|
| 1 |
|
| ຈົ່ງຟັງເທີ້ນ ປັນຍາກຳລັງປະກາດອອກໄປ ປັນຍາເຮັດໃຫ້ຄົນທັງຫລາຍໄດ້ຍິນສຽງເອີ້ນ. |
|
| 2 |
|
| ປັນຍາຢືນຢູ່ເທິງເນີນພູໃກ້ຖະໜົນຍ່າງ ທີ່ທາງສີ່ແຍກປັນຍາກໍຢືນຢູ່ທີ່ນັ້ນ. |
|
| 3 |
|
| ປັນຍາຢືນຢູ່ທີ່ປາກປະຕູທາງເຂົ້າເມືອງ ໃກ້ກັບປະຕູ ປັນຍາປະກາດຂຶ້ນວ່າ, |
|
| 4 |
|
| “ເຮົາຮຽກຮ້ອງຫາເຈົ້າ ໂອ ມະນຸດເອີຍ ເຮົາເອີ້ນຫາທຸກຄົນທີ່ເທິງແຜ່ນດິນໂລກ. |
|
| 5 |
|
| ຜູ້ບໍ່ຮູ້ດຽງສານັ້ນ ຈົ່ງຮຽນຮູ້ໃຫ້ເປັນຜູ້ໃຫຍ່ ຜູ້ໂງ່ຈ້າ ກໍຈົ່ງຮຽນຮູ້ໃຫ້ເຂົ້າໃຈເທີ້ນ |
|
| 6 |
|
| ຈົ່ງຟັງຖ້ອຍຄຳທີ່ເຮົາກ່າວນີ້ສຳຄັນຫລາຍ ທຸກສິ່ງທີ່ເຮົາເວົ້າຈາລ້ວນແຕ່ຖືກຕ້ອງທັງສິ້ນ. |
|
| 7 |
|
| ສິ່ງທີ່ເຮົາເວົ້າ ລ້ວນແຕ່ເປັນຄວາມຈິງ ການໂອ້ລົມອັນຜິດໆ ເຮົາກຽດຊັງທັງສິ້ນ. |
|
| 8 |
|
| ທຸກໆສິ່ງທີ່ເຮົາເວົ້າ ລ້ວນແຕ່ເປັນຄວາມຈິງ ບໍ່ມີຄຳໃດ ທີ່ບິດເບືອນແລະລໍ້ລວງຈັກດີ້. |
|
| 9 |
|
| ຜູ້ທີ່ຮູ້ແຈ້ງເຫັນຈິງທຸກສິ່ງກໍແຈ່ມແຈ້ງດີ ທຸກສິ່ງເປັນເລື່ອງງ່າຍສຳລັບຜູ້ທີ່ຮູ້ຈັກດີ. |
|
| 10 |
|
| ຈົ່ງເລືອກເອົາຄຳສັ່ງສອນຂອງເຮົານັ້ນ ແທນທີ່ຈະເລືອກເອົາເງິນ ຈົ່ງເລືອກເອົາຄວາມຮູ້ຫລາຍກວ່າ ເລືອກຊອກຫາຄຳນໍ້າໜຶ່ງ. |
|
| 11 |
|
| ເພາະເຮົາຄືປັນຍາມີຄ່າກວ່າເພັດພອຍ ສິ່ງທີ່ເຈົ້າປາຖະໜາຈະທຽບກັບປັນຍາບໍ່ໄດ້. |
|
| 12 |
|
| ເຮົາເປັນປັນຍາຄືຜູ້ທີ່ຮູ້ແຈ້ງເຫັນຈິງ ເຮົາຮູ້ຈັກປະພຶດໃນທາງທີ່ຊອບ. |
|
| 13 |
|
| ການຍ້ອງຍໍໃຫ້ກຽດພຣະເຈົ້າຢາເວ ແມ່ນການກຽດຊັງສິ່ງທີ່ຊົ່ວຮ້າຍ ເຮົາຊັງຄວາມຫຍາບຊ້າແລະການອວດດີ ທາງຊົ່ວຮ້າຍອັບປີແລະຄຳເວົ້າຕົວະ. |
|
| 14 |
|
| ເຮົາມີຄຳແນະນຳທີ່ດີ ແລະສະຕິປັນຍາທີ່ຖືກຕ້ອງ ເຮົາມີຄວາມເຂົ້າໃຈແລະມີກຳລັງດ້ວຍ. |
|
| 15 |
|
| ເຮົາຊ່ວຍກະສັດໃຫ້ໄດ້ຂຶ້ນປົກຄອງເມືອງ ແລະຜູ້ປົກຄອງໃຫ້ອອກກົດໝາຍຖືກຕ້ອງ. |
|
| 16 |
|
| ຜູ້ປົກຄອງທຸກຄົນທົ່ວທັງໂລກ ໄດ້ປົກຄອງເພາະເຮົາຊ່ວຍເຫຼືອພວກເຂົາ ລວມທັງພວກມີຍົດສັກ ແລະເຈົ້າຂຸນມຸນນາຍດ້ວຍ. |
|
| 17 |
|
| ເຮົາຮັກພວກທີ່ຮັກເຮົາ ຜູ້ທີ່ຊອກຫາເຮົາກໍພົບເຮົາໄດ້. |
|
| 18 |
|
| ເຮົາມີຊັບສົມບັດແລະມີກຽດ ເພື່ອຈະຢິບຍື່ນໃຫ້ຄົນ ຕະຫລອດທັງຄວາມຈະເລີນຮຸ່ງເຮືອງ ແລະຄວາມສຳເລັດຜົນດ້ວຍ. |
