|
| 1 |
|
| ຕໍ່ໄປນີ້ ແມ່ນສຸພາສິດອື່ນໆອີກຂອງເຈົ້າໂຊໂລໂມນ ຊຶ່ງຄົນຢູ່ໃນວັງຂອງກະສັດເຮເຊກີຢາແຫ່ງຢູດາຍໄດ້ກ່າຍອອກມາ. |
|
| 2 |
|
| ຄວາມຍິ່ງໃຫຍ່ຂອງພຣະເຈົ້າຄືການເຊື່ອງສິ່ງຕ່າງໆ, ແຕ່ກຽດສັກສີຂອງກະສັດຄືເພິ່ນຄົ້ນສິ່ງຕ່າງໆໃຫ້ປາກົດ. |
|
| 3 |
|
| ພວກເຮົາຮູ້ບໍ່ໄດ້ຈັກເທື່ອເຖິງຄວາມສູງຂອງຟ້າສະຫວັນ ແລະຄວາມເລິກຂອງແຜ່ນດິນໂລກສັນໃດ ພວກເຮົາກໍຮູ້ບໍ່ໄດ້ຈັກເທື່ອເຖິງສິ່ງທີ່ກະສັດຄິດສັນນັ້ນ ຄວາມຄິດຂອງເພິ່ນຢູ່ເໜືອພວກເຮົາ. |
|
| 4 |
|
| ສິ່ງເປິເປື້ອນຖືກຊຳລະອອກຈາກເງິນ ກໍເພື່ອນາຍຊ່າງຈະໃຊ້ເງິນເຮັດເຄື່ອງເອ້. |
|
| 5 |
|
| ກຳຈັດທີ່ປຶກສາຜູ້ຊົ່ວຊ້າອອກໜີຈາກກະສັດ ເຮັດໃຫ້ລັດຖະບານຂອງເພິ່ນເຫັນແຈ້ງຄວາມຍຸດຕິທຳ. |
|
| 6 |
|
| ເມື່ອເຈົ້າຢືນຢູ່ຕໍ່ໜ້າກະສັດນັ້ນ ຢ່າທຳທ່າອ້າງຕົວວ່າເປັນຄົນສຳຄັນ. |
|
| 7 |
|
| ຖືກເລື່ອນຊັ້ນສູງກໍດີກວ່າຖືກປົດໃຫ້ຄົນອື່ນມາແທນທີ່. |
|
| 8 |
|
| ເມື່ອເຈົ້າເຫັນເຖິງບາງສິ່ງຢ່າຟ້າວແລ່ນໄປສານ, ຕໍ່ມາ ຖ້າພະຍານຄົນອື່ນຢືນຢັນວ່າເຈົ້າຜິດ ເຈົ້າຈະເຮັດຢ່າງໃດໄດ້? |
|
| 9 |
|
| ຖ້າເຈົ້າກັບເພື່ອນບ້ານຄິດເຫັນແຕກຕ່າງກັນ ຈົ່ງຕົກລົງກັນເອງ ແລະຢ່າເປີດເຜີຍໃຫ້ໃຜຮູ້. |
|
| 10 |
|
| ບໍ່ດັ່ງນັ້ນ ທຸກຄົນກໍຈະຮູ້ເລື່ອງນຳ ແລະເຈົ້າຈະໄດ້ຮັບຄວາມອັບອາຍບໍ່ສິ້ນສຸດເປັນຈັກເທື່ອ. |
|
| 11 |
|
| ຄວາມຄິດເຫັນອັນເດັ່ນຊັດ ກໍເໝືອນດັ່ງກີ້ຄຳທີ່ປະດັບຢູ່ໃນເງິນ. |
|
| 12 |
|
| ຜູ້ທີ່ຍອມຟັງຄຳເຕືອນຂອງຄົນມີປັນຍາ ກໍມີຄຸນຄ່າກວ່າແຫວນ ຫລືເຄື່ອງເອ້ທີ່ເປັນຄຳນໍ້າໜຶ່ງ. |
|
| 13 |
|
| ນໍ້າເຢັນໃຫ້ຄວາມສົດຊື່ນແກ່ຜູ້ເກັບກ່ຽວໃນຍາມຮ້ອນສັນໃດ ຜູ້ນຳຂ່າວທີ່ເຊື່ອໃຈໄດ້ກໍເຮັດໃຫ້ຜູ້ໃຊ້ຕົນໄປຊື່ນບານໃຈສັນນັ້ນ. |
