|
| 1 |
|
| ດື່ມເຫຼົ້າເກີນສ່ວນພາໃຫ້ເກເລ ມີແຕ່ຄົນໂງ່ຈ້າອັບປັນຍາທີ່ປ່ອຍຕົນໃຫ້ເມົາເຫຼົ້າ. |
|
| 2 |
|
| ຈົ່ງຢ້ານກະສັດໂກດຮ້າຍດັ່ງຢ້ານໂຕສິງຮ້ອງແຜດສຽງ ເຮັດໃຫ້ເພິ່ນໂກດຮ້າຍກໍສໍ່າກັບຂ້າຕົວຕາຍ. |
|
| 3 |
|
| ຫລີກໜີຈາກການຜິດຖຽງກັນພາໃຫ້ມີກຽດ ມີແຕ່ຄົນໂງ່ຈ້າເທົ່ານັ້ນທີ່ມັກຜິດຖຽງກັນ. |
|
| 4 |
|
| ພໍ່ນາທີ່ຂີ້ຄ້ານຄາດໄຖຕາມລະດູການ ກໍຈະບໍ່ໄດ້ເກັບກ່ຽວຫຍັງຈັກດີ້. |
|
| 5 |
|
| ຄວາມຄິດຄົນນັ້ນເປັນຄືນໍ້າໃນສ້າງເລິກ ຜູ້ທີ່ຮູ້ແຈ້ງເຫັນຈິງເທົ່ານັ້ນຈຶ່ງສາມາດຢັ່ງເຖິງ. |
|
| 6 |
|
| ມີຫລາຍຄົນກ່າວອ້າງເຖິງຄວາມສັດຊື່ຂອງຕົນ, ແຕ່ຄົນສັດຊື່ຈິງໆແມ່ນຫາຍາກແທ້ໆ. |
|
| 7 |
|
| ເມື່ອມີພໍ່ທີ່ສັດຊື່ແລະເຮັດໃນສິ່ງທີ່ຖືກຕ້ອງ ເຮັດໃຫ້ລູກຂອງຕົນໄດ້ຮັບພຣະພອນ. |
|
| 8 |
|
| ເມື່ອກະສັດນັ່ງຕັດສິນຄະດີ ເພິ່ນກໍຮູ້ທັນທີເມື່ອແນມເຫັນຄົນຊົ່ວຮ້າຍ. |
|
| 9 |
|
| ໃຜບອກໄດ້ແທ້ວ່າຈິດສຳນຶກຂອງຕົນຜ່ອງໃສ ແລະບາບຂອງຕົນກໍຖືກຊຳລະແລ້ວ? |
|
| 10 |
|
| ພຣະເຈົ້າຢາເວກຽດຊັງຜູ້ທີ່ໃຊ້ເຄື່ອງຊັ່ງກັບເຄື່ອງແທກບໍ່ສັດຊື່. |
|
| 11 |
|
| ແມ່ນແຕ່ຄວາມປະພຶດຂອງເດັກນ້ອຍກໍສໍ່ໃຫ້ເຫັນວ່າລາວເປັນຄົນແບບໃດ ເຮົາສາມາດບອກໄດ້ວ່າລາວເປັນຄົນສັດຊື່ແລະເປັນຄົນດີ. |
|
| 12 |
|
| ພຣະເຈົ້າຢາເວໄດ້ໃຫ້ພວກເຮົາມີຕາເບິ່ງແລະມີຫູຟັງ. |
|
| 13 |
|
| ຜູ້ທີ່ໃຊ້ເວລາແຕ່ນອນກໍຈະທຸກລຳບາກ ຄົນທີ່ຫາວຽກເຮັດກໍຈະມີຢູ່ມີກິນບໍ່ອຶດ. |
|
| 14 |
|
| ລູກຄ້າຈົ່ມແຕ່ວ່າຂອງແພງ, ແຕ່ພໍອອກຈາກຮ້ານໄປ ກໍຄູຍໂມ້ວ່າຕົນຊື້ຂອງໄດ້ຖືກ. |
|
| 15 |
|
| ຜູ້ທີ່ຮູ້ດີວ່າຕົນກຳລັງເວົ້າຫຍັງນັ້ນ ກໍດັ່ງໄດ້ຂອງມີຄ່າກວ່າຄຳແລະເພັດພອຍ. |
|
