×

Lao ພຣະຄຳພີສັກສິ 2012

ສຸພາສິດ 21

1
ພຣະເຈົ້າຢາເວ​ຄວບຄຸມ​ຈິດໃຈ​ຂອງ​ກະສັດ​ໄດ້​ງ່າຍ​ດັ່ງ​ຊີ້ທາງ​ໃຫ້​ສາຍນໍ້າ​ລ່ອງໄຫລ.
2
ທຸກສິ່ງ​ທີ່​ມະນຸດ​ເຮັດ​ເບິ່ງ​ຄື​ຖືກຕ້ອງ​ໝົດ, ແຕ່​ຢ່າ​ລືມ​ວ່າ​ແມ່ນ​ໃນ​ຈິດໃຈ​ທີ່​ພຣະເຈົ້າຢາເວ​ພິຈາລະນາ​ເບິ່ງ.
3
ສຳລັບ​ພຣະເຈົ້າຢາເວ​ແລ້ວ ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ເປັນທຳ ກໍ​ມີຄ່າ​ກວ່າ​ນຳ​ເຄື່ອງບູຊາ​ມາ​ຖວາຍ​ໃຫ້.
4
ການ​ຫລອກລວງ​ແລະ​ການ​ອວດດີ ສິ່ງ​ເຫຼົ່ານີ້​ເປັນ​ບາບກຳ​ທີ່​ຄວບຄຸມ​ຄົນ​ຊົ່ວຮ້າຍ.
5
ການ​ວາງແຜນ​ຢ່າງ​ຖ້ວນຖີ່​ພາ​ໃຫ້​ເກີດຜົນ​ດີ ການ​ວາງແຜນ​ຢ່າງ​ໄວວາ​ພາ​ໃຫ້​ທຸກ​ໄດ້.
6
ຊັບສົມບັດ​ທີ່​ໄດ້​ມາ​ໂດຍ​ທາງ​ບໍ່​ຊອບ​ກໍ​ສູນເສຍ​ຢ່າງ​ໄວວາ, ແຕ່​ເປັນ​ຄື​ບ້ວງແຮ້ວ​ທີ່​ນຳພາ​ໄປ​ສູ່​ຄວາມຕາຍ.
7
ຄົນ​ຊົ່ວຮ້າຍ​ຮັບ​ເຄາະ​ເພາະ​ຄວາມ​ໂຫດຫ້ຽມ​ຂອງຕົນ ເຂົາ​ບໍ່​ຍອມ​ປະພຶດ​ໃນ​ສິ່ງ​ທີ່​ຖືກຕ້ອງ.
8
ຄົນ​ມີ​ຄວາມຜິດ​ຍ່າງ​ໃນ​ທາງ​ທີ່​ຄົດລ້ຽວ ຄົນ​ບໍ່ມີ​ຄວາມຜິດ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ.
9
ອາໄສ​ຢູ່​ເທິງ​ຫລັງຄາເຮືອນ ກໍ​ດີກວ່າ​ຢູ່​ຮ່ວມ​ເຮືອນ​ກັບ​ເມຍ​ທີ່​ຈູ້ຈີ້.
10
ຄົນ​ຊົ່ວຮ້າຍ​ຫິວໂຫຍ​ຢາກ​ເຮັດ​ຊົ່ວ ສ່ວນ​ຄວາມ​ເມດຕາ​ນັ້ນ​ເຂົາ​ບໍ່ມີ​ຕໍ່​ໃຜ​ເລີຍ.
11
ເມື່ອ​ຄົນ​ຫລອກລວງ​ຖືກ​ລົງໂທດ ແມ່ນແຕ່​ຄົນ​ທີ່​ບໍ່​ຮູ້​ຄິດ​ກໍໄດ້​ຮັບ​ບົດຮຽນ.
12
ພຣະເຈົ້າ​ອົງ​ຊົງ​ຊອບທຳ​ນັ້ນ ຮູ້​ວ່າ​ຄົນ​ຊົ່ວຮ້າຍ​ເປັນ​ຢູ່​ຢ່າງໃດ ແລະ​ນຳ​ເຂົາ​ໄປ​ສູ່​ໄພພິບັດ​ໄວ​ຂຶ້ນ.
13
ຜູ້​ທີ່​ບໍ່​ຍອມ​ຟັງ​ຄຳ​ຂໍຮ້ອງ​ຂອງ​ຄົນທຸກ ກໍ​ຈະ​ບໍ່ໄດ້​ຮັບ​ຄວາມ​ຊ່ວຍເຫລືອ​ເມື່ອ​ຕົນ​ຮ້ອງຂໍ.
14
ໃຜ​ໃຈຮ້າຍ​ເຈົ້າ​ຈົ່ງ​ເອົາ​ຂອງຂວັນ​ໃຫ້​ລັບໆ​ແລ້ວ​ຄວາມຮ້າຍ​ນັ້ນ​ກໍ​ຈະ​ຜ່ອນຄາຍ​ລົງ.
15
ຄົນ​ຊອບທຳ​ມີ​ຄວາມສຸກ​ເມື່ອ​ໄດ້​ຮັບ​ຄວາມ​ຍຸດຕິທຳ, ແຕ່​ຄົນຊົ່ວ​ພັດ​ໄດ້​ຮັບ​ຄວາມ​ສິ້ນຫວັງ.
16