|
| 14 |
|
| ຄົນທີ່ສັນຍາຈະເອົາຂອງໃຫ້, ແຕ່ບໍ່ໃຫ້ຈັກເທື່ອ ກໍເທົ່າກັບເມກໝອກແລະລົມບໍ່ມີຝົນ. |
|
| 15 |
|
| ໃຊ້ຄວາມອົດທົນຊັກຊວນ ກໍທຳລາຍການຂັດຂວາງອັນແຂງແກ່ນໄດ້ ແລະຍັງເຮັດໃຫ້ບັນດາຜູ້ປົກຄອງຍອມເຮັດຕາມໄດ້. |
|
| 16 |
|
| ຢ່າກິນນໍ້າເຜິ້ງເກີນຄວາມຕ້ອງການ ກິນຫລາຍເກີນໄປອາດເຮັດໃຫ້ເຈົ້າຮາກອອກ. |
|
| 17 |
|
| ຢ່າໄປຢ້ຽມເພື່ອນບ້ານດຸຫລາຍ ເພາະລາວອາດຈະຊັງແລະເບື່ອໜ່າຍເຈົ້າກໍໄດ້. |
|
| 18 |
|
| ການໃສ່ຮ້າຍຄົນອື່ນເປັນເໝືອນດາບ ໄມ້ຄ້ອນ ຫລືລູກທະນູອັນແຫລມຄົມທີ່ທຳລາຍຄົນ. |
|
| 19 |
|
| ການເພິ່ງພາຜູ້ທີ່ເຊື່ອໃຈບໍ່ໄດ້ໃນຍາມຂັບຂັນ ກໍເທົ່າກັບມີແຂ້ວຄອນຫຍໍ້າເຂົ້າ ຫລືມີຕີນພິການຍ່າງໄປ. |
|
| 20 |
|
| ຮ້ອງເພງໃຫ້ຄົນທຸກໃຈຟັງ ກໍສໍ່າກັບແກ້ເສື້ອໃນຍາມໜາວ ຫລືເອົາເກືອໂຮຍໃສ່ບາດ. |
|
| 21 |
|
| ຖ້າສັດຕູຂອງເຈົ້າຫິວເຂົ້າ ຈົ່ງເອົາໃຫ້ລາວກິນ ຖ້າລາວຫິວນໍ້າ ຈົ່ງເອົາໃຫ້ລາວດື່ມ. |
|
| 22 |
|
| ການເຮັດເຊັ່ນນີ້ຈະເຮັດໃຫ້ລາວຢູ່ບໍ່ສະບາຍ ພຣະເຈົ້າຢາເວຈະໃຫ້ບຳເໜັດແກ່ເຈົ້າ. |
|
| 23 |
|
| ລົມທິດເໜືອນຳເອົາຝົນມາສັນໃດ ຄົນປາກບອນກໍນຳເອົາຄວາມໂກດຮ້າຍມາສັນນັ້ນ. |
|
| 24 |
|
| ອາໄສຢູ່ເທິງຫລັງຄາເຮືອນ ກໍດີກວ່າຢູ່ຮ່ວມເຮືອນກັບເມຍທີ່ຈູ້ຈີ້. |
|
| 25 |
|
| ຍິນຂ່າວດີຈາກແດນໄກ ກໍເທົ່າກັບໄດ້ດື່ມນໍ້າເຢັນເມື່ອຄໍແຫ້ງ. |
|
| 26 |
|
| ຄົນດີທີ່ຍອມເຮັດຕາມຄົນຊົ່ວ ກໍເທົ່າກັບບໍ່ນໍ້າທີ່ເປິເປື້ອນ ຫລືນໍ້າສ້າງທີ່ເປັນພິດໄພ. |
|
| 27 |
|
| ກິນນໍ້າເຜິ້ງຫລາຍບໍ່ເປັນການດີສັນໃດ ຢາກໄດ້ຄຳຍ້ອງຍໍຫລາຍກໍບໍ່ເປັນການດີສັນນັ້ນ. |
|
| 28 |
|
| ເມືອງທີ່ບໍ່ມີກຳແພງປ້ອງກັນ ກໍເທົ່າກັບຄົນທີ່ຄວບຄຸມຄວາມຮ້າຍບໍ່ໄດ້. |
|
|
|
|