×

Lao ພຣະຄຳພີສັກສິ 2012

ສຸພາສິດ 31

1
ຕໍ່ໄປນີ້ ແມ່ນ​ຄຳ​ບອກສອນ​ຂອງ​ກະສັດ​ເລມູເອນ ທີ່​ໄດ້​ຮັບ​ຈາກ​ແມ່​ຂອງຕົນ:
2
“ເຈົ້າ​ເປັນ​ລູກ​ທີ່ຮັກ​ຂອງ​ແມ່ ເປັນ​ຄຳຕອບ​ໃນ​ຄຳພາວັນນາ​ອະທິຖານ​ຂອງ​ແມ່ ຈະ​ໃຫ້​ແມ່​ບອກ​ເຈົ້າ​ຢ່າງໃດ?
3
ຢ່າ​ທຸ້ມເທ​ເຫື່ອແຮງ​ຂອງເຈົ້າ​ໃນ​ເລື່ອງ​ເພດ ແລະ​ໃຊ້​ເງິນ​ທັງໝົດ​ກັບ​ຜູ້ຍິງ ເພາະ​ພວກ​ນາງ​ໄດ້​ເປັນ​ຜູ້​ທີ່​ທຳລາຍ​ກະສັດ​ຫລາຍ​ຄົນ.
4
ເລມູເອນ​ເອີຍ ຈົ່ງ​ຟັງ​ເທີ້ນ ກະສັດ​ບາງຄົນ​ນັ້ນ ບໍ່ຄວນ​ດື່ມ​ເຫຼົ້າ​ອະງຸ່ນ ຫລື​ຕິດ​ເຫຼົ້າ​ເລີຍ.
5
ເມື່ອ​ບັນດາ​ກະສັດ​ດື່ມ​ເຫຼົ້າ​ລົງ​ໄປ​ແລ້ວ ພວກເພິ່ນ​ກໍ​ລືມ​ກົດໝາຍ​ຕ່າງໆ ແລະ​ບໍ່​ຍອມ​ຮັບຮູ້​ສິດທິ​ຂອງ​ຄົນ​ຂັດສົນ.
6
ເຫຼົ້າ​ເປັນ​ຂອງ​ຜູ້​ທີ່​ກຳລັງ​ຈະ​ຕາຍ ເປັນ​ຂອງ​ພວກ​ທີ່​ມີ​ຄວາມທຸກໃຈ.
7
ປ່ອຍ​ໃຫ້​ພວກເຂົາ​ດື່ມ​ລືມ​ຄວາມ​ຂັດສົນ ແລະ​ຄວາມທຸກໃຈ​ຂອງ​ພວກເຂົາ​ສາ​ເຖີດ.
8
ຈົ່ງ​ເວົ້າ​ແທນ​ພວກ​ທີ່​ເວົ້າ​ແທນ​ຕົນເອງ​ບໍ່ໄດ້ ຈົ່ງ​ຄຸ້ມຄອງ​ສິດທິ​ຂອງ​ພວກ​ທີ່​ບໍ່ມີ​ທີ່ເພິ່ງ.
9
ຈົ່ງ​ເວົ້າ​ແທນ​ພວກເຂົາ​ແລະ​ເປັນ​ຜູ້ຕັດສິນ​ຢ່າງ​ຊອບທຳ ຈົ່ງ​ຄຸ້ມຄອງ​ສິດທິ​ຂອງ​ຄົນ​ທຸກຈົນ​ແລະ​ຄົນ​ຂັດສົນ.”
10
ເມຍ​ທີ່ດີ​ນັ້ນ ຍ່ອມ​ປະເສີດ​ກ່ວາ​ເພັດນິນຈິນດາ, ແຕ່​ຍາກ​ເຫຼືອ​ຫລາຍ​ທີ່​ຈະ​ໄດ້​ຍິງ​ເຊັ່ນນີ້.
11
ຜົວ​ທີ່​ມີ​ເມຍ​ດີ​ນັ້ນ ໄວ້ໃຈ​ນາງ​ໄດ້​ທຸກຢ່າງ ລາວ​ຈະ​ບໍ່​ທຸກ​ລຳບາກ​ຍ້ອນ​ນາງ​ຈັກເທື່ອ​ເລີຍ.
12
ຕາບໃດ​ທີ່​ມີ​ຊີວິດ​ຢູ່​ນັ້ນ ນາງ​ເຮັດ​ແຕ່​ສິ່ງ​ທີ່ດີ​ຕໍ່​ຜົວ ຄື​ບໍ່​ເຮັດ​ໃຫ້​ຜົວ​ເສຍຫາຍ​ຍ້ອນ.
13
ນາງ​ຊອກຫາ​ຂົນແກະ, ຜ້າເນື້ອລະອຽດ​ແລະ​ເຮັດ​ວຽກ​ຢູ່​ບໍ່​ຂາດມື.
14
ນາງ​ປຽບເໝືອນ​ເຮືອ​ກຳປັ່ນ​ຂອງ​ພໍ່ຄ້າ ທີ່​ນຳ​ອາຫານ​ມາ​ຈາກ​ແດນໄກ.
15