ຄວາມຕາຍ​ພວມ​ຄອຍຖ້າ​ຜູ້​ທີ່​ຫັນເຫ​ໜີ​ຈາກ​ແນວທາງ​ທີ່ດີ.
17
ຜູ້​ທີ່​ມັກ​ສະໜຸກ​ຈະ​ທຸກ​ລຳບາກ ຜູ້​ທີ່​ມັກ​ດື່ມ​ເຫຼົ້າ​ແກ້ມ​ອາຫານ​ແພງໆ​ຈະ​ບໍ່​ຮັ່ງມີ​ຈັກເທື່ອ.
18
ເມື່ອ​ຄົນຊົ່ວ​ຊອກຫາ​ເຮັດ​ໃຫ້​ຄົນດີ​ທົນທຸກ​ແລ້ວ ການ​ທົນທຸກ​ນັ້ນ​ກໍ​ຈະ​ສະໜອງ​ເຂົາ​ຄືນ.
19
ຢູ່​ຖິ່ນ​ແຫ້ງແລ້ງ​ກັນດານ ກໍ​ດີກວ່າ​ຢູ່​ຮ່ວມ​ເຮືອນຊານ​ກັບ​ເມຍ​ທີ່​ມັກ​ຈົ່ມ​ແລະ​ຈູ້ຈີ້.
20
ຄົນ​ມີ​ປັນຍາ​ໃຊ້​ຊີວິດ​ຢ່າງ​ຮັ່ງມີ​ແລະ​ຫລູຫລາ, ແຕ່​ຄົນໂງ່ຈ້າ​ຫາ​ໄດ້​ໄວ​ເທົ່າໃດ ກໍ​ຈ່າຍ​ໝົດ​ໄວ​ເທົ່ານັ້ນ.
21
ຄົນ​ສັດຊື່​ແລະ​ມີ​ໃຈ​ເມດຕາ​ຈະ​ໄດ້​ຊີວິດ​ຍືນຍາວ ລາວ​ຈະ​ໄດ້​ຮັບ​ຄວາມນັບຖື​ແລະ​ຄວາມ​ເປັນທຳ​ດ້ວຍ.
22
ນາຍພົນ​ທີ່​ສະຫລາດ​ສາມາດ​ຢຶດ​ເມືອງ​ທີ່​ມີ​ທະຫານໆ ພ້ອມ​ທັງ​ທະລຸ​ກຳແພງ​ເມືອງ​ອັນ​ເຂັ້ມແຂງ​ທີ່​ປ້ອງກັນ​ເຂົາ​ໄວ້​ນັ້ນ.
23
ຄົນ​ທີ່​ລະວັງ​ຄຳເວົ້າ ຄວາມ​ເດືອດຮ້ອນ​ບໍ່​ມາ​ຕຳ.
24
ຄົນ​ໂອຫັງ​ອວດດີ​ດູຖູກ​ທຸກ​ແນວ ການ​ປະພຶດ​ຂອງ​ລາວ​ກໍ​ລ້ວນແຕ່​ຂີ້ສະຫາວ​ທັງນັ້ນ.
25
ຄົນ​ຂີ້ຄ້ານ​ທີ່​ບໍ່​ຍອມ​ເຮັດ​ວຽກ ກໍ​ກຳລັງ​ຂ້າ​ຕົນເອງ​ໃຫ້​ຕາຍ.
26
ບາງຄົນ​ໃຊ້​ຊີວິດ​ຢູ່​ເພື່ອ​ໂລບມາກ​ໂລພາ, ແຕ່​ວ່າ​ຄົນ​ຊອບທຳ​ສາມາດ​ໃຫ້​ດ້ວຍ​ໃຈ​ສັດທາ​ຍິ່ງ.
27
ເຄື່ອງ​ຖວາຍບູຊາ​ຂອງ​ຄົນຊົ່ວ​ເປັນ​ໜ້າ​ກຽດຊັງ ໂດຍ​ສະເພາະ​ເມື່ອ​ເຂົາ​ຖວາຍ​ດ້ວຍ​ເຈດຕະນາ​ອັນ​ບໍ່​ດີ.
28
ຄຳ​ພະຍານ​ຂອງ​ຄົນ​ຂີ້ຕົວະ​ເປັນ​ທີ່​ເຊື່ອຖື​ບໍ່ໄດ້, ແຕ່​ຄຳເວົ້າ​ຂອງ​ຄົນ​ທີ່​ຄິດ​ຮອບຄອບ​ກໍ​ເປັນ​ທີ່​ຍອມຮັບ​ນັບຖື.
29
ຄົນ​ຊອບທຳ​ນັ້ນ​ໝັ້ນໃຈ​ໃນ​ຕົນເອງ ສ່ວນ​ຄົນຊົ່ວຊ້າ​ທຳທ່າ​ເປັນ​ຄົນດີ​ທຸກ​ວິທີ.
30
ຄວາມ​ເຂົ້າໃຈ​ຄວາມ​ຫລັກແຫລມ​ແຖມ​ປັນຍາ ກໍ​ບໍ່ມີ​ຄຸນຄ່າ ຖ້າ​ພຣະເຈົ້າຢາເວ​ຕໍ່ສູ້​ເຂົາ.
31
ແມ່ນ​ວ່າ​ມີ​ຝູງມ້າ​ຕຽມ​ເຮັດ​ເສິກ​ກໍດີ, ແຕ່​ແມ່ນ​ພຣະເຈົ້າຢາເວ​ທີ່​ເປັນ​ຜູ້​ໃຫ້​ໄຊຊະນະ.
Lao ພຣະຄຳພີສັກສິ 2012
@ 2012 United Bible Societies
:
ບັນທຶກບັນທຶກ