|
| 1 |
|
| ລູກເອີຍ ເຈົ້າໄດ້ສັນຍາຮັບຜິດຊອບຕໍ່ໜີ້ສິນຂອງຄົນອື່ນບໍ? |
|
| 2 |
|
| ເຈົ້າຖືກຈັບຍ້ອນຖ້ອຍຄຳຈາກສົບຂອງເຈົ້າ ຫລືຖືກບ້ວງແຮ້ວຍ້ອນຄຳສັນຍາຈາກປາກຂອງເຈົ້າເອງບໍ? |
|
| 3 |
|
| ລູກເອີຍ ຖ້າເປັນດັ່ງນັ້ນ ເຈົ້າກໍຢູ່ໃຕ້ອຳນາດຂອງຄົນນັ້ນສາແລ້ວ ແຕ່ນີ້ແມ່ນວິທີອອກຂອງເຈົ້າເດີ: ຈົ່ງຟ້າວໄປຫາລາວແລະຂໍໃຫ້ລາວປ່ອຍເຈົ້າ. |
|
| 4 |
|
| ຢ່າໃຫ້ເຈົ້າໄດ້ນອນເສີຍຫລືຢຸດພັກຜ່ອນ. |
|
| 5 |
|
| ຈົ່ງອອກໜີຈາກບ້ວງແຮ້ວດັ່ງນົກຫລືກວາງທີ່ກຳລັງປົບໜີຈາກນາຍພານ. |
|
| 6 |
|
| ຄົນຂີ້ຄ້ານຄວນຮຽນຮູ້ເອົາບົດຮຽນຈາກຊີວິດຂອງມົດ |
|
| 7 |
|
| ພວກມັນບໍ່ມີຜູ້ນຳ ບໍ່ມີນາຍ ຫລືຜູ້ປົກຄອງ, |
|
| 8 |
|
| ແຕ່ພວກມັນສະສົມອາຫານໄວ້ໃນລະດູຮ້ອນເພື່ອຕຽມໄວ້ສຳລັບລະດູໜາວ. |
|
| 9 |
|
| ຄົນຂີ້ຄ້ານຈະນອນຢຽດຢູ່ດົນປານໃດ? ເມື່ອໃດນໍລາວຈຶ່ງຈະຕື່ນຂຶ້ນ? |
|
| 10 |
|
| ລາວເວົ້າວ່າ, “ຂ້ອຍຈະນອນພັກຜ່ອນໜ້ອຍໜຶ່ງ, ຂໍຢຽດເສັ້ນຢຽດເອັນ ມືກອດເອິກນອນພັກຜ່ອນບຶດໜຶ່ງເສຍກ່ອນ.” |
|
| 11 |
|
| ແຕ່ໃນຂະນະທີ່ລາວນອນຫລັບຢູ່ນັ້ນ ຄວາມທຸກລຳບາກກໍຈະມາໂຈມຕີລາວດັ່ງມີຄົນໜຶ່ງຖືອາວຸດມາປຸ້ນລາວ. |
|
| 12 |
|
| ຄົນໂລເລກັບຄົນຊົ່ວຮ້າຍມັກທ່ຽວໄປຫາຕົວະ. |
|
| 13 |
|
| ພວກເຂົາຍິກຄີ້ວລິ່ວຕາເພື່ອຫລອກລວງເຈົ້າ |
|
| 14 |
|
| ແຜນການອັນຊົ່ວຮ້າຍໃນແນວຄິດອັນເປິເປື້ອນຂອງພວກເຂົານັ້ນ ສ້າງຄວາມເດືອດຮ້ອນໃຫ້ທຸກບ່ອນ. |
|
| 15 |
|
| ດ້ວຍເຫດນັ້ນ ຄວາມພິນາດຈະທຳລາຍພວກເຂົາໂດຍບໍ່ຮູ້ຕົວ ແລະເຄາະຮ້າຍອັນເຖິງຕາຍກໍຈະຕົກຖືກພວກເຂົາເຈົ້າ. |
|
| 16 |
|
| ມີເຈັດຢ່າງທີ່ພຣະເຈົ້າຢາເວກຽດຊັງ ແລະຜ່ອນຜັນໃຫ້ບໍ່ໄດ້: ຕາທີ່ຈອງຫອງ ລີ້ນທີ່ເວົ້າຕົວະ ມືທີ່ຂ້າຄົນບໍ່ມີຄວາມຜິດ ໃຈທີ່ຄິດແຜນການຊົ່ວຮ້າຍ ຕີນທີ່ຟ້າວແລ່ນໄປເຮັດຊົ່ວ ຜູ້ທີ່ເວົ້າຄຳພະຍານບໍ່ຈິງຕໍ່ສູ້ຄົນອື່ນ ແລະຜູ້ທີ່ຫາເລື່ອງໃຫ້ພີ່ນ້ອງຜິດຖຽງກັນ. |
|
| 17 |