| 16 |
|
| ຜູ້ໃດຜູ້ໜຶ່ງທີ່ຍອມຮັບໃຊ້ໜີ້ໃຫ້ຄົນແປກໜ້າ ກໍສໍ່າກັບວ່າເອົາຊັບສິນຂອງຕົນໄປປະກັນ. |
|
| 17 |
|
| ຂອງທີ່ໄດ້ມາຢ່າງບໍ່ສັດຊື່ກໍດັ່ງອາຫານແຊບນົວ, ແຕ່ຕໍ່ໄປກໍຈະເປັນດັ່ງຂີ້ຊາຍຢູ່ເຕັມປາກ. |
|
| 18 |
|
| ຄຳແນະນຳທີ່ດີນຳໄປສູ່ຜົນສຳເລັດ ຢ່າສູ່ມີສ່ວນເຮັດເສິກໂດຍບໍ່ໄດ້ວາງແຜນການ. |
|
| 19 |
|
| ຄົນປາກບອນບໍ່ຫ່ອນຮັກສາຄວາມລັບໄວ້ໄດ້ ຈົ່ງໜີໃຫ້ຫ່າງຈາກຄົນທີ່ເວົ້າຫລາຍເກີນໄປ. |
|
| 20 |
|
| ຄົນທີ່ດ່າພໍ່ຕີແມ່ກໍຈະຈົບຊີວິດລົງ ດັ່ງຕະກຽງທີ່ມອດໃນຄວາມມືດ. |
|
| 21 |
|
| ຊັບສິນຍິ່ງຫາມາໄດ້ງ່າຍສັນໃດ ກໍຍິ່ງໃຫ້ຜົນໜ້ອຍດ້ອຍຄ່າສັນນັ້ນ. |
|
| 22 |
|
| ຢ່າສູ່ຕອບແທນຄວາມຊົ່ວດ້ວຍຕົນເອງ ຈົ່ງໄວ້ວາງໃຈໃນພຣະເຈົ້າຢາເວຜູ້ທີ່ຈະຈັດການແທນ. |
|
| 23 |
|
| ພຣະເຈົ້າຢາເວກຽດຊັງຜູ້ທີ່ໃຊ້ເຄື່ອງຊັ່ງກັບເຄື່ອງແທກບໍ່ສັດຊື່. |
|
| 24 |
|
| ພຣະເຈົ້າຢາເວເປັນຜູ້ກຳນົດທາງເດີນຂອງພວກເຮົາ ໃຜແດ່ເຂົ້າໃຈທິດທາງເດີນແຫ່ງຊີວິດຂອງຕົນໄດ້? |
|
| 25 |
|
| ຈົ່ງຄິດໃຫ້ຖ້ວນຖີ່ກ່ອນຈຶ່ງສັນຍາຕໍ່ພຣະເຈົ້າວ່າຈະຖວາຍບູຊາ ຕໍ່ມາອາດຈະເສຍໃຈຕາມພາຍຫລັງກໍໄດ້. |
|
| 26 |
|
| ກະສັດທີ່ມີປັນຍາຈະຮູ້ວ່າແມ່ນໃຜເຮັດຜິດ ແລະລົງໂທດທັນໂດຍບໍ່ມີຄວາມເມດຕາຈັກດີ້. |
|
| 27 |
|
| ພຣະເຈົ້າຢາເວໃຫ້ຈິດໃຈ ແລະຈິດສຳນຶກແກ່ເຮົາ ເຮົາບໍ່ສາມາດປິດບັງຈາກຕົນເອງໄດ້. |
|
| 28 |
|
| ກະສັດຈະຄອງອຳນາດຢູ່ໄດ້ ຕາບໃດທີ່ເພິ່ນຍັງປົກຄອງຢ່າງສັດຊື່ແລະເປັນທຳ. |
|
| 29 |
|
| ສັກສີຂອງຄົນໜຸ່ມຄືກຳລັງ, ແຕ່ຄວາມສະຫງ່າງາມຂອງຜູ້ເຖົ້າຄືຜົມຫງອກ. |
|
| 30 |
|
| ບາງຄົນໄດ້ຮັບປະສົບການອັນເຈັບປວດ ຈຶ່ງເຮັດໃຫ້ຫັນປ່ຽນທິດທາງເດີນ. |
|
|
|
|