|
| 19 |
|
| ສິ່ງທີ່ໄດ້ຈາກເຮົາກໍດີກວ່າຄຳບໍຣິສຸດ ໝາກຜົນຂອງເຮົາ ກໍດີກວ່າເງິນສົດຫລາຍເທົ່າ. |
|
| 20 |
|
| ເຮົາຍ່າງໃນຮ່ອມແຫ່ງຄວາມຊອບທຳ ຕາມທາງເດີນແຫ່ງຄວາມຍຸດຕິທຳດ້ວຍ. |
|
| 21 |
|
| ເຮົາເອົາຊັບສົມບັດໃຫ້ພວກທີ່ຮັກເຮົາ ແລະບັນຈຸຊັບໄວ້ເຕັມເຮືອນຂອງພວກເຂົາເຈົ້າ. |
|
| 22 |
|
| ພຣະເຈົ້າຢາເວສ້າງເຮົາກ່ອນສິ່ງທັງໝົດ ເປັນກິດຈະການທຳອິດດົນນານມາແລ້ວ. |
|
| 23 |
|
| ເຮົາໄດ້ຖືກສ້າງມາຕັ້ງແຕ່ປະຖົມມະການ ເປັນສິ່ງທຳອິດກ່ອນໂລກຖືກສ້າງຂຶ້ນມາພຸ້ນ. |
|
| 24 |
|
| ເຮົາໄດ້ເກີດມາກ່ອນມະຫາສະໝຸດ ເມື່ອຍັງບໍ່ທັນມີບໍ່ນໍ້າພຸທັງຫລາຍພຸ້ນ. |
|
| 25 |
|
| ເຮົາໄດ້ເກີດມາກ່ອນພູຜາທັງຫລາຍ ກ່ອນພູນ້ອຍຕັ້ງຢູ່ໃນບ່ອນຂອງມັນ |
|
| 26 |
|
| ກ່ອນພຣະເຈົ້າໄດ້ສ້າງແຜ່ນດິນໂລກມາ ທົ່ງໄຮ່ທົ່ງນາແມ່ນແຕ່ດິນກຳທຳອິດພຸ້ນ. |
|
| 27 |
|
| ເຮົາຢູ່ທີ່ນັ້ນເມື່ອຊົງຕັ້ງຟ້າສະຫວັນ, ເມື່ອຊົງຄຶງຂອບຟ້າກວມມະຫາສະໝຸດໄວ້. |
|
| 28 |
|
| ເມື່ອຊົງເຮັດໃຫ້ມີເມກໃນທ້ອງຟ້າ ໄຂບໍ່ນໍ້າທັງຫລາຍຂອງມະຫາສະໝຸດນັ້ນ |
|
| 29 |
|
| ແລະວາງຂອບເຂດໃຫ້ນໍ້າໃນທ້ອງທະເລ ເພື່ອບໍ່ໃຫ້ຂຶ້ນກາຍຕາມທີ່ພຣະອົງໄດ້ສັ່ງໄວ້. ເຮົາໄດ້ຢູ່ໃນທີ່ນັ້ນແລ້ວແຕ່ໃດໆມາ ເວລາທີ່ຊົງວາງຮາກຖານແຜ່ນດິນໂລກ. |
|
| 30 |
|
| ເຮົາຢູ່ໃກ້ຊິດຕິດແທດຄຽງຂ້າງພຣະອົງ ດັ່ງນັກສະຖາປານິກຄືນັກກໍ່ສ້າງຜູ້ໜຶ່ງ ເຮົາເປັນບໍ່ເກີດຂອງຄວາມຊົມຊື່ນຍິນດີຂອງພຣະອົງ ປະຈຳວັນມ່ວນຊື່ນຢູ່ເລື້ອຍໆຢູ່ຊ້ອງໜ້າພຣະອົງ |
|
| 31 |
|
| ມີຄວາມສຸກສຳລານຢູ່ກັບໂລກມະນຸດເຮົາ ແລະພຶງພໍໃຈຢູ່ກັບມວນມະນຸດຊາດ. |
|
| 32 |
|
| ບັດນີ້ ຈົ່ງຟັງເຮົາເຖີດ ຄົນໜຸ່ມທັງຫລາຍ ຈົ່ງເຮັດຕາມທີ່ເຮົາກ່າວແລະມີຄວາມສຸກໄດ້. |
|
| 33 |
|
| ຈົ່ງຍອມຟັງສິ່ງທີ່ເຈົ້າໄດ້ຮັບສັ່ງສອນມາ ຢ່າລະເລີຍ, ແຕ່ໃຫ້ເປັນຄົນມີປັນຍາເຖີດ. |
|
| 34 |
|
| ຄົນທີ່ຟັງເຮົານັ້ນ ລາວຈະມີຄວາມສຸກ ຄືຜູ້ທີ່ຄອຍຢູ່ທີ່ປະຕູເຮືອນຂອງເຮົາທຸກໆວັນ. |
|
| 35 |
|
| ຄົນໃດທີ່ພົບເຮົານັ້ນ ລາວກໍພົບຊີວິດ ແລະພຣະເຈົ້າຢາເວຈະພຶງພໍໃຈນຳລາວ. |
|
| 36 |
|
| ຄົນທີ່ບໍ່ພົບເຮົານັ້ນ ກໍທຳຮ້າຍຕົນເອງ ຄົນທີ່ກຽດຊັງເຮົາກໍຮັກຄວາມຕາຍເທົ່ານັ້ນ.” |
|
|
|
|