|
|
|
| 18 |
|
|
|
| 19 |
|
|
|
| 20 |
|
| ລູກເອີຍ ຈົ່ງເຮັດຕາມຄຳທີ່ພໍ່ບອກສອນ ແລະຢ່າລືມໄລຄຳສັ່ງສອນຂອງແມ່ເຈົ້າ. |
|
| 21 |
|
| ຈົ່ງຖືຮັກສາຖ້ອຍຄຳຂອງເພິ່ນໄວ້ສະເໝີ ແລະຝັງຖ້ອຍຄຳນັ້ນໄວ້ຢູ່ໃນຈິດໃຈເຈົ້າ. |
|
| 22 |
|
| ຄຳສັ່ງສອນຂອງເພິ່ນຈະນຳພາເມື່ອເຈົ້າເດີນທາງ ຄຸ້ມຄອງເຈົ້າຍາມກາງຄືນ ແລະແນະນຳເຈົ້າໃນເວລາກາງເວັນ. |
|
| 23 |
|
| ຄຳສັ່ງສອນຂອງເພິ່ນເປັນແສງແຈ້ງເຍືອງທາງເດີນ ຄຳບອກເຕືອນຂອງເພິ່ນສັ່ງສອນເຈົ້າໃຫ້ຮູ້ຈັກການດຳເນີນຊີວິດ. |
|
| 24 |
|
| ຖ້ອຍຄຳນັ້ນ ຮັກສາເຈົ້າໃຫ້ພົ້ນຈາກຍິງຊົ່ວໄດ້ ຄືຈາກຄຳເວົ້າອັນລໍ້ລວງຂອງເມຍຄົນອື່ນ. |
|
| 25 |
|
| ຢ່າໃຫ້ຄວາມງາມຂອງນາງເປັນທີ່ຍົວະເຍົ້າໃຈເຈົ້າໄດ້ ຢ່າໃຫ້ສາຍຕາອັນຫວານແກມລວງຂອງນາງ ເປັນແຮ້ວດັກຈັບເຈົ້າໄດ້. |
|
| 26 |
|
| ສຳລັບຍິງໂສເພນີນັ້ນ ຈ້າງນອນນຳໄດ້ດ້ວຍລາຄາພຽງໜ້ອຍດຽວ, ແຕ່ສຳລັບຍິງທີ່ມີຜົວແມ່ນຈະທຳລາຍຊີວິດຂອງເຈົ້າ. |
|
| 27 |
|
| ໃຜແດ່ທີ່ຫອບຖ່ານໄຟແດງໃສ່ໜ້າເອິກໂດຍເສື້ອຂອງຕົນບໍ່ໄໝ້? |
|
| 28 |
|
| ໃຜແດ່ທີ່ຍ່າງໃນຖ່ານໄຟແດງແລ້ວໂດຍທີ່ໄຟບໍ່ໄໝ້ຕີນ? |
|
| 29 |
|
| ຜູ້ທີ່ນອນນຳເມຍຂອງຊາຍອື່ນກໍເປັນອັນຕະລາຍ. ດັ່ງນີ້ແຫລະ ຜູ້ໃດກໍຕາມທີ່ເຮັດດັ່ງນີ້ ຈະໄດ້ຮັບໂທດຢ່າງທໍລະມານ. |
|
| 30 |
|
| ຄົນເຮົາບໍ່ຫ່ອນຊັງຄົນຂີ້ລັກໄດ້ ຖ້າລາວລັກຍ້ອນຄວາມຫິວ, |
|
| 31 |
|
| ແຕ່ຖ້າຖືກຈັບໄດ້ ລາວຕ້ອງຈ່າຍຄືນເຈັດເທົ່າ ຄືລາວຕ້ອງເສຍທຸກສິ່ງທີ່ຕົນມີຢູ່. |
|
| 32 |
|
| ແຕ່ຊາຍທີ່ຫລິ້ນຊູ້ເປັນຜູ້ໄຮ້ຄວາມຮູ້ສຶກ ລາວມີແຕ່ທຳລາຍຕົນເອງ. |
|
| 33 |
|
| ລາວຈະຖືກລົດກຽດແລະຖືກຕົບຕີ ລາວຈະເປັນທີ່ອັບອາຍຕໍ່ໄປເລື້ອຍໆ. |
|
| 34 |
|
| ຜົວເກີດໂມໂຫຂຶ້ນຍ້ອນຫຶງຫວງເມຍ ການແກ້ແຄ້ນຂອງລາວບໍ່ມີຂອບເຂດ. |
|
| 35 |
|
| ລາວຈະບໍ່ຍອມຮັບເອົາຄ່າທຳຂວັນໃດໆ ຂອງຂວັນກອງຖ້ວມຫົວ ກໍຈະບໍ່ຊ່ວຍໃຫ້ລາວຊ່ວງເຊົາໂມໂຫໄດ້. |
|
|
|
|