|
| 1 |
|
| ປັນຍາໄດ້ສ້າງເຮືອນຂອງຕົນດ້ວຍເສົາເຈັດຕົ້ນ. |
|
| 2 |
|
| ປັນຍາໄດ້ຂ້າສັດສຳລັບງານກິນລ້ຽງສະຫລອງ ປົນເຄື່ອງເທດໃສ່ເຫຼົ້າອະງຸ່ນ ແລະຈັດແຈງໂຕະໄວ້ດ້ວຍ. |
|
| 3 |
|
| ປັນຍາສົ່ງສາວໃຊ້ທັງຫລາຍອອກໄປເອີ້ນຈາກທີ່ສູງສຸດຢູ່ໃນເມືອງວ່າ, |
|
| 4 |
|
| “ຈົ່ງເຂົ້າມາເຖີດຄົນໂງ່ຈ້າເອີຍ.” ແລະຕໍ່ຄົນໂງ່ຈ້ານັ້ນປັນຍາໄດ້ເວົ້າວ່າ, |
|
| 5 |
|
| “ຈົ່ງມາກິນເຂົ້າແລະດື່ມເຫຼົ້າອະງຸ່ນທີ່ເຮົາໄດ້ປະສົມໄວ້. |
|
| 6 |
|
| ຈົ່ງໜີຈາກໝູ່ທີ່ໂງ່ຈ້ານັ້ນສາ ແລ້ວເຈົ້າກໍຈະມີຊີວິດຢູ່ ຈົ່ງເດີນຕາມທາງແຫ່ງຄວາມຮອບຮູ້.” |
|
| 7 |
|
| ຖ້າເຈົ້າບອກສອນຄົນອວດດີຜູ້ໜຶ່ງ ເຈົ້າກໍຈະໄດ້ຮັບແຕ່ການດູໝິ່ນນິນທາ. ຖ້າເຈົ້າຕັກເຕືອນຄົນຊົ່ວຜູ້ໜຶ່ງ ເຈົ້າກໍຈະໄດ້ຮັບແຕ່ຄວາມເຈັບປວດ. |
|
| 8 |
|
| ຢ່າບອກສອນຄົນທີ່ອວດດີຈັກເທື່ອ ເພາະລາວຈະຊັງເຈົ້າຍ້ອນຄຳບອກສອນນັ້ນ ແຕ່ຖ້າເຈົ້າບອກສອນຄົນມີປັນຍາ ລາວຈະນັບຖືເຈົ້າ. |
|
| 9 |
|
| ທຸກສິ່ງທີ່ເຈົ້າເວົ້າກັບຄົນມີປັນຍາຈະເພີ່ມປັນຍາໃຫ້ລາວ. ສິ່ງໃດທີ່ເຈົ້າບອກຄົນຊອບທຳກໍເທົ່າກັບເພີ່ມຄວາມຮູ້ແກ່ລາວຕື່ມຂຶ້ນ. |
|
| 10 |
|
| ການຢຳເກງພຣະເຈົ້າຢາເວເປັນບໍ່ເກີດແຫ່ງປັນຍາ. ຖ້າເຈົ້າຮູ້ອົງບໍຣິສຸດເຈົ້າກໍມີຄວາມຮູ້ແຈ້ງເຫັນຈິງ. |
|
| 11 |
|
| ປັນຍາຈະເຮັດໃຫ້ເຈົ້າມີຊີວິດຍືນຍາວ. |
|
| 12 |
|
| ຖ້າເຈົ້າມີປັນຍາ ເຈົ້າເອງກໍຈະໄດ້ຮັບຜົນກຳໄລເພີ່ມ, ແຕ່ຖ້າເຈົ້າບໍ່ຍອມຮັບປັນຍາ ເຈົ້າເອງກໍຈະທົນທຸກ. |
|
| 13 |
|
| ຄວາມໂງ່ຈ້າເປັນດັ່ງແມ່ຍິງທີ່ມັກຈົ່ມວ່າ ອັບປັນຍາ ແລະໜ້າດ້ານ. |
|
| 14 |
|
| ນາງນັ່ງທີ່ປະຕູເຮືອນຂອງຕົນ ຫລືນັ່ງຢູ່ບ່ອນສູງໆໃນເມືອງ |
|
| 15 |
|
| ແລະເອີ້ນໃສ່ຄົນຜ່ານໄປມາ ຜູ້ທີ່ໃສ່ໃຈກິດທຸລະຂອງຕົນເອງວ່າ, |
|
| 16 |
|
| “ຄົນໂງ່ຈ້າເອີຍ ລ້ຽວເຂົ້າມາພີ້” ນາງເວົ້າຕໍ່ຄົນໂງ່ຈ້າວ່າ, |
|
| 17 |
|
| “ນໍ້າທີ່ລັກມາກໍຫວານກວ່າ ເຂົ້າທີ່ລັກມາກໍແຊບດີ.” |
|
| 18 |
|
| ຜູ້ທີ່ຕົກເປັນເຫຍື່ອຂອງນາງບໍ່ຮູ້ຈັກວ່າມີຄົນຕາຍຢູ່ທີ່ນັ້ນ ຜູ້ທີ່ເຂົ້າໄປແລ້ວນັ້ນ ບັດນີ້ ກໍຢູ່ໃນແດນມໍຣະນາເສຍແລ້ວ. |
|
|
|
|