|
| 1 |
|
| ຢ່າອວດເຖິງເລື່ອງຂອງມື້ອື່ນ ເພາະເຈົ້າບໍ່ຮູ້ວ່າຈະມີຫຍັງເກີດຂຶ້ນແຕ່ລະວັນ. |
|
| 2 |
|
| ໃຫ້ຄົນອື່ນຍ້ອງເຈົ້າ ແລະຢ່າສູ່ຍ້ອງຕົນເອງຈັກເທື່ອ ຄົນແປກໜ້າຍ້ອງເຈົ້າ ກໍດີກວ່າເຈົ້າຍ້ອງເຈົ້າເອງ. |
|
| 3 |
|
| ຄວາມເດືອດຮ້ອນທີ່ຄົນໂງ່ຈ້າກໍ່ຂຶ້ນ ແມ່ນໜັກກວ່າຫີນແລະດິນຊາຍ. |
|
| 4 |
|
| ຄວາມໂກດຮ້າຍຄືການຫ້ຽມໂຫດແລະການທຳລາຍ, ແຕ່ຄວາມອິດສາບໍ່ມີຫຍັງປຽບປານເທົ່າ. |
|
| 5 |
|
| ດັດແປງກໍ່ສ້າງກັນຢ່າງເປີດເຜີຍ ກໍດີກວ່າມີຄວາມຮັກແຕ່ບໍ່ສະແດງອອກ. |
|
| 6 |
|
| ໝູ່ເພື່ອນແທ້ເຮັດໃຫ້ເຈັບຊໍ້າເພາະເຈດຕະນາດີ, ແຕ່ຖ້າສັດຕູເອົາແຂນກ່າຍບ່າໃຫ້ຄອຍລະວັງເອົາໄວ້. |
|
| 7 |
|
| ເມື່ອກິນອີ່ມແລ້ວແມ່ນແຕ່ນໍ້າເຜິ້ງກໍບໍ່ຢາກກິນ, ແຕ່ເມື່ອຫິວໂຫຍຂົມກໍວ່າຫວານໄດ້. |
|
| 8 |
|
| ຄົນທີ່ໜີໄປຈາກເຮືອນ ກໍເໝືອນດັ່ງນົກທີ່ໜີໄປຈາກຮັງ. |
|
| 9 |
|
| ເຄື່ອງສຳອາງແລະນໍ້າຫອມໃຫ້ຈິດໃຈສົດຊື່ນ, ແຕ່ຄວາມລຳບາກໃຫ້ຈິດໃຈລະທົມ. |
|
| 10 |
|
| ຢ່າລືມໄລໝູ່ຄູ່ຫລືໝູ່ຄູ່ຂອງພໍ່ເຈົ້າ. ເມື່ອຍາມເດືອດຮ້ອນຢ່າຫາອ້າຍເອື້ອຍນ້ອງຂອງເຈົ້າໃຫ້ຊ່ວຍເຫລືອ ເພື່ອນບ້ານທີ່ໃກ້ຄຽງຊ່ວຍເຫລືອເຈົ້າໄດ້ດີກວ່າອ້າຍເອື້ອຍນ້ອງຜູ້ທີ່ຢູ່ຫ່າງໄກ. |
|
| 11 |
|
| ລູກເອີຍ ຈົ່ງເປັນຄົນມີປັນຍາ ແລ້ວພໍ່ກໍມີຄວາມສຸກ ເມື່ອມີຜູ້ຕິຕຽນພໍ່ກໍຈະຕອບເຂົາໄດ້. |
|
| 12 |
|
| ຄົນທີ່ຢັ່ງຮູ້ ຍ່ອມເຫັນຄວາມເດືອດຮ້ອນຈະມາເຖິງ ຈຶ່ງຮູ້ຈັກຊ່ອນຊົ້ນຕົນຫລົບຫລີກໄປໄດ້, ແຕ່ຄົນບໍ່ຄິດຈະຍ່າງກົງເຂົ້າໄປ ແລະເສຍໃຈຕໍ່ມາພາຍຫລັງ. |
|
| 13 |
|
| ຜູ້ທີ່ຍອມຮັບໃຊ້ໜີ້ໃຫ້ຄົນແປກໜ້າ ກໍສໍ່າກັບວ່າເອົາຊັບຂອງຕົນໄປປະກັນ. |
