເຖິງແມ່ນວ່າ ລາວພະຍາຍາມຢ່າງສຸດຂີດ ກໍຈະບໍ່ໄດ້ຜູ້ໃດຜູ້ໜຶ່ງມາເປັນເພື່ອນເລີຍ. |
|
| 8 |
|
| ຄິດເຖິງຕົນຈຶ່ງທົນຮຽນເອົາທຸກສິ່ງ ຊີວິດຈະຈະເລີນຍິ່ງ ຖ້ານຳສິ່ງຮຽນຮູ້ໄປປະຕິບັດ. |
|
| 9 |
|
| ຜູ້ເວົ້າຕົວະຢູ່ໃນສານກໍພານຫາໂທດ ລາວຈະໜີໂທດບໍ່ມົ້ມຢ່າງແນ່ນອນ. |
|
| 10 |
|
| ຄົນໂງ່ຈ້າບໍ່ຄວນດຳເນີນຊີວິດຢ່າງຟຸມເຟືອຍ ຂ້າທາດບໍ່ຄວນປົກຄອງເຈົ້ານາຍ. |
|
| 11 |
|
| ຄົນທີ່ມີຈິດສຳນຶກດີກໍຈະຄວບຄຸມອາຣົມຂອງຕົນ ແລະເບິ່ງຂ້າມການທໍລະຍົດໄປເສຍກໍເປັນສັກສີແກ່ເຂົາ. |
|
| 12 |
|
| ຄວາມໂກດຮ້າຍຂອງກະສັດເປັນດັ່ງສຽງໂຕສິງແຜດສຽງ, ແຕ່ຄວາມເມດຕາຂອງເພິ່ນກໍເປັນດັ່ງນໍ້າຄ້າງເທິງຫຍ້າອ່ອນ. |
|
| 13 |
|
| ລູກໂງ່ຈ້າສາມາດທຳລາຍພໍ່ຂອງຕົນ. ແລະເມຍທີ່ມັກທະເລາະວິວາດ ກໍເປັນເໝືອນນໍ້າຝົນຝອຍຢົດລົງບໍ່ຢຸດ. |
|
| 14 |
|
| ເງິນຄຳແລະເຮືອນເປັນມໍຣະດົກຕົກທອດມາຈາກບິດາມານດາ, ແຕ່ວ່າເມຍຜູ້ຮອບຄອບນັ້ນ ແມ່ນຂອງໂຜດໃຫ້ມາຈາກພຣະເຈົ້າຢາເວ. |
|
| 15 |
|
| ຄົນຂີ້ຄ້ານນອນນິ້ງຕໍ່ໄປເສີຍ ຄົນບໍ່ເຮັດຫຍັງເລີຍກໍຈະຫິວໂຫຍເປັນແນ່. |
|
| 16 |
|
| ຈົ່ງຖືຮັກສາບັນດາກົດບັນຍັດໄວ້ ເພື່ອເຈົ້າຈະໄດ້ມີຊີວິດຍືນຍາວ ຜູ້ທີ່ບໍ່ສົນໃຈກໍຈະເສຍຊີວິດ. |
|
| 17 |
|
| ໃຫ້ທານແກ່ຄົນທຸກກໍເທົ່າກັບເອົາໃຫ້ພຣະເຈົ້າຢາເວຢືມ ແລະພຣະອົງຈະຈ່າຍຄືນໃຫ້ແກ່ຜູ້ທີ່ເຮັດເຊັ່ນນັ້ນ. |
|
| 18 |
|
| ຈົ່ງແອບສອນລູກຂອງເຈົ້າເມື່ອເຂົາຍັງໜຸ່ມ ຖ້າບໍ່ດັ່ງນັ້ນ ກໍເທົ່າກັບເປັນການສົ່ງເສີມເຂົາໃຫ້ທຳລາຍຕົນເອງ. |
|
| 19 |
|
| ປ່ອຍໃຫ້ຄົນໂມໂຫຮັບຜົນກຳທີ່ລາວເຮັດ ເພາະຖ້າເຈົ້າຊ່ວຍລາວເທື່ອໜຶ່ງແລ້ວ ເຈົ້າກໍຈະຊ່ວຍລາວອີກໃນຄັ້ງຕໍ່ໄປ. |
|
| 20 |
|
| ຜູ້ທີ່ຟັງຄຳແນະນຳແລະມີໃຈຢາກຮໍ່າຮຽນ ກໍຈະເປັນຄົນມີປັນຍາໃນມື້ໜຶ່ງ. |
|
| 21 |
|
| ມະນຸດວາງແຜນໄວ້ຫລາຍໆຢ່າງ, ແຕ່ພຣະປະສົງຂອງພຣະເຈົ້າຢາເວຈະດີເດັ່ນກວ່າ. |
|
| 22 |
|
| ເປັນຄົນໂລບມາກກໍເປັນໜ້າອັບອາຍ. ເປັນຄົນທຸກຈົນກໍດີກວ່າເປັນຄົນຂີ້ຕົວະ. |
|
| 23 |
|
| ການຢຳເກງພຣະເຈົ້າຢາເວນຳໄປສູ່ຊີວິດ ຄືມີຊີວິດຍືນຍາວ ປາສະຈາກໂພຍໄພ ແລະປອດໄພຈາກການທຳຮ້າຍ. |
|
| 24 |
|
| ຄົນຂີ້ຄ້ານໃຊ້ມືຈັບອາຫານ, ແຕ່ບໍ່ມີແຮງພໍຍັດອາຫານໃສ່ປາກ. |
|
| 25 |
|
| ເມື່ອຄົນອວດດີໄດ້ຮັບໂທດ ຄົນໂງ່ຈ້າກໍຈະໄດ້ຮັບບົດຮຽນ ເມື່ອຄົນຮູ້ຈັກຄິດຖືກຕຳໜິ ກໍເທົ່າກັບສອນລາວໃຫ້ຮຽນຮູ້. |
|
| 26 |
|
| ຄົນທີ່ໄລ່ພໍ່ແມ່ຂອງຕົນໜີຈາກບ້ານ ກໍເປັນຄົນບໍ່ມີຢາງອາຍແລະໄຮ້ກຽດ. |
|
| 27 |
|
| ຄົນທີ່ເຊົາຮຽນຮູ້ກໍຈະລະເລີຍຕໍ່ສິ່ງທີ່ຕົນໄດ້ຮຽນຮູ້ມາ. |
|
| 28 |
|
| ຄວາມຍຸດຕິທຳຫາຍາກຫາກຕັ້ງໃຈທຳຮ້າຍຄົນ ຄົນຊົ່ວຮັກຣົດຊາດຂອງຄວາມຊົ່ວຊ້າ. |
|
| 29 |
|
| ໂທດມີໃຫ້ຄົນອວດດີສັນໃດ ຄົນໂງ່ຈ້າເບົາປັນຍາກໍຈະຖືກຂ້ຽນຕີສັນນັ້ນ. |
|
|
|
|