ນາງ​ນອນເດິກ​ແລະ​ຕື່ນເຊົ້າ ຈັດຕຽມ​ອາຫານ​ໃຫ້​ຄອບຄົວ ແລະ​ທັງ​ບອກ​ວຽກ​ໃຫ້​ສາວໃຊ້​ນຳ​ໄປ​ປະຕິບັດ.
16
ນາງ​ຊອກ​ທີ່ດິນ​ເຮັດ​ສວນ​ໝາກໄມ້ ດ້ວຍ​ເງິນ​ທີ່​ນາງ​ຫາມາ​ໄດ້​ເອງ.
17
ນາງ​ເປັນ​ຍິງ​ທີ່​ດຸໝັ່ນ​ແຂງແຮງ​ແລະ​ຂະຫຍັນ​ໝັ່ນພຽນ​ດີ.
18
ນາງ​ຮູ້ຈັກ​ຄຸນຄ່າ​ໃນ​ສິ່ງ​ທີ່​ຕົນ​ເຮັດ​ທຸກຢ່າງ ແລະ​ເຮັດ​ວຽກ​ຈົນ​ເດິກດື່ນ.
19
ນາງ​ເຂັນຝ້າຍ ແລະ​ຕໍ່າ​ຜ້າ​ຂອງ​ນາງເອງ.
20
ນາງ​ມີ​ໃຈ​ກວ້າງຂວາງ​ຕໍ່​ຄົນ​ທຸກຈົນ​ແລະ​ຄົນ​ຂັດສົນ.
21
ເມື່ອ​ຍາມ​ໜາວ​ມາຮອດ ນາງ​ບໍ່ໄດ້​ກັງວົນ ເພາະວ່າ​ລູກ​ຜົວ​ຂອງຕົນ​ມີ​ເຄື່ອງນຸ່ງ​ອັນ​ອົບອຸ່ນ​ແລ້ວ.
22
ນາງ​ຕໍ່າ​ຜ້າຫົ່ມ​ໄວ້ ແລະ​ນຸ່ງ​ຜ້າໄໝ​ສີມ່ວງ​ເນື້ອລະອຽດ​ອ່ອນ​ດີ.
23
ຜົວ​ຂອງ​ນາງ​ເປັນ​ຜູ້​ທີ່​ມີ​ຊື່ສຽງ ແລະ​ເປັນ​ຜູ້ໜຶ່ງ​ໃນ​ບັນດາ​ຜູ້ນຳ​ຂອງ​ປະຊາຊົນ.
24
ນາງ​ເຮັດ​ເຄື່ອງນຸ່ງ​ພ້ອມ​ທັງ​ສາຍແອວ ແລະ​ຂາຍ​ໃຫ້​ພວກ​ພໍ່ຄ້າ.
25
ນາງ​ເປັນ​ຍິງ​ທີ່​ແຂງແຮງ​ແລະ​ໜ້າເຄົາຣົບ​ນັບຖື ແລະ​ບໍ່​ຢ້ານກົວ​ຕໍ່​ອະນາຄົດ.
26
ນາງ​ເວົ້າຈາ​ດ້ວຍ​ປັນຍາ​ອັນ​ສຸພາບ​ອ່ອນຫວານ.
27
ນາງ​ຫຍຸ້ງ​ຢູ່​ກັບ​ວຽກ​ສະເໝີ ແລະ​ເອົາໃຈໃສ່​ໃນ​ຄວາມ​ຕ້ອງການ​ຂອງ​ຄອບຄົວ.
28
ພວກ​ລູກໆ​ຕ່າງ​ກໍ​ພໍໃຈ​ໃນ​ຕົວນາງ ແລະ​ຜູ້​ເປັນ​ຜົວ​ກໍ​ຍ້ອງຍໍ​ຊົມເຊີຍ​ນາງ​ດ້ວຍ.
29
ລາວ​ເວົ້າ​ວ່າ, “ຍິງ​ທີ່​ເປັນ​ເມຍ​ດີ​ນັ້ນ​ມີ​ຢູ່​ຫລາຍ​ຄົນ, ແຕ່​ເຈົ້າ​ເປັນ​ເມຍ​ທີ່​ດີກວ່າ​ຍິງ​ອື່ນໆ.”
30
ສະເໜ່​ເປັນ​ສິ່ງ​ທີ່​ຫລອກລວງ ແລະ​ຄວາມງາມ​ກໍ​ສູນເສຍ​ໄປ​ໄດ້, ແຕ່​ຍິງ​ທີ່​ຢຳເກງ​ພຣະເຈົ້າຢາເວ ສົມຄວນ​ໄດ້​ຮັບ​ຄຳ​ຊົມເຊີຍ.
31
ສິ່ງ​ທັງໝົດ​ທີ່​ນາງ​ໄດ້​ເຮັດ​ນັ້ນ ກໍ​ເປັນ​ທີ່​ໄວ້ວາງໃຈ ນາງ​ສົມຄວນ​ໄດ້​ຮັບ​ຄວາມນັບຖື​ຈາກ​ທຸກໆຄົນ.
Lao ພຣະຄຳພີສັກສິ 2012
@ 2012 United Bible Societies
:
ບັນທຶກບັນທຶກ