|
| 14 |
|
| ຖ້າເຈົ້າປຸກເພື່ອນບ້ານດ້ວຍສຽງດັງແຕ່ເຊົ້າ ກໍສໍ່າກັບປຸກລາວຂຶ້ນມາດ່າ. |
|
| 15 |
|
| ເມຍຈູ້ຈີ້ກໍເໝືອນນໍ້າຢອດຍ້ອຍລົງດັ່ງສາຍຝົນ. |
|
| 16 |
|
| ບອກໃຫ້ນາງຢຸດກໍສໍ່າກັບຫ້າມລົມ ຫລືໃຊ້ມືກຳນໍ້າມັນມື່ນ. |
|
| 17 |
|
| ເຫຼັກຝົນເຫຼັກໃຫ້ຄົມສັນໃດ ການຮຽນຮູ້ຈາກຜູ້ອື່ນກໍຝົນຕົນໃຫ້ສຽບແຫລມສັນນັ້ນ. |
|
| 18 |
|
| ຜູ້ທີ່ບົວລະບັດຕົ້ນໝາກເດື່ອເທດ ກໍຈະໄດ້ກິນໝາກຂອງມັນ. ຄົນຮັບໃຊ້ທີ່ບົວລະບັດນາຍຂອງຕົນກໍຈະໄດ້ຮັບກຽດ. |
|
| 19 |
|
| ເຈົ້າເຫັນໜ້າຕົນເອງໃນນໍ້າໄດ້ສັນໃດ ເຈົ້າກໍເຫັນຈິດໃຈເຈົ້າເອງໄດ້ສັນນັ້ນ. |
|
| 20 |
|
| ນະຣົກແລະແດນຄົນຕາຍບໍ່ຈັກອີ່ມສັນໃດ ຕັນຫາຂອງຄົນກໍບໍ່ມີທີ່ສິ້ນສຸດເປັນສັນນັ້ນ. |
|
| 21 |
|
| ໄຟໃຊ້ເພື່ອລອງເບິ່ງຄຳແລະເງິນສັນໃດ ຄຳຍ້ອງຍໍຊົມເຊີຍມີໄວ້ສຳລັບພິສູດຄົນສັນນັ້ນ. |
|
| 22 |
|
| ເຖິງແມ່ນເຈົ້າຕີຄົນໂງ່ຈ້າຈົນລາວເກືອບຕາຍ, ແຕ່ເຈົ້າກໍຕີຄວາມໂງ່ງ່າວອອກຈາກລາວບໍ່ໄດ້. |
|
| 23 |
|
| ຈົ່ງເຝົ້າລະວັງຝູງແກະແລະຝູງງົວຂອງເຈົ້າໄວ້ໃຫ້ດີ |
|
| 24 |
|
| ເພາະຊັບສົມບັດເປັນຂອງອະນິຈັງ ແມ່ນແຕ່ບັນລັງກໍບໍ່ແມ່ນສືບທອດໃຫ້ກັນຕະຫລອດໄປໄດ້. |
|
| 25 |
|
| ຈົ່ງຕັດຫຍ້າທີ່ທົ່ງ ແລະຕັດຫຍ້າແຫ້ງທີ່ເນີນພູໃນຂະນະທີ່ຫຍ້າອ່ອນປົ່ງຂຶ້ນໃໝ່. |
|
| 26 |
|
| ລູກແກະຈະໃຫ້ເສື້ອຜ້າແກ່ເຈົ້າແລະແບ້ກໍຈະເປັນຄ່ານາ. |
|
| 27 |
|
| ເຈົ້າຈະມີນໍ້ານົມແບ້ໄວ້ເປັນອາຫານແກ່ເຈົ້າຢ່າງພຽງພໍ ທັງເປັນອາຫານແກ່ຄົວເຮືອນຂອງເຈົ້າ ແລະເພື່ອລ້ຽງຊີບສາວໃຊ້ຂອງເຈົ້າ. |
|
|